• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານ ກາວຊຽວລຶກ ແລະ ຜະລິດຕະພັນເຂົ້າຈີ່ “ໜຶ່ງບໍ່ມີສອງ” ຢູ່ ຫວຽດນາມ

ຈາກສານ ທ່ີວ່າ “ກອບກູ້ ຜົນຜະລິດ ກະສິກຳ” ຍ້ອນການສົ່ງອອກ ຖືກຢຸດສະງັກ ໃນໄລຍະທົ່ວໂລກ ຮັບມືກັບການລະບາດ ໂຄວິດ-19, ທ່ານ ກາວຊຽວລຶກ-ເຈົ້າຂອງ ຂອງເຄື່ອງໝາຍການຄ້າ Frat Food ABC Bakery ໄດ້ທໍາການປຸງແຕ່ງປະເພດເຂົ້າຈີ່ ແທງລອງ (ໝາກ ມັງກອນ). ຈາກປະເພດເຂົ້າຈີ່ດັ່ງກ່າວ, ນັບຕັ້ງ ແຕ່ ເລີ່ມການລະບາດ ໂຄວິດ-19 ມາເຖິງປະຈຸບັນ, ລາຍຮັບ ຢູ່ບັນດາຮ້ານຄ້າ ຂອງ ABC Bakery ບໍ່ລົດລົງ, ແຕ່ຍັງມີສັນຍານ ຂະຫຍາຍຕົວອີກດ້ວຍ.
ທ່ານ ລຶກ ຮູ້ຈັກກັບ ອາຊີບເຮັດເຂົ້າຈີ່ ແລະ ສ້າງເຄື່ອງໝາຍການຄ້າ ABC Bakery ໂດຍຄວາມບັງເອີນ. ໃນເບື້ອງຕົ້ນຂອງ ການດຳເນີນ ເຮັດທຸລະກິດ, ເພິ່ນໄປຂາຍເຂົ້າສານ, ຂາຍແປ້ງເຂົ້າຈີ່ ແລ້ວຈຶ່ງເຮັດເຂົ້າຈີ່. ຄືວິສາຫະກິດຕ່າງໆ ຢູ່ ຫວຽດນາມ, ເພິ່ນໄດ້ລົງທຶນ ຊື້ເຄື່ອງຈັກທີ່ທັນສະໄໝ ເພື່ອຮັບໃຊ້ ໃຫ້ແກ່ການຜະລິດເຂົ້າຈີ່ ແລະ ຈ້າງຊ່າງຜະລິດ ເຂົ້າຈີ່ ຜູ້ທີ່ມີປະສົບການ ແຕ່ອາຍຸສູງ ມາເຮັດວຽກ ໃຫ້ຕົນເອງ ດ້ວຍຄວາມມຸ່ງຫວັງ “ປະສົບການ, ສົມທົບກັບ ເຕັກໂນໂລຊີ ທີ່ທັນສະໄໝ ຈະໃຫ້ຜົນສຳເລັດອັນຈົບງາມ”, ແຕ່ຄວາມຈິງ ບໍ່ຄືກັບຄວາມມຸ່ງຫວັງ. ນາຍຊ່າງ ຈຳນວນນັ້ນ ຮູ້ສຶກບໍ່ລື້ງກັບ ການນຳໃຊ້ເຄື່ອງຈັກ ທີ່ທັນສະໄໝ, ເຂົາເວົ້າກັບເພິ່ນວ່າ “ຈົ່ງປະໃຫ້ຂ້າພະເຈົ້າໄດ້ ເຮັດຕາມແບບຫັດຖະກຳ ຈະດີກວ່າ ການນຳໃຊ້ເຄື່ອງຈັກ”. ຫຼັງຈາກໄດ້ຮັບຟັງ ຄຳຕອບກັບມາ ຄືແນວນັ້ນ, ເພິ່ນກໍ່ເລີຍຮູ້ວ່າ ຕົນເອງໄດ້ຜິດ ຢູ່ບ່ອນໃດບ່ອນໜຶ່ງແລ້ວ ແລະ ຕ້ອງຊອກຫາວິທີແກ້ໄຂບັນຫາ. 


ນັກທຸລະກິດ ກາວຊຽວລຶກ, ຜູ້ຖືກຂະໜານນາມເປັນ “ລາຊາ ເຂົ້າຈີ່”  ຢູ່ ຫວຽດນາມ ແລະ ເປັນເຈົ້າຂອງ ຂອງເຄື່ອງໝາຍ ການຄ້າ ABC Bakery


ທ່ານ ກາວຊຽວລຶກ ເປັນຜູ້ປຸງວັດຖຸດິບ, ເຄື່ອງເທດ ເຮັດແປ້ງ, ຄັ້ນແປ້ງ, ກວດກາຄວາມໜຽວຂອງແປ້ງ. 


ທ່ານ ກາວຊຽວລຶກ ເຮັດວຽກກັບຊ່າງຜະລິດເຂົ້າຈີ່. 


ທ່ານ ກາວຊຽວລຶກ ແລະ ການຜະລິດເຂົ້າຈີ່ໃນຄັ້ງໜຶ່ງ.



ທ່ານ ກາວຊຽວລຶກ ກວດກາຄຸນນະພາບເຂົ້າຈີ່ໂດຍຕົນເອງ...



... ແລະ ແນະນຳວິທີການຮັກສາເຂົ້າຈີ່ໃຫ້ແກ່ພະນັກງານ.

ເທື່ອນີ້, ເພິ່ນໄປຈ້າງ ບັນດານາຍຊ່າງເຮັດເຂົ້າຈີ່ ທີ່ມີອາຍຸແຕ່ 18-20 ປີ ແລະ ໄດ້ຮັບຜົນສໍາເລັດ ຢ່າງຕັ້ງໃຈ, ເພາະຈໍານວນ ນາຍຊ່າງດັ່ງກ່າວ ສາມາດບັນຊາເຄື່ອງຈັກ ທີ່ທັນສະໄໝ ໄດ້ ເປັນຢ່າງດີ. ອີກດ້ານໜຶ່ງ, ເພິ່ນບໍ່ໄດ້ປົດບັນດານາຍຊ່າງເກົ່າ, ເພິ່ນສົ່ງເຂົາເຈົ້າ ໄປເຮັດວຽກ ທີ່ເໝາະສົມກວ່າຄື ການກວດກາ ເຂົ້າຈີ່ ສຳເລັດຮູບ, ຖ້າເຫັນຄຸນນະພາບ ຫຼື ຮູບແບບ ຂອງເຂົ້າຈີ່ ມີບັນຫາ ຈະລາຍງານ ເພື່ອໃຫ້ມີການແກ້ໄຂຢ່າງທັນການ. 

ປະຈຸບັນ ABC Bakery ໄດ້ເປັນຜູ້ສະໜອງເຂົ້າໜົມ ໃຫ້ກວ່າ 50 ເຄື່ອງໝາຍການຄ້າສາກົນ ທີ່ຮັບໃຊ້ ໃຫ້ແກ່ ການກິນດື່ມຢູ່ ຫວຽດນາມ ຄື: KFC, McDonald’s, Popeyes, Burger King ແລະ Dunkin’ Donuts ເຖິງ ລະບົບຮ້ານ ກາເຟ, ກະ ແລັມ DQ, Starbucks, ໂຮງສາຍຮູບເງົາ CGV, ລະບົບຮ້ານຄ້າ ຢູ່ ສະໜາມບິນຂອງ Sasco ແລະ ອື່ນໆ.
ທ່ານ ກາວຊຽວລືກ ໄດ້ກ່າວ ຄວາມໃນໃຈອອກມາວ່າ: “ນິໄສຂອງ ຂ້າພະເຈົ້າແມ່ນມັກເຮັດຊ້າໆ, ພັດທະນາແບບຊ້າໆ ແຕ່ໝັ້ນຄົງ. ຂ້າພະເຈົ້າຈະຊື້ສະຖານທີ່ແລ້ວຈຶ່ງເປີດຮ້ານ, ບໍ່ຢາກເຊົ່າສະຖານທີ່. ຂ້າພະເຈົ້າບໍ່ຢາກຕົກໃນສະພາບ “ຮັບຈ້າງ” ໃຫ້ທະນາຄານ ແລະ ຜູ້ໃຫ້ເຊົ່າທີ່ດິນ. ປະຈຸບັນ, ເມື່ອອະສັງຫາລິມະຊັບ ຢູ່ນະຄອນ ໂຮ່ຈີມິນ ສູງຂຶ້ນ, ບັນດາຫຼັງເຮືອນທີ່ຂ້າພະເຈົ້າຊື້ ມີຄຸນຄ່າ ສູງກວ່າ ຄຸນຄ່າເຂົ້າຈີ່ ທີ່ມີຢູ່ໃນຮ້ານ”. 

ຈາກຄໍາຂວັນ ຊ້າໆ ແຕ່ໝັ້ນຄົງ, ເຖິງເດືອນ ຕຸລາ 2019, ທ່ານ ກາວຊຽວລືກ ໄດ້ມີຮ້ານຂາຍເຂົ້າຈີ່ ຈໍານວນ 30 ຮ້ານ ຢູ່ 7 ແຂວງ, ນະຄອນ ໃນທົ່ວປະເທດ ເຊັ່ນ: ນະຄອນ ໂຮ່ຈີມິນ, ດ່າໜັງ, ແຄ໋ງຮວ່າ, ບິ່ງເຢືອງ, ດົ່ງນາຍ, ຕ່ຽນຢາງ ແລະ ເກິ່ນເທີ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ເດືອນ ກຸມພາ 2020 ມາເຖິງປະຈຸບັນ, ແຕ່ລະມື້ ໄດ້ມີລູກຄ້າຫຼາຍຄົນ ຍືນລຽນແຖວ ຢູ່ລະບົບຮ້ານ ຂາຍເຂົ້າຈີ່ ຂອງ ABC Bakery ເພື່ອຊື້ເຂົ້າຈີ່ແທງລອງ, ຜະລິດຕະພັນໜຶ່ງບໍ່ມີສອງຢູ່ ຫວຽດນາມ. 


ທ່ານ ກາວຊຽວລຶກ ຖ່າຍຮູບຮ່ວມກັບພົນເອກ ຫວໍຫງວຽນຢາບ. ພາບ: ເອກະສານ


ທ່ານ ກາວຊຽວລຶກ ເປັນກຳມະການທີ່ການແຂ່ງຂັນຜະລິດເຂົ້າຈີ່ສາກົນ. ພາບ: ເອກະສານ



ທ່ານ ກາວຊຽວລຶກ ມອບຫຼັງເຮືອນແຫ່ງຄວາມຮັກໃຫ້ບັນດາຄອບຄົວມີສະພາບການເປັນຢູ່ທຸກຍາກ. ພາບ: ເອກະສານ



ທ່ານ ກາວຊຽວລຶກ ອວຍພອນປີໃໝ່ ແລະ ມອບຂອງຕ້ອນໃຫ້
ລູກນ້ອງຂອງພະນັກງານໃນບໍລິສັດ. ພາບ: ເອກະສານ
ປະຈຸບັນ, ທ່ານ ລືກ ພວມທຳການຄົ້ນຄວ້າ ຜະລິດເຂົ້າຈີ່     ໝາກແຕງໂມ. ຈາກທັດສະນະ ແລະ ປະສົບການຂອງຕົນ, ທ່ານ ໃຫ້ຮູ້ວ່າ ການປະສົມລະຫວ່າງ ໝາກແຕງໂມ ກັບເຂົ້າຈີ່ ແມ່ນສຸດທີ່ຍາກ, ເພາະນໍ້າປັ່ນ ໝາກແຕງໂມ ມີລົດຊາດບໍ່      ເໝາະສົມກັບເຂົ້າຈີ່ ປານໃດ. ແຕ່ພາຍຫຼັງ ການທົດລອງມາຫຼາຍຄັ້ງ, ເພິ່ນຈຶ່ງຮູ້ໄດ້ວ່າ ຖ້າຕື່ມ ໝາກກ້ວຍ ອີກໜ້ອຍໜຶ່ງ ຈະສາມາດ ຜະລິດອອກມາໄດ້ເຂົ້າຈີ່ ປະເພດໜຶ່ງ ທີ່ມີສີສັນງາມກວ່າ, ຫອມແຊບ ແລະ ດີຕໍ່ສຸຂະພາບ. ຖ້າເງື່ອນໄຂສະດວກ, ເຂົ້າຈີ່ໝາກແຕງໂມ-ໝາກກ້ວຍ ຈະໄດ້ຜະລິດອອກມາເພື່ອຮັບໃຊ້ໃຫ້ແກ່ລູກຄ້າໃນເວລາ ທີ່ຈະມາເຖິງນີ້. 

ແຕ່ປີ 2018 ມາເຖິງປັດຈຸບັນ,  ABC Bakery ໄດ້ສົ່ງອອກ ຜະລິດຕະພັນ ຂອງຕົນ ໄປຍັງ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ປະມານ 80 ຕູ້ຄອນເທນເນີ, ເທົ່າກັບ 1.200 ໂຕນ ຕໍ່ປີ, ສ່ວນຫຼາຍ ແມ່ນເຂົ້າຈີ່ ແລະ ເຂົ້າໜົມຫວານ, ກວມ 16% ລາຍຮັບ (ປະມານ 600 ຕື້ດົ່ງ) ຂອງ ABC Bakery. 

ບົດ: ທົງຫາຍ-ພາບ: ທົງຫາຍ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top