• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກສິ້ນ​ສຸດ​ການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

ການເຂົ້າຮ່ວມກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນການຢັ້ງຢືນການຖືເປັນສຳຄັນຂອງຫວຽດນາມຕໍ່ກັບການຮ່ວມມືດ້ານເສດຖະກິດ ແມ່ນ້ຳເຢຢາວາດິີ - ແມ່ນໍ້າເຈົ້າພະຍາ - ແມ່ນ້ຳຂອງ ແລະ ການຮ່ວມມືລະຫວ່າງກໍາປູເຈຍ, ລາວ, ມຽນມາ ແລະຫວຽດນາມ; ຍົກສູງຖານະບົດບາດຂອງຫວຽດນາມ, ປະກອບສ່ວນເປີດສັງກາດໃໝ່ໃຫ້ແກ່ການຮ່ວມມືຢູ່ພາກພື້ນແມ່ນ້ຳຂອງ ນັບມື້ນັບພັດທະນາແບບຍືນຍົງ ແລະ ວັດທະນາຖາວອນລວມ.

ໃນຂອບເຂດເຂົ້າຮ່ວມ ກອງປະຊຸມສຸດຍອດ  ຍຸດທະສາດກ່ຽວກັບການຮ່ວມມື ດ້ານເສດຖະກິດ ແມ່ນ້ຳເຢຢາວາດິີ - ແມ່ນໍ້າເຈົ້າພະຍາ - ແມ່ນ້ຳຂອງ ຄັ້ງທີ 8 (ACMECS)  ແລະກອງປະຊຸມສຸດຍອດການຮ່ວມມືລະຫວ່າງກໍຳປູເຈຍ, ລາວ, ມຽນມາ ແລະຫວຽດນາມ ຄັ້ງທີ 8  (CLMV) ທີ່ນະຄອນຫຼວງບາງກອກ, ປະເທດໄທ, ວັນທີ 16 ມິຖຸນາ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Techo Hunsen, ພົບປະສອງຝ່າຍກັບທ່ານປະທານາທິບໍດີມຽນມາ U Uyn Min  ແລະ ທ່ານ Jim Jok Hoi  ເລຂາທິການໃຫຍ່ປະຊາຄົມອາຊຽນ.

ທີ່ການພົບປະກັບທ່ານປະທານາທິບໍດີມຽນມາ U Uyn Min, ການນຳສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການພັດທະນາການພົວພັນສອງຝ່າຍໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ມຽນມາ ອັນໄດ້ເປີດໜ້າປະຫວັດສາດແຫ່ງການຮ່ວມມືໃໝ່ໃຫ້ແກ່ສອງປະເທດ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍກັບທ່ານປະທານາທິບໍດີມຽນມາ U Uyn Min 

(ພາບ: VGP/Quang Hieu)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ມຽນມາ ຈົ່ງສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມເຂົ້າມາລົງທຶນ, ດຳເນີນທຸລະກິດ, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ການເງິນ - ທະນາຄານ, ອະສັງຫາລິມະຊັບ ແລະ ອື່ນໆ. ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ ແລະ ບັນດາກົນໄກຮ່ວມມືຢູ່ອະນຸພາກພື້ນ, ໃນນັ້ນມີ ACMECS, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ ທ່ານເລຂາທິການໃຫຍ່ປະຊາຄົມອາຊຽນ Jim Jok Hoi

 

(ພາບ: VGP/Quang Hieu)

ກ່ຽວກັບການທ່ານເລຂາທິການໃຫຍ່ປະຊາຄົມອາຊຽນ Jim Jok Hoi, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ບົດບາດຂອງຄະນະເລຂາປະຊາຄົມອາຊຽນ ໃນການໜູນຊ່ວຍໃນການຮ່ວມມືກັບກຸ່ມປະເທດ CLMV ເພື່ອແນໃສ່ຮັດແຄບຄວາມແຕກໂຕ່ນໃນການພັດທະນາໃນກຸ່ມອາຊຽນ, ສະເໜີໃຫ້ນຳກຸ່ມບັນດາປະເທດ CLMV ເຂົ້າຮ່ວມກົນໄກຮ່ວມມືລວມຂອງອາຊຽນກັບບັນດາຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງສາກົນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ CLMV. ທ່ານ Jim Jok Hoi  ເລຂາທິການໃຫຍ່ປະຊາຄົມອາຊຽນ ໃຫ້ຮູ້ວ່າ ອາຊຽນໄດ້ສະຫງວນ ຈຳນວນເງິນ 10 ລ້ານ USD ເພື່ອໜູນຊ່ວຍໂຄງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ບັນດາປະເທດ CLMV, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ການນຳບັນດາປະເທດອາຊຽນ ເພີ່ມທະວີການປະກອບສ່ວນທາງດ້ານການເງິນ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ກຸ່ມອາຊຽນ.

ແລະ ຕອນຄ່ຳຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຫວຽດນາມ  ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມ ກອງປະຊຸມສຸດຍອດ ACMECS 8 ແລະ CLMV 9 ຢ່າງຈົບງາມ.

 (ແຫຼ່ງຄັດຈາກ VOV)


ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top