• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ທ່ານນາງ AnneSophie ແລະ ຄວາມຮັກທີ່ມີຕໍ່ ຮ່າໂນ້ຍ

ທ່ານນາງ AnneSophie ເປັນນັກບໍາບັດ ການປາກເວົ້າພາ ສາ ຊາວ ຝຣັ່ງ, ມີຄວາມສະໜິດຕິດພັນກັບ ຮ່າໂນ້ຍ ເປັນເວ ລາຫຼາຍປີ ແລະ ສ້າງຄອບຄົວຢູ່ທີ່ນີ້.  ນອກຈາກນັ້ນ, ທ່ານນາງ AnneSophie ຍັງມີຄວາມຫຼົງໄຫຼ ກັບດົນດີ ແລະ ເປັນສະມາຊິກ ຂອງ ວົງດົນຕີ ປະສານສຽງ Ha Noi Voices ພ້ອມກັບ ເພື່ອນມິດສາກົນ ແຜ່ກະຈາຍຄວາມຮັກ ທີ່ມີຕໍ່ ຫວຽດນາມ ສູ່ສາທາລະນະ. 
ທ່ານນາງ AnneSophie ໄດ້ຮຽນສະເພາະຂະແໜງການ ບໍາ ບັດການປາກເວົ້າ ພາສາ ທີ່ສະຖາປັນວິທະຍາສາດ ແລະ ເຕັກ ນິກຟື້ນຟູ ສຸຂະພາບ ການເຄື່ອນເໜັງ ຂຶ້ນກັບມະຫາວິທະຍາ ໄລ Lyon 1 ຂອງ ຝຣັ່ງ. ເພິ່ນຂຽນບົດຈົບຊັ້ນທີ່ມະຫາວິທະ
ຍາໄລ Montreal (ການາດາ) ແລະ ເຄີຍເຮັດວຽກຢູ່ Geneva, ສະວິດ ກ່ຽວກັບ ການເບິ່ງແຍງດູແລ ເດັກພິການ ດ້ານ ພັດທະນາປະສາດ ມາເປັນເວລາ 10 ປີ. 

ທ່ານນາງ AnneSophie ມາ ຮ່າໂນ້ຍ ເທື່ອທຳອິດເມື່ອປີ 2005 ເພື່ອ ທຳວຽກງານ ການປາກເວົ້າ ພາສາຢູ່ Hanoi Family Practice. ເວລາເຮັດວຽກ 2 ປີ ຢູ່ ຮ່າໂນ້ຍ ໄດ້ນຳ ສິ່ງທີ່ລະລຶກຫຼາຍຢ່າງ ມາໃຫ້ແກ່ ທ່ານນາງ AnneSophie, ພິເສດ ເພິ່ນໄດ້ສ້າງຄອບຄົວ ກັບ ນັກແກະສະຫຼັກ ເຈິ່ນຈ້ອງລິງ. ທ່ານນາງ ແລະ ສາມີ ລ້ວນແຕ່ ມີຄວາມຫຼົງໄຫຼ ກັບ ສິລະປະ ແລະ ດົນຕີ. ຄອບຄົວທ່ານນາງ AnneSophie ເປັນຂົວເຊື່ອມຕໍ່ວັດທະນະທຳ ຝຣັ່ງ ແລະ ຫວຽດນາມ. ທ່ານ ເຈິ່ນຈ້ອງລິງ ເຄີຍຈັດຕັ້ງງານວາງສະແດງ ຮູບແກະສະຫຼັກ ຫຼາຍຄັ້ງ ຢູ່ ຝຣັ່ງ ແລະ ເອີຣົບ ຢ່າງສຳເລັດຜົນ. 

ແຕ່ປີ 2007, ທ່ານນາງ AnneSophie ແລະ ສາມີ ໄດ້ເດີນ ທາງໄປ-ມາ ລະຫວ່າງ ຫວຽດນາມ ແລະ ຝຣັ່ງ ຫຼາຍຄັ້ງ ເພື່ອພ້ອມກັນປະຕິບັດ ວຽກງານຂອງຕົນ. ປີ 2019, ທ່ານນາງ Anne Sophie ໄດ້ປະຕິເສດ ຂໍ້ສະເໜີ ໃຫ້ເຮັດວຽກ ທີ່ໜ້າສົນໃຈຢູ່ ຝຣັ່ງ ຫຼາຍດ້ານ ເພື່ອກັບມາຕັ້ງຖິ່ນຖານ ຢູ່ ຮ່າໂນ້ຍ. ເພິ່ນຢາກນຳໃຊ້ປະສົບການ ຂອງ ນັກບຳບັດ ການປາກເວົ້າ ພາສາ ເພື່ອພັດທະນາຂົງເຂດ ທ່ີຍັງໃໝ່ອ່ຽມນີ້ ຢູ່ ຫວຽດນາມ. 


ເລືອກ​ເອົາ​ ຫວຽດນາມ​ ເປັນ​ສະຖານ​ທີ່​ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໄລຍະ​ຍາວ, ທ່ານນາງ Anne Sophie ​ຄື​ຄົນ​ ຫວຽດນາມ, 
ເພິ່ນຮັກ​ທຳ​ມະ​ຊາດ ແລະ ຜູ້ຄົນ ຫວຽດນາມ. ພາບ: ມິງເຕີມ


ທ່ານນາງ Anne Sophie ເປັນນັກບໍາບັດ ການປາກເວົ້າພາສາ ທີ່ເຄີຍປິ່ນປົວ ໃຫ້ເດັກພິການ ຫຼາຍຄົນຢູ່ ຫວຽດນາມ ສາມາດ ເຊື່ອມໂຍງ ເຂົ້າກັບສັງຄົມ. ພາບ: ມິງເຕີມ


ທ່ານນາງ Anne Sophie ແບ່ງປັນບົດຮຽນ ກ່ຽວກັບ ຂົງເຂດດູ ແລ, ຟື້ນຟູຄວາມສາມາດ ການປາກເວົ້າພາສາ ໃຫ້ແກ່ເດັກນ້ອຍ. ພາບ: ມິງເຕີມ


ຊີວິດ​ປະຈຳ​ວັນ​ຂອງທ່ານນາງ Anne Sophie ​ແລະ ບັນດາ​ເພື່ອນ​ມິດສາ​ກົນ​ຮຽນ​ຮູ້​ວັດທະນະທຳ ​ແລະ ສິລະ​ປະ​ ຫວຽດນາມ. ພາບ: ມິງເຕີມ


ທ່ານນາງ  Anne Sophie ແລະ ລູກສາວສອງຄົນຂອງເພິ່ນແບ່ງປັນຄວາມຮັກຂອງດົນຕີ ແລະ ສິລະປະ. ພາບ: ມິງເຕີມ
ປະຈຸ​ບັນ, ຄອບຄົວທ່ານນາງ Anne Sophie ພວມ​ດຳລົງ​ຊີວິດ​ຢ່າງ​ເຕັມທີ່​ຢູ່​ຮ່າ​ໂນ້ຍ. ພາບ: ມິງເຕີມ

ຫຼັງຈາກກັບມາ ຮ່າໂນ້ຍ, ທ່ານນາງ AnneSophie ໄດ້ຕິດຕໍ່ຫາສູນປຶກສາ ແລະ ປິ່ນປົວສຸຂະພາບຫຼາຍແຫ່ງຢູ່ ຮ່່າໂນ້ຍ ເພື່ອເປີດຊຸດຝຶກອົບຮົມ ແລະ ເປັນທີີ່ປຶກສາໃຫ້ແກ່ ບັນດາ ນັກບຳບັດ ການປາກເວົ້າພາສາ ຄົນ ຫວຽດ. ທ່ານນາງ AnneSophie ໄດ້ເປີດຫ້ອງບຳບັດ ການປາກເວົ້າ ພາສາ ເອກະລາດ ຢູ່ຂ້າງໂຮງຮຽນ ພາສາ ຝຣັ່ງ ເພື່ອຕອບສະໜອງ ໃຫ້ແກ່ຄວາມຕ້ອງການ ຂອງປະຊາຄົມຊາວ ຝຣັ່ງ ທີ່ພວມ ອາໄສ ແລະ ເຮັດວຽກຢູ່ ຫວຽດນາມ. ພ້ອມກັນນັ້ນ ເພິ່ນຍັງ ເປັນຜູ້ຊ່ຽວຊານ, ເປັນທີ່ປຶກສາໃຫ້ແກ່ ສູນກາງ ຟື້ນຟູ ສຸຂະພາບ ການເຄື່ອນເໜັງ ຝຸກເຕ້ວ, ຮ່າໂນ້ຍ. 

ເຄີຍເປັນຊ່ຽວຊານ ປິ່ນປົວສຸຂະພາບ ຢູ່ສູນກາງບຳບັດ ການສຶກສາ ແລະ ຄວາມຮັບຮູ້ Geneva, (ສະວິດ), ເປັນ ຊ່ຽວຊານ ບໍາບັດການປາກເວົ້າ ພາສາເອກະລາດ ຢູ່ Saint Genis Pouilly, (ຝຣັ່ງ), ທ່ານນາງ AnneSophie ໄດ້ນຳໃຊ້ ປະສົບການຂອງຕົນ ເຂົ້າຮ່ວມໃນການບຳລຸງສ້າງ ນັກສຶກສາ ຫວຽດນາມ ໃນໂຄງການ “ພັດທະນາ ແລະ ປະຕິບັດ ໃບຢັ້ງຢືນມະຫາວິທະຍາໄລ ໃນການຕິລາຄາ ແລະ ປິ່ນປົວ ດ້ານຈິດຕະສາດ ໃຫ້ແກ່ເດັກພິການ ໃນເວລາຮຽນຢູ່ໂຮງຮຽນ” ລະຫວ່າງ ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສະທຳ ນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ ສາສະໜາ ກາໂຕລິກ Louvain, ມະຫາວິທະຍາໄລ Liège (ແບນຊິກ). 


ເພິ່ນສະແດງຄວາມສາມາດ ຂອງຕົນ ແລະ ເຕັມໄປດ້ວຍ ຄວາມຮູ້ສຶກ ບົນເວທີສະແດງ. ພາບ: ມິງເຕີມ


ທ່ານນາງ Anne Sophie ຄືນັກສະແດງອາຊີບ ຄົນໜຶ່ງ ພ້ອມ ກັບເພື່ອນຮ່ວມງານ ໃນບົດລະຄອນ “ຜູ້ຄົນທີ່ລຳບາກ ຍາກເຂັນ” ທີ່ສ້າງຊື່ສຽງໂດງດັງຢູ່ ຫວຽດນາມ. ພາບ: ມິງເຕີມ


ທ່ານນາງ Anne Sophie ຝຶກຫຼິ້ນດົນຕີ ພ້ອມກັບ ບັນດາສະ ມາຊິກ ຂອງວົງດົນຕີ ປະສານສຽງ ສຽງ Ha Noi Voices. ພາບ: ມິງເຕີມ

ບໍ່ພຽງແຕ່ເປັນທ່ານໝໍ ຟື້ນຟູສຸຂະພາບ ທີ່ເກັ່ງເທ່ົານັ້ນ, ທ່ານ ນາງ AnneSophie ຍັງເປັນຜູ້ມີພອນສະຫວັນ ກ່ຽວກັບພາສາ ແລະ ດົນຕີ, ເພິ່ນສາມາດນຳໃຊ້ 5 ພະສາ ຢ່າງຊຳນານຄື: ອັງ ກິດ, ເຢຍລະມັນ, ອີຕາລີ, ແອັດສະປາຍ, ຝຣັ່ງ ແລະ ພະຍາ ຍາມ ຮຽນພາສາ ຫວຽດ ເພື່ອສາມາດເວົ້າ ແລະ ຂຽນ ໄດ້ຄືຄົນ ຫວຽດ. ທ່ານນາງ AnneSophie ສາມາດທັງ ຮ້ອງເພງທັງດີດ ກີຕ້າ. ເພິ່ນເປັນສະມາຊິກ ຂອງວົງດົນຕີ ປະສານສຽງ Ha Noi Voices ເຄີຍເຂົ້າຮ່ວມໃນການສະແດງບົດລະຄອນ “ຜູ້ຄົນ ທີ່ລຳບາກຍາກເຂັນ” ເທິງເວທີສະແດງ ໂຮງມະໂຫລະສົບ ຮ່າໂນ້ຍ. ສຳລັບເພິ່ນ, ດົນຕີ ແລະ ສິລະປະ ກໍ່ຄືພາກສ່ວນໜຶ່ງ ໃນຊີວິດການເປັນຢູ່ ຂອງຄອບຄົວ ໄດ້ເຮັດໃຫ້ເພິ່ນມີ ຄວາມຮັກຕໍ່ ຮ່າໂນ້ຍ ຍິ່ງຂຶ້ນ, ເພິ່ນພ້ອມກັບ ເພື່ອນມິດສາກົນ ແຜ່ກະຈາຍຄວາມຮັກທີ່ມີຕໍ່ປະເທດຊາດ, ຜູ້ຄົນ ຫວຽດນາມ ອອກສູ່ທົ່ວໂລກ. 

ເຖິງວ່າ ຈະເຮັດຫຼາຍວຽກ ໃນເວລາດຽວກັນ, ນັບແຕ່ທ່ານໝໍ ບຳບັດພາສາ, ຄູສອນ ພາສາ ຝຣັ່ງ ຫຼື ຫຼິ້ນດົນຕີທີີ່ Ha Noi Voices ກໍ່ຕາມ, ຍາມໃດທ່ານນາງ AnneSophie ກໍ່ເຮັດວຽກ ແບບສຸດຄວາມສາມາດຂອງຕົນ ເພື່ອຊ່ວຍເຫຼືອຜູ້ອື່ນ ໃຫ້ໄດ້ ຫຼາຍທ່ີສຸດ. ເພິ່ນຢູ່ແບບລຽບງ່າຍ ຄືຊາວ ຮ່າໂນ້ຍ ຄົນໜຶ່ງ, ເພິ່ນມັກດອກໄມ້, ມັກຖະໜົນຫົນທາງຫຼາຍສາຍຢູ່ ຮ່່າໂນ້ຍ, ຮັກເດັກນ້ອຍ ຫວຽດນາມ ຄືລູກຂອງຕົນ ແລະ ເພິ່ນຢາກ ສະ ແດງຄວາມຮັກດັ່ງກ່າວ ອອກມາຕາມແບບງ່າຍດາຍທີ່ສຸດ, ນັ້ນແມ່ນເຮັດແນວໃດທີ່ຈະສາມາດປິ່ນປົວໃຫ້ເດັກພິການ ຫຼາຍຄົນຢູ່ ຫວຽດນາມ ສາມາດເຊື່ອມໂຍງເຂົ້າກັບສັງຄົມໄດ້.
ບົດ: ບິກເວີນ - ພາບ: ຫງວຽນລວນ - ແປໂດຍ: ຢືຟຽນ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top