• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທ່ອງທ່ຽວດ້ວຍລົດ Vespa ທ່ຽວຊົມ ໄຊງ່ອນ

ປີ 2006, ບໍລິສັດ VietnamVespaAdventures ໄດ້ຖືກສ້າງ ຕັ້ງຂຶ້ນໂດຍ Steve Mueller ຄົນ ອາເມລິກາ, ອາຊີບຂົນສົ່ງນັກທ່ອງທ່ຽວທ່ຽວດ້ວຍລົດຈັກ Vespa ເກົ່າແກ່ຂອງ ອີຕາລີ ທ່ຽວຊົມນະຄອນ ໄຊງ່ອນ . ມາເຖິງ ປະຈຸບັນນີ້ ຢູ່ນະຄອນ ໂຮ່ຈີມິນ,ຮູບແບບການທ່ອງທ່ຽວແບບນີ້ໄດ້ມີເຖິງຮ້ອຍບໍລິສັດເຂົ້າຮ່ວມເຄື່ອນໄຫວ, ນຳພານັກທ່ອງທ່ຽວ ທ່ຽວຊົມສະຖານທີ່ຕ່າງໆ ທີ່ມີຊື່ສຽງຂອງນະຄອນຄື: ໂຮງລະຄອນ, ສະຖານີໄປສະນີນະຄອນຫລວງ, ຫໍປະຊຸມ ຖົ້ງເຍີດ, ທ່າກຳປັ່ນ ຍ່າຣົ່ງ ແລະ ອື່ນໆ. 
ມາທີ່ຍັງນະຄອນ ໂຮ່ຈີມິນ, ນັກທ່ອງທ່ຽວງ່າຍທີ່ຈະພົບເຫັນ ພາຫະນະນຳທ່ຽວປະເພດນີ້ ຢູ່ຖະໜົນ ໄຕ, ຖະໜົນ ບຸ່ຍວຽນຢູ່ເມືອງ 1. ຜູ້ຂັບລົດທັງເປັນເພື່ອນຮ່ວມທາງ, ທັງເປັນຜູ້ນຳທ່ຽວອະທິບາຍໃຫ້ນັກທ່ອງທ່ຽວເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ຄຸນຄ່າດ້ານວັດທະນະ ທຳ, ການກິນດື່ມຂອງແຫຼ່ງທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ.
 
ທ່ານ Steve Mueller ໄດ້ໄຂຄວາມໃນໃຈວ່າ: “ທ່ຽວຊົມ ນະຄອນ ໂຮ່ຈີມິນ ດ້ວຍລົດຈັກ​ເປັນວິທີດີທີ່ສຸດ, ​ເປັນການທ່ອງທ່ຽວຕົວຈິງ ແລະ ກໍ່​ເປັນວິທີໜຶ່ງເພື່ອຊອກ​ຮູ້ ​ແລະ ເຂົ້າໃຈເພີ່ມເຕີມກ່ຽວກັບສະພາບການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້”.
 
Vietnam Vespa Adventuresໄດ້ຮັບປະສິດທິຜົນໄວ​ເພາະວ່າຕົວແບບການທ່ອງທ່ຽວ​ແບບນີ້ ຍັງໃໝ່, ສະພາບຄວາມ ຕ້ອງການຂອງລູກຄ້າແມ່ນຫຼາຍ. Vietnam Vespa Adventures ຕິດລາຄາທ່ອງທ່ຽວທ່ຽວອ້ອມ​ຮອບ​ນະ​ຄອນ ໄຊງ່ອນລະຫວ່າງ 4-5 ຊົ່ວໂມງແມ່ນມີ​ລາຄາ 70 USD ຕໍ່​ຄົນ, ຖ້າ​ໄປ​ໄກ​ໃຊ້​ເວລາ 3-7 ວັນຈະມີລາຄາ 700 ​ເຖິງ 2.000 USD/ຄົນ. 

ການ​ໄປ​ທ່ອງທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ທີ່ມີຊ່ືສຽງ​ໃນ ນະຄອນ ໂຮ່ຈີມິນ ດ້ວຍລົດຈັກ Vespa
ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຕ່າງປະເທດຫຼວງຫຼາຍ.



ທ່ອງທ່ຽວຂີ່ລົດຈັກ Vespa​ ເພື່ອ​ຄົ້ນຫາໄຊງ່ອນ ໄດ້ມີ​ຫລາກ​ຫາຍ​ການ​ບໍລິການທັງ​ທາງ​ດ້ານ​ເວລາແຕ່ 4-5 ຊົ່ວໂມງ,
ຖ້າທ່ອງທ່ຽວ​ເປັນ​ໄລຍະຍາວ​ແມ່ນ 3 ຫາ 7 ມື້.



ການກຽມພ້ອມ​ເພື່ອຕ້ອນຮັບແຂກ


ມີຫລາຍ​ປະ​ເພດ ​ແລະ ລຸ້ນລົດຈັກ Vespa ແຕກຕ່າງກັນເພື່ອຮັບໃຊ້ນັກທ່ອງທ່ຽວ.


ນີ້​ເປັນຕົວແບບການທ່ອງທ່ຽວ​ແບບໃໝ່, ມີ​ຊີວິດ​ຊີວາ,
ລົງທຶນໜ້ອຍ, ​ເປັນຕົວແບບການທ່ອງທ່ຽວທີ່ລຽບງ່າຍ.



ຮັບປະກັນຄຸນນະພາບການບໍລິການໃຫ້ແກ່ນັກທ່ອງທ່ຽວແມ່ນປັດໃຈທີ່ສຳຄັນ​ແລະ ຕັດສິນຜົນສຳເລັດຂອງ
ຕົວແບບບໍລິການທ່ອງທ່ຽວທ່ຽວຊົມນະຄອນດ້ວຍລົດຈັກ
Vespa.



ນັກທ່ອງທ່ຽວນັ່ງ​ລົດຈັກ Vespa ​ສາມາດໄປທ່ຽວຊົມສະຖານທີ່ມີຊື່ສຽງຫລາຍ​ແຫ່ງຂອງນະຄອນ ໂຮ່ຈີມິນ .


ນັກທ່ອງທ່ຽວຖ່າຍຮູບກັບລົດຈັກ Vespa. 

ປະຈຸບັນ, ມີ​ເປັນຮ້ອຍບໍລິສັດເຮັດບໍລິການທ່ອງທ່ຽວຕາມແບບນີ້ຕັ້ງຂຶ້ນ, ແຕ່ທີ່ມີເຄື່ອງໝາຍການຄ້າ ແລະ ມີນັກທ່ອງທ່ຽວຫຼາຍຄົນຮູ້ຈັກ ມີພຽງ 3 ບໍລິສັດເທົ່ານັ້ນ, ​ໃນ​ນັ້ນມີ: ບໍລິສັດ Vietnam Vespa Adventures, ບໍລິສັດ XO Tours ແລະບໍລິສັດ Back of the Bike Tours. ຕາມທ່ານ ​ໂຕນເທິດທຽນບາວ, ອຳນວຍການຜູ້ບໍລິຫານງານຂອງບໍລິສັດ Vietnam Vespa Adventures ໃຫ້ຮູ້ວ່າ: “ລາຍຮັບຂອງບໍລິສັດແຕ່ລະປີເພີ່ມຂຶ້ນ 40-50%, ສ່ວນຫຼາຍແມ່ນ​ແຂກເກົ່າຊ່ວຍ​ແນະນຳ​​ໃຫ້​ແຂກ​ໃຫມ່ມາ​ໃຊ້​ບໍລິການ​ແບບ​ປາກ​ຕໍ່ປາກ”.
 
ຮັບປະກັນຄຸນນະພາບການບໍລິການນັກທ່ອງທ່ຽວ​ເປັນປັດໃຈສຳຄັນຕັດສິນເຖິງຜົນສຳເລັດຂອງຕົວແບບບໍລິການທ່ອງທ່ຽວທ່ຽວຊົມນະຄອນ ດ້ວຍລົດຈັກ Vespa, ດ້ວຍ​ເຫດ​ນັ້ນ, ບັນດາ ບໍລິສັດຊອກ​ຫາ​ການ​ບໍລິການ​ທີ່ແຕກຕ່າງກັນ​ເລື້ອຍໆ. ທ່ານນາງ ຟານທິກວິ່ງຮວາ, ຜູ້ຄຸ້ມຄອງບໍລິສັດ Back of the Bike Tours ອະທິບາຍວ່າ: “ຖ້າວ່າດຳ​ເນີນ​ການບໍລິການຄ້າຍຄືກັນ, ນັກທ່ອງທ່ຽວຈະຮູ້ສຶກເບື່ອ ແລະ​ເຂົາ​ເຈົ້າຈະ ໄປ​ໃຊ້​ບໍລິການ ບໍລິສັດອື່ນ”.
 
ຢູ່ບໍລິສັດ Vietnam Vespa Adventurs, ຜູ້ຂັບລົດ ສ່ວນຫຼາຍແມ່ນ​ເພດຊາຍ, ນຸ່ງເສື້ອ​ສີ​ເຫລືອງ​ຫມາກກ້ຽງ, ຂອບ​ເຂດ​ເຄື່ອນ​ໄຫວທຸລະກິດເປີດ​ໄກໄປເຖິງ ໝຸຍແນ, ລອງອານ... ສຳລັບບໍລິສັດ XO Tours, ນັກຂັບລົດລ້ວນແຕ່ເປັນ​ເພດຍິງ​ໄວ​ຫ​ນຸ່ມ, ເກັ່ງພາສາຕ່າງປະ​ເທດ ແລະ ນຸ່ງຊຸດ​ປະຈຳ​ຊາດ ( ອ້າວຢ່າຍ). ມີ​ເພດຊາຍໄປນຳເພື່ອປົກປ້ອງ ຫຼື ຖ່າຍຮູບ, ຖ່າຍວິດີໂອໃຫ້ນັກທ່ອງທ່ຽວໂດຍບໍ່ເອົາຄ່າ. ພິເສດ, ນັກທ່ອງທ່ຽວອາດ​ໄປຮັບປະທານອາຫານຕາມຮ້ານນ້ອຍແຄມທາງ ຫຼື ໃນຮ່ອມເລິກ. ທ່ານ ໂດຢຸຍຕຸ່ງ, ຜູ້ອຳນວຍການຂອງບໍລິສັດ XO Tours ໃຫ້ຮູ້ວ່າ, ກໍ່ຍ້ອນຈຳນວນນັກທ່ອງທ່ຽວເພີ່ມສູງຂຶ້ນ​ໃນແຕ່ລະປີ, ສະນັ້ນທາງບໍລິສັດກຳລັງມີແຜນການເປີດກວ້າງຕົວແບບອອກໄປສູ່ຫຼາຍທ້ອງຖ່ິນຕ່າງໆ ແລະ ເພີ່ມຈຳນວນຜູ້ນຳທ່ຽວອີກດ້ວຍ.
 
ສຳລັບ Back of the Bike Tours, ຈຸດ​ໄດ້​ປຽບ​ທີ່ແຕກຕ່າງ ແມ່ນ Street Food Tour -ອາຫານ​ການກິນດື່ມຢູ່ຕາມທ້ອງຖະໜົນແມ່ນຄົນ ອາເມລິກາຜູ້ສ້າງຕັ້ງບໍລິສັດ​ນີ້ຂຶ້ນ, ປະຈຸບັນເປັນເຈົ້າຂອງຮ້ານອາຫານຈຶ່ງຮູ້ອາຫານ​ຂອງນັກທ່ອງທ່ຽວຕ່າງປະເທດ. Back of the Bike Tours ຈະມີຜູ້ຕິດ ຕາມຄົນໜຶ່ງເພື່ອຄວບຄຸມຊ່ວຍ​ເຫລືອຂະບວນການທ່ອງທ່ຽວ​ເຊັ່ນ: ການ​ເກັບ​ມ້ຽນ​ລົດ, ການ​ຈອງ​ອາຫານ.
 
ພາຍຫຼັງການທ່ອງທ່ຽວສຳ​ເລັດ, ນັກທ່ອງທ່ຽວຈະມີການແບ່ງປັນຄວາມ​ເຫັນ, ວິ​ໃຈ​ໂດຍຜ່ານທາງອິນເຕີເນັດໃນເວັບໄຊ Tripadvisor, ແລະ ນັກ​ທ່ອງ​ທ່ຽວ​ຈະ​ສັງ​ເກດ​ຕີ​ລາຄາ​ເອງ, ການຈັດ​ອັນ​ດັບ​ຂອງ​ບັນດາ​ບໍລິສັດ​ດັ່ງກ່າວ​ກໍ່​ມີ​ການ​ປ່ຽນແປງ. ມັນ​ກໍ່​ເປັນວິທີໜຶ່ງເພື່ອໃຫ້ບັນດາບໍລິສັດມີການປ່ຽນແປງ​ໃຫ່ມ​ໄປ​ເລື້ອຍໆ, ເພີ່ມຄຸນນະພາບການບໍລິການ, ສ້າງຖັນແຖວຜູ້ນຳທ່ຽວເປັນມືອາຊີບ, ຂັບຂີ່ດີ, ຄວາມ​ສາມາດ​ປະ​ສາ​ສຳພັນ​ດ້ວຍພາສາ ອັງກິດ ເກັ່ງ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ອາຫານ, ມີຮູບຮ່າງຫນ້າຕາດີ, ມະນຸດ​ສຳພັນ​ດີ, ສ້າງໃຫ້ນັກທ່ອງທ່ຽວພໍອົກພໍໃຈ.

ບົດ: ດັ້ງກິມເຟືອງ - ພາບ: ທົງຫາຍ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top