• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

“ທູດ” ແຫ່ງສັນຕິພາບ

ວັນທີ 27 ພຶດສະພາ 2014, ສູນຮັກສາສັນຕິພາບ ຫວຽດນາມ, ປັດຈຸບັນ ແມ່ນກົມຮັກສາສັນຕິພາບ ຫວຽດນາມ ໄດ້ຮັບການ ສ້າງຕັ້ງ. ພາຍຫຼັງ 7 ປີ, ດ້ວຍການປະກອບສ່ວນຢ່າງຕັ້ງໜ້າ ໄດ້ ສະຫະປະຊາຊາດ (ສປຊ) ຕີລາຄາສູງ, ກຳລັງຮັກສາສັນຕິພາບ ຂອງ ຫວຽດນາມ ໄດ້ປະກອບສ່ວນ ຍົກສູງທີ່ຕັ້ງ ແລະ ບົດບາດ ຂອງ ຫວຽດນາມ ເວົ້າລວມ, ການທະຫານ ເວົ້າສະເພາະ ບົນເວທີສາກົນ.
1.  ໃນປ່າເລິກ ສັງກັດພື້ນທີ່ຝຶກອົບຮົມ ຂອງກົມຮັກສາສັນຕິພາບ ຫວຽດນາມ, ຮ້ອຍເອກ ຫງວຽນແທ່ງຈຸງ, ອາຍຸນ້ອຍສຸດໃນນາຍ ແລະ ພົນທະຫານ12 ຄົນ ຕ້ອງໄດ້ຊອກຫາ ຜັກປ່າກວ່າ 10 ຊະ ນິດ ທີ່ສາມາດກິນໄດ້, ທໍາການຫ້າງແຮ້ວຈັບສັດປ່າ, ຊອກຫາ ແຫຼ່ງນໍ້າ, ຊອກຫາທີ່ພັກອາໄສທີ່ປອດໄພ...ແລະ ສຸດທ້າຍແມ່ນ ກໍ່ກອງໄຟ ຈາກວັດຖຸ ທຳມະຊາດ ຢ່າງປະສົບຜົນສຳເລັດ. ນັ້ນ ແມ່ນໜຶ່ງ ໃນບັນດາເນື້ອໃນ ຂອງການເຝິກອົບຮົມ ທັກສະການ ເອົາຕົວຢູ່ລອດ ໃຫ້ບັນດານາຍ ແລະ ພົນທະຫານ ໃສ່ໝວກ ເບເລ ສີຂຽວ ຫວຽດນາມ ທີ່ກະກຽມໄປປະຕິບັດໜ້າທີ່ ຢູ່ ຄະນະ ຮັກສາສັນຕິພາບ ຂອງ ສປຊ.

ທ່ານພັນເອກ ເລດ້າຍເຢືອງ  ອາຈານສອນ ຮັບຜິດຊອບ ການ ຝຶກຊ້ອມໂດຍກົງ ໃຫ້ຮູ້ວ່າ ບັນດານາຍ ແລະ ພົນທະຫານໃສ່ ໝວກ ເບເລສີຂຽວ ຕ້ອງບັນລຸໄດ້ 5 ລະດັບທັກສະ ກ່ອນຈະເດີນ ທາງໄປ ປະຕິບັດໜ້າທີ່. ມາດຖານທຳອິດ ນັ້ນແມ່ນ ຄວາມລັບ ໃນການດຳລົງຊີວິດ, ໄປມາ ຫຼື ໃນເວລາປະຕິບັດໜ້າທີ່. ມາດ ຖານທີສອງ ແມ່ນວິທີການ ເລືອກຈຸດທີ່ຕັ້ງຢູ່ລອດ ເພື່ອສະດວກ ໃນການ “ດຳລົງຊີວິດ ແລະ ຖອນຕົວ”. ມາດຖານທີສາມ ແມ່ນ ປະເມີນສະຖານະການ ທີ່ຈະເກີດຂຶ້ນ. ມາດຖານທີສີ່ແມ່ນ ພື້ນທີ່ ດຳລົງຊີວິດ ຕ້ອງມີເງື່ອນໄຂສະດວກ ກ່ຽວກັບ ພືດພັນ, ອາຫານ ແລະ ແຫຼ່ງນໍ້າ.  ມາດຖານສຸດທ້າຍ ແມ່ນການຮັກສາ ອຸ່ນ ຫະພູມ ຂອງຮ່າງກາຍເປັນປົກກະຕິ ໃນທຸກສະພາບການ.
 

ປະເພດຜັກປ່າ ແລະ ອາຫານ ທຳມະຊາດ ທີ່ຫາໃນໄລຍະ ປະຕິບັດການ ທັກສະການເອົາຕົວຢູ່ລອດ ໄດ້ຖືກ ລວບລວມ ເພື່ອກວດກາ ແລະ ຈັດປະເພດ ໃນການ ຝຶກອົບຮົມທັກສະ ການເອົາຕົວຢູ່ລອດ
ໃຫ້ແກ່ທະຫານ ກົມຮັກສາສັນຕິພາບ ທີ່ ກະກຽມເດີນທາງໄປຮັບໜ້າທີ່. ພາບ: ກົງດາດ/VNP



ສະມາຊິກທີ່ເຂົ້າຮ່ວມການຝຶກອົບຮົມທັກສະການເອົາຕົວ ຢູ່ລອດ ໄດ້ຖືກແບ່ງອອກເປັນກຸ່ມ ແລະ ເຂົ້າປ່າ ເພື່ອ ຊອກຫາ ອາຫານ. ພາບ: ກົງດາດ/VNP


ວິທີການກໍ່ກອງໄຟ ຈາກວັດຖຸ ທຳມະຊາດ ແມ່ນທັກສະທີ່ ສຳຄັນໃນການຝຶກອົບຮົມທັກສະການເອົາຕົວຢູ່ລອດ. ພາບ: ກົງດາດ/VNP
 

ຫຼັງຈາກກໍ່ກອງໄຟ ຈາກວັດຖຸ ທຳມະຊາດ ບັນດາ ສະມາ ຊິກໄດ້ຮຽນຮູ້ວິທີການປຸງແຕ່ງອາຫານ. ພາບ: ກົງດາດ/VNP


ການກໍ່ກອງໄຟ ຈາກວັດຖຸ ທຳມະຊາດ ບໍ່ພຽງແຕ່ເພື່ອການ ປຸງແຕ່ງອາຫານເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ສະມາຊິກ ໃນການ ຍ່າງໃນປ່າ ປ້ອງກັນສັດຮ້າຍອີກດ້ວຍ. ພາບ: ກົງດາດ/VNP

ການຝຶກຊ້ອມຢ່າງຈິງຈັງ ແລະ ລຳບາກຂອງຮ້ອຍເອກ ຫງວຽນ ແທ່ງຈຸງ ແລະ ເພື່ອນຮ່ວມທີມແມ່ນໜຶ່ງ ໃນບັນດາເຫດຜົນ, ຊຶ່ງ ຕາມທ່ານພົນໂທ ຮວ່າງຊວນຈ໋ຽນ, ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດວ່າ: “ບໍ່ວ່າຈະເປັນ ບຸກຄົນ ຫຼື ນາຍ ແລະ ພົນ ທະຫານວິຊາຊີບ, ບໍ່ວ່າຈະຢູ່ຖານະຕຳແໜ່ງໃດ ຄື ນາຍທະຫານ, ທ່ານໝໍ, ພະນັກງານການແພດ... ເຂົາເຈົ້າຕ່າງ ກໍໄດ້ເຮັດສຳ ເລັດໜ້າທີ່, ໄດ້ຮັບການຕີລາຄາສູງ ຈາກບັນດາຫ້ອງການ ທີ່ມີ ບົດບາດໜ້າທີ່ການ ຂອງ ອົງການຮັກສາສັນຕິພາບ ສປຊ”.
 
ບັນດານາຍ ແລະ ພົນທະຫານໃສ່ ໝວກ ເບເລສີຂຽວ ຕ້ອງບັນລຸໄດ້ 5 ລະດັບທັກສະ ກ່ອນຈະເດີນ ທາງໄປ ປະຕິບັດໜ້າທີ່. ມາດຖານທຳອິດ ນັ້ນແມ່ນ ຄວາມລັບ ໃນການດຳລົງຊີວິດ, ໄປມາ ຫຼື ໃນເວລາປະຕິບັດໜ້າທີ່. ມາດ ຖານທີສອງ ແມ່ນວິທີການ ເລືອກຈຸດທີ່ຕັ້ງຢູ່ລອດ ເພື່ອສະດວກ ໃນການ “ດຳລົງຊີວິດ ແລະ ຖອນຕົວ”. ມາດຖານທີສາມ ແມ່ນ ປະເມີນສະຖານະການ ທີ່ຈະເກີດຂຶ້ນ. ມາດຖານທີສີ່ແມ່ນ ພື້ນທີ່ ດຳລົງຊີວິດ ຕ້ອງມີເງື່ອນໄຂສະດວກ ກ່ຽວກັບ ພືດພັນ, ອາຫານ ແລະ ແຫຼ່ງນໍ້າ.  ມາດຖານສຸດທ້າຍ ແມ່ນການຮັກສາ ອຸ່ນ ຫະພູມ ຂອງຮ່າງກາຍເປັນປົກກະຕິ ໃນທຸກສະພາບການ.
ທ່ານພົນໂທ ຮວ່າງຊວນຈ໋ຽນ ກ່າວວ່າ ປັດຈຸບັນ, ຫວຽດນາມ ມີ ເຈົ້າໜ້າທ່ີ 4 ຄົນເຂົ້າຮ່ວມ ໃນແຕ່ລະຕຳແໜ່ງ ໃນຄະນະ ຮັກສາ ສັນຕິພາບ ແລະ ສປຊ. ໃນນັ້ນມີເຈົ້າໜ້າທ່ີ 3 ຄົນ ຮັບຜິດຊອບ ດ້ານແຜນການ, ສັງລວມ, ຝຶກອົບຮົມ ຢູ່ກົມ ເຄື່ອນໄຫວ ເພື່ອ ສັນຕິພາບ ສປຊ, ທີ່ ນິວຢອກ, ສ ອາເມລິກາ. ອີກຄົນໜຶ່ງ ເສັງໄດ້ ເປັນຜູ້ປະສານງານ ຢູ່ ສ ອາຟຣິກກາກາງ. ບັນດາ ເຈົ້າໜ້າທ່ີ ຫວຽດນາມ ທີ່ເຂົ້າຮ່ວມ ສອບເສັງ ໄດ້ຜ່ານ ການສອບເສັງ ຢ່າງເຂັ້ມງວດ ຂອງ ສປຊ. ແຕ່ລະຕຳແໜ່ງ ສອບເສັງ ຕ່າງກໍມີແຕ່ 150-200 ຄົນ ສະໝັກເຂົ້າ ສອບເສັງ.

ພິເສດ, ຫວຽດນາມ ໄດ້ຮັບການຕີລາຄາສູງ ຈາກ ສປຊ ກ່ຽວກັບ ອັດຕາສ່ວນນາຍ ແລະ ພົນທະຫານເພດຍິງ ທີ່ເຂົ້າຮ່ວມ ກຳລັງ ຮັກສາສັນຕິພາບ ຕາມມະຕິເລກທີ 1325 ຂອງ ສປຊ ກ່ຽວກັບ ແມ່ຍິງ ຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ. ຫວຽດນາມ ໄດ້ສົ່ງ ນາຍ ແລະ ພົນທະຫານ ເພດຍິງ 34 ຄົນເຂົ້າຮ່ວມ ກອງ ກຳລັງຮັກສາ ສັນຕິພາບ ຂອງ ສປຊ, ບັນລຸອັດຕາສູງກວ່າ 16%, ທຽບກັບຄວາມຕ້ອງການ ຂອງ ສປຊ ແມ່ນບໍ່ຮອດ 10%.



ຕອນເຊົ້າວັນທີ 21 ເມສາ, ຢູ່ສະໜາມບິນສາກົນ ເຕິນເຊີນ ເຍິດ, ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 3 ສືບຕໍ່ ເດີນທາງໄປ ປະຕິບັດໜ້າທີ່ ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (ໄລຍະ 2). ພາບ: ທົງຫາຍ/VNP


ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 3 ຈະປ່ຽນແທນ ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 2 ປະຕິບັດໜ້າທີ່ ໃນເວລາ 1 ປີ ອີງ ຕາມຂໍ້ຕົກລົງຂອງປະທານປະເທດ. ພາບ: ທົງຫາຍ/VNP


ໃຫ້ກຳລັງໃຈເພື່ອນຮ່ວມທີມ ກ່ອນເດີນທາງໄປຮັບໜ້າທີ່.  ພາບ: ທົງຫາຍ/VNP


ໃນປີ 2020, ດ້ວຍຜົນກະທົບທີ່ບໍ່ເຄີຍມີມາກ່ອນ ຂອງ ການ ແຜ່ລະບາດໂຄວິດ-19, ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 2 ຂອງ ຫວຽດນາມ ໄດ້ຜ່ານມາດຖານການທົດສອບທັງໝົດ
ຂອງ ສປຊ ກ່ຽວກັບການປ້ອງກັນ ສະກັດກັ້ນໂຄວິດ-19. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.



ກຳລັງຮັກສາສັນຕິພາບ ຫວຽດນາມ ມີຄວາມໃກ້ຊິດສະໜິດສະໜົມຢູ່ສະເໝີ ແລະ ເປັນເພື່ອນມິດຂອງປະຊາຊົນຢູ່ທ້ອງຖິ່ນ. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.


ທະຫານຍິງ ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 1 ກັບບັນ ດານ້ອງນ້ອຍຢູ່ ຊູດັງໃຕ້. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.

2.  ໃນວັນທີ 21 ເມສາ, ທີ່ສະໜາມບິນສາກົນ ເຕິນເຊີນເຍິດ, ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 3 ສືບຕໍ່ ເດີນທາງ ໄປປະຕິ ບັດໜ້າທີ່ ຮັກສາສັນຕິພາບຢູ່ ຊູດັງໃຕ້ (ໄລຍະ 2). ໂຮງໝໍ ພາກ ສະໜາມ ຂັ້ນ 2 ເລກ 3 ຈະປ່ຽນແທນ ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 2 ປະຕິບັດໜ້າທີ່ໃນເວລາໜ່ຶງປີ ຕາມຂໍ້ຕົກລົງ ຂອງ ປະ ທານປະເທດ. ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 3 ໄດ້ຮັບການ ສ້າງຕັ້ງຂຶ້ນ ໃນເດືອນມີນາ ປີ 2020 ໂດຍມີ ນາຍ ແລະ ພົນທະ ຫານ 70 ຄົນ (ເປັນທາງການ 63 ຄົນ, ກຳລັງສຳຮອງ 7 ຄົນ).

ໃນຕະຫຼອດໄລຍະ ຝຶກອົບຮົມ, ເຖິງວ່າການແຜ່ລະບາດ ໂຄວິດ-19 ມີການຜັນແປຢ່າງສັບສົນກໍຕາມ, ແຕ່ກົມຮັກສາສັນຕິພາບ ຂອງ ຫວຽດນາມ ໄດ້ປະສານສົມທົບກັບ ບັນດາໜ່ວຍງານ ທີ່ ກ່ຽວຂ້ອງ ເພື່ອສຳເລັດການຝືກອົບຮົມ ກ່ຽວກັບ ການແພດທະ ຫານ ແລະ ວິຊາອາຊີບ ໃຫ້ແກ່ ໂຮງໝໍພາກສະໜາມ ຂັ້ນ 2 ເລກ 3 ເຊັ່ນວ່າ: ພະຍາບານ ສຸກເສີນຂັ້ນສູງ (ITLS); ການຝຶກອົບຮົມ ໃຫ້ ທີມກູ້ໄພ ທາງອາກາດ (AMET); ການຝຶກອົບຮົມ ກ່ອນຜັນ ຂະຫຍາຍ; ການຝຶກອົບຮົມກົດໝາຍ ມະນຸດສະທຳ ສາກົນ ແລະ ການເດີນທາງພາກສະໜາມ; ການຝຶກອົບຮົມໃນການ ຂັບລົດ ພ່ວງ, ລົດຫຸ້ມເກາະ BRT 152 ໃຫ້ກຳລັງ ທີ່ກ່ຽວຂ້ອງ ຂອງ ໂຮງ ໝໍ ພາກສະໜາມຊ້ັນ 2 ເລກ 3…

ເປັນທີ່ຮູ້ກັນດີວ່າ ໂຮງໝໍພາກສະໜາມຊັ້ນ 2 ເລກ 1 ຂອງ ຫວຽດ ນາມ ໄດ້ດຳເນີນການກວດ ແລະ ປິ່ນປົວພະຍາດ ໃຫ້ຄົນເຈັບ 2.022 ເທື່ອຄົນ, ຜ່າຕັດ 63 ກໍລະນີ (ຜ່າຕັດກາງ ແລະ ໃຫຍ່ 23 ກໍລະນີ). ຫຼັງຈາກສິ້ນສຸດປະຈໍາການ, ໂຮງໝໍພາກສະໜາມຊັ້ນ 2 ເລກ 1 ໄດ້ຮັບໃບຍ້ອງຍໍ ສຳລັບໝູ່ຄະນະ ແລະ ສ່ວນບຸກຄົນ 04 ຄົນ ຈາກ ຄະນະປະຕິບັດງານ ຂອງ ສປຊ ຢູ່ ຊູດັງໃຕ້. ອົງການ ສປຊ ໄດ້ມອບ ຫຼຽນກາ ເພື່ອພາລະກິດ ສັນຕິພາບ ໃຫ້ ໂຮງໝໍ ພາກສະໜາມຊັ້ນ 2 ເລກ 1.

ປ່ຽນແທນ ໂຮງໝໍພາກສະໜາມຊັ້ນ 2 ເລກ 1 ແຕ່ເດືອນ ພະຈິກ 2019, ໂຮງໝໍພາກສະໜາມຊັ້ນ 2 ເລກ 2 ສືບຕໍ່ ເສີມຂະຫຍາຍ ບັນດາຜົນສຳເລັດຂອງໂຮງໝໍພາກສະໜາມຊັ້ນ 2 ເລກ 1, ຈັດ ຕັ້ງການກວດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບ 1.400 ກວ່າ ຄົນ; ເປັນສະຖານທີ່ດູແລສຸຂະພາບ ທີ່ມີຊື່ສຽງໃຫ້ ພະນັກງານ ຂອງ ສປຊ ກວ່າ 2.200 ຄົນຢູ່ເມືອງ Bentiu, ຊູດັງໃຕ້.



ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 2 ໄດ້ຈັດຕັ້ງການກວດ ແລະ ປິ່ນປົວພະຍາດ ໃຫ້ຄົນເຈັບກວ່າ 1400 ຄົນ; ເປັນສະ ຖານທີ່ດູແລສຸຂະພາບ ທີ່ມີຊື່ສຽງໃຫ້ ພະນັກງານ ຂອງ ສປຊ ກວ່າ 2.200 ຄົນ
ຢູ່ເມືອງ Bentiu, ຊູດັງໃຕ້. ພາບ: ໂດຍກົມ ຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.



ບັນດາແພດໝໍ ຫວຽດນາມ ທີ່ອຸທິດຕົນ ໃນການ ເບິ່ງແຍງ ຄົນເຈັບ ໄດ້ແນະນຳຢູ່ເທິງພາຫະນະ ສື່ມວນຊົນ ຂອງ ບັນດາປະເທດ ແລະ ສື່ມວນຊົນ ຂອງ ກຳລັງຮັກສາສັນຕິພາບ ສປຊ.
ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງ ໃຫ້.



ກໍລະນີສຸກເສີນ ຊ່ວຍຄົນເຈັບຂອງ ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 2 ຢູ່ ຊູດັງໃຕ້. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.


ກຳລັງຮັກສາສັນຕິພາບ ຫວຽດນາມ ໄດ້ໃຊ້ວິທີ ເຂົ້າເຖິງ ໃໝ່ຫຼ້າສຸດ, ບໍ່ພຽງແຕ່ ສຳເລັດ ວຽກງານຮັກສາສັນຕິພາບ ຢ່າງ ດຽວເທົ່ານັ້ນ, ແຕ່ຍັງເປັນ “ທູດແຫ່ງສັນຕິພາບ”, ເປັນຜູ້ “ຫວ່ານເມັດພັນສີຂຽວ” ສັນຕິພາບ, ຄວາມໄມຕີຈິດ ມິດຕະ ພາບ ເຖິງບັນດາຊຸມຊົນ ຢູ່ທ້ອງຖິ່ນອີກດ້ວຍ. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.


“ທະຫານ ຂອງ ລຸງໂຮ່” ພວມຊ່ວຍເຫຼືອປະຊາຊົນ ປູກຜັກ ຂຽວ, ຕັດຫຍິບ ແລະ ແຈກຢາຍ ຜ້າອັດປາກ ເພື່ອການ ປ້ອງ ກັນ, ສະກັດກັ້ນການແຜ່ລະບາດ ໂຄວິດ-19, ອັນໄດ້ເຮັດ ໃຫ້ ປະຊາຊົນ ຢູ່ບັນດາປະເທດ ເຂົ້າໃຈ ແລະ ຮັກແພງປະເທດ ຫວຽດນາມ ແລະ ເຮັດໃຫ້ພາບພົດ ຂອງພົນທະຫານໃສ່ ໝວກ ເບເລສີຂຽວ ຂອງ ສປຊ” ມີຄວາມສວຍງາມຍິ່ງຂຶ້ນ. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.


ພັນຕີ ຫງວຽນທິລຽນ ໄດ້ກາຍເປັນ "ປະກົດການ" ກ່ຽວກັບ ຮູບພາບທີ່ສວຍງາມຂອງ "ທູດແຫ່ງສັນຕິພາບ". ພາບ: ໂດຍ ກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.

ພິເສດ, ໃນປີ 2020, ຍ້ອນຜົນກະທົບ ທີ່ບໍ່ເຄີຍມີມາກ່ອນ ຂອງ ການແຜ່ລະບາດໂຄວິດ-19, ໂຮງໝໍພາກສະໜາມຊັ້ນ 2 ເລກ 2 ຂອງ ຫວຽດນາມໄດ້ຂ້າມຜ່ານມາດຖານກວດກາທັງໝົດ ຂອງ ສປຊ ກ່ຽວກັບວຽກງານ ການປ້ອງກັນ, ສະກັດກັ້ນ ການແຜ່ລະ ບາດ ໂຄວິດ-19 ແລະ ການເບິ່ງແຍງດູແລສຸຂະພາບ, ປິ່ນປົວໃຫ້ ຄົນເຈັບ ທີ່ສົງໃສວ່າ ຕິດເຊື້ອໂຄວິດ-19. ຜູ້ນຳ ສປຊ ໄດ້ ສົ່ງຈົດ ໝາຍ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ຫວຽດນາມ ແລະ ໂຮງໝໍພາກສະໜາມຊັ້ນ 2 ເລກ 2 ກ່ຽວກັບຜົນສຳເລັດຢູ່ ພື້ນທີ່.

ຕາມນັ້ນ, ໂຮງໝໍພາກສະໜາມຊັ້ນ 2 ເລກ 3 ຜັນຂະຫຍາຍ ປະ ຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ໃນສະພາບການແຜ່ ລະ ບາດໂຄວິດ-19 ມີການຜັນແປຢ່າງສັບສົນ, ພື້ນທີ່ ຜັນຂະຫຍາຍ ໜ້າທີ່ເປັນໃຈກາງການແຜ່ລະບາດ, ເງື່ອນໄຂ ດ້ານສາທາລະ ນະສຸກຍັງຕໍ່າ, ເພາະສະນັ້ນ ພະນັກງານ, ລັດຖະກອນ ແລະ ແພດໝໍ 100% ກ່ອນເດີນທາງ ໄປຍັງ ຊູດັງໃຕ້ ຕ້ອງໄດ້ຮັບການ ສັກຢາວັກຊີນ ແລະ ໄດ້ຝຶກອົບຮົມ ມາດຕະການຕ່າງໆ ໃນການ ປ້ອງກັນ, ສະກັດກັ້ນ ການແຜ່ລະບາດ ຂອງເຊື້ອ ໂຄວິດ-19 ໃກ້ ກັບສະພາບຕົວຈິງ.

ຕາມ ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າ ກົມຮັກສາ ສັນຕິ ພາບ ຫວຽດນາມ, ແຕ່ເດືອນມິຖຸນາ ປີ 2014 ເຖິງ ເດືອນ ທັນວາ ປີ 2020, ຫວຽດນາມ ໄດ້ສົ່ງນາຍ ແລະ ພົນທະຫານ 179 ເທື່ອ ຄົນ ໄປປະຕິບັດ ໜ້າທີ່ ຮັກສາສັນຕິພາບ ທີ່ຄະນະປະຕິບັດງານ ຂອງ ສປຊ ຢູ່ ຊູດັງໃຕ້, ສ ອາຟຣິກກາກາງ ແລະ ຢູ່ກົມເຄື່ອນ ໄຫວ ເພື່ອສັນຕິພາບ ຢູ່ສຳນັກງານຂອງ ສປຊ. ໃນນັ້ນ, ມີນາຍ ແລະ ພົນທະຫານ (ຕາມຮູບແບບບຸກຄົນ) 53 ເທື່ອຄົນ ແລະ ພະ ນັກງານ, ລັດຖະກອນ 126 ຄົນ ຂອງ ໂຮງໝໍ ພາກສະໜາມ ຂັ້ນ 2 ເລກ 1 ແລະ ໂຮງໝໍພາກສະໜາມ ຂັ້ນ 2 ເລກ 2 (ຕາມຮູບ ແບບກົມກອງ).



ດ້ວຍການປະກອບສ່ວນຢ່າງຕັ້ງໜ້າ ໄດ້ຮັບການ ຕີລາຄາ ສູງ ຈາກ ສປຊ, ກຳລັງຮັກສາສັນຕິພາບ ຂອງ ຫວຽດນາມ ໄດ້ ປະກອບສ່ວນ ຍົກສູງທີ່ຕັ້ງ ບົດບາດ ຂອງ ຫວຽດນາມ ເວົ້າລວມ
ແລະ ດ້ານການທະຫານ ເວົ້າສະເພາະ ໃນເວທີສາກົນ. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.



ທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ຫົວໜ້າ ກົມຮັກສາ ສັນ ຕິພາບ ຫວຽດນາມ ໄດ້ຮັບທຸງ ຈາກປະເທດໄທ ໃນພິທີ ມອບຮັບ ຕຳແໜ່ງ ປະທານເຄືອຂ່າຍ ສູນຮັກສາ ສັນຕິພາບ
ຂອງ ອາຊີຕາເວັນອອກສ່ຽງໃຕ້. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.



ຕົວເລກ ແລະ ຜົນງານຂອງການເຂົ້າຮ່ວມ ພາລະກິດ ຮັກສາສັນຕິພາບຂອງ ຫວຽດນາມ ສະແດງໃຫ້ເຫັນ ພາບພົດ ຂອງປະເທດ ຫວຽດນາມ ທີ່ມີການປ່ຽນແປງໃໝ່, ເປັນຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈ,
ເປັນສະມາຊິກ ທີ່ມີຄວາມຮັບຜິດຊອບ ຂອງ ປະຊາຄົມໂລກ. ພາບ: ໂດຍກົມຮັກສາສັນຕິພາບ ຫວຽດນາມ ສະໜອງໃຫ້.

 
3.  ປີ 2018, ຫວຽດນາມ ໄດ້ຮັບການຄັດເລືອກ ຈາກ ສປຊ ເປັນ ປະເທດ ທຳອິດໃນ 4 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ເປັນ ເຈົ້າພາບຈັດຕັ້ງ ການຝຶກອົບຮົມສາກົນ ເພື່ອຍົກສູງກຳລັງ ຄວາມ ສາມາດ ຂອງ ທະຫານຊ່າງແສງ ກຳລັງຮັກສາ ສັນຕິພາບ ຂອງ ສປຊ ໃຫ້ບັນດາປະເທດ ທີ່ສົ່ງທະຫານ ຢູ່ພາກພື້ນ ອາຊີ-ປາຊີ ຟິກ ໃນກອບຂອງ ໂຄງການຄູ່ຮ່ວມມືສາມຝ່າຍຂອງ ສປຊ (TPP).
100% ເຈົ້າໜ້າທ່ີແຕ່ລະຄົນ ເມື່ອສິ້ນສຸດການ ປະຕິບັດງານ ໄດ້ ຮັບຕີລາຄາວ່າ ສຳເລັດການໜ້າທີ່ເປັນຢ່າງດີ; ໃນນັ້ນມີ 33% ສຳເລັດໜ້າທີ່ຢ່າງດີເລີດ (ອັດຕານີ້ ໃນພາລະກິດຢູ່ ຊູດັງໃຕ້ ແມ່ນ ຕໍ່າກວ່າ 2%). 

ສປຊ ຕີລາຄາວ່າ ກຳລັງຮັກສາ ສັນຕິພາບ ຫວຽດນາມ ບໍ່ພຽງແຕ່ ສຳເລັດວຽກງານຮັກສາສັນຕິພາບຢ່າງດຽວເທົ່ານັ້ນ, ແຕ່ຍັງເປັນ “ທູດແຫ່ງສັນຕິພາບ”, ເປັນຜູ້ “ຫວ່ານເມັດພັນສີຂຽວ” ສັນຕິພາບ, ຄວາມໄມຕີຈິດ ມິດຕະພາບ ເຖິງບັນດາຊຸມຊົນຢູ່ທ້ອງຖິ່ນ ອີກດ້ວຍ.


ແຕ່ປີ 2018 ຮອດປີ 2020, ຫວຽດນາມ ໄດ້ຈັດຕັ້ງ ການຝຶກອົບ ຮົມ 03 ຊຸດຢ່າງສຳເລັດຜົນ ໃຫ້ກຳລັງທະຫານ ຂອງ ບັນດາປະ ເທດໃນພາກພື້ນ. ບັນດາຊຸດອົບຮົມສາກົນຂອງ ຫວຽດນາມໄດ້ ຮັບການຕີລາຄາສູງ ຈາກ ສປຊ ແລະ ຄູ່ຮ່ວມມື ຍີ່ປຸ່ນ.

ຕາມນັ້ນ, ຫວຽດນາມ ກຳລັງສະເໜີຄວາມປາດຖະໜາຢາກສ້າງ ກົມຮັກສາສັນຕິພາບ ຫວຽດນາມ ກາຍເປັນສູນຝຶກອົບຮົມ ຂອງ ພາກພື້ນ ແລະ ສາກົນ ໃນຂົງເຂດ ຮັກສາສັນຕິພາບ. ຂໍ້ສະເໜີ ດັ່ງກ່າວຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນ ຢ່າງແຂງ ແຮງ ຈາກ ສປຊ ແລະ ບັນດາປະເທດໃນພາກພື້ນ. ກະຊວງປ້ອງ ກັນປະເທດ ຫວຽດນາມ ກໍາລັງປະສານສົມທົບກັບ ສປຊ, ບັນດາ ຄູ່ຮ່ວມມື ທີ່ມີປະສົບການ ໃນການຝຶກອົບຮົມໃນພາກພື້ນ ເພື່ອ ສ້າງຫຼັກສູດ, ບົດສອນ ແລະ ການຝຶກອົບຮົມ ຕາມມາດຕະຖານ ຂອງ ສປຊ.

ປັດຈຸບັນ, ຫວຽດນາມ ກຳລັງກະກຽມ ທີມທະຫານຊ່າງແສງ ເພື່ອ ກຽມພ້ອມໄປປະຕິບັດໜ້າທີ່ ຮັກສາ ສັນຕິພາບ ຂອງ ສປຊ. ທີມ ທະຫານຊ່າງແສງ ມີນາຍ ແລະ ພົນທະຫານ ຈໍານວນ 290 ຄົນ ແລະ ກຳລັງສຳຮອງ 29 ຄົນ ຈະເຮັດໜ້າທີ່ ກໍ່ສ້າງ ບັນດາກິດຈະ ການໜ້າພຽງ ເຊັ່ນ: ຖະໜົນ, ຂົວ, ຄອງ, ສະໜາມບິນ, ທ່າເຮືອ; ກໍ່ສ້າງ ຄ້າຍທະຫານ, ອາຄານສູງ (ບໍ່ເກີນ 4 ຊັ້ນ). ໃນຈຳນວນ ນາຍ ແລະ ພົນທະຫານ 300 ກວ່າຄົນ ຂອງ ທີມຊ່າງແສງ, ມີແມ່ ຍິງ 31 ຄົນ (ປະມານ 10%), ອັດຕານີ້ ລື່ນກາຍຫຼາຍ ເມື່ອທຽບ ກັບ ຂໍ້ສະເໜີ ຂອງ ສປຊ ຄືປະມານ 5 ຫາ 7%.

ວຽກງານ ຝຶກອົບຮົມຂອງທີມຊ່າງແສງ ໄດ້ດຳເນີນມາ ເປັນເວລາ ກວ່າ 4 ປີ ຜ່ານມາ, ໂດຍສະເພາະການຝືກອົບຮົມ ສາກົນ 3 ຊຸດ ກ່ຽວກັບ ການນຳໃຊ້ພາຫະນະອຸປະກອນໜັກ ໄດ້ຈັດຂຶ້ນ ໂດຍມີ ການປະສານສົມທົບ ຂອງ ຍີ່ປຸ່ນ ແລະ ສປຊ. ທ່ານ ພົນຈັດຕະ ວາ ຟຸ້ງ ໄດ້ກ່າວວ່າ: “ຊຸດຮຽນ ທັງ 3 ຊຸດນີ້ໄດ້ຮັບການຕີລາຄາສູງ ຈາກ ສປຊ ແລະ ຍີ່ປຸ່ນ.


 
ບົດ: ຖາວວີ - ພາບ: ກົງດາດ, ທົງຫາຍ, ກົມຮັກສາສັນຕິພາບ ຫວຽດນາມ - ແປໂດຍ: ບິກລຽນ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top