• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທິມ Croquet ອາວຸໂສ ຂອງ ບ້ານ ຊວນແບກ

Croquet ແມ່ນປະເພດກິລາສຳລັບໃຫ້ແກ່ວົງການເຈົ້າຂຸນມຸນນາຍ ໂດຍຄົນ ຝຣັ່ງ ສ້າງຕັ້ງຂຶ້ນມາເມື່ອສະຕະວັດທີ 13 ແລະ ພັດທະນາຢ່າງແຂງແຮງຢູ່ບັນດາປະເທດ ເອີຣົບ. ປະຈຸບັນກິລາ ປະເພດນີ້ ພວມກາຍເປັນປະເພດກິລາຕົ້ນຕໍ່ຂອງຜູ້ອາວຸໂສ ບ້ານ ຊວນແບກ, ຕາແສງ ກວາງຕຽນ, ເມືອງ ຊອກເຊີນ, ຮ່າໂນ້ຍ.
ປີ 1996, ຄະນະກຳມະການປະຊາຊົນເມືອງ ຊອກເຊີນ, ຮ່າໂນ້ຍ ໄດ້ເລືອກ Croquet ເປັນປະເພດກິລາເພື່ອຊ່ວຍຜູ້ອາວຸໂສໃນການຝຶກແອບອອກກຳລັງກາຍ. ໄລຍະນັ້ນ, ແຕ່ລະບ້ານ ຈະສົ່ງ ຄົນໜຶ່ງໄປຮຽນການຫຼິ້ນ Croquet ທີ່ສູນກິລາ-ກາຍະກຳເມືອງ ຊອກເຊີນໂດຍບໍ່ເສຍຄ່າ. ທ່ານ ຫງວຽນວັນຫວນ, ປະທານ ສະ ມາຄົມຜູ້ ອາວຸ ໂສບ້ານ ຊວນແບກ ຖືກເລືອກໃຫ້ເຂົ້າຮ່ວມ ການ ຝຶກຫຼິ້ນ Croquet ເປັນເວລາໜຶ່ງເດືອນ.


ສະມາຊິກຂອງສະໂມສອນ Croquet ອາວຸໂສ ບ້ານ ຊວນແບກ, ຕາແສງ ກວາງຕຽນ, ເມືອງ ຊອກເຊີນ, ຮ່າໂນ້ຍ ພວມຫຼິ້ນ Croquet ເທິງເດີ່ນເຮືອນວັດທະນະທຳ ມີເນື້ອທີ່ກວ້າງ 300 ຕາຕະລາງແມັດ. ພາບ: ແຄງລອງ


ການຫຼິ້ນ Croquet ຈະມີ 2 ທິມ, ທິມໜຶ່ງມີ 5 ຄົນແຂ່ງຂັນ ນຳ ກັນ, ທິມໃດຕີໄດ້ຄະແນນຫຼາຍກວ່າ
ໃນເວລາ 30 ນາທີ, ທິມ ນັ້ນຈະເປັນຝ່າຍຊະນະ. ພາບ: ແຄງລອງ



ໄມ້ຄ້ອນ ຮັບໃຊ້ໃຫ້ການຫຼິ້ນ Croquet ຊຶ່ງສະມາຊິກໃນ ສະໂມສອນປະດິດສ້າງໂດຍຕົນເອງ. ພາບ: ເຕິດເຊີນ


ຈັງຫວະຕີພື້ນຖານຂອງແມ່ເຖົ້າ ຫງວຽນທິຊວນ, ອາຍຸ 62 ປີ. ພາບ: ເຕິດເຊີນ


ແມ່ເຖົ້າ ຫງວຽນທິເລື້ອງ, ອາຍຸ 88 ປີ ຫຼິ້ນກິລາປະເພດນີ້ ແຕ່ ມື້ ທຳອິດ Croquet
ໄດ້ສ້າງຕັ້ງຂຶ້ນຢູ່ໃນບ້ານ. ພາບ: ເຕິດເຊີນ



ຈັງຫວະຕີໝາກບານລອດ ເຂົ້າຜ່ານປະຕູຂອງແມ່ເຖົ້າ ຫງວຽນ ທິຊວນ, ອາຍຸ 62 ປີ. ພາບ: ເຕິດເຊີນ


ພໍ່ເຖົ້າ ດ່ວານຊວນຮວານ, ອາຍຸ 75 ປີ ປະຕິບັດຈັງຫວະຕີບານ ຈາກການເຊຍ ຂອງ ທິມ. ພາບ: ເຕິດເຊີນ


Croquet ໄດ້ກາຍເປັນປະເພດກິລາທີ່ມີຄວາມນິຍົມຫຼິ້ນຫຼາຍ, ທັງເປັນອາຫານທາງຈິດໃຈ
ທີ່ຂາດບໍ່ໄດ້ຂອງຜູ້ເຖົ້າຜູ້ແກ່
ບ້ານ ຊວນແບກ. ພາບ: ເຕິດເຊີນ



ເປັນປະເພດກິລາທີ່ຄ່ອຍໆ​ ຫຼິ້ນ, ສະນັ້ນ Croquet ໄດ້ກາຍເປັນ
ປະເພດກິລາທີ່ເໝາະສົມສຳລັບຜູ້ເຖົ້າຜູ້ແກ່ບ້ານ ຊວນແບກ. ພາບ: ເຕິດເຊີນ



ຈັງຫວະຕີໝາກບານລອດເຂົ້າຜ່ານປະຕູໄດ້ຄະແນນ. ພາບ: ເຕິດເຊີນ
 

ຈັງຫວະຕີໝາກບານ ເພື່ອໃຫ້ໝາກບານ ຂອງ ຄູ່ຕໍ່ສູ້ ຕົກຢູ່ ສະພາບເສຍປຽບ. ພາບ: ແຄງລອງ


ການແຂ່ງຂັນ Croquet ໄຂຂຶ້ນດ້ວຍຄວາມຕັ້ງໃຈຂອງສະມາຊິກ
ແຕ່ລະຄົນໃນທິມ. ພາບ: ເຕິດເຊີນ



ໃນການແຂ່ງຂັນຈະມີກຳມະການຄົນໜຶ່ງຈົດຄະແນນ ໃຫ້ແຕ່ ລະທິມ. ພາບ: ແຄງລອງ

“ການຫຼິ້ນ Croquet ກໍ່ຄືຕົນເອງໄປຂຸດດິນເຮັດສວນເທົ່ານັ້ນ, ມັນທັງດີຕໍ່ສຸຂະພາບ ທັງມ່ວນ. ມື້ໃດຂ້າພະເຈົ້າກໍ່ມີໜ້າ ຢູ່ເດ່ີນ ບານ”. (ແມ່ເຖົ້າ ຫງວຽນທິເລື້ອງ, ອາຍຸ 88 ປີ, ສະມາຊິກ ຂອງ ສະໂມສອນ Croquet ອາວຸໂສບ້ານ ຊວນແບກ, ຕາແສງ ກວາງ ຕຽນ, ເມືອງ ຊອກເຊີນ, ຮ່າໂນ້ຍ).
ປີ 1996, ຄະນະກຳມະການປະຊາຊົນເມືອງ ຊອກເຊີນ, ຮ່າໂນ້ຍ ໄດ້ເລືອກ Croquet ເປັນປະເພດກິລາເພື່ອຊ່ວຍຜູ້ອາວຸໂສໃນການຝຶກແອບອອກກຳລັງກາຍ. ໄລຍະນັ້ນ, ແຕ່ລະບ້ານ ຈະສົ່ງ ຄົນໜຶ່ງໄປຮຽນການຫຼິ້ນ Croquet ທີ່ສູນກິລາ-ກາຍະກຳເມືອງ ຊອກເຊີນໂດຍບໍ່ເສຍຄ່າ. ທ່ານ ຫງວຽນວັນຫວນ, ປະທານ ສະ ມາຄົມຜູ້ ອາວຸ ໂສບ້ານ ຊວນແບກ ຖືກເລືອກໃຫ້ເຂົ້າຮ່ວມ ການ ຝຶກຫຼິ້ນ Croquet ເປັນເວລາໜຶ່ງເດືອນ.
 
ທ່ານ ຫວນ ໃຫ້ຮູ້ວ່າ ຫຼັງຈາກຜ່ານການຝຶກອົບຮົມ ເພິ່ນກັບ ມາ ຂົນຂວາຍປະຊາຊົນໃນໝູ່ບ້ານ ໃຫ້ເຂົ້າຮ່ວມໃນການຫຼິ້ນ Croquet, ແຕ່ຈຳນວນຊາວບ້ານມາຫຼິ້ນຍັງບໍ່ຫຼາຍ ຍ້ອນເປັນປະເພດກິລາທີ່ແປກໃໝ່. ເຖິງປີ 1998, ບັນດາຜູ້ເຖົ້າຜູ້ແກ່ໃນບ້ານຈຶ່ງຕັດສິນໃຈສ້າງຕັ້ງສະໂມສອນ Croquet ອາວຸໂສ ຂອງ ບ້ານ ຊວນແບກ. ຫຼັງຈາກນັ້ນ, Croquet ໄດ້ກາຍເປັນປະເພດ ກິລາຕົ້ນຕໍ່, ເປັນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ສຳລັບ ຜູ້ ອາວຸໂສ ບ້ານ ຊວນແບກ.
 
ພາຍຫຼັງການເຄື່ອນໄຫວມາເປັນເວລາ 20 ປີ, ເຖິງວ່າສະມາຊິກ ຫຼາຍຄົນໃນສະໂມສອນເສຍຊີວິດແລ້້ວ, ແຕ່ກໍ່ມີສະມາຊິກໃໝ່ຫຼາຍຄົນ ເຂົ້າຮ່ວມ. ປະຈຸບັນ, ສະໂມສອນດັ່ງກ່າວ ມີທັງໝົດ 14 ຄົນ, ອາຍຸແຕ່ 58-88 ປິ.
 
ເຄື່ອງມືຮັບໃຊ້ການຫຼິ້ນ Croquet ແມ່ນໝາກບານ 10 ໜ່ວຍ (ສີແດງ 5 ໜ່ວຍ, ສີຂາວ 5 ໜ່ວຍ) ໄດ້ຕີໝາຍເລກແຕ່ 1-10 ແລະ ໄມ້ຄ້ອນຜູ້ລະອັນ. ການຫຼິ້ນ Croquet ໄດ້ແບ່ງເປັນ 2 ທິມ, ທິມໜຶ່ງມີ 5 ຄົນຕາມສີໝາກບານ. ສະມາຊິກຂອງ ແຕ່ ລະທິມຈະຕີໝາກບານຂອງທິມຕົນໃຫ້ເຂົ້າຜ່ານ 3 ປະຕູ, ທິມ ໃດຕີໝາກບານ ຕຳໃສ່ເສົາທຸງ ທີ່ໄດ້ປັກຢູ່ກາງເດີ່ນ ຫຼາຍ ກວ່າ ໝູ່ ທິມນັ້ນຈະເປັນຝ່າຍຊະນະ.
 
ໃນທຸກໆ​ ຕອນແລງ, ບັນຍາກາດຢູ່ເດ່ີນເຮືອນວັດທະນະທຳຂອງ ຕາແສງ ກວາງຕຽນ ເຕັມໄປດ້ວຍສຽງຮ້ອງໂຮ່, ສຽງອຶກ ກະທຶກນຶກນັນຂອງບັນດານັກກິລາ Croquet ອາວຸໂສ.  

ປະຕິບັດ: ເຕິດເຊີນ, ແຄງລອງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top