• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ປະທານສະພາຕໍ່າແບນຊິກ, ເຮັດວຽກກັບວິສາຫະກິດແຖວໜ້າຂອງ ອີຢູ ແລະ ແບນຊິກ

      ວັນທີ 17 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບ ທ່ານ Seigfried Bracke ປະທານສະພາຕໍ່າແບນຊິກ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມອບຂອງຂວັນເປັນທີ່ລະນຶກ ໃຫ້ແກ່ ທ່ານ Seigfried Bracke ປະທານສະພາຕໍ່າແບນຊິກ (ພາບ:TTXVN)
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານປະທານສະພາຕໍ່າແບນຊິກ ໄດ້ຕີລາຄາວ່າ ສອງຝ່າຍຄວນມານະພະຍາຍາມຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ການຮ່ວມມືໃນບັນດາຂົງເຂດຕ່າງໆ ຄື ການສຶກສາບໍາລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ການຂົນສົ່ງທາງທະເລ, ພະລັງງານສະອາດ. ທ່ານ Seigfried Bracke ກໍ ສະໜັບສະໜູນ ແລະ  ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ ແລະ ຕັ້ງໜ້າປຸກລະດົມ ເພື່ອສາມາດລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາ EVFTA ໂດຍໄວ. ທ່ານ Seigfried Bracke ກໍສະແດງການ ສະໜັບສະໜູນຕໍ່ຫຼັກໝັ້ນຂອງຫວຽດນາມໃນບັນດາບັນຫາສາກົນ ແລະ ພາກພື້ນ ກໍຄືການສົມທົບກັນລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ ຄື ສປຊ.
        ແລະກໍໃນວັນດຽວກັນ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກໍມີການພົບປະ ແລະ ເຮັດວຽກກັບ ວິສາຫະກິດແຖວໜ້າຂອງ ອີຢູ ແລະ ແບນຊິກ ກວ່າ  40 ແຫ່ງ. ການເຮັດວຽກດັ່ງກ່າວ ໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ສົມທົບກັບສະຖານທູດ ສອງປະເທດຫວຽດນາມ ແລະ ແບນຊິກ, ສະຫະສະມາຄົມວິສາຫະກິດເອີີຣົບປະຈໍາຫວຽດນາມ (Eurocham) ຈັດຕັ້ງຂຶ້ນ, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ກວ່າ 40 ແຫ່ງ ຂອງອີຢູ ແລະ ແບນຊິກ  ທີ່ພວມມີການເຄື່ອນໄຫວດໍາເນີນທຸລະກິດ ແລະ ລົງທຶນ ກັບຫວຽດນາມ ມີກາລະໂອກາດພົບປະສົນທະນາກັບ ນາຍົກລັດຖະມົນຕີ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top