ທ້າຍເດືອນ ທັນວາ ຂອງ ແຕ່ລະປີ, ທົ່ງດອກຕາເວັນ ຢູ່ຕາແສງ ເຫງ໊ຍເຊີນ, ເມືອງ ເຫງ໊ຍດ່ານ, ແຂວງ ເຫງະອານ ໄດ້ເປັ່ງສີສັນສະຫວ່າງສະໄຫວໄປທົ່ວ ຊຶ່ງດຶງດູດ ນັກທ່ອງທ່ຽວ ໃຫ້ມາທີ່ນີ້ ເພື່ອຊອກຫາຄວາມງາມ.
ທົ່ງດອກຕາເວັນ ທີ່ຕາແສງ ເຫງ໊ຍເຊີນ ມີເນື້ອທີ່ກວ່າ 100 ເຮັກຕາ ໂດຍບໍລິສັດ TH true Milk ເປັນຜູ້ປູກ ແລະ ຄຸ້ມຄອງ. ນີ້ແມ່ນ ປະເພດດອກໄມ້ປູກໝູນວຽນ ເພື່ອຫຼຸດຜ່ອນ ໄພອັນຕະລາຍດິນ ຖືກພະຍາດ ແລະ ບໍ່ໃຫ້ຫຍ້າຮົກເຮື້ອ. ລຳຕົ້ນ, ໃບ ແລະ ແກ່ນ ດອກຕາເວັນ ໃຊ້ເປັນອາຫານ ທີ່ດີສຳລັບງົວພັນນົມ, ທັງປະກອບ ສ່ວນສ້າງລະບົບນິເວດ ແລະ ພາບພົດທີ່ສວຍງາມ ໃຫ້ແກ່ ເຂດພູ ພຽງແຫ້ງແລ້ງ ຢູ່ທາງທິດຕາເວັນຕົກ ຂອງແຂວງ ເຫງະອານ. ປີ ໜຶ່ງມີສອງລະດູດອກຕາເວັນບານ ຄື ລະຫວ່າງ ເດືອນ ມີນາ ຫາ ເດືອນ ເມສາ ແລະ ເດືອນ ພະຈິກ ຫາ ເດືອນ ທັນວາ. ໃນໄລຍະ ນີ້ ທົ່ງດອກຕາເວັນຢູ່ ເຫງ໊ຍດ່ານ ຈະອອກດອກງາມສຸດ.
ປີນີ້ ແຂວງ ເຫງະອານ ໄດ້ເອົາດອກຕາເວັນ ເປັນໃຈກາງ ຂອງງານບຸນປີໃໝ່ ຊຶ່ງຈັດຂຶ້ນໃນວັນທີ 25 ທັນວາ, ໂດຍເລີ່ມຕົ້ນຈາກ ດອກຕາເວັນດອກທຳອິດເລີ່ມບານ, ຊຶ່ງໄດ້ດຶງດູດຜູ້ຄົນທຸກເພດທຸກໄວຈາກທຸກສາລະທິດ ມາຍັງທົ່ງດອກຕາເວັນແຫ່ງນີ້ ເພື່ອຖ່າຍຮູບ ແລະ ຊົມຄວາມງາມແຕ່ລະວັນເປັນຈຳນວນຫຼວງຫຼາຍ.