• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະວີຄູນຄຸນຄ່າແກ່ນສານດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ

      ແນວຄິດ, ຄຸນສົມບັດ, ບຸກຄະລິກກະພາບ ແລະ ຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງຊາວຫວຽດນາມ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາທີ່ສຸດ, ສາມາດເກ້ຍກອມໄດ້ຢ່າງງ່າຍດາຍທີ່ສຸດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນຫວຽດນາມ ຮໍ່ຳຮຽນ ແລະ ປະຕິບັດຕາມເພີ່ນ.

(ປະທານໂຮ່ຈິມິນ)
      ມາຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ໄດ້ 8 ປີແລ້ວ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.
        ປະທານໂຮ່ຈິມິນ ຖືວ່າ, ເລື່ອງເຊີດຊູແບບຢ່າງ, ກ່ອນອື່ນໝົດແມ່ນຕ້ອງເປັນແບບຢ່າງໃນທຸກວຽກງານແຕ່ນ້ອຍຫາໃຫຍ່, ສະແດງອອກເປັນປະຈຳ ແລະ ໃນທຸກດ້ານ. ພິເສດ, ພະນັກງານ, ສະມາຊິກພັກ ຍາມໃດກໍ່ຕ້ອງຮັກສາຫຼັກການຖືວຽກງານຂອງລັດແມ່ນສຳຄັນກວ່າໝູ່ໝົດ, ຍາມໃດຖືວຽກງານຂອງລັດເໜືອກວ່າວຽກງານສ່ວນຕົວ, ຕ້ອງເສຍສະຫຼະຜົນປະໂຫຍດສ່ວນຕົວ ໃຫ້ແກ່ຜົນປະໂຫຍດຂອງປະເທດຊາດ, ປະຊາຊົນ ແລະ ຂອງພັກ.
ເປັນແວ່ນແຍງ, ເປັນແບບຢ່າງອັນໃສແຈ້ງ
        ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ເສຍສະຫຼະສິດຜົນປະໂຫຍດສ່ວນຕົວ, ອຸທິດສ່ວນໃຫ້ແກ່ປະຊາຊົນ, ປະເທດຊາດ, ຍາມໃດປະທານໂຮ່ຈິມິນ ກໍ່ເປັນແວ່ນແຍງ, ເປັນແບບຢ່າງອັນໃສແຈ້ງ. ເພາະສະນັ້ນ, ຕາມທ່ານຮອງສາດສະດາຈານ, ປະລິຍາເອກ ເຈິ່ນມິງເຈື໋ອງ, ຫົວໜ້າສະຖາບັນໂຮ່ຈິມິນ ແລະ ບັນດາຜູ້ນຳຂອງພັກ ແລ້ວ, ແຕ່ລະຄຳເວົ້າຂອງເພິ່ມມີກຳລັງຮຽກຮ້ອງ, ສາມາດເກ້ຍກອມໄດ້ທຸກຢ່າງ. ນັ້ນແມ່ນປັດໃຈຕັດສິນຊີ້ຂາດສ້າງເປັນຜົນສຳເລັດຂອງການປະຕິວັດຫວຽດນາມ.
        “ປະຕິບັດຕາມແບບຢ່າງປະທານໂຮ່ຈິມິນ, ເຊິ່ງແມ່ນຜູ້ນຳສູງສຸດ ສະແດງໃຫ້ເຫັນແບບຢ່າງຂອງພະນັກງານຂັ້ນສູງປະຕິວັດ, ພະນັກງານຂອງພວກເຮົາໃນໄລຍະຕໍ່ສູ້ຕ້ານ ຕ້ານຝລັ່ງ, ຕ້ານອາເມລິກາ ໄດ້ກາຍເປັນບັນດາພະນັກງານທີ່ເປັນແບບຢ່າງ. ໃນຄາວນັ້ນ, ພະນັກງານເວົ້າວ່າ ປະຊາຊົນມີຄວາມເຊື່ອໝັ້ນ ຍ້ອນວ່າ ສະມາຊິກພັກແມ່ນຜູ້ເຮັດກ່ອນ, ປະຊາຊົນເຮັດຕາມຫຼັງ. ສະນັ້ນ, ຄວາມໄວ້ເນື້ອເຊື່ອໃຈທັງໝົດຂອງປະຊາຊົນແມ່ນຢູ່ກັບພະນັກງານ. ພະນັກງານເວົ້າໄປຄຽງຄູ່ກັບການກະທຳ. ນັ້ນແມ່ນກຳລັງໜູນ, ແມ່ນກຳລັງແຮງສ້າງແຫຼ່ງກຳລັງເພື່ອຍາດເອົາໄຊຊະນະໃນການຕໍ່ສູ້ກູ້ຊາດ 2 ຄັ້ງ”.
        ບໍ່ວ່າໃນຈຸດເວລາໃດ, ໄລຍະໃດຂອງປະເທດຊາດ, ບັນດາຄຸນຄ່າດ້ານແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດທີ່ດີງາມ, ສູງສົ່ງຂອງປະທານໂຮ່ຈິມິນ ຍາມໃດກໍ່ໄດ້ຮັບການປະຕິບັດຢ່າງເຂັ້ມງວດ ແລະ ໄດ້ຮັບການທະວີຄູນ ຍອນບັນດາແບບຢ່າງ, ບັນດາວຽກງານທີ່ລຽບງ່າຍ, ແຕ່ພັດມີຄວາມໝາຍຢ່າງໃຫຍ່ຫຼວງ, ມີກຳລັງແຮງແຜ່ຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງ. ນັ້ນແມ່ນກຳລັງແຮງຂອງການເປັນແບບຢ່າງ, ຂອງເນື້ອໃນຈິດໃຈ “ຄຳເວົ້າໄປຄຽງຄູ່ກັບການກະທຳ”.
ທະວີຄູນບັນດາຄຸນຄ່າຄຸນສົມບັດປະທານໂຮ່ຈິມິນໃນໄລຍະປະຈຸບັນ
        ທ່ານສາດສະດາຈານ, ປະລິຍາເອກ, ຄູປະຊາຊົນ ເຈິ່ນວັນບິ໊ງ, ອະດີດຫົວໜ້າສະຖາບັນວັດທະນະທຳ ແລະ ພັດທະນາ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຖືວ່າ ກຳລັງແຮງທາງດ້ານຈິດໃຈທີ່ມາຈາກການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ມີຄຸນຄ່າຢ່າງໃຫຍ່ຫຼວງໃນການສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້, ເມື່ອພັກ, ລັດຫວຽດນາມ ພວມມານະພະຍາຍາມປ້ອງກັນ, ຕ້ານການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ຂອງພະນັກງານ, ສະມາຊິກພັກ. ທ່ານສາດສະດາຈານ, ປະລິຍາເອກ, ຄູປະຊາຊົນ ເຈິ່ນວັນບິ໊ງ, ກ່າວວ່າ.
        “ຢູ່ໃສກໍ່ຄືກັນ, ບົດບາດຂອງຜູ້ນຳໜ້າແມ່ນມີຄວາມໝາຍສຳຄັນທີ່ສຸດນັບແຕ່ຢູ່ໃນຄອບຄົວ ອອກສູ່ສັງຄົມພາຍນອກ, ຖ້າຜູ້ນຳໜ້າໃນຄອບຄົວກໍ່ຄືສັງຄົມ ເປັນແບບຢ່າງນັ້ນ, ລູກຫຼານໃນຄອບຄົວ ກໍຄືປະຊາຊົນຢູ່ສັງຄົມພາຍນອກກໍ່ມີຄວາມເຊື່ອໝັ້ນປະຕິບັດຕາມ. ນະທີ່ນີ້, ຂ້າພະເຈົ້າຢາກເວົ້າເຖິງກຳລັງແຮງເພື່ອເກ້ຍກອມຂອງຜູ້ນຳໜ້າແມ່ນມີຄວາມສຳຄັນທີ່ສຸດ”.
        ສ່ວນຕາມທ່ານ ຫງວຽນວ໊ຽດຈຶ໊ກ, ອະດີດຮອງຫົວໜ້າກຳມາທິການວັດທະນະທຳ, ສຶກສາ, ຊາວໜຸ່ມເຍົາວະຊົນ, ອະນຸຊົນຂອງສະພາແຫ່ງຊາດ ແລ້ວ, ໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ, ແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມ, ຍົກສູງຄຸນຄ່າຂອງຈິດໃຈທ່ຽງທຳ; ບັນດາພະນັກງານ, ສະມາຊິກພັກຜູ້ເສື່ອມທາດຂາດຄຸນ, ລະເມີດ ຕ້ອງລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ຈຳເປັນຕ້ອງປະຕິບັດວຽກງານກວດກາ, ຕິດຕາມກວດກາສຳລັບເລື່ອງເຊີດຊູແບບຢ່າງ ໃຫ້ເຂັ້ມງວດ. ທ່ານ ຫງວຽນວ໊ຽດຈຶ໊ກ, ກ່າວວ່າ.
        “ການເຊີດຊູແບບຢ່າງພຽງແມ່ນໜຶ່ງໃນບັນດາມາດຕະການເພື່ອເຮັດໃຫ້ພັກມີຄວາມປອດໃສ, ໂດຍສະເພາະແມ່ນພວກເຮົາພວມສ້າງລັດແຫ່ງກົດໝາຍ, ຜູ້ໃດມີການກະທຳຜິດກົດໝາຍຕ້ອງຖືກລົງໂທດດ້ວຍກົດໝາຍ, ບໍ່ມີຜູ້ໃດນອກເໜືອຈາກກົດໝາຍ”.
        ໂດຍປະຕິບັດຕາມຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານໂຮ່ຈິມິນ” ຕິດພັນກັບວຽກງານກໍ່ສ້າງ ແລະ ປັບປຸງພັກ ກໍຈະມີພຽງແຕ່ໝາກຜົນຢ່າງແທ້ຈິງ ເມື່ອໃນວິທີການນຶກຄິດ, ວິທີປະຕິບັດ, ພະນັກງານ, ສະມາຊິກແຕ່ລະຄົນ ເຊື່ອມຊຶມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top