• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທົ່ງດອກຕາເວັນ ຢູ່ ເຫງ໊ຍດ່ານ

ທ້າຍເດືອນ ທັນວາ ຂອງ ແຕ່ລະປີ, ທົ່ງດອກຕາເວັນ ຢູ່ຕາແສງ ເຫງ໊ຍເຊີນ, ເມືອງ ເຫງ໊ຍດ່ານ, ແຂວງ ເຫງະອານ ໄດ້ເປັ່ງສີສັນສະຫວ່າງສະໄຫວໄປທົ່ວ ຊຶ່ງດຶງດູດ ນັກທ່ອງທ່ຽວ ໃຫ້ມາທີ່ນີ້ ເພື່ອຊອກຫາຄວາມງາມ. 
ທົ່ງດອກຕາເວັນ ທີ່ຕາແສງ ເຫງ໊ຍເຊີນ ມີເນື້ອທີ່ກວ່າ 100 ເຮັກຕາ ໂດຍບໍລິສັດ TH true Milk ເປັນຜູ້ປູກ ແລະ ຄຸ້ມຄອງ. ນີ້ແມ່ນ ປະເພດດອກໄມ້ປູກໝູນວຽນ ເພື່ອຫຼຸດຜ່ອນ ໄພອັນຕະລາຍດິນ ຖືກພະຍາດ ແລະ ບໍ່ໃຫ້ຫຍ້າຮົກເຮື້ອ. ລຳຕົ້ນ, ໃບ ແລະ ແກ່ນ ດອກຕາເວັນ ໃຊ້ເປັນອາຫານ ທີ່ດີສຳລັບງົວພັນນົມ, ທັງປະກອບ ສ່ວນສ້າງລະບົບນິເວດ ແລະ ພາບພົດທີ່ສວຍງາມ ໃຫ້ແກ່ ເຂດພູ ພຽງແຫ້ງແລ້ງ ຢູ່ທາງທິດຕາເວັນຕົກ ຂອງແຂວງ ເຫງະອານ. ປີ ໜຶ່ງມີສອງລະດູດອກຕາເວັນບານ ຄື ລະຫວ່າງ ເດືອນ ມີນາ ຫາ ເດືອນ ເມສາ ແລະ ເດືອນ ພະຈິກ ຫາ ເດືອນ ທັນວາ. ໃນໄລຍະ ນີ້ ທົ່ງດອກຕາເວັນຢູ່ ເຫງ໊ຍດ່ານ ຈະອອກດອກງາມສຸດ.

ປີນີ້ ແຂວງ ເຫງະອານ ໄດ້ເອົາດອກຕາເວັນ ເປັນໃຈກາງ ຂອງງານບຸນປີໃໝ່ ຊຶ່ງຈັດຂຶ້ນໃນວັນທີ 25 ທັນວາ, ໂດຍເລີ່ມຕົ້ນຈາກ ດອກຕາເວັນດອກທຳອິດເລີ່ມບານ, ຊຶ່ງໄດ້ດຶງດູດຜູ້ຄົນທຸກເພດທຸກໄວຈາກທຸກສາລະທິດ ມາຍັງທົ່ງດອກຕາເວັນແຫ່ງນີ້ ເພື່ອຖ່າຍຮູບ ແລະ ຊົມຄວາມງາມແຕ່ລະວັນເປັນຈຳນວນຫຼວງຫຼາຍ.

ຢູ່ຕິດກັບເສັ້ນທາງ ໂຮ່ຈີມິນ ຕອນແລ່ນຜ່ານເມືອງ ເຫງ໊ຍດ່ານ, ທົ່ງດອກຕາເວັນ ໄດ້ເລີ່ມປູກແຕ່ປີ 2010. 


ນັບແຕ່ທ້າຍເດືອນ ພະຈິກ, ເມື່ອດອກຕາເວັນ ດອກທຳອິດ ເລີ່ມ ອວດ ສີສັນ ກໍແມ່ນເວລາ ທີ່ນັກທ່ອງທ່ຽວ ທົ່ວທຸກສາລະທິດ
ໄດ້ ກັບມາ ເຫງ໊ຍດ່ານ ເພື່ອເຈືອຈານ ເຂົ້າກັບສີເຫຼືອງ ຂອງ “ແດນສະ ຫວັນແຫ່ງທົ່ງດອກຕາເວັນ” ທີ່ໃຫຍ່ສຸດຫວຽດນາມ. 



ນິຄົມປູກດອກຕາເວັນ ມີຈຸດປະສົງ ສະໜອງແຫຼ່ງວັດຖຸດິບເພື່ອ ການ ລ້ຽງສັດເປັນຕົ້ນຕໍ, ແຕ່ເພື່ອຮັບໃຊ້ນັກທ່ອງທ່ຽວທີ່ນິຍົມ ຄວາມງາມ ຂອງ ດອກໄມ້,
ບັນດາຊາວກະສິກອນໄດ້ ປູກດອກ ຕາເວັນ  ເປັນໜານ ຢ່າງສະ ໜ່ຳສະເໝີ ແລະ ຊື່. 



ພໍ່ລູກ ຖ່າຍຮູບແຊວຟີ (selfie) ກັບ ດອກຕາເວັນ. 






ນັກທ່ອງທ່ຽວສາມາດເຊົ່າຂັ້ນໄດ ຂອງ ບັນດາຄອບຄົວຢູ່ໃກ້ໆນິຄົມ ເພື່ອຂຶ້ນຊົມ ທົ່ງດອກຕາເວັນ ແລະ ຫາມູມຖ່າຍຮູບທີ່ສວຍ ງາມ. 


ບັນດານັກທ່ອງທ່ຽວໜຸ່ມນ້ອຍສະໜຸກສະໜານ ກັບ ທົ່ງດອກຕາເວັນ. 






ດອກຕາເວັນ ໄດ້ດຶງດູດຝຸງເຜິ້ງຈາກທົ່ວທຸກສາລະທິດ ມາທີ່ນີ້ ເພື່ອດູດເກສອນ. 


ມູມຖ່າຍຮູບທີ່ແປກໃໝ່ ຖືກປະດິດສ້າງຈາກເພື່ອນຊາວໜຸ່ມ.


ນັກຂ່າວ ຂອງສຳນັກຂ່າວ Reuters  ກຳລັງເຮັດບົດສາລະຄະດີ ໃນທົ່ງດອກຕາເວັນ. .


ຄວາມງາມຂອງທົ່ງດອກຕາເວັນ ໄດ້ດຶງດູດຜູ້ຄົນ ທຸກເພດ ທຸກໄວ ໃຫ້ມາທ່ຽວຊົມທີ່ນີ້ໃນແຕ່ລະວັນເປັນຈຳນວນຫຼວງຫຼາຍ. 
 
ປະຕິບັດ: ເຈິ່ນຮ໋ຽວ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top