• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ

      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ພະມະຫາອາຈານ ທິກແທັງຫຍ໊ຽວ ຮອງປະທານຄະນະປະຈໍາ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດກວ໊ານຊື໊, ຮ່າໂນ້ຍ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານສູນກາງ
ສະມາຄົມພຸດທະສາສະໜາຫວຽດນາມ (ພາບ:
daibieunhandan.vn)
      ເນື່ອງໃນໂອກາດສະມາຄົມພຸດທະສາສະໜາຫວຽດນາມ ຫາກໍຈັດຕັ້ງສໍາເລັດວັນບຸນວິສາຂະບູ ສປຊ ຄັ້ງທີ 16 (Vesak 2019) ແລະ ເນື່ອງໃນໂອກາດເທດສະການວິສາຂະບູຊາ ພສ 2563 - ຄສ 2019. ຕອນເຊົ້າວັນທີ 15 ພຶດສະພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ພະມະຫາອາຈານ ທິກແທັງຫຍ໊ຽວ ຮອງປະທານຄະນະປະຈໍາ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດກວ໊ານຊື໊, ຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ອວຍພອນພະມະຫາອາຈານ ທິກແທັງຫຍ໊ຽວ ພ້ອມດ້ວຍບັນດາພະສົງສໍາມະເນນ, ພຸດທະສາສະນິກກະຊົນ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດພາລະກໍາທາງສາສະໜາ ແລະ ມີຄວາມສະຫງົບສຸກ.
        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ນີ້ເປັນຄັ້ງທີ 3 ທີ່ສະມາຄົມພຸດທະສາສະໜາຫວຽດນາມຈັດຕັ້ງວັນບຸນ Vesak ປະສົບຜົນສໍາເລັດ, ທ່ານນາງຢັ້ງຢືນໄດ້ຢັ້ງຢືນເຖິງແຜນນະໂຍບາຍສະເໝີຕົ້ນສະປາຍຂອງພັກ, ລັດ ຫວຽດນາມ ແມ່ນ ເຄົາລົບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ, ໃນນັ້ນມີສາສະໜາພຸດເວົ້າສະເພາະ ແລະ ສາສະໜາອື່ນເວົ້າລວມ.
        ເນື່ອງໃນໂອກາດວັນບຸນວິສາຂະບູຊາ Vesak 2019 ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍນໍ້າໃຈສາມັກຄີເປັນປຶກແຜ່ນຂອງພະສົງສໍາມະເນັນ, ພຸດທະສາສະນິກກະຊົນ ດ້ວຍທິດທາງມຸ່ງໄປສູ່ຄວາມຜູກພັນ ແລະ ຮ່ວມເດີນທາງໄປພ້ອມກັບຊາດ, ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ຢັ້ງຢືນບັນດາຄຸນຄ່່າດີທີ່ສຸດຂອງສາສະໜາ ເພື່ອສັນຕິພາບ, ເໝາະສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຂອງພະສົງສໍາມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຊົນ...
        ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ພະມະຫາອາຈານ ທິກໂຝເຕ້ວ, ສາດສະດາສະພາສົງສະມາຄົມພຸດທະສາສະໜາຫວຽດນາມຢູ່ເມືອງຝູຊວຽນ, ນະຄອນຮ່າໂນ້ຍ. ພະມະຫາອາຈານ ທິກໂຝເຕ້ວ ໄດ້ສະແດງຄວາມຂອບໃຈຕໍ່ຄຳອວຍພອນອັນດີງາມ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຫວັງວ່າ ສະມາຄົມພຸດທະສາສະໜາຫວຽດນາມ ຈະພ້ອມກັບພຸດທະສາສະໜາໃນໂລກ ສ້າງພື້ນຖານສັນຕິພາບ ແລະ ວັດທະນະຖາວອນໃຫ້ແກ່ປະຊາຊົນ.
 (ແຫຼ່ງຄັດຈາກ VOV)
 

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top