ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ASEM 12, ເຮັດວຽກ ຢູ່ ອີຢູ ແລະ ຢ້ຽມຢາມແບກຊິກຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກທີ່ກອງປະຊຸມສຸດຍອດ ອາຊີ - ເອີຣົບ ຄັ້ງທີ 12
ການເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ - ເອີຣົບ ຄັ້ງທີ 12 (ASEM 12), ເຮັດວຽກ ທີ່ສະຫະພາບເອີຣົບ (ອີຢູ) ແລະ ຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ ໄດ້ສິ້ນສຸດຢ່າງຈົບງາມ, ປະຕິບັດສໍາເລັດບັນດາເປົ້າໝາຍທີ່ໄດ້ວາງອອກ.
ໃນໄລຍະຢ້ຽມຢາມ ແບນຊິກ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມສົນທະນາ ກັບທ່ານນາຍົກລັດຖະມົນຕີແບນຊິກ Charles Michel ແລະ ພ້ອມກັນເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງກະຊວງ, ຂະແໜງການ ຂອງສອງປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ມີການພົບປະກັບ ເຈົ້າຊີວິດ ແບນຊິກ Phillippe; ພົບປະກັບປະທານສະພາຕໍ່າແບນຊິກ Siegfried Bracke; ຕ້ອນຮັບທ່ານລັດຖະມົນຕີ - ປະທານເຂດ Wallonie Willy Borsus ແລະ ລັດຖະມົນຕີ - ປະທານເຂດ Flanders Geert Bourgeois.ຢູ່ນອກກອງປະຊຸມ ສຸດຍອດ ASEM 12, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍຄັ້ງຕ່າງໆ ກັບ ການນໍາບັນດາສະມາຊິກ ASEM ເຂົ້າຮ່ວມກອງປະຊຸມສໍາຄັນນີ້ ເຊິ່ງລວມມີ: ປະທານຄະນະກໍາມະການເອີຣົບ; ນາຍົກລັດຖະມົນຕີ ຈີນ, ນອກແວ, ສະໂລວານີ, ແອັດສະປາຍ, ໂຮນລັງ, ໂປໂລຍ, ແຟງລັງ, ອັງກິດ, ລັດເຊຍ, ເກັຼກ ແລະ ປະທານາທິບໍດີ ມົງໂກນ.
(ແຫຼ່ງຄັດຈາກ VOV)