• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສຂັ້ນສູງ4.0

      ຢູ່ນອກເວທີປາໄສຂັ້ນສູງ “ວິໄສທັດ ແລະ ຍຸດທະສາດພັດທະນາກະໂດດຂັ້ນໃນສະພາບການປະຕິບັດອຸດສາຫະກຳຄັ້ງທີ 4” ດຳເນີນໃນວັນທີ 12 ແລະ 13 ກໍລະກົດ ຢູ່ ຮ່າໂນ້ຍ. 

ພາບປະກອບ
      ຕອນບ່າຍວັນທີ 12 ກໍລະກົດຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ເຮັດວຽກກັບບັນດາຜູ້ແທນເຂົ້າຮ່ວມເຫດການນີ້.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ດ້ວຍຜູ້ແທນເຂົ້າຮ່ວມເວທີປາໄສ ກວ່າ 1.800 ຄົນ ນີ້ແມ່ນສິ່ງສຳຄັນເພື່ອຊ່ວຍເວທີປາໄສປະສົບຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ການປະຕິວັດອຸດສາຫະກຳ 4.0 ດຳເນີນໃນທົ່ວໂລກ, ໃນນັ້ນ ມີຫວຽດນາມ ແຕ່ຄວາມຮັບຮູ້ກ່ຽວກັບການປະຕິວັດນີ້ກໍ່ຄືການພ້ອມແລ້ວໃຫ້ການປະຕິວັດຍັງມີຫລາຍບັນຫາວາງອອກ. ທ່ານນາຍົກລັດຖະມົນຕີປາດຖະຫນາບັນດານັກປະຖະກະຖາ, ບັນດາຜູ້ແທນຫນູນຊ່ວຍຫວຽດນາມຊອກໄດ້ທິດກ້າວເດີນຢ່າງມີປະສິດທິຜົນໃນສະພາບການການປະຕິວັດອຸດສາຫະກຳ 4:
ສິ່ງສຳຄັນທີ່ສຸດເຊິ່ງພວກຂ້າພະເຈົ້າບໍ່ພຽງແຕ່ຄວາມຮັບຮູ້ ຫາກຍັງແມ່ນມາດຕະການໃດເພື່ອໃຫ້ ຫວຽດນາມ ອາດສາມາດບັນລຸຜົນສຳເລັດໃນການປະຕິວັດ 4.0, ຍ້ອນເງື່ອນໄຂຂອງ ຫວຽດນາມ ທີ່ຍັງມີສິ່ງກີດຂວາງຫຼາຍຢ່າງ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີໃຫ້ພວກທ່ານຍົກອອກບັນດາເນື້ອໃນຫຼັກແຫຼ່ງຂອງການປະຕິວັດອຸດສາຫະກຳ 4.0, ເພື່ອຈາກເວທີປາໄສສຳຄັນນີ້ເຂົ້າໃຈໄດ້ທາດແທ້ຢ່າງຄົບຖ້ວນ. ບັນດາກາລະໂອກາດ, ສິ່ງສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ວາງອອກສຳລັບ ຫວຽດນາມ ແລະ ສິ່ງສຳຄັນທີ່ສຸດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການເພື່ອໃຫ້ ຫວຽດນາມ ເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0. ຄວາມສຳຄັນແມ່ນໃຜກໍ່ຮູ້, ແຕ່ມາດຕະການເພື່ອໝູນໃຊ້ຢູ່ ຫວຽດນາມ ແມ່ນບັນຫາໃຫຍ່.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top