• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ທັດສະນີຍະພາບ ທ່ີສວຍງາມ ແຂວງ ກາວບັ່ງ

ດ້ວຍທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ ແລະ ທໍລະນີສາດ ທີ່ ເປັນເອກະລັກ, ສວນສາທາລະນະ ທໍລະນີສາດໂລກ ແຂວງ ກາວ ບັ່ງ ໄດ້ນຳມາ ຊຶ່ງພະລັງແຮງໃໝ່ ໃຫ້ແກ່ ເຂດຊາຍແດນ ທີ່ຫ່າງໄກນີ້  ແລະ ປະກອບສ່ວນ ຊຸກຍູ້ ພັດທະນາ ການທ່ອງທ່ຽວ ກໍຄື ໂຄສະນາ ເຜີຍແຜ່ ດ້ານວັດທະນະທຳ, ສ້າງອາຊີບທີ່ໝັ້ນ ຄົງໃຫ້ແກ່ 9 ຊົນເຜົ່າ ອາໄສຢູ່່ທ້ອງຖິ່ນ. 
ໜ້າອັດສະຈັນ ເຂດຊາຍແດນ ທີ່ຫ່າງໄກ
ສວນສາທາລະນະ ທໍລະນີສາດໂລກ ແຂວງ ກາວບັ່ງ ມີເນື້ອທີ່ ກວ່າ 3.000 ຕາຕະລາງແມັດ ເຊິ່ງກວມເອົາ 6 ເມືອງຄື: ຮ່າກວ໊າງ, ຈ່າ ຫຼີງ, ກວ໊າງອວຽນ, ຈຸ່ງແຄ໋ງ, ຮ້າລາງ, ຟຸກຮ່ວາ ແລະ ສ່ວນໜຶ່ງເນື້ອ ທີ່ຂອງ ເມືອງ ຮ່ວາອານ, ງວຽນບິ່ງ ແລະ ແຖກອານ. ນະແຫ່ງນີ້ມີ ສະຖານທີ່ ມໍລະດົກ ດ້ານທໍລະນີສາດ ທີ່ເປັນເອກະລັກ ມີຄຸນຄ່າ ອັນດັບສາກົນ 130 ແຫ່ງ, ໃນນັ້ນ ມີເຂດອະນຸລັກ ຮັກສາ ແຫ່ງຊາດ 1 ແຫ່ງ, ເຂດອະນຸລັກຮັກສາ ຊີວະພາບ 5 ແຫ່ງ ແລະ ຄວາມອຸດົມ ສົມບູນ ດ້ານຊີວະນາໆ ພັນ 2 ແຫ່ງ ແລະ ຮ່ອງຮອຍປະຫວັດສາດ, ມໍລະດົກວັດທະນະທຳ ທ່ີເປັນຮູບປະທຳ ແລະ ນາມມະທຳ ອີກຫຼາຍ ແຫ່ງ. ສວນສາທາລະນະທໍລະນີສາດໂລກ ແຂວງ ກາວບັ່ງ ເປັນດິນ ແດນ ທີ່ນັກທ່ອງທ່ຽວ ສາມາດຊອກຮູ້ປະຫວັດສາດ ກວ່າ 500 ລ້ານ ປີ ຂອງໜ່ວຍໂລກ ໂດຍຜ່ານບັນດາ ຮ່ອງຮອຍທີ່ຍັງເຫຼືອ ຢູ່ທີ່ນີ້. 

“ເຂດທ່ອງທ່ຽວ ຕາດ ບ໊ານໂຢກ ຊຶ່ງກຸ່ມບໍລິສັດ Sun Group ລົງ ທຶນ ສ້າງພື້ນຖານໂຄງລ່າງ, ປະກອບສ່ວນພັດທະນາ ການທ່ອງທ່ຽວ ຂອງແຂວງ ກາວບັ່ງ ແລະ ແຂວງຕ່າງໆ ທີ່ໃກ້ຄຽງ ແລະ ເມືອງ ຈຸ່ງ ແຄ໋ງ ໃຫ້ສົມເປັນເຂດທ່ອງທ່ຽວ ທີ່ເປັນຕົວແບບແຫ່ງຊາດ”. 
ທ່ານ ຟ້າມວັນກາວ, ເລຂາຄະນະພັກເມືອງ ຈຸ່ງແຄ໋ງ 
ສວນສາທາລະນະ ທໍລະນີສາດໂລກ ແຂວງ ກາວບັ່ງ ມີ ທັດສະນີ ຍະພາບ ທີ່ມີຊ່ືສຽງຫຼາຍແຫ່ງເຊັ່ນ: ເຂດທ່ອງທ່ຽວຊີວະພາບ ເຟຍ ອວັກ, ເຟຍແດ໋ນ, ກຸ່ມໜອງ ທາງແຮນ, ຖຳ້ ເງື່ອມງາວ... ແລະ ພິ ເສດແມ່ນຕາດ ບ໊ານໂຢກ ຊຶ່ງນະແຫ່ງນີ້ເຄີຍໄດ້ຮັບເລືອກ ເປັນຕາດ ໜຶ່ງ ໃນສີ່ແຫ່ງ ຢູ່ເຂດຊາຍແດນ ທີ່ມີຂະໜາດໃຫຍ່ ແລະ ສວຍງາມ ທີສຸດ ຂອງ ໂລກ.

ສັງກັດຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄ໋ງ, ຕາດ ບ໊ານໂຢກ ຕັ້ງ ຢູ່ ລະ ຫວ່າງ ເຂດຊາຍແດນ ຫວຽດນາມ-ຈີນ, ມີລວງກວ້າງປະມານ 50 ແມັດ, ມີຄວາມສູງປະມານ 35 ແມັດ ແລະ ລວມ 3 ຊັ້ນ. ຢູ່ອ້ອມ ຂ້າງ ຕາດແມ່ນປ່າດົງຕຶບໜາ, ພ້ອມກັບກະແສນໍ້າ ທ່ີຕົກ ລົງສູ່ແມ່ນຳ້ ເກວເຊີນ ຕະຫຼອດປີ ແລະ ບັນດາ ການເຄື່ອນໄຫວດຳລົງຊີວິດ ຂອງ ຜູ້ຄົນຢູ່ທີ່ນີ້ ເຮັດໃຫ້ ນັກທ່ອງທ່ຽວ ໄດ້ສຳຜັດກັບບັນດາພຶດຕິກຳ ຕົວຈິງ ທີ່ຍາກຈະຫຼົງລືມ.



ດ້ວຍທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ ແລະ ທໍລະນີສາດ ທີ່ ເປັນເອກະລັກ, ສວນສາທາລະນະ ທໍລະນີສາດໂລກ ແຂວງ ກາວ ບັ່ງ ໄດ້ນຳມາ ຊຶ່ງພະລັງແຮງໃໝ່ ໃຫ້ແກ່
ເຂດຊາຍແດນ ທີ່ຫ່າງໄກນີ້  ແລະ ປະກອບສ່ວນ ຊຸກຍູ້ ພັດທະນາ ການທ່ອງທ່ຽວ ກໍຄື ໂຄສະນາ ເຜີຍແຜ່ ດ້ານວັດທະນະທຳ,
ສ້າງອາຊີບທີ່ໝັ້ນ ຄົງໃຫ້ແກ່ 9 ຊົນເຜົ່າ ອາໄສຢູ່່ທ້ອງຖິ່ນ. ພາບ: ກົງດາດ



ແຕ່ລະປີ ເຂດທ່ອງທ່ຽວ ຕາດ ບ໊ານໂຢກ (ເມືອງ ຈຸ່ງແຄ໋ງ) ໄດ້ດຶງດູດນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມ ຢາມ ເປັນຈຳນວນຫຼວງຫຼາຍ. ພາບ: ຈິ້ງໂບ້


ນັກທ່ອງທ່ຽວຄົ້ນພົບ ບ້ານຫີນ ຂວຍກີ. ພາບ: ຈິ້ງໂບ້

ໂງ່ນນົມຜາຮູບຖ້ານດອກບົວຖືກຂວຳ້ລົງ ຢ່າງແສນງາມ ຢູ່ ໃນຖຳ້ ເງື່ອມງາວ. ພາບ: ກົງດາດ


ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກ ຢູ່ຕາດບ໊ານໂຢກ. ພາບ: ຈິ້ງໂບ້


ຄວາມງາມທີ່ໃຫຍ່ໂຕໂອ້ຖົງ ຂອງ ຮ່ອມພູ ຟອງເນີ້ມ. ພາບ: ກົງດາດ

ມາຍັງຕາດ ບ໊ານໂຢກ, ນັກທ່ອງທ່ຽວຄວນແວ່ຢາມ ວັດ ເຝິດຕິກ ຈຸກເລີມ ບ໊ານໂຢກ ໄດ້ຮັບການກໍ່ສ້າງ ທີ່ໃຫຍ່ໂຕໂອ້ຖົງ, ສວຍງາມ ແລະ ສະອາດງາມຕາ ຕັ້ງຢູ່ເທິງຈອມພູ ເຟຍຍໍ່າ, ຫ່າງຈາກ ຕາດ ບ໊າຍໂຢກ ປະມານ 500 ແມັດ. ຈາກວັດ ແຫ່ງນີ້ ກໍສາມາດ ມອງ ເຫັນ ພາບທັງໝົດຂອງຕາດ ບ໊ານໂຢກ ແລະ ມູມໜຶ່ງ ເຂດຊາຍ ແດນ ທາງທິດເໜືອ ທີ່ກວ້າງໃຫຍ່ໄພສານ ຂອງ ປະເທດຊາດ ອີກ ດ້ວຍ.

ນອກນີ້, ນັກທ່ອງທ່ຽວ ຍັງຈະໄດ້ສໍາຜັດ ກີ່ວ ໝ໊າຟຸກ ແລະ “ມັດເຖິ່ນ ນຸ໋ຍ” (ຕາຂອງພູເຂົາແຫ່ງພະເຈົ້າ) ຢູ່ຕາແສງ ກວັກຕວ໊ານ (ເມືອງ ຈ່າຫຼີງ) ເພື່ອຊົມໜຶ່ງໃນກີ່ວ ງາມທີສຸດ ຢູ່ແຂວງ ກາວບ່ັງ. ຍ່າງລຽບ ຕາມເສັ້ນທາງຮ່ອມ ທີ່ລະອິດລະອ້ຽວ “ມັດເຖິ່ນນຸ໋ຍ”  ນັກທ່ອງທ່ຽວ ຈະໄດ້ຄົ້ນພົບໜອງ ນໍ້າຈ໋າ ມີລວງກວ້າງ ປະມານ 15 ເຮັກຕາ ພ້ອມ ກັບ ນໍ້າຕົກຕາດ ນໍ້າຈ໋າ ທີ່ສວຍຄວາມງາມ ມີສະເໜ່.

ປ່າສະຫງວນແຫ່ງຊາດ ເຟຍອວັກ-ເຟຍແດ໋ນ ຊຶ່ງຕັ້ງຢູ່ ສວນສາທາ ລະນະ ທໍລະນີສາດໂລກ ແຂວງ ກາວບັ່ງ ມີທັດສະນີຍະພາບຫຼາຍ ແຫ່ງ ທີ່ມີຄວາມສວຍງາມແບບດັ້ງເດີມ. ນະແຫ່ງນີ້ ເປັນບ່ອນຮັກ ສາໄວ້ ພືດໄມ້ 90 ສາຍພັນ ແລະ ສັດປ່າ 58 ປະເພດ ທີ່ີມີຄ່າຫາ ຍາກ, ມີປະໂຫຍດດ້ານຄົ້ນຄວ້າ ວິທະຍາສາດ, ປົກປັກຮັກສາແຫຼ່ງ ພັນທຸກຳ ແລະ ສຶກສາ ສິ່ງແວດລ້ອມ. ເຂດປ່າ ຢູ່ທາງທິດ ຕາເວັນ ຕົກ ຂອງ ແຂວງ ກາວບັ່ງ ຍັງໄດ້ຖືວ່າ ເປັນ “ປອດສີຂຽວ”, ມີຄຸນປະ ໂຫຍດ ຢ່າງຫຼວງຫຼາຍ ໃນການປັບອາກາດ, ປະກອບສ່ວນ ອະນຸລັກ ຮັກສາ ແລະ ພັດທະນາ ທີ່ໝັ້ນຄົງ ໃນພື້ນທີ່. ໃນລະດູໜາວ, ນັກ ທ່ອງທ່ຽວ ຍັງໄດ້ຊົມຫິມະຕົກ ປົກຄຸມຂາວ ທົ່ວປ່າ ສະຫງວນ ແຫ່ງ ຊາດ ເຟຍອວັກ-ເຟຍແດ໋ນ.

ຄົ້ນພົບ ປ່າສະຫງວນແຫ່ງຊາດເຟຍອວັກ-ເຟຍແດ໋ນ ຍັງເປັນໂອ ກາດ ເພື່ອໃຫ້ ນັກທ່ອງທ່ຽວ ຊອກຮູ້ປະຫວັດສາດຂອງ ເຂດອານຸ ສອນ ແຫ່ງຊາດພິເສດ ເຂດປ່າ ເຈິ່ນຮຶງດ້າວ, ຊຶ່ງເປັນສະຖານທີ່ ທ່ີ ພົນເອກ ຫວໍງວຽນຢ໋າບ, ພົນເອກ ຜູ້ມີຊື່ສຽງ ບໍ່ພຽງແຕ່ ຢູ່ ຫວຽດນາມ ເທົ່ານັ້ນ, ແຕ່ຍັງມີຊື່ສຽງຢູ່ໃນໂລກອີກດ້ວຍ. ເມື່ອວັນທີ 22 ທັນວາ 1944, ພາຍໃຕ້ ການຊີ້ນຳ ນຳພາ ຂອງ ປະທານ ໂຮ່ຈີມິນ, ເພິ່ນ ພ້ອມກັບນັກຮົບປະຕິວັດ 34 ສະຫາຍ ໄດ້ສ້າງຕັ້ງ ກອງທະຫານ ໂຄສະນາ ປົດປ່ອຍ ຫວຽດນາມ-ຕົ້ນກຳເນີດ ຂອງ ກອງທັບ ປະຊາຊົນ ຫວຽດນາມ ໃນປັດຈຸບັນ.


ສໍາຜັັດ ກັບ ວັດທະນະທຳ ທ້ອງຖິ່ນ
ຕາມຕໍານານ ຂອງຊົນເຜົ່າ ໄຕ່ ເລົ່າສູ່ຟັງວ່າ ແຕ່ສະຕະວັດທີ III ກ່ອນ ຄິດຕະສັກກະລາດ, ພື້ນທີ່ ກາວບັ່ງ ເປັນເຂດແຄວ້ນ ຖຸກຟ໋ານ ຕີເອົາຊະນະບັນດາຄູ່ແຂ່ງ ແລ້ວ ລວມ ປະຊາຊົນ ລາກຫວຽດ ແລະ ໄຕ ເຂົ້າເປັນເອກະພາບກັນ, ສ້າງປະເທດ ເອົາລາກ (ລັດທີສອງ ໃນ ປະຫວັດສາດ ຫວຽດນາມ, ຖັດຈາກລັດ ວັນລາງທຳອິດ ຂອງ ບັນດາ ກະສັດ ຮຸ່ງ), ຂຶ້ນຄອງ ບັນລັງ ເປັນອົງກະສັດ, ເອົາຊື່ແຝງ ເປັນ ອານເຢືອງເວືອງ ແລະ ຍົກຍ້າຍເມືອງຫຼວງມາຍັງ ໂກ໊ລວາ (ເມືອງ ດົງແອງ, ຮ່າໂນ້ຍ ໃນປັດຈຸບັນ). ສິ່ງດັ່ງກ່າວໄດ້ສະແດງ ໃຫ້ເຫັນວ່າ ກາວບັ່ງ ເຄີຍເປັນສູນກາງ ການເມືອງ, ວັດທະນະທຳ ແຕ່ເລີ່ມສ້າງຕັ້ງປະເທດ.

ດ້ວຍເຫດນັ້ນ, 9 ຊົນເຜົ່າໄຕ່, ນຸ່ງ, ຢາວ... ທີ່ດຳລົງຊີວິດ ຢູ່ຕາມ ເມືອງຕ່າງໆ ເຊັ່ນ: ຈ່າຫຼີງ, ກວ໊າງອຽນ, ຟຸກຮ່ວາ, ຈຸ່ງແຄ໋ງ ໄດ້ປະ ກອບສ່ວນສ້າງ ວັດທະນະທຳ ທີ່ເປັນເອກະລັກ ແລະ ມີຊີວິດຊີວາ.



ປະຊາຊົນດຳລົງຊີວິດ ຢູ່ໃນບັນດາເຮືອນຮ້ານ ຊຶ່ງມີອາຍຸ ກວ່າ 400 ປີ ຢູ່ບ້ານ ຂວຍກີ. ພາບ: ຈິ້ງໂບ້


ປະຊາຊົນຕາແສງ ຟອງເນີ້ມ ເກັບກ່ຽວເຂົ້າ ແລະ ຂົນສົ່ງ ຜ່ານລຳຂົວໄມ້ຂະໜາດນ້ອຍ ທີ່ກ່າຍຂ້າມ ແມ່ນຳ້ ເກວເຊີນ. ພາບ: ກົງດາດ


ຕັ້ງຢູ່ຕີນພູ ຟ່າຮຸ່ງ, ບ້ານເຟຍທັບເປັນທີ່ຮູ້ຈັກເຖິງກັບອາຊີບ ເຮັດທູບມູນເຊື້ອ ຕັ້ງແຕ່ຫຼາຍເຊັ່ນຄົນມາແລ້ວ. ພາບ: ກົງດາດ


ຊາວເຜົ່າໄຕ່ ຢູ່ເມືອງ ຈຸ່ງແຄ໋ງ ກັບອາຊີບຍ້ອມແພມູນເຊື້ອ. ພາບ: ຈິ້ງໂບ້


ເສັ້ນລ້ອນມັນສະຄູ ເຟຍແດ໋ນ ເປັນໜຶ່ງໃນບັນດາ ເສັ້ນລ້ອນ ມີຄຸນນະພາບແຊບທີສຸດ ຫວຽດນາມ ຊຶ່ງແຕ່ລະປີ
ໄດ້ສະໜອງ ເສັ້ນລ້ອນປະມານ 150 ໂຕນ ອອກສູ່ຕະຫຼາດ. ພາບ: ກົງດາດ

 

ຕາແສງ ຟຸກແຊນ ມີເຕົາຕີເຫຼັກປະມານ 150 ເຕົາ ຂອງ 6 ບ້ານເຊັ່ນ: ເຟຍຈາງເທິງ, ເຟຍຈາງລຸ່ມ, ເດົ່າເກາະ, ປາກຣັ່ງ, ຕິ່ງດົງ ແລະ ຫຼຸງຫວ່າຍ. ພາບ: ຈິ້ງໂບ້


ລະດູກ່ຽວເຂົ້າ ຢູ່ຮ່ອມພູ ຫງອກໂກນ. ພາບ: ຈິ້ງໂບ້


ປະຊາຊົນ ຕາແສງ ຫງອກໂກນ ເກັບກ່ຽວເຂົ້າໜຽວອອງ ຊຶ່ງເປັນຜະລິດຕະພັນພິເສດ ຂອງ ເມືອງ ຈຸ່ງແຄ໋ງ. ພາບ: ຈິ້ງໂບ້

ພໍ່ແມ່ຊາວຊົນເຜົ່າ ໄຕ່ ຕາກເຂົ້າເປືອກ ຢູ່ຂ້າງ ບັນດາ ເຮືອນ ຮ້ານ ດ້ວຍຫີນ ທີ່ມີອາຍຸ ກວ່າ 400 ປີ ຢູ່ໝູ່ບ້ານຫີນ ຂວຍກີ. ພາບ: ກົງດາດ

ມາຍັງ ສວນສາທາລະນະ ທໍລະນີສາດ ໂລກ ແຂວງ ກາວບັ່ງ, ນັກ ທ່ອງທ່ຽວຈະມີໂອກາດ ໄປຢ້ຽມຢາມ ບັນດາໝູ່ບ້ານ ອາຊີບມູນ ເຊື້ອເຊັ່ນ: ໝູ່ບ້ານຕີເຫຼັກ ປ໋າກຣັ່ງ. ມີເລື່ອງລາວວ່າ ໃນປາງກ່ອນ ມີພໍ່ເຖົ້າຄົນໜຶ່ງ ບໍ່ຮູ້ວ່າ ມາຈາກໃສ ຈະໄປຜ່ານ, ເຫັນຊາວ ນຸ່ງອານ ດຳລົງຊີວິດ ພຽງດ້ວຍການລ່າເນື້ອ ແລະ ເກັບຜັກຫັກໜໍ່, ເພາະສະ ນັ້ນ ຊີວິດທຸກຍາກອຶດຫີວຫຼາຍ. ພໍ່ເຖົ້າ ໄດ້ຕັດສິນໃຈ ສອນໃຫ້ຊາວ ນຸ່ງອານ ຮູ້ຈັກອາຊີບຕີເຫຼັກ. ປັດຈຸບັນ, ຊາວ ນຸ່ງອານ ຢູ່ ຟຸກແຊນ ໄດ້ ສ້າງຫໍວິຫານແຫ່ງໜຶ່ງ ເພື່ອ ນຶກເຖິງ ບັນພະບຸລຸດ ຂອງ ອາຊີບ ແລະ ຢູ່ແຕ່ລະຄອບຄົວ ກໍມີໂຖປັກທູບ ເພື່ອສັກກະລະບູຊາເພິ່ນ. ມີແຫຼ່ງ ຂ່າວຍັງໃຫ້ວ່າ ໝູ່ບ້ານຕີເຫຼັກນີ້ ເຄີຍໄດ້ຫຼອມປືນໃຫຍ່ ໃນ ສະໄໝເກົ່າ, ທັງປືນໃຫຍ່ໃນສະໄໝ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣ່ັງ ອີກດ້ວຍ.

ຢູ່ທີ່ນີ້ ຍັງມີອາຊີບເຮັດທູບ ຂອງຊາວ ນຸ່ງອານ ຢູ່ບ້ານ ເຟຍທັບ. ອາ ຊີບນີ້ ໄດ້ຖ່າຍທອດ ຈາກລຸ້ນສູ່ລຸ້ນ, ປະຊາຊົນໃນໝູ່ບ້ານ ເກືອບວ່າ ຜູ້ໃດ ກໍຮູ້ວິທີເຮັດທູບ. ທູບ ເຟຍທັບ ໄດ້ເຮັດຈາກ ວັດຖຸດິບ  ທຳມະ ຊາດ ທັງໝົດ ຢູ່ເຂດພູຫີນປູນເຊັ່ນ: ຕົ້ນຊ້າງນ້າວ ເພື່ອເຮັດດິ້ວ, ເປືອກຕົ້ນຝ້າຍ, ຂີ້ເລື່ອຍ ແລະ ພິເສດແມ່ນ ໃບຕົ້ນ “ເບົ່າຮັດ”-ປະ ເພດໃບໄມ້ຢູ່ໃນປ່າ ເຮັດເປັນກາວ ເພື່ອຕິດ ວັດຖຸດິບ ເຂົ້າກັນ.

ເມື່ອມາຍັງເຂດສວນສາທາລະນະ ທໍລະນີສາດໂລກ ແຂວງ ກາວບັ່ງ ນັກທ່ອງທ່ຽວ ມີໂອກາດ ເຫັນກັບຕາ ງານບຸນພື້ນເມືອງຕ່າງໆ ຊຶ່ງໄດ້ ຈັດຂຶ້ນ ໃນແຕ່ລະປີ ເຊັ່ນ: ບຸນ ບັ້ງໄຟ ກວ່າງອວຽນ, ບຸນ ນ່າງຮາຍ ຟຸກຮ່ວາ, ບຸນ ລົ່ງຕົ່ງ ຂອງ ຊົນເຜົ່າ ໄຕ່, ນຸ່ງ, ຢາວ, ຊ໋ານຈີ໊... ເພື່ອ ເລີ່ມຕົ້ນລະດູການຜະລິດໃໝ່, ສະແດງບັນດາຊຸດເສື້ອຜ້າອາພອນ ມູນເຊື້ອ ຂອງຊົນເຜົ່າ ໄຕ່, ນຸ່ງ ແລະ ຊີມ ບັນດາລາຍການອາຫານ ຂອງພື້ນບ້ານເຊັ່ນ: ຊີ້ນໝູເອືອບແປ້ງສົ້ມ, ໄສ້ ກອກຮົມຄວັນ, ຊີ້ນ ປີ້ງ, ຈ໊າ, ປີ້ງເປັດ, ປິ່ນໝູນົມ ຫຼື ບັນດາລາຍການອາຫານ ທີ່ປຸງແຕ່ງ ຈາກວັດຖຸມາຈາກທໍາມະຊາດເຊ່ັນ: ເຜີ້ງດິນ ຂົ້ວ ກັບໜໍ່ໄມ້, ຊູກີ້ປາ ສົ້ມ, ເຂົ້າໜຽວໝາກຍາງດຳ, ຂົ້ວ ໄຄຫີນ...


ດ້ວຍ ສະຖານທີ່ ມໍລະດົກດ້ານທໍລະນີສາດ ທີ່ເປັນເອກະລັກ ແລະ ມີຄຸນຄ່າສາກົນ ກວ່າ 130 ແຫ່ງ, ນາມມະຍົດ ສວນສາທາລະນະ ທໍລະນີສາດ ໂລກ ເປັນການຮັບຮອງຂອງ ຢູແນັສໂກ ກ່ຽວກັບ ພູມສັນຖານ ທີ່ອຸດົມສົມບູນ, ຫຼາກຫຼາຍຮູບແບບ ແລະ ຄຸນຄ່າ ທາງດ້ານ ຈິດວິນຍານ ແລະ ວັດທະນະທຳ ທາງດ້ານຈິດໃຈ ຂອງ ແຂວງກາວ ບັ່ງ. ການດໍາລົງຊີວິດທີ່ລຽບງ່າຍ, ສະຫງົບສຸກ ໄດ້ ປະສົມປະສານ ຢ່າງກົມກຽວ ກັບທິວທັດທຳມະຊາດ ທ່ີສວຍງາມ ຈັບໃຈ ຊວນໃຫ້ນັກທ່ອງທ່ຽວ ຢາກໃຊ້ຊີວິດ ໃຫ້ຜ່ານໄປຢ່າງຊ້າໆ ແຕ່ລະວິນາທີ ເພື່ອ ຜ່ອນຄາຍເພີດເພີນໄປ ກັບ ຊ່ວງເວລາ ອັນງຽບສະຫງົບທ່ີມີຄ່າ.


“ສວນສາທາລະນະທໍລະນີສາດ ກາວບັ່ງ ມີຄຸນ ຄ່າມໍລະດົກດ້ານ ທໍລະນີສາດ ຫຼາຍຢ່າງ ທີ່ແຕກຕ່າງກັນ, ໃນນັ້ນ ໜ້າຈັບໃຈເປັນ ພິເສດ ແມ່ນເຂດພູ ເຟຍອວັກ ກັບການເຄື່ອນໄຫວ ຂອງພູເຂົາໄພ ຊຶ່ງຫ່າງຈາກນີ້ ເກືອບ 100 ລ້ານປີ, ເຮັດໃຫ້ມີການປ່ຽນແປງ ດິນແດນ ຢູ່ອ້ອມຂ້າງ ແລະ ໃຫ້ກຳເນີດຊັບພະຍາກອນໂລຫະ ຫຼາຍ ຊະນິດເຊັ່ນ: ຊືນ, vonfram, ຄໍາ, fluorit, ແຮ່ກໍາມັນຕະພາບລັງສີ urani...”
ຮອງ ສຈ, ປອ. ເຈິ່ນເຕິນວັນ, ຫົວໜ້າສະຖາບັນ ວິທະຍາສາດ ທໍລະ ນີສາດ ແລະ ບໍ່ແຮ່, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ

ບົດ: ຈິ້ງໂບ້ - ພາບ: ກົງດາດ - ຈິ້ງໂບ້

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top