• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານນາງ ຫງວຽນທິເວິນແອງ, ຜູ້ຕໍ່ສູ້ເພື່ອສິດສະເໝີພາບ ທາງເພດ

ໃນຂະບວນວິວັດແຫ່ງການ ເຮັດໃຫ້ປ່ຽນແປງ ຂອງ ຜູ້ດ້ອຍໂອກາດ ຕະຫຼອດ 2 ທົດສະວັດຜ່ານມາ, ທ່ານນາງ ຫງວຽນ ທິ ເວິນ ແອງ, ຜູ້ອຳນວຍການສູນຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດວ່າ ດ້ວຍທາງເພດ-ຄອບຄົວ-ຜູ້ຍິງ ແລະ ເດັກ ບໍ່ຮອດກະສຽນ ເປັນ ຜູ້ໃຫຍ່ (CSAGA) ໄດ້ຮູ້ຈັກເຖິງ ເປັນຜູ້ປົກປ້ອງ ສິດ ຂອງ ກຸ່ມ ຄົນດ້ອຍໂອກາດ, ເດັກນ້ອຍ, ຜູ້ຍິງ ຖືກຜົນກະທົບງ່າຍ ຍ້ອນ ຄວາມລັງກຽດ ແລະ ຄວາມຮຸນແຮງ ໃນສັງຄົມ. 
ຂະບວນວິວັດແຫ່ງການເປັນ “ຕົ້ນເລົາ ຮັບຟັງຄຳເວົ້າ ລົມກັນ ແບບ ເບົາໆ”

ປີ 1992, ຫຼັງຈາກເສັງຈົບປະລິນຍະໂທ ຈາກ ມະຫາວິທະຍາໄລ ວິທະຍາສາດ ສັງຄົມ ວັນນະຄະດີ, ທ່ານນາງ ຫງວຽນທິເວິນແອງ ໄດ້ຍື່ນເອກະສານສະໝັກງານ ແລະ ຖືກຮັບເຂົ້າ ເປັນນັກຂ່າວ ຂອງ ສະຖານີວິທະຍຸ ກະຈາຍສຽງ ຫວຽດນາມ. ຜ່ານປະສົບການ ຕົວຈິງ ທີ່ພິເສດ ຫຼາຍຢ່າງ ໃນຊ່ວງເວລາ ເຮັດວຽກ ເປັນນັກຂ່າວ ໄດ້ສົ່ງຜົນກະທົບຢ່າງແຮງ ເຂົ້າສູ່ຈິດໃຈ ແລະ ຄວາມຮູ້ສຶກ ຂອງ ນາງ ເວິນແອງ. 


ທ່ານນາງ ຫງວຽນທິເວິນແອງ ຖືກຈັດເຂົ້າໃນບັນຊີລາຍຊື່ ເປັນໜຶ່ງ ໃນຜູ້ຍິງ 50 ຄົນທີ່ມີອິດທິພົນສຸດ ຫວຽດນາມ ປີ 2017
ໂດຍ ວາລະສານ Forbes ຫວຽດນາມ ເປັນຜູ້ ຄັດເລືອກ.



ທ່ານນາງ ເວິນແອງ (ຜູ້ທີສອງຈາກຂວາ) ໃນກອງປະຊຸມ ສົນທະ ນາ ກ່ຽວກັບເລື່ອງ ຢຸດຕິການໃຊ້ຄວາມຮຸນແຮງ, ເພີ່ມພູນຄູນສ້າງ
ຄວາມຮັກລະຫວ່າງຜູ້ຄົນດ້ວຍກັນ. ພາບ: ເອກະສານ



ທ່ານນາງ ເວິນແອງ ເຂົ້າຮ່ວມງານສຳມະນາ ກ່ຽວກັບ ການປ້ອງ ກັນ ແລະ ຕ້ານການໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍ. ພາບ: ເອກະສານ


ທ່ານນາງ ເວິນແອງ (ຜູ້ທຳອິດຈາກຂວາ) ໃນພິທີສະຫຼຸບ ໂຄງການ ເດີນຄຽງຄູ່ກັບຄວາມສະເໝີພາບລະຫວ່າ ຍິງ-ຊາຍ. ພາບ: ເອກະສານ

ຕະຫຼອດໄລຍະເວລາ 10 ປີ ທີ່ເຮັດວຽກເປັນນັກຂ່າວ, ທ່ານນາງ ເວິນແອງ ມີໂອກາດໄດ້ພົບປະໂອ້ລົມກັນ ກັບຜູ້ຍິງ ຫຼາຍຄົນ ທີ່ມີ ສະພາບແຕກຕ່າງກັນ. ມາຮອດ ປັດຈຸບັນ, ທ່ານນາງຍັງບໍ່ສາມາດ ຫຼົງລືມຄວາມໃນໃຈ ຂອງ ສາວໂສເພນີ ຄົນໜ່ຶງ ໄດ້ໄຂຄວາມໃນ ໃຈ ອອກມາສູ່ທ່ານນາງວ່າ: “ໃນຄາວນັ້ນ, ຖ້າຫາກວ່າ ມີໃຜ ໄດ້ ຈັບມືນ້ອງ, ກ່າວເຕືອນນ້ອງພຽງຄຳດຽວ, ບາງທີນ້ອງ ຈະບໍ່ມີຍາມ ຈະເຮັດວຽກນີ້”.

ທ່ານນາງ ເວິນແອງ ຮັບຮູ້ໄດ້ວ່າ ຄົນເຮົາໃຜກໍມີ ຄວາມຮູ້ສຶກ ຢ້ານ ກົວໃນຕົວເອງ, ແຕ່ມີບໍ່ເທົ່າໃດຄົນຄວາມສາມາດ ຜ່ານຜ່າ ຄວາມ ຢ້ານກົວນັ້ນ.

ທ່ານນາງ ເວິນແອງ ໃຫ້ຮູ້ວ່າ: “ມະນຸດມັກອ່ອນແອ ແລະ ເສຍກຳ ລັງພູມຕ້ານທານ ໃນເວລາຊີວິດ ປະສົບກັບອາການຊ໋ອກ ຢ່າງ ແຮງ. ໃນເວລານັ້ນ, ເຂົາເຈົ້າບໍ່ມີຈິດສຳນຶກ ແລະ ປ່ອຍໃຫ້ຕົວເອງ ໄປ ຕາມຊາຕາຊີວິດ”.

ທ່ານນາງ ເວິນແອງ ໃຫ້ຮູ້ວ່າ ຄາວນັ້ນ ຍັງບໍ່ທັນມີ ອົງການຈັດຕັ້ງ ໃດໆ ໃຫ້ການຊ່ວຍເຫຼືອຜູ້ຄົນ ໃນກໍລະນີສຸກເສີນ ຂອງຊີວິດ. ມີ ພຽງແຕ່ຄໍລຳ “ຈົດໝາຍຝາກເຖິງເອື້ອຍ ແທງເຕີມ” ຢູ່ເທິງໜັງສື ພິມ ແມ່ຍິງ ຫວຽດນາມ, ແຕ່ຍາມໃດ ກໍຖືກເກີນຄວາມສາມາດ ແລະ ຕ້ອງໃຊ້ເວລາ ດົນພໍສົມຄວນ ຈົດໝາຍຈຶ່ງໄດ້ໃຫ້ຄຳຕອບ.

“ເພາະສະນັ້ນ ຍັງຈະທັນຍື່ນມືໃຫ້ພວກເຂົາຈັບ?”. ທ່ານນາງ ເວິນແອງ ຫວນຄືນເຖິງ ຊ່ວງເວລາອັນສຳຄັນ ໃນການຕັດສິນ ເຂົ້າຮ່ວມ ຂະ ບວນວິວັດແຫ່ງການເປັນ “ຕົ້ນເລົາ ຮັບຟັງຄຳເວົ້າ ລົມກັນແບບ ເບົາໆ”.

ໃນຄາວນັ້ນ, ຮ່າໂນ້ຍ ຫາກໍມີໂທລະສັບຕັ້ງໂຕະ. ສູນສະເຫຼີຍ ຂໍ້ ມູນຂ່າວສານ 1080 ຫາກໍໄດ້ຮັບການສ້າງຕັ້ງ ແລະ ຕົກຢູ່ໃນສະ ພາບເກີນຄວາມສາມາດ ເປັນປະຈຳ ຍ້ອນລູກຄ້າໂທ ມາຖາມ ບໍ່ ພຽງແຕ່ແມ່ນ ຂໍ້ມູນຂ່າວສານ ທຳມະດາສາມັນເທົ່ານັ້ນ, ແຕ່ພະ ນັກງານ ຂອງ ສູນກາງໂທລະສັບ ຍັງໄດ້ຮັບທັງ ບັນດາຄຳຖາມ ທີ່ ຕອບຍາກອີກດ້ວຍ.

“ຫຼາຍຄົນໂທລະສັບມາ ພຽງເພື່ອຄອຍຖ້າ ໄດ້ຮັບຟັງສຽງເວົ້າ, ໄດ້ ຟັງຄຳໃຫ້ກຳລັງໃຈ...”, ນັ້ນແມ່ນເຫດຜົນທີ່ທ່ານ ນາງ ເວິນແອງ ຕັດສິນໃຈ ຂໍອະນຸຍາດ ສ້າງຕັ້ງ ສູນທີ່ປຶກສາດ້ານຈິດຕະພາບ ຜ່ານທາງໂທລະສັບ ແຫ່ງໜຶ່ງຂຶ້ນ.

ປີ 1997, ສູນທີ່ປຶກສາ ລິງເຕີມ ໄດ້ຮັບການສ້າງຕັ້ງ, ກາຍເປັນ ສູນທີ່ປຶກສາ ທາງໂທລະສັບ ແຫ່ງທຳອິດ ຢູ່ພາກເໜືອ ຫວຽດນາມ ຊຶ່ງເປັນຂີດໝາຍ ເລີ່ມຕົ້ນເສັ້ນທາງ ເປັນ “ຕົ້ນເລົາ ຮັບຟັງຄຳ ເວົ້າ ລົມກັນແບບເບົາໆ” ຂອງທ່ານນາງ ເວິນແອງ.



“CSAGA – ຮັກແພງທັງຄົນມີໂທດ”

ທ່ານນາງ ເວິນແອງ ຫວນຄິດຄືນຫຼັງ “ໃນໄລຍະທຳອິດ, ຕົວເອງ ມັກ ມີສະພາບຈິດໃຈ ທີ່ຫວາດຫວັ່ນສັ່ນສາຍ ແຕ່ລະເທື່ອເມື່ອ ໄດ້ ຍິນ ສຽງໂທລະສັບ ດັງຂຶ້ນ. ຍ້ອນວ່າ ບາງເທື່ອ ແມ່ນຄຳສາລະ ພາບໂທດກຳ ຫຼື ຄວາມລັບສ່ວນຕົວ ທີ່ບໍ່ສາມາດຮັບຟັງ ໄດ້ຢູ່ໃສ”.

ມີອີກຂໍ້ອ້າງໜຶ່ງ ທີ່ອະທິບາຍໃຫ້ຄວາມຢ້ານກົວ ຂອງ ທ່ານນາງ ເວິນແອງ ແມ່ນ ໃນຄາວນັ້ນ ຍັງເປັນຍິງສາວ ທີ່ໜຸ່ມນ້ອຍ, ຍັງບໍ່ ທັນມີປະສົບການ ແລະ ວິຊາຄວາມຮູ້ ກ່ຽວກັບທີ່ປຶກສາ.

ທ່ານນາງ ເວິນແອງ ໄຂຄວາມໃນໃຈອອກມາວ່າ: “ຂ້າພະເຈົ້າ ເດີນຕາມເສັ້ນທາງນີ້ ຕາມສຽງເອີ້ນຈາກຫົວໃຈ. ຍ້ອນເຫດນັ້ນ, ນອກຈາກຄວາມ ຈິງໃຈ ແລະ ເຫັນອົກເຫັນໃຈຢ່າງເລິກເຊິ່ງ ຕໍ່ລູກ ຄ້າແລ້ວ, ແຫຼ່ງຄວາມຮູ້ ແລະ ຄວາມສາມາດ ໃນການ ປຶກ ສາ ຍັງງ່າຍດາຍ”.

ສຽງເອີ້ນຈາກຫົວໃຈໜຶ່ງ ດ້ວຍຄວາມຈິງໃຈ, ເວລາໃດກໍ່ຈະໄດ້ຮັບ ຄຳຕອບດ້ວຍຫົວໃຈ ທີ່ຈິງໃຈ ເຊັ່ນກັນ. ຫຼັງຈາກນັ້ນ, ທ່ານນາງ ເວິນແອງ ໄດ້ເຕົ້າໂຮມກັນ ບັນດາຜູ້ຄົນ ທີ່ມີອຸດົມການດຽວກັນ ແລະ ມີທັດສະນະ ຕໍ່ບັນດາບັນຫາສັງຄົມ ດຽວກັນ ກັບເພິ່ນ. ເມື່ອ ປີ 2001, ສູນ CSAGA ໄດ້ຮັບການ ສ້າງຕັ້ງຂຶ້ນ ຈາກຜູ້ຄົນເຫຼົ່າ ນີ້.

CSAGA ເຄື່ອນໄຫວເໝືອນດັ່ງອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ລັດຖະ ບານ ເພື່ອການຊ່ວຍເຫຼືອ ແລະ ປົກປ້ອງສິດ ຂອງກຸ່ມ ຄົນດ້ອຍ ໂອກາດ, ເດັກນ້ອຍ ແລະ ແມ່ຍິງ ຜູ້ທີ່ໄດ້ຮັບຜົນກະທົບງ່າຍ ຍ້ອນ ຖືກລັງກຽດ ແລະ ຄວາມຮຸນແຮງ ໃນສັງຄົມ.


ທ່ານນາງ ເວິນແອງ ເຂົ້າຮ່ວມການເຄື່ອນໄຫວກັບ ບັນດາ ສະໂມສອນຂອງ ແມ່ຍິງ ທີ່ມີສະມາຊິກ
ເປັນຜູ້ຖືກ ໃຊ້ຄວາມຮຸນແຮງ. ພາບ: ເອກະສານ



ທ່ານນາງ ເວິນແອງ (ຜູ້ທີສາມຈາກຂວາ) ໃນຊົ່ວໂມງ ຝຶກອົບຮົມ ໃຫ້ແກ່ບັນດາພະນັກງານ ຂອງ CSAGA. ພາບ: ເອກະສານ


ທ່ານນາງ ເວິນແອງ ໃນຊົ່ວໂມງ ຝຶກອົບຮົມ ໃຫ້ແກ່ ບັນດາແມ່ຍິງ ຜູ້ຖືກໃຊ້ຄວາມຮຸນແຮງ. ພາບ: ເອກະສານ


ທ່ານນາງ ເວິນແອງ ເຮັດວຽກ ກັບຄູ່ຮ່ວມມືຂອງ CSAGA. ພາບ: ເອກະສານ


ທ່ານນາງ ເວິນແອງ ຕອບຄຳສຳພາດ ຕໍ່ວົງການໜັງສືພິມໃນຂອບ ເຂດ ງານສຳມະນາ ກ່ຽວກັບການປ້ອງກັນ
ແລະ ຕ້ານການຄຸກຄາມ ທາງເພດ ຕໍ່ເດັກນ້ອຍ ປີ 2017. ພາບ: ເອກະສານ

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ, ທ່ານນາງ ເວິນແດງ ແລະ ບັນດາ ຊະມາຊິກ ຂອງສູນ CSAGA ໄດ້ຮັບການຊ່ວຍເຫຼືອ ຫຼາຍຢ່າງ ຈາກ ບັນດານັກຊ່ຽວຊານ ຕ່າງປະເທດ, ຈັດຊຸດຝືກອົບຮົບ ວ່າ ດ້ວຍ ການໃຫ້ຄຳປຶກສາ.

ຈາກບັນດາຊຸດຝຶກອົບຮົມນີ້, ຕົວທ່ານນາງ ເວິນແອງ ເອງໄດ້ຜ່ອນ ຄວາມຢ້ານກົວ ໃນແຕ່ລະຄັ້ງ ເມື່ອໄດ້ ຮັບໂທລະສັບ ຂອງ ກໍລະນີ ໂທ ເຂົ້າຫາສູນ. ສຳຄັນຍິ່ງກວ່າອີກ ແມ່ນ ທ່ານນາງໄດ້ ປ່ຽນພິທີ ຊ່ວຍເຫຼືອບັນດາກຸ່ມຄົນ ດ້ອຍໂອກາດ ຕາມທິດ ທີ່ມີປະສິດທິຜົນ ແລະ ຍືນຍົງຍິ່ງຂຶ້ນ.

ນັ້ນແມ່ນການແຍກ ແຕ່ລະກຸ່ມເປົ້າໝາຍ ອອກຈາກກັນ ເພື່ອ ປະ ຕິບັດ ບັນດາແຜນການທີ່ລົງເລິກ ແນໃສ່ປະຕິບັດ ການຊ່ວຍໜູນ ໃຫ້ມີປະສິດທິຜົນ ແລະ ເຖິງຖອງ ໃຫ້ແຕ່ລະກໍລະນີ.

ທ່າແຮງຂອງ CSAGA ທຽບກັບບັນດາອົງການຈັດຕັ້ງອື່ນໆ ທີ່ມີ ຈຸດໝາຍດຽວກັນ, ນັ້ນແມ່ນເຄື່ອນໄຫວ ເປັນແຕ່ລະກຸ່ມ ແບບ ລົງເລິກ.


-ທ່ານນາງ ຫງວຽນທິເວິນແອງ ໄດ້ຈັດເຂົ້າໃນບັນຊີລາຍຊື່ ເປັນ ໜຶ່ງໃນຜູ້ຍິງ 50 ຄົນທີ່ມີອິດທິພົນສຸດ ຫວຽດນາມ ປີ 2017 ໂດຍ ວາລະສານ Forbes ຫວຽດນາມ ເປັນຜູ້ ຄັດເລືອກ.
- ປີ 2008, ທ່ານນາງ ໄດ້ Women‘s eNews ຂອງ ສ ອາເມລິກາ ຊຶ່ງເປັນກຸ່ມບໍລິສັດ ລົງຂ່າວສະເພາະ ກ່ຽວກັບ ແມ່ຍິງ ແລະ ເດັກນ້ອຍ ເພື່ອສ້າງໂລກໜຶ່ງ ແຫ່ງຄວາມມີ ຍຸຕິທຳ ຍິ່ງຂຶ້ນ, ເຊີດຊູເປັນ ໜຶ່ງໃນ ຜູ້ນຳ 21 ຄົນ ດີເດັ່ນ ທີສຸດຂອງ ສະຕະວັດທີ XXI. 
“ຂ້າພະເຈົ້າເປັນຄົນໂຊກດີ ເມື່ອມີທິມງານ ຮ່ວມງານ ທີ່ດີເລີດ. ຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອ ຈາກບັນດາບຸກຄົນ ເຖິງ ວ່າເຂົາ ເຈົ້າ ບໍ່ເຮັດວຽກທີ່ສູນ CSAGA ອີກແລ້ວ. ພວກເຂົາໄດ້ສ້າງ ບັນດາວົງຈອນ ທີ່ຮັກແພງຢ່າງຕໍ່ເນື່ອງ”. ທ່ານນາງ ເວິນແອງ ໄດ້ ກ່າວເຖິງບັນດາສະມາຊິກ ທີ່ໄດ້ ແລະ ກຳລັງເຮັດວຽກຢູ່ CSAGA ຄືແນວນັ້ນ.

ບໍ່ມີກໍລະນີຍົກເວັ້ນ, ເມື່ອປັດໄຈດ້ານວັດທະນະທຳ ແລະ ແນວຄິດ ຕາຍຕົວສັງຄົມ ເຮັດໃຫ້ທ່ານນາງ ເວິນແອງ ໄດ້ປະສົບກັບ ຫຼາຍ ບັນຫາທີ່ຫຍຸ້ງຍາກ ໃນການປ່ຽນແປງຄວາມຮັບຮູ້ ຂອງ ກະໂຕຜູ້ ຢູ່ໃນເຫດການນັ້ນ.

ໃນເວລານັ້ນ, ທ່ານນາງ ເວິນແອງ ມັກເຕືອນຕົນເອງ ຢູ່ສະເໝີວ່າ ຕ້ອງມີ ຄວາມຕິດພັນກັບຄຸນຄ່າແກນຫຼັກ ຂອງ CSAGA: “ບໍ່ ແມ່ນຄວາມດີ ເກີດຂຶ້ນ ເພື່ອທຳລາຍຄວາມຊົ່ວຮ້າຍ ຫາກແມ່ນ ຄວາມດີເກີດ ຂຶ້ນ ເພື່ອຫັນປ່ຽນຄວາມຊົ່ວຮ້າຍ”.

ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ຕາມທັດສະນະ ຂອງ ທ່ານນາງ ເວິນແອງ ມັນມີຄວາມໝາຍວ່າ ທັງຍິງ ແລະ ຊາຍ ຕ່າງ ກໍເຂົ້າໃຈ ສິດຂອງຕົນ, ຈາກນັ້ນ ພ້ອມກັນ ມີໂອກາດ ພັດທະນາ ຢ່າງເສລີພາບ ແລະ ຊ່ວຍເຫຼືອກັນ ໃນການພັດທະນາ.

ທ່ານນາງ ເວິນແອງ ກ່າວວ່າ ເມື່ອພິພາກສາ ບຸກຄົນໃດໜຶ່ງ ຕ້ອງ ອີງໃສ່ສະພາບແວດລ້ອມ ປະຫວັດສາດທາງສັງຄົມ. ຍ້ອນວ່າບັນ ດາຜູ້ຄົນເຫຼົ່ານີ້ ຕ່າງກໍເປັນ ຜະລິດຕະພັນ ຂອງ ປະຫວັດສາດ.

“ດ້ວຍເຫດນັ້ນ, ຕາມທັດສະນະຂອງຂ້າພະເຈົ້າ ນັ້ນແມ່ນ ຄວນ ຮັກແພງ ທັງຄົນມີໂທດ”, ທ່ານນາງ ເວິນແອງ ໄດ້ກ່າວເຖິງ ຄຸນຄ່າ ຂອງ CSAGA ຄືນແນວນັ້ນ. ດ້ວຍເຫັດນັ້ນ, ທ່ານນາງ ເວິນແອງ ແລະ ບັນດາ ເພື່ອນຮ່ວມງານ ຂອງຕົນ ຍັງຄົງຮັກສາ ຄຸນຄ່າແກນ ຫຼັກ ສອງຢ່າງ ໃນສາຍທາງ ເດີນຂອງ ຕົນມາໂດຍຕະຫຼອດ, ນັ້ນຄື ມີຄວາມຈິງໃຈ ແລະ ສຸມກຳລັງໃຈ ເຂົ້າວຽກງານ ໂດຍບໍ່ຫົວຊາ ເຖິງຄວາມຫຍຸ້ງຍາກ.
ບົດ: ຖາວວີ - ພາບ: ເຈິ່ນກົງດາດ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top