• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານນາງ ບ໋າທິເຈີມ-ນັກວິທະຍາສາດຍິງ ຍົກລະດັບ ຕົ້ນຢາ ຫວຽດ

ໝູນໃຊ້ເຕັກໂນໂລຊີ nano ເພື່ອປຸງແຕ່ງທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ໃນຕົ້ນຢາພື້ນເມືອງ ຫວຽດນາມ, ປະລິນຍາໂທ ບ໋າທິເຈີມ (ສະຖາບັນ ເຄມີສາດ, ສະພາມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂນຊີ ຫວຽດນາມ) ເປັນຜູ້ປະກອບສ່ວນ ຍົກລະດັບຄຸນຄ່າ ຂອງ ຕົ້ນຢາ ຫວຽດ ຈາກ ການປະດິດສ້າງອອກ ບັນດາ ຜະລິດຕະພັນ ທີ່ມີຄຸນນະພາບ ເພື່ອການເບິ່ງແຍງດູແລ ສຸຂະພາບ ໃຫ້ວົງຄະນາຍາດ. ດ້ວຍຜົນງານ ການຄົ້ນຄວ້ານີ້, ນັກວິທະຍາສາດຍິງ ໄດ້ ຮັບລາງວັນ ແມ່ຍິງປະດິດສ້າງ ປີ 2017 ໂດຍສະຫະພັນແມ່ຍິງ ຫວຽດນາມ ມອບໃຫ້. 
ຈາກເລື່ອງລາວປະດິດສ້າງ ບົນພື້ນຖານທຳມະຊາດ
ໄດ້ຮັບການບຳລຸງສ້າງ ສະເພາະຂະແໜງການຊີວະສາດ, ລົງເລິກດ້ານເຄມີຊີວະສາດ, ເພາະສະນັ້ນ ເມື່ອມາ ເຮັດວຽກ ຢູ່ສະຖາບັນເຄມີສາດ, ປະລິນຍາໂທ ບ໋າທິເຈີມ ໄດ້ ຮັບມອບໜ້າທີ່ ເປັນຜູ້ກໍ່ສ້າງຫ້ອງທົດລອງ ຄຸນປະໂຫຍດຊີວະວິທະຍາ (ປັດຈຸບັນ ແມ່ນ ຫ້ອງເຄມີຊີວະສາດໝູນໃຊ້, ສະຖາບັນເຄມີສາດ) ເພື່ອປະຕິບັດ ບັນດາ ການທົດລອງ ຄຸນປະໂຫຍດຊີວະວິທະຍາ ຂອງ ຕົ້ນຢາ

ເມື່ອສະຖາບັນເຄມີສາດ ຮ່ວມມືຄົ້ນຄວ້າ ກັບ ບໍລິສັດ ການຢາ Tibotec (ລາຊະອານາຈັກ ແບນຊິກ) ກ່ຽວກັບ ການຊອກຫາ ທາດຕ້ານເຊື້ອ, ຕ້ານໄວຣັດ ແລະ ຈຸລັງມະເຮັງ ຈາກລຸກກະຊາດ ຫວຽດນາມ. ໃນເວລາປະຕິບັດໂຄງການ, ທ່ານນາງ ບ໋າທິເຈີມ ໄດ້ທາງສະຖາບັນ ຄັດເລືອກ ແລະ ແຕ່ງຕັ້ງໄປສຶກສາ ທີ່ຫ້ອງທົດລອງ ຢູ່ລາຊະອານາຈັກ ແບນຊິກ ແລະ ກັບເມືອ ຫວຽດນາມ  ກໍ່ສ້າງ ທ້ອງທົດລອງ ກຳນົດຄຸນປະໂຫຍດ ຂອງ ຕົ້ນໄມ້ ຢູ່ ຫວຽດນາມ.

ປີ 2005, ທ່ານນາງ ບ໋າທິເຈີມ ໄດ້ແຕ່ງຕັ້ງ ໄປຍັງ ລາຊະອານາຈັກ ແບນຊິກ, ຫຼັງຈາກນັ້ນແມ່ນ ຍີ່ປຸ່ນ, ສ.ເກົາຫຼີ, ອີຕາລີ ເພື່ອການຄົ້ນຄວ້າ ກໍ່ສ້າງ ບັນດາ ການທົດລອງ ຄຸນປະໂຫຍດຊີວະວິທະຍາ, ເຕັກໂນໂລຊີ ອຸປະກອນ nano ແລະ ອື່ນໆ… ຢູ່ທີ່ນີ້, ທ່ານນາງ ໄດ້ສຳຜັດກັບ ບັນດາຫ້ອງທົດລອງ ຈັດຢູ່ອັນດັບແຖວໜ້າຂອງໂລກ ຊຶ່ງເປັນບ່ອນຮັບ ບັນດາຕົວແບບ ກ່ຽວກັບທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ຈາກທຳມະຊາດ ແລະ ຊຳ້ບໍ່ໜຳ ແມ່ນທາດເຄມີສັງລວມ ທີ່ໄດ້ສົ່ງມາຈາກ ທົ່ວທຸກມູມໂລກ.

ທ່ານນາງ ເຈີມໃຫ້ຮູ້ວ່າ: “ວຽກງານນີ້ ໄດ້ຊ່ວຍໃຫ້ ຂ້າພະເຈົ້າ ມີແຫຼ່ງຕົວເລກຂໍ້ມູນຂ່າວສານ ກ່ຽວກັບ ຜົນປະໂຫຍດ ຂອງ ບັນດາ ປະເພດ ຊາດໄມ້ ຫວຽດນາມ, ນັບທັງ ບັນດາປະເພດຕົ້ນໄມ້ ທີ່ຍັງບໍ່ທັນໄດ້ຈົດກ່າຍໄວ້ ໃນວັດຈະນານຸກົມ ສະເພາະຂະແໜງ”.


ປະລິນຍາໂທ ບ໋າທິເຈີມ (ສະຖາບັນເຄມີສາດ, ສະພາ ມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ໄດ້ຮັບລາງວັນ ແມ່ຍິງປະດິດສ້າງ.


ປະລິນຍາໂທ ບ໋າທິເຈີມ (ຜູ້ທຳອິດຈາກຂວາ) ໃນພິທີ ມອບລາງວັນ ແມ່ຍິງປະດິດສ້າງ ປີ 2017. 


ປະລິນຍາໂທ ບ໋າທິເຈີມ ທີ່ຫ້າງຮ້ານ ເຂົ້າຮ່ວມ ງານ ວາງສະແດງ ໃນພິທີມອບລາງວັນ ແມ່ຍິງປະດິດສ້າງ ປີ 2017.


ປະລິນຍາໂທ ບ໋າທິເຈີມ (ຜູ້ທີສອງຈາກຂວາ) ແນະນຳ ຜະລິດຕະພັນ ທີ່ງານວາງສະແດງ ແມ່ຍິງປະດິດສ້າງ ປີ 2018 ເນື່ອງໃນໂອກາດ
ຈັດກອງປະຊຸມ ຕາໜ່າງ ບັນດານັກວິທະຍາສາດຍິງ ອາຊີ-ປາຊີຟິກ 2018. 



 
ປະລິນຍາໂທ ບ໋າທິເຈີມ (ຜູ້ທຳອິດຈາກຂວາ) ທີ່ເຫດການ ກອງປະຊຸມ ຕາໜ່າງ ບັນດານັກວິທະຍາສາດຍິງ ອາຊີ-ປາຊີຟິກ 2018.


ໂຄງການ “ເຕັກໂນໂລຊີປຸງແຕ່ງຢາເສີມ ມີຕົ້ນກຳເນີດ ເປັນຢາຮາກໄມ້ ພາຍໃຕ້ຕົວແບບ Nano", ກິດຈະກຳ ດັ່ງກ່າວ ຫຼັງຈາກນັ້ນ ໄດ້ຮັບການໝູນໃຊ້ສຳເລັດຜົນ ແລະ ທົດລອງອາການທີ່ກວດພົບຕົວຈິງ ດ້ວຍຂະໜາດໃຫຍ່ ກັບບັນດາຜະລິດຕະພັນ Metaherb.

ຈາກການສົມທົບ ຊອກຮູ້ ບັນດາທາດທີ່ມີຄຸນປະໂຫຍດ ຕໍ່ ສິ່ງມີຊີວິດ ຂອງຢາຮາກໄມ້ ເຄີຍໄດ້ຮັບປະກາດໃຊ້,  ປຶ້ມສະເພາະຂະແໜງຢູ່ ພາຍໃນ ແລະ ຕ່າງປະເທດ, ບັນດາການຄົ້ນຄວ້າ ຂອງ ໂລກ ຕະຫຼອດຮອດ ບົດຮຽນຕ່າງໆ ແຕ່ສະໄໝຂອງປູ່ຍ່າຕາຍາຍ, ທ່ານນາງ ເຈີມ ໄດ້ຮັບຮູ້ໂດຍຊັດເຈນ ທາດໃດ ຫຼື ກຸ່ມທາດໃດ ໃນຕົ້ນໄມ້ ມີຄຸນປະໂຫຍດເປັນຫຼັກ, ພ້ອມກັບ ຈຸດສະເພາະພິເສດ ກ່ຽວກັບດ້ານເຄມີສາດ ແລະ ຟີຊິກ ເພື່ອການປຸງມັນໂດຍລະອຽດ.

ຕາມປະລິນຍາໂທ ບ໋າທິເຈີມ, ການປິ່ນປົວພະຍາດທີ່ສືບມາແຕ່ບູຮານນະການ ຂອງ ບັນດາປະເທດ ຢູ່ທາງທິດ ຕາເວັນອອກເວົ້າລວມ ໄດ້ມີ ບັນດາຕຳລາຢາພື້ນເມືອງ ລວມມີ ເຖິງ 30 ປະເພດຕົ້ນໄມ້, ໃນຂະນະນັ້ນ ມີ 4-5 ປະເພດ ມີຄຸນປະໂຫຍດອັນດຽວກັນ. ນອກຈາກ ບັນດາ ທາດ ມີຄຸນປະໂຫຍດທີ່ດີແລ້ວ ກໍໄດ້ ຄົງຕົວຢູ່ ຫຼາຍທາດ ທີ່ບໍ່ມີຄຸນປະໂຫຍດຫຍັງໝົດ. ບັນດາທາດນ້ີ ບາງເທືອ ກໍ່ເປັນສິ່ງກີດກັ້ນ ໃຫ້ແກ່ການຮັບເອົາ ທາດທີ່ມີ ຄຸນປະໂຫຍດທີ່ດີ ແລະ ອາດຈະກໍ່ຄຸນປະໂຫຍດທີ່ບໍ່ດີ ອີກດ້ວຍ.

ຕາມທ່ານນາງເຈີມ, ການນຳໃຊ້ຕົ້ນຢາຄືດັ່ງກ່າວ ບໍ່ພຽງ ແມ່ນການຟຸມເຟືອຍເທົ່ານັ້ນ ຫາກຍັງແຝງໄວ້ ຄວາມ ອັນຕະລາຍຫຼາຍຢ່າງ ຈາກບັນດາທາດສາລະພັດອື່ນໆ ທີ່ມີຢູ່ໃນຕົ້ນຢາ ຊ່ຶງ ອາດຈະກໍ່ຂຶ້ນ ຄວາມອັນຕະລາຍ ໃຫ້ແກ່ຄົນເຈັບ.

ທ່ານນາງ ເຈີມເນັ້ນໜັກວ່າ: “ເມື່ອຮູ້ຈັກ ບັນດາທາດໃດ  ມີຄຸນປະໂຫຍດດຽວກັນ ໃນຝອຍຢາພື້ນເມືອງໜຶ່ງ, ຂ້າພະເຈົ້າໄດ້ ເອົາທາດສ່ວນໜຶ່ງ ໃນຝອຍຢາພື້ນເມືອງ ອອກ ດ້ວຍການ ເຮັດໃຫ້ອຸດົມສົມບູນທາດນັ້ນ ຢູ່ວັດຖຸດິບ ແລະ ແຍກມັນອອກຈາກວັດຖຸດິບ ແລ້ວ ປຸງແຕ່ງມັນ ຄົງຕົວ ພາຍໃຕ້ຮູບແບບຮັບເອົາງ່າຍ, ນຳໃຊ້ງ່າຍ ແລະ ຮັກສາງ່າຍທີສຸດ”.

ກ່ຽວກັບກົດເກນ ປ່ຽນແປງກ້າວໜ້າທຳມະຊາດ, ໃນພາກ ທິດສະດີ ກໍຄື ບັນດາຜົນການຄົ້ນຄວ້າຕົວຈິງ ໄດ້ສະແດງໃຫ້ເຫັນວ່າ ບໍ່ມີທາດ ທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ສັງລວມໂດຍຄົນມະນຸດປະດິດອອກໃດ ມີລັກສະນະ ສົມບູນແບບ ເທົ່າກັບທຳມະຊາດ. ດ້ວຍເຫດນັ້ນ, ທ່າອຽງ ການປິ່ນປົວ ພະຍາດຂອງໂລກ ໃນປັດຈຸບັນ ແມ່ນ ກັບຄືນສູ່ການປິ່ນປົວ ແບບທຳມະຊາດ.

ຕາມທັດສະນະຂອງນັກວິທະຍາສາດ ບ໋າທິເຈີມ, ນີ້ຈະເປັນ ກາລະໂອກາດທີ່ດີ ເພື່ອການພັດທະນາ ຂອງ ຂະແໜງ ວິຊາການແພດພື້ນເມືອງ. ສິ່ງທີ່ສຳຄັນແມ່ນຕ້ອງ ຊອກຫາ ວິທີການປຸງແຕ່ງໃໝ່ ເພື່ອສາມາດ ຈຳກັດ ໄດ້ຫຼາຍສຸດ ບັນດາຈຸດອ່ອນ ໃນຕຳລາຢາພື້ນເມືອງ, ຈາກນັ້ນ ຍົກສູງປະສິດທິຜົນ ໃນການກັນ ແລະ ຊ່ວຍ ປິ່ນປົວພະຍາດ.

ຕາມທ່ານນາງ ເຈີມ, ໃນຂະບວນວິວັດແຫ່ງການ ປ່ຽນແປງກ້າວໜ້າ, ຮ່າງກາຍຄົນ ຈະເກີດອອກ ບັນດາ enzym ທີ່ແທດເໝາະ ແລະ ຍ່ອຍ, ຮັບເອົາ ໄດ້ບັນດາ ທາດມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ຄົງຕົວຢູ່ແລ້ວ ໃນທຳມະຊາດ ແລະ ບໍ່ຄ່ອຍເປັນແພ້. ດ້ວຍເຫດນັ້ນ ການນຳໃຊ້ ບັນດາທາດປະສົມໃນທຳມະຊາດ ຈະເໝາະສົມກວ່າ ການນຳໃຊ້ ບັນດາທາດປະສົມ ຈາກບັນດາທາດເຄມີສັງລວມ.

ດ້ວຍເຫດນັ້ນ, ຕາມທັດສະນະຂອງທ່ານນາງ ເຈີມແມ່ນ “ໃຫ້ການປະດິດຄິດສ້າງ ບົນພື້ນຖານທຳມະຊາດ ຫາກ ບໍ່ແມ່ນ ປະດິດຄິດສ້າງອອກທຳມະຊາດ”.

ແລະ ນັ້ນກໍເປັນເຫດຜົນທີ່ທ່ານນາງ ບ໋າທິເຈີມ ໄດ້ມີຄວາມ ສຸມຈິດສຸມໃຈ ກັບຕົ້ນຢາ ຂອງ ຫວຽດນາມ.

ເຖິງການກໍ່ສ້າງ ຫຼັກຕຳລາປຸງແຕ່ງ ຢາຮາກໄມ້ພື້ນເມືອງ ສະບັບໃໝ່
ຈາກທ່າດີ “ແຫຼ່ງຕົວເລກທີ່ມີກ່ຽວກັບບັນດາທາດທີ່ມີຄຸນປະໂຫຍຕໍ່ສິ່ງມີຊີວິດຢາຮາກໄມ້”, ໃນເວລາເຂົ້າຮ່ວມ ງານ ສຳມະນາ, ການສຳຜັດກັບບັນດານັກຊ່ຽວຊານ ຕ່າງປະເທດ ຄັ້ງຕ່າງໆ, ປະລິນຍາໂທ ບ໋າທິເຈີມ ມີໂອກາດໄດ້ສຳຜັດກັບ ທ່າອຽງຄົ້ນຄວ້າຂອງໂລກ, ນັ້ນແມ່ນອຸປະກອນ nano.

ໂດຍເຫັນໄດ້ ນີ້ແມ່ນເຕັກໂນໂລຊີປຸງແຕ່ງ ຊຶ່ງສາມາດ ຈຳກັດ ໄດ້ບັນດາຈຸດອ່ອນ ຂອງ ຢາຮາກໄມ້ພື້ນເມືອງ, ທ່ານນາງ ເຈີມ ໄດ້ເລີ່ມລົງມືປະຕິບັດໂຄງການທຳອິດ ຂອງຕົນທີ່ໃສ່ຊື່: “ເຕັກໂນໂລຊີ ປຸງແຕ່ງຢາເສີມ ມີຕົ້ນກຳເນີດ ຈາກຢາຮາກໄມ້ ຕົວແບບ Nano".

ອະທິບາຍກ່ຽວກັບກົນໄກ ຂອງ ເຕັກໂນໂລຊີນີ້ ທ່ານນາງ ເຈີມໃຫ້ຮູ້ວ່າ, ດ້ວຍເຕັກໂນໂລຊີ ລອກແບບຊີວະວິທະຍາ, ບັນດາທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ໄດ້ນຳໄປສູ່ ຕົວແບບນ້ອຍ ຂະໜາດ nano ແມັດ. ຢູ່ຂະໜາດນີ້, ເມື່ອໄດ້ນຳເຂົ້າຮ່າງກາຍ, ມັນຈະຮັບເອົາໄດ້ຫຼາຍສຸດ ແລະ ຄ່ອຍໆ ຊືມເຂົ້າເລືອດ, ຊ່ວຍເພີ່ມຄຸນປະໂຫຍດ ຂອງທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດນີ້ ເມື່ອເຂົ້າ ຮ່າງກາຍ.

ທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ເມື່ອໄດ້ແຍກອອກ ຈາກ ວັດຖຸຜະລິດຢາ ທີ່ຍັງບໍ່ທັນ ຜ່ານການປຸງແຕ່ງ ຈະໄດ້ຜ່ານໄລຍະ ຂຶ້ນເຊື້ອ ເພື່ອເຮັດໃຫ້ ເພີ່ມຂຶ້ນ ຫຼື ກາຍເປັນທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດ ສະບັບໃໝ່, ຫຼັງຈາກນັ້ນ ຈຶ່ງໄດ້ ເຮັດໃຫ້ ມັນກາຍເປັນ nano. ດ້ວຍວິທີດັ່ງກ່າວ, ທ່ານນາງ ເຈີມ ໄດ້ຄັດເລືອກ,  ກະທົບໃສ່ ເຮັດໃຫ້ການເຄື່ອນໄຫວ ດ້ານຄຸນລັກສະນະ ປິ່ນປົວພະຍາດຂອງຕົ້ນຢາໄດ້ສູງສຸດ. ຕາມທ່ານນາງ ເຈີມ, ເຕັກໂນໂລຊີ ປຸງແຕ່ງດັ່ງກ່າວ ສາມາດຍົກ ບັນດາ ປະເພດ ຢາພື້ນເມືອງ ແຜນຕາເວັນອອກ ຂຶ້ນສູ່ ລະດັບ ສູງໃໝ່, ມີປະສິດທິຜົນ ຍິ່ງຂຶ້ນ, ພ້ອມດຽວກັນນັ້ນ ກໍປະຢັດ ວັດຖຸຜະລິດຢາຢ່າງຫຼວງຫຼາຍ ທັງງ່າຍໃນການ ຮັກສາ, ຂົນສົ່ງ ແລະ ນຳໃຊ້.


ທ່ານນາງ ບ໋າທິເຈີມ ໄດ້ໄປເຖິງບັນດາທ້ອງຖິ່ນ ປູກ ປະເພດຢາຮາກໄມ້ ທີ່ຕົວເອງຕ້ອງການ ເພື່ອຄວບຄຸມ ການເກັບກ່ຽວ, ປຸງແຕ່ງຂັ້ນຕົ້ນ, ຮັບປະກັນ
ໃຫ້ ຢາຮາກໄມ້ ບໍ່ຖືກເປື້ອນ, ຕົກໂໝກ ແລະ ເຮັດໃຫ້ທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດຖືກຫຼຸກລົງ.



ຕົ້ນກຳເນີດ ຂອງ ຢາຮາກໄມ້ ກໍໄດ້ທ່ານນາງ ເຈີມ ເອົາໃຈໃສ່ເປັນພິເສດ ເມື່ອເລືອກເຟັ້ນນຳໃຊ້. 


ປະລິນຍາໂທ ບ໋າທິເຈີມ ທີ່ໂຮງຜະລິດ ຜະລິດຕະພັນ ຫົວຜັກທຽມດຳ...


... ຊຶ່ງເປັນປະເພດຢາເພຊະພັນ ສັງກັດ ກຸ່ມຜະລິດຕະພັນ ຍົກສູງດ້ານສຸຂະພາບສັງລວມ (ລະບົບກຳລັງຄຸ້ມກັນ  ພະຍາດ).  


ຕາມທ່ານນາງ ບ໋າທິເຈີມ, ເຕັກໂນໂລຊີປຸງແຕ່ງນີ້ ສາມາດຍົກສູງ ບັນດາປະເພດຢາພື້ນເມືອງ ແຜນ ຕາເວັນອອກຂຶ້ນສູ່ລະດັບສູງໃໝ່, ມີປະສິດທິຜົນຍິ່ງຂຶ້ນ, ພ້ອມດຽວກັນນັ້ນກໍປະຢັດວັດຖຸຜະລິດຢາ ແລະ ຂັ້ນຕອນ ຮັກສາວັດຖຸຜະລິດຢາອີກດ້ວຍ.

ດ້ວຍເຫດນັ້ນ, ບັນດາຜະລິດຕະພັນ ຂອງທ່ານນາງ ເຈີມ ໄດ້ນຳມາເຊິ່ງປະສິດທິຜົນຢ່າງເຫັນໄດ້ຊັດ ພຽງຫຼັງຈາກຊ່ວງເວລານຳໃຊ້ບໍ່ດົນ, ຢືນຢັນ ໄດ້ບັນດາຄຸນຄ່າ ຂອງ ຢາຮາກໄມ້ ຫວຽດນາມ.

ຕົ້ນກຳເນີດຂອງຢາຮາກໄມ້ ກໍໄດ້ທ່ານນາງ ເຈີມ ເອົາໃຈໃສ່ເປັນພິເສດ ເມື່ອເລືອກເຟັ້ນນຳໃຊ້. ທ່ານນາງ ເຈີມ ໄດ້ຊອກໄປເຖິງ ບັນດາທ້ອງຖິ່ນປູກ ຢາຮາກໄມ້ທີ່ຕົວເອງຕ້ອງການ ເພື່ອ ຄວບຄຸມການເກັບກ່ຽວ, ປຸງແຕ່ງຂັ້ນຕົ້ນ ຮັບປະກັນໃຫ້ຢາຮາກໄມ້ບໍ່ຖືກເປື້ອນ, ຕົກໂໝກ ເຮັດໃຫ້ທາດທີ່ມີຄຸນປະໂຫຍດຕໍ່ສິ່ງມີຊີວິດຖືກຫຼຸກລົງ.
ປັດຈຸບັນ, ທ່ານນາງ ປະລິນຍາໂທ ບ໋າທິເຈີມ ໄດ້ ປະດິດສ້າງ 20 ຜະລິດຕະພັນ ເບິ່ງແຍງດູແລສຸຂະພາບ, ໃນນັ້ນມີ 7 ຜະລິດຕະພັນ ໄດ້ ແລະ ກຳລັງມອບສົ່ງ ໃຫ້ແກ່ວິສາຫະກິດ. 

ກໍຕາມທ່ານນາງ ເຈີມ, ຄວາມສາມາດບົ່ມຊ້ອນ ຂອງຢາຮາກໄມ້ ແມ່ນມີຢູ່ແລ້ວ ໃນແຫຼ່ງອາຫານການກິນ ປະຈຳວັນຂອງ ຄົນ ຫວຽດນາມ, ຊຳ້ບໍ່ໜຳທັງມີຢູ່ ໃນ ບັນດາຜະລິດຕະພັນອາຫານສຳຮອງ ເຊັ່ນ ເປືອກ ໝາກຖົ່ວຂຽວ, ເງື່ອນໝາກຖົ່ວເຫຼືອງ, ເງື່ອນໝາກງາດຳ ພາຍຫຼັງ ໝາກຖືກບີບເອົານຳ້ມັນ..., ເປືອກຫົວຜັກບົ່ວ ໄດ້ທ່ານນາງ ປຸງແຕ່ງໂດຍລະອຽດ ເປັນຢາເມັດ ແກ້ພະຍາດ ຂໍ້ກະດູກ (gout), ເມັດຜັກທຽມດຳ ທີ່ດີ ຕໍ່ພະຍາດຫົວໃຈຊີບພະກອນ.

ຜະລິດຕະພັນເບິ່ງແຍງດູແລສຸຂະພາບ ຂອງ ປະລິນຍາໂທ ບ໋າທິເຈີມ ລວມມີ 3 ກຸ່ມ:

ທີໜຶ່ງ, ແມ່ນກຸ່ມຜະລິດຕະພັນ ເພີ່ມທະວີກຳລັງສຸຂະພາບສັງລວມ (ລະບົບຄຸ້ມກັນ ພະຍາດ) ດ້ວຍທັດສະນະ ກຳລັງຄຸ້ມກັນພະຍາດ ເປັນກົນໄກທຳມະຊາດທີສຸດ ຊຶ່ງຊ່ວຍໃຫ້ຄົນມະນຸດມີກຳລັງພູມຕ້ານທານຕໍ່ພະຍາດ. ດ້ວຍເຫດນັ້ນ, ໃນການເບິ່ງແຍງດູແລສຸຂະພາບ, ກ່ອນອື່ນໝົດ ແມ່ນຍົກສູງລະບົບກຳລັງຄຸມກັນພະຍາດ. ໃນກຸ່ມຜະລິດຕະພັນນີ້, ພົ້ນເດັ່ນທີສຸດ ແມ່ນ ຜະລິດຕະພັນ nanocurcumin ແລະ ຫົວຜັກທຽມດຳ. ຫຼັງຈາກ ຍົກສູງ ລະບົບກຳລັງຄຸ້ມກັນພະຍາດ ປະສົມປະສານ ກັບ ການຊ່ວຍປິ່ນປົວແບບລົງເລິກ, ຄວາມສາມາດຊ່ວຍປິ່ນປົວພະຍາດ ຈະບັນລຸປະສິດທິຜົນ ຫຼາຍຍິ່ງຂຶ້ນ.

ດ້ວຍເຫດນັ້ນ, ໃນກຸ່ມຜະລິດຕະພັນທີສອງ, ທ່ານນາງ ເຈີມ ໄດ້ສຸມໃສ່ ໃນບັນດາຜະລິດຕະພັນ ຊ່ວຍປິ່ນປົວແບບລົງເລິກ ຊຶ່ງກ່ຽວພັນເຖິງບັນດາພະຍາດຜັນປ່ຽນ ໃນຮ່າງກາຍ ທີ່ມັກກຳເນີດຂຶ້ນ ໃນຊີວິດຍຸກໃໝ່ເຊັ່ນ: ຜັນປ່ຽນ lipit, ເບົ່າຫວານ, ພະຍາດກ່ຽວກັບ ຫົວຂໍ້ກະດູກ, ຫົວໃຈ...

ແລະ ກຸ່ມຜະລິດຕະພັນທີສາມ ນັ້ນແມ່ນຊ່ວຍປິ່ນປົວ ແລະ ຍົກສູງສຸຂະພາບທາງເພດ ກັບບັນດາຜະລິດຕະພັນ ໜໍ່ໝາກຖົ່ວເຫຼືອງ ຊ່ຶງຊ່ວຍ ແອນເດີຣິນຍິງສົມດູນ, ບຳລຸງໄຕ...

ດ້ວຍສອງຜະລິດຕະພັນນຳ້ຫົວໜໍ່ໝາກຖົ່ວເຫຼືອງ ແລະ ເມັດຢາແກ້ພະຍາດເບົ່າຫວານ (ຈາກຕົ້ນ Gymnema sylvestre, ສະເອມ, Dioscorea opposita, ຫົວຜັກທຽມດຳ ໄດ້ຜະລິດດ້ວຍເຕັກໂນໂລຊີຂຶ້ນເຊື້ອ ແລະ ຖືກປຸງແຕ່ງພາຍໃຕ້ຕົວແບບ nano), ທ່່ານນາງ ບ໋າທິເຈີມ ໄດ້ຮັບລາງວັນ ແມ່ຍິງ ປະດິດສ້າງ ປີ 2017 ໂດຍສະຫະພັນແມ່ຍິງ ຫວຽດນາມ ເປັນຜູ້ມອບ.

ສາງຢາເພຊະພັນ ຂອງ ຫວຽດນາມ ແມ່ນລຳ້ຄ່າ ເປັນຢ່າງຍິ່ງ ແລະ ມີຄຸນຄ່າບົ່ມຊ້ອນຫຼາຍຢ່າງ ທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນເທ່ືອ. ດ້ວຍເຫດນັ້ນ, ຄວາມມຸ່ງຫວັງ ຂອງນັກວິທະຍາສາດຍິງ ນັ້ນ ບໍ່ພຽງແຕ່ ແມ່ນຍົກລະດັບ ຄຸນຄ່າຂອງຕົ້ນຢາຫວຽດເທົ່ານັ້ນ ຫາກຍັງປະກອບສ່ວນ ຫຼຸດລົງອັດຕາສ່ວນນຳເຂົ້າຢາຈາກຕ່າງປະເທດ, ຊ່ວຍໃຫ້ ປະຊາຊົນ ຫວຽດນາມໄດ້ຮັບຜົນປະໂຫຍດ ກ່ຽວກັບ ດ້ານຄຸນນະພາບ ກໍຄືລາຄາຂອງຢາອີກດ້ວຍ.
ບົດ: ຖາວວີ - ພາບ: ຫວຽດເກື່ອງ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top