• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທົດສອບຄວາມສາມາດໃນການຖ່າຍພາບດ້ວຍການເວລາ

Canon Photo Marathon ແມ່ນຊື່ເອີ້ນຂອງງານແຂ່ງຂັນຖ່າຍພາບ ຂະໜາດໃຫຍ່ທີ່ສຸດຫວຽດນາມ ດ້ວຍຮູບແບບການຈັດຕັ້ງທີ່ເປັນເອກະລັກ ຊຶ່ງໄດ້ດຶງດູດຜູ້ແຂ່ງຂັນເຂົ້າຮ່ວມ 30 ພັນຄົນ ມີຮູບຖ່າຍຈຳນວນ 87 ພັນ ແຜ່ນ ຕະຫຼອດໄລຍະ 10 ປີທີ່ຜ່ານມາ. 
ແບ່ງປັນຄວາມເຫັນກ່ຽວກັບງານແຂ່ງຂັນ Canon PhotoMarathon, ທ່ານ Hiroshi Yokota, ປະທານ ແລະ ທັງເປັນຜູ້ອຳນວຍການໃຫຍ່ບໍ ລິສັດ Canon Marketing ຫວຽດນາມຈຳກັດໃຫ້ຮູ້ວ່າ: “ຂະບວນການ ເຄື່ອນໄຫວຕະຫຼອດໄລຍະ 10 ປີ ຂອງການແຂ່ງຂັນດັ່ງກ່າວເປັນສິ່ງທີ່ພິ ສູດໃຫ້ແກ່ຄຳໝັ້ນໝາຍຂອງ Canon ວ່າ ຈະນຳພື້ນຖານການຖ່າຍຮູບ ຂອງ ຫວຽດນາມນັບມື້ນັບຂະຫຍາຍຕົວ ແລະ ກ້າວໄປໄກກວ່າເກົ່າ”.

ນັກຖ່າຍພາບ Justin Mott ເປັນໜຶ່ງໃນບັນດານັກຂ່າວໜັງສືພິມ ແລະ ການຄ້າທີ່ມີຊື່ສຽງຢູ່ອາເມລິກາ ແລະ ເປັນໜຶ່ງໃນສາມຄົນຂອງຄະນະກວດຜົນການຖ່າຍຮູບທີ່ “ຮ່ວມເດີນທາງ” ກັບ Canon PhotoMarathon ໄດ້ແບ່ງປັນວ່າ: “ໜຶ່ງໃນບັນດາປັດໄຈທີ່ເຮັດໃຫ້ຂ້າພະເຈົ້າມ່ວນຊື່ນ ແລະ ຮັບປາກ ເຂົ້າຮ່ວມປະກວດການແຂ່ງຂັນຍ້ອນວ່າ ຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ເຫັນກັບ ຕາຄວາມຫ້າວຫັນ ແລະ ຫຼົງໄຫຼກັບການຖ່າຍພາບຂອງຜູ້ເຂົ້າປະກວດນັບຫຼາຍພັນຄົນ. ຫຼາຍປີຜ່ານມາ, ກຳລັງແຮງຂອງປະຊາຄົມດັ່ງກ່າວບໍ່ຖືກຫຼຸດນ້ອຍຖອຍລົງຫາກຍັງນັບມື້ນັບມີການເຕີບໃຫຍ່ຂະຫຍາຍຕົວ ແລະ ສູງ ຂຶ້ນກວ່າເກົ່ານັບທັງດ້ານປະລິມານ ແລະ ຄຸນນະພາບອີກດ້ວຍ”.

Canon PhotoMarathon ເປັນການແຂ່ງຂັນປະດິດແຕ່ງຮູບຖ່າຍໄວ ກຳເນີດມາຈາກປະເທດ ສິງກະໂປ ແລະ ໄດ້ຮັບການຈັດຕັ້ງຂຶ້ນທຸກໆປີຢູ່ ຫວຽດນາມ ຈັດໂດຍບໍລິສັດ Canon Marketing ຫວຽດນາມ. ການແຂ່ງຂັນດັ່ງກ່າວແມ່ນສະຫງວນໃຫ້ໝົດທຸກຄົນ, ທຸກສັນຊາດທີ່ກຳລັງໃຊ້ຊີວິດຢູ່ຫວຽດນາມ ໂດຍບໍ່ຈຳກັດອາຍຸ,  ປະສົບການ ແລະ ອຸປະກອນ ຖ່າຍພາບຈາກທຸກຍີ່ຫໍ້.


ແຜ່ນພາບຖ່າຍທີ່ໄດ້ຮັບລາງວັນພິເສດປີ 2015 ໃນຫົວເລື່ອງ “ຄວາມ ຮັກລະຫວ່າງແມ່ກັບລູກ” ຂອງນັກຊ່າງພາບ ຈິ້ງຈຸງຢຸງ
ໄດ້ຮັບການຕີລາ ຄາສູງ ກ່ຽວກັບດ້ານຄວາມນຶກຄິດນັບ ແລະ ເຕັກນິກການຈັດຮູບ. 



ແຜ່ນພາບຖ່າຍໃນຫົວເລື່ອງ “ການລະບາຍສີ” ຂອງນັກຊ່າງພາບ ບຸ່ຍທິຫງອກຮ່າ. 
 
ຕະຫຼອດ 10 ປີ ຜ່ານມາ, Canon PhtoMarathon ຍາມໃດກໍ ທົດສອບ ຄວາມອາດສາມາດ ແລະ ຄວາມປະດິດ ຄິດສ້າງຂອງບັນດານັກຊ່າງ ພາບຫວຽດນາມຕະຫລອດມາ ການປະດິດສ້າງບັນດາແຜ່ນພາບຖ່າຍ ຕາມຫົວເລື່ອງໃດໜຶ່ງ ຕາມການເວລາ.

ໃນມື້ໜຶ່ງມື້ດຽວທີ່ດຳເນີນໄປການແຂ່ງຂັນ, ບັນດານັກຖ່າຍພາບຈະໄດ້ຮັບ 3 ຫົວເລື່ອງຕາມການເວລາທີ່ແຕກຕ່າງກັນ. ພາຍຫຼັງສຳເລັດ 3 ຫົວເລື່ອງ ນັ້ນແລ້ວ, ພິທີປະກາດລາງວັນຈະດຳເນີນໄປພ້ອມກັບລາຍການບັນເທີງ ແລະ ຈະຖືກດຳເນີນຢູ່ໃນສະຖານທີ່ຈັດຕັ້ງການແຂ່ງຂັນເລີຍ.

ຄວາມຈູບຈ້າວຫ້າວຫັນຂອງການ “ຕາມລ່າຊອກຫາ” ບັນດາຮູບພາບຂອງແທ້ “ລາຄາແພງ” ດ້ວຍການກົດດັນຂອງການເວລານັ້ນເປັນປັດໄຈຕົ້ນຕໍສ້າງໃຫ້ມີພະລັງຈູງໃຈຂອງ Canon PhotoMarathon. ຄະນະ ກຳມະການຈະເລືອກເຟັ້ນເອົາພາບຖ່າຍຕ່າງໆ ທີ່ໂດດເດັ່ນ ທີ່ສຸດຕາມ ມາດຕະຖານຄື: ແນວຄວາມຄິດປະດິດສ້າງ, ມີການຈັດວາງທີ່ສົມສ່ວນ ກັນ, ສີສັນທີ່ມີຊີວິດຊີວາ ແລະ ຕ້ອງຕິດພັນກັບຫົວເລື່ອງ. ບັນດາພາບ ຖ່າຍທີ່ໄດ້ຮັບລາງວັນ ຈະໄດ້ຮັບການປະກາດ ແລະ ມອບລາງວັນໃຫ້ເລີຍໃນວັນດຽວກັນ.

ລາງວັນໃຫ້ແກ່ອັນດັບພິເສດ - ລາງວັນທີ່ມີກຽດຕິຄຸນທີສຸດຂອງ Canon PhotoMarathon ແມ່ນໄດ້ສົ່ງເຂົ້າຮ່ວມກິດຈະກຳ Photo Clinic (ແມ່ນ ການໄປທ່ອງທ່ຽວສົມທົບກັບການຖ່າຍຮູບ ໃນເຂດໃດໜຶ່ງທີ່ຍັງມີຫນ້ອຍຄົນຄົ້ນພົບ) ໄປປະເທດຍີ່ປຸ່ນ ລວມມູນຄ່າ 5.000 USD ພ້ອມກັນກັບຄະນະບຸກຄົນທີ່ຊະນະໃນບັ້ນແຂ່ງຂັນທີ່ມາຈາກ ປະເທດເພື່ອນມິດເຊັ່ນ: ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ອິນເດຍ, ກຳປູເຈຍ ແລະ ໄທ.

ໃນການແຂ່ງຂັນຖ່າຍຮູບຄັ້ງທີ 10 ປີນີ້, ທີ່ນະຄອນໂຮ່ຈີມິນ, ມີນັກ ຊ່າງ ພາບເຂົ້າຮ່ວມລວມມີ 3 ຫົວຂໍ້ເຊ່ັນ: “ການລະບາຍສີ”, “ອາຫານໄຊງ່ອນ” ແລະ “ການລໍຄອຍ”. ສ່ວນນັກຊ່າງພາບ 3.500 ຄົນຢູ່ເຂດຮ່າໂນ້ຍຈະປະ ຕິບັດການຖ່າຍຮູບດ້ວຍຫົວເລື່ອງຕ່າງໆເຊັ່ນ: “ປະຕູໂຂງ”, “ການໃຊ້ຊີວິດ ຕົງກັບສະພາວະການ”  ແລະ “ຄວາມຮັກລະຫວ່າງແມ່ກັບລູກ”. ແຜ່ນພາບຖ່າຍໄດ້ຮັບລາງວັນພິເສດປີນີ້ໄດ້ຖືກຕີລາຄາສູງກ່ຽວກັບ ຄວາມນຶກຄິດ ແລະ ເຕັກນິກ.

ຂ່າວພາບຫວຽດນາມຂໍແບ່ງປັນແຜ່ນພາບຖ່າຍງາມທີສຸດຈຳນວນຫນຶ່ງ ໃນງານແຂ່ງຂັນ Canon PhotoMarathon 2015 ທີ່ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ທີ່ຫາກໍ່ຈັດຂຶ້ນຢູ່ນະຄອນຮ່າໂນ້ຍ ແລະ ໂຮ່ຈີມິນໃນເດືອນ ຕຸລາ 2015 ຜ່ານມານີ້.
ທີ່ນະຄອນໂຮ່ຈີມິນ: 

ໄດ້ຮັບລາງວັນທີໜຶ່ງໃນຫົວເລື່ອງ “ການລະບາຍສີ” ຂອງນັກຊ່າງພາບ ຫງວຽນຢຸຍບ່າວ. 


ລາງວັນທີສອງໃນຫົວເລື່ອງ “ການລະບາຍສີ” ຂອງນັກຊ່າງພາບ ຮີ່ວນທິທູຈາງ. 


ລາງວັນທີສາມໃນຫົວເລື່ອງ “ການລະບາຍສີ” ຂອງນັກຊ່າງພາບ ຫງວຽນກວກແຄ໋ງ. 


ລາງວັນທີໜຶ່ງໃນຫົວເລື່ອງ “ອາຫານໄຊງ່ອນ” ຂອງນັກຊ່າງພາບ ຈິ້ງຫງອກຫາຍ. 


ລາງວັນທີສອງໃນຫົວເລື່ອງ “ອາຫານການກິນໄຊງ່ອນ” ຂອງນັກຊ່າງພາບ ເຈີ່ນຊວນຕຽນ. 


ລາງວັນທີສາມໃນຫົວເລື່ອງ “ອາຫານໄຊງ່ອນ” ຂອງນັກຊ່າງພາບ ຫງວນແອງດຶກ. 


ລາງວັນທີໜຶ່ງໃນຫົວເລື່ອງ “ການລໍຄອຍ” ຂອງນັກຊ່າງພາບ ເລຫງວຽນຕ໋ວຽດຍີ. 


ລາງວັນທີສອງໃນຫົວເລື່ອງ “ການລໍຄອຍ” ຂອງນັກຊ່າງພາບ ເລທິແຄ໋ງຫງອກ. 


ລາງວັນທີສາມໃນຫົວເລື່ອງ “ການລໍຄອຍ” ຂອງນັກຊ່າງພາບ ຫງວຽນມິງຮວ່າງ.

ທີ່ນະຄອນຮ່າໂນ້ຍ: 

ລາງວັນທີໜຶ່ງໃນຫົວເລື່ອງ “ປະຕູໂຂງ” ຂອງນັກຊ່າງພາບ ຫງວຽນແອງຕ໋ວນ.


ລາງວັນທີສອງໃນຫົວເລື່ອງ “ປະຕູໂຂງ” ຂອງນັກຊ່າງພາບ ເລຮວ່ຽນຈາງ.


ລາງວັນທີສາມໃນຫົວເລື່ອງ “ປະຕູໂຂງ” ຂອງນັກຊ່າງພາບ ລ້າຍດຶກຮຽບ.


ລາງວັນທີໜຶ່ງໃນຫົວເລື່ອງ “ການໃຊ້ຊີວິດຕົງກັບສະພາວະການ” ຂອງນັກຊ່າງພາບ ດິງຢຸຍກວາງ.


ລາງວັນທີສອງໃນຫົວເລື່ອງ “ການໃຊ້ຊີວິດຕົງກັບສະພາວະການ” ຂອງນັກຊ່າງພາບ ເຈີ່ນແອງຕ໋ວນ


ລາງວັນທີສາມໃນຫົວເລື່ອງ “ການໃຊ້ຊີວິດຕົງກັບສະພາວະການ” ຂອງນັກຊ່າງພາບ ເຈີ່ນມິງ


ລາງວັນທີໜຶ່ງໃນຫົວເລື່ອງ “ຄວາມຮັກລະຫວ່າງແມ່ກັບລູກ”. ຂອງນັກຊ່າງພາບ ຟ້າມຕວນຮ໋ວຽວ.


ລາງວັນທີສອງໃນຫົວເລື່ອງ “ຄວາມຮັກລະຫວ່າງແມ່ກັບລູກ”. ຂອງນັກຊ່າງພາບ ມາກຮວ່າງຟຸກ.


ລາງວັນທີສາມໃນຫົວເລື່ອງ “ຄວາມຮັກລະຫວ່າງແມ່ກັບລູກ”. ຂອງນັກຊ່າງພາບ ເຈີ່ນກວາງຕຸ່ງ.
 
ປະຕິບັດ: ຈ້ອງຈິ໋ງ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top