• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງ ຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ

ຕອນບ່າຍວັນທີ 12 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ  ໂດຍທ່ານ Yoichi Kobayashi, ປະທານ ຄະນະກຳມະການການຮ່ວມມືດ້ານທຸລະກິດຍີ່ປຸ່ນ - ແມ່ນ້ຳຂອງ, ຫ້ອງການການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (JCCI) ນຳໜ້າ.

ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ
 
ນະທີ່ນີ້, ທ່ານນາງ ຮອງປະທານປະເທດ ໄດ້ຢັ້ງຢືນວ່າ: ໃນການພົວພັນທາງດ້ານເສດຖະກິດ, ຫວຽດນາມຍາມໃດກໍຖືຍີ່ປຸ່ນເປັນຄູ່ຮ່ວມມືພົວພັນແຖວໜ້າ ແລະ ຍາວນານ; ພ້ອມກັນນັ້ນ ທ່ານນາງ ຮອງປະທານປະເທດ ກໍເນັ້ນໜັກວ່າ ຫວຽດນາມຍາມໃດກໍສົ່ງເສີມ ແລະ ໃຫ້ຄຳໝັ້ນສັນຍາ ຈະສ້າງທຸກເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຍີ່ປຸ່ນທີ່ລົງທຶນຢູ່ຫວຽດນາມ, ບູລິມະສິດພິເສດບັນດາຂົງເຂດຄື ອຸດສາຫະກຳປະດິດ ແລະ ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ໃນໄລຍະຕໍ່ໜ້າ, ທ່ານນາງ ຮອງປະທານປະເທດ ປາດຖະໜາວ່າ ຈະມີຫຼາຍວິສາຫະກິດຍີ່ປຸ່ນລົງທຶນເຂົ້າຫວຽດນາມໃນຂົງເຂດການບໍລິການ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັບໃຊ້ຄວາມຕ້ອງການບໍລິໂພກຂອງຄົນຊັ້ນ  ກາງ ທີ່ພວມພັດທະນາຢ່າງວ່ອງໄວຢູ່ຫວຽດນາມ. ຕາມ ທ່ານນາງ ຮອງປະທານປະເທດແລ້ວ ບັນດາວິສາຫະກິດຫວຽດນາມ ແລະ ຍີ່ປຸ່ນຄວນສົມທົບກັນ, ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ, ໝູນໃຊ້ທ່າໄດ້ປຽບຈຸດທີ່ຄ້າຍຄືກັນດ້ານວັດທະນາທຳ ແລະ ທັດສະນີຍະພາບທີ່ສວຍ ງາມຂອງສອງປະເທດ ແລະ ເພີ່ມທະວີການຮ່ວມມືດ້ານການສຶກສາອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top