• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດຜ່ານຍຸດທະສາດການພັດທະນາຂະແໜງ ທະນາຄານຫວຽດນາມຮອດປີ 2025

      ຍຸດທະສາດພັດທະນາຂະແໜງການທະນາຄານຫວຽດນາມ ຮອດປີ 2025, ການກໍານົດທິດຮອດປີີ 2030 ຫາກໍໄດ້ຮັບການອະນຸມັດຜ່ານຈາກ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

(ພາບປະກອບ: KT)
      ຍຸດທະສາດດັ່ງກ່າວ ໄດ້ວາງເປົ້າໝາຍຄ່ອຍໆເພີ່ມລັກສະນະເປັນເອກະລາດ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນການອະພິປາຍຂອງທະນາຄານແຫ່ງລັດ ກ່ຽວກັບເປົ້າໝາຍບໍລິຫານນະໂຍບາຍເງິນຕາ, ຄວບຄຸມໄພເງິນເຟີ້ ຢູ່ໃນລະດັບທີ່ເໝາະສົມ ກັບການກໍານົດທິດພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ, ໜູນຊ່ວຍສ້າງເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ຊຸກຍູ້ເປົ້າໝາຍການເຕີບໂຕເສດຖະກິດແບບຍືນຍົງ.  ໄລຍະ 2021 – 2025, ຈະຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງ, ເພີ່ມຄວາມໂປ່ງໃສ ແລະ ປະຕິບັດບັນດາມາດຖານ, ທໍານຽມສາກົນ ໃນການຄຸ້ມຄອງບໍລິຫານ ແລະ ການເຄື່ອນໄຫວຂອງບັນດາອົງການສິນເຊື່ອ ໃຫ້ເປັນຢ່າງດີ. ສູ້ຊົນຮອດທ້າຍປີ 2025, ໃຫ້ມີຢ່າງໜ້ອຍ 2 – 3 ທະນາຄານການຄ້າ ນອນຢູ່ໃນ Top  100 ທະນາຄານໃຫຍ່ທີ່ສຸດ (ກ່ຽວກັບລວມຍອດຊັບສິນ) ໃນພາກພື້ນ ອາຊີ ແລະ 3 – 5 ທະນາຄານຕິດປະກາດໃບຫຸ້ນໃນຕະຫຼາດຫຼັກຊັບຕ່າງປະເທດ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງມອບໃຫ້ບັນດາກະຊວງ ວາງແຜນການແຫ່ງຊາດ ໄລຍະ 2021 - 2030,  ວິໄສທັດຮອດປີ 2050 ໃນບັນດາຂົງເຂດຄື: ໂຄງປະກອບໂຄງລ່າງ, ການນໍາໃຊ້ແຫຼ່ງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ອະນຸລັກຮັກສາຊີວະນານາພັນ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top