• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ທ່ອງທ່ຽວກະສິກຳຢູ່ Green Box

ມາ ດ່າລາດ, ນັກທ່ອງທ່ຽວຈະມີໂອກາດນັ່ງກິນເຄື່ອງດື່ມທຳມະຊາດ ແລະ ໄປທ່ຽວຊົມເຂດຜະລິດກະສິກຳປອດສານພິດຂອງ Green Box. ນີ້ແມ່ນຕົວແບບບໍລິການໃໝ່ປະສານສົມທົບລະຫວ່າງ ຮ້ານກາເຟ  ແລະ ການທ່ອງທ່ຽວກະສິກຳ.
ຫຼາຍປີຜ່ານມາ, ນະຄອນ ດ່າລາດ ເປັນນະຄອນໄປນຳໜ້າ ໃນການ ນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການຜະລິດກະສິກຳຂອງທົ່ວປະເທດ. ປະຈຸບັນ, ເວລາມາຮ້ານກາເຟ Green Box, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ກິນບັນດາເຄື່ອງດື່ມທີ່ປອດສານພິດເທົ່ານັ້ນ, ຫາກຍັງໄດ້ໄປຢ້ຽມຊົມເຂດຜະລິດຜະລິດຕະພັນກະສິກຳປອດສານພິດອີກດ້ວຍ. Green Box ໄດ້ກາຍເປັນຈຸດທ່ອງທ່ຽວໃໝ່  ສຳລັບໃຫ້ແກ່ ນັກທ່ອງທ່ຽວໃນງານມະໂຫລານ ດອກໄມ້ ດ່າລາດ 2017.
 
ທ່ານ ເຈີ່ນຮຸຍເດື່ອງ, ເຈົ້າຂອງນິຄົມ LangBiang Farm, ຜູ້ສ້າງຕັ້ງ Green Box ໃຫ້ຮູ້ວ່າ: “ຫຼັງຈາກທີ່ໄດ້ໄປຢ້ຽມຢາມບັນດາ ຕົວແບບ ບໍລິການທ່ອງທ່ຽວກະສິກຳສີຂຽວຂອງ ມາເລເຊຍ ແລະ ຍີ່ປຸ່ນ, ກັບມາ ຂ້າພະເຈົ້າຈຶ່ງຕັດສິນໃຈສ້າງຕັ້ງ Green Box. Green Box ໄດ້ກໍ່ສ້າງຕາມເງື່ອນໄຂຕົວຈິງ, ຈາກບົດຮຽນຜະລິດກະສິກຳເຕັກໂນໂລຊີສູງ ແລະ ຈາກຄວາມຕ້ອງການຂອງນັກທ່ອງທ່ຽວ ກ່ຽວກັບການຜະລິດກະສິກຳປອດສານພິດຢູ່ທ່ີ່ນີ້...”.



Green Box ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກຄືຍ່າງເຂົ້າໃນ “ກັບສີຂຽວ”.


ຫວ່າງເວຫາສີຂຽວຂອງ Green Box.


ການອອກແບບຮ້ານກາເຟ ປະສານສົມທົບກັບບໍລິການທ່ອງທ່ຽວ
ກະສິກຳຂອງ Green Box.



ຫວ່າງເວຫາໂຣແມນຕິກໃນ Green Box.


ການອອກແບບໃກ້ຊິດກັບທຳມະຊາດຂອງ Green Box.


ຫວ່າງເວຫາທີ່ຮ້ານກາເຟຂອງ Green Box ໄດ້ອອກແບບຄ້າຍຄືກັບ
ຫວ່າງເວຫາທີ່ນິຄົມປູກຜັກ, ດອກໄມ້ຂອງ ດ່າລາດ.



ວາງສະແດງໝາກອຶທຸກຊະນິດທີ່ຮ້ານກາເຟຂອງ Green Box. 


ມາ Green Box, ນັກທ່ອງທ່ຽວຈະໄດ້ກິນນຳ້ໝາກໄມ້, ນຳ້ປັ່ນທຸກຊະນິດ.

Green Box ເປັນຫວ່າງເວຫາສີຂຽວ, ມີລະບຽງຄືຕົວແບບເຮືອນແກ້ວປູກຜັກ, ປູກດອກໄມ້ຢູ່ ດ່າລາດ, ໄດ້ແບ່ງເປັນຫຼາຍຂົງເຂດຄື: ເຂດ ຂາຍເຄື່ອງ, ເຂດປຸງແຕ່ງ, ເຂດນັ່ງກິນກາເຟ, ຕົວແບບຜະລິດ ກະສິກຳ ເຕັກໂນໂລຊີສູງ, ເຂດວາງສະແດງເຄື່ອງມືຮັບໃຊ້ການຜະລິດກະສິກຳ.

    - ບໍ່ໃຊ້ ນຳ້ຕານ
  - ບໍ່ໃຊ້ ນຳ້
- ບໍ່ໃຊ້ ນຳ້ກ້ອນ
ນີ້ແມ່ນຄຳໝັ້ນສັນຍາຂອງ Green Box ຍ້ອນບັນດາຜະລິດຕະພັນກະສິກຳຢູ່ທີ່ນີ້ ມີຕົ້ນກຳເນີດຢ່າງຈະແຈ້ງ, ຜັກໄດ້ປູກຢູ່ໃນສວນ, ຮັບປະກັບຕໍ່ຄວາມສະອາດ, ຄວາມປອດໄພໃຫ້ແກ່ສຸຂະພາບ ຢ່າງເດັດຂາດ. 
ທີ່ເຂດຂາຍເຄື່ອງ, ນັກທ່ອງທ່ຽວສາມາດໄປທ່ຽວຊົມ ແລະ ເລືອກຊື້ເຫຼົ້າໝາກໄມ້, ຊາ Atiso, ນຳ້ປັ້ນ... ທີ່ເຂດປຸງແຕ່ງນຳ້ປັ້ນ ແລະ ນຳ້ໝາກໄມ້ທຸກຊະນິດ, ນັກທ່ອງທ່ຽວສາມາດເລືອກຊື້ໝາກໄມ້ຢູ່ຮ້ານຂາຍເຄື່ອງແລ້ວເອົາມານີ້ ປຸງແຕ່ງກັບທີ່ໂດຍຕົນເອງ.
 
ພິເສດ, ເຂດນັ່ງກິນ ກາເຟ Green Box ໄດ້ອອກແບບຢ່າງລະອຽດ, ເທິງໂຕະກາເຟແຕ່ລະໜ່ວຍ ຈະມີດອກໄມ້ ຫຼື ຜັກຊະນິດໜຶ່ງ ທີ່ໄດ້ປູກຢູ່ໃນສວນ. ຖ້າເຂດນັ່ງກິນກາເຟແມ່ນຫວ່າງເວຫາຕົ້ນຕໍ່, ເຊິ່ງເຂດປູກຜັກ, ປູກໝາກໄມ້ດ້ວຍນຳ້ ແລະ ອາກາດ ຈະແມ່ນ ຈຸດເດັ່ນຂອງ Green Box.
  
ມາ Green Box, ນັກທ່ອງທ່ຽວຈະໄດ້ທ່ານ ເຈີ່ນຮຸຍເດື່ອງ ແນະນຳ, ຊີ້ແຈ້ງອະທິບາຍໃຫ້ຮູ້ກ່ຽວກັບບັນດາຜະລິດຕະພັນກະສິກຳທີ່ໄດ້ປູກດ້້ວຍວິທີການໃໝ່ທີ່ທັນສະໄໝ. ນັກທ່ອງທ່ຽວສາມາດຊື້ໝາກໄມ້, ເກັບຜັກ ແລະ ປຸງແຕ່ງກັບທີ່ຢູ່ໃນສວນ ຍ້ອນນີ້ແມ່ນຜະລິດຕະພັນກະສິກຳປອດສານພິດ. ຫາກວ່າ ມີຄວາມຕ້ອງການ, ນັກທ່ອງທ່ຽວ ຈະໄດ້ທ່ານ ເດື່ອງ ໃຫ້ຄຳປຶກສາກ່ຽວກັບຕົວແບບດັ່ງກ່າວ ແລ້ວເມືອເຮັດຢູ່ເຮືອນຕົນເອງ ເພື່ອສາມາດສະໜອງຜັກປອດສານພິດໃຫ້ແກ່ຄອບຄົວ.
 
ຕາມວິທີການໃໝ່ນີ້, Green Box ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວມາຢ້ຽມຊົມ ແລະ ກິນກາເຟ ນັບເປັນຈຳນວນຫຼາຍ ພໍສົມຄວນ. ພິເສດ, ນັກສຶກສາຫຼາຍຄົນຂອງມະຫາວິທະຍາໄລ ດ່າລາດ, ມະຫາວິທະຍາໄລ ເກີນເທີ... ກໍ່ມານີ້ ເພື່ອຊອກຫາຄວາມຮູ້ຕົວຈິງກ່ຽວກັບການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ.



ນັກສຶກສາຂອງມະຫາວິທະຍາໄລ ເກີ່ນເທີ ມາຢ້ຽມຢາມ ແລະ ຊອກຫາ
ຄວາມຮູ້ກ່ຽວກັບຕົວແບບນຳໃຊ້ເຕັກໂນໂລຊີຢູ່ ໃນການຜະລິດກະສິກຳທີ່ Green Box. 



ນັກທ່ອງທ່ຽວໄປຢ້ຽມຊົມເຂດປູກຜັກ, ດອກໄມ້, ໝາກໄມ້ດ້ວຍນຳ້ ແລະ ອາກາດທີ່ Green Box. 


Green Box ແມ່ນຕົວແບບການທ່ອງທ່ຽວໃໝ່ ສຳລັບໃຫ້ແກ່ ນັກທ່ອງທ່ຽວເມື່ອມາ ດ່າລາດ. 


ນັກທ່ອງທ່ຽວຈະມີໂອກາດໄປຢ້ຽມຊົມເຂດຜະລິດກະສິກຳ
ດ້ວຍເຕັກໂນໂລຊີສູງທີ່ Green Box.



ເຂດປູກຜັກ, ໝາກໄມ້ດ້ວຍນຳ້ ແລະ ອາກາດ ແມ່ນຈຸດເດັ່ນຂອງ Green Box.


ນັກທ່ອງທ່ຽວສາມາດເກັບໝາກເລັ່ນຢູ່ໃນສວນ ແລ້ວເອົາໄປປັ້ນເປັນນຳ້ໝາກໄມ້.


ໝາກ ສະຕໍເບີຣີ (Straw berry) ທີ່ຫອມແຊບໄດ້ເກັບມາຈາກນິຄົມ ຂອງ Green Box.


ນຳ້ປັ່ນຫຼາຍຊະນິດໄດ້ປຸງແຕ່ງຈາກໝາກໄມ້ປອດສານພິດ.


ເຂດວາງສະແດງເຄື່ອງມືຮັບໃຊ້ການຜະລິດກະສິກຳໃນ Green Box.

Green Box
ທີ່ຢູ່: 42, ຖະໜົນ ໂຊວຽດເງະຕິງ, ບ້ານ 7, ນະຄອນ ດ່າລາດ, ແຂວງ ເລີມດົ່ງ.
ເວລາເປີດ: 7-22 ໂມງ.
ໂທລະສັບ: 0633821234
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top