• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

“ທວນຄືນສະໄໝໜຶ່ງໃນອະດີດ” - ເລົ່າເລື່ອງວັດທະນະທຳ ດ້ວຍການສະແດງແຟຊັ່ນ

ຄືນສະແດງພາຍໃຕ້ຫົວເລື່ອງ “ທວນຄືນສະໄໝໜຶ່ງໃນອະດີດ” ເຮັດໃຫ້ ທ່ານຜູ້ຊົມ ມີຄວາມປະທັບໃຈ ເມື່ອໄດ້ຊົມເລື່ອງລາວ ຕ່າງໆ ກ່ຽວກັບວັດທະນະທຳ ຫວຽດນາມຕາມ ການເວລາ ປະຫວັດສາດຂອງຊາດ ຊຶ່ງໄດ້ຮັບການໂຊສະແດງຜ່ານບັນດາລາຍການແຟຊັ່ນ. 
ໃນທ່າມກາງບັນຍາກາດ ທີ່ມີລັກສະນະຂອງຄົນຫວຽດລ້ວນໆ, “ທວນຄືນສະໄໝໜຶ່ງໃນອະດີດ” ໄດ້ນຳເອົາບັນດາລາຍການ ສິລະປະທີ່ ເປັນສະເພາະຂອງວັດທະນະທຳຫວຽດນາມ ມາສະແດງເຊ່ັນ: ຂັບເສີມ, ຂັບວັນ, ຂັບລີ໋, ຂັບຕອບໂຕ້ກ້ຽວ ພາລາສີ, ບັນເລງ ພິນສອງສາຍ ແລະ ອື່ນໆ... ອາດເວົ້າໄດ້ວ່າ ນີ້ແມ່ນ ລາຍການ ສະແດງທີ່ເປັນເອກະລັກ ກ່ຽວກັບ ວັດທະນະທຳ, ດົນຕີພື້ນເມືອງ  ປະສານສົມທົບກັບແຟຊັ່ນອີກດ້ວຍ. 

ຄວາມເຊື່ອຖື ທາງດ້ານວັດທະນະທຳ ໃນການເຊື່ອຖືບູຊາ ເຈົ້າ ແມ່ ໄດ້ນຳມາສະແດງຢູ່ເທິງເວທີ “ທວນຄືນສະໄໝໜຶ່ງໃນອະດີດ”.  


ຂັບເສີມ ພັນລະນາ ກ່ຽວກັບຄວາມຮັກ ຂອງ ອ້າຍບ່າວຕາບອດ ກັບນາງສາວ. 


ການສະແດງ ໄດ້ຫວນຄືນເຖິງ ການເຄື່ອນໄຫວທາງດ້ານ ວັດທະນະທຳ ໃນສະໄໝອະດີດ ຂອງ ຄົນຫວຽດ. 


ຮູບພາບຕະຫຼາດຊົນນະບົດ ກໍໄດ້ຮັບການຟື້ນຟູຄືນໃໝ່ໃນ ລາຍການສະແດງ. 


ບັນດາຊຸດເສື້ອຜ້າອາພອນທີ່ເປັນເອກະລັກ ຂອງ ຫວຽດນາມ ຜ່ານໄລຍະຕ່າງໆ ໃນລາຍການສະແດງ “ທວນຄືນສະໄໝໜຶ່ງໃນອະດີດ”.


ຊຸດ ອ໋າວຢ່າຍ ທີ່ເປັນເອກະລັກ ຂອງ ໄລຍະປະຫວັດສາດ ຕ່າງໆ ໄດ້ຮັບການສະແດງໃນລາຍການ “ທວນຄືນສະໄໝໜຶ່ງໃນອະດີດ”. 
 
 
ລາຍການ “ທວນຄືນສະໄໝໜຶ່ງໃນອະດີດ” ໄດ້ນັກອອກແບບ ສີ໊ ຮວ່າງ ລົງທຶນຢ່າງພິຖີພິຖັນດ້ານເຄື່ອງນຸ່ງຖື ແລະ ການສະແດງ. ຕະຫຼອດ ເວລາ 90 ນາທີ, ທ່ານຜູ້ຊົມຈະໄດ້ເຫັນ ຫຼາຍເຂດແຄ້ວນ, ຫຼາຍ ສີສັນ ແລະ ຮູບແບບວັດທະນະທຳ ທີ່ແຕກຕ່າງ ກັນຂອງ ຄົນ ຫວຽດນາມ. ລາຍການສະແດງ ໄດ້ຫວນຄືນໃຫ້ ເຫັນຕະຫຼາດ ຢູ່ນາຮົກ ແລະ ຕະຫຼາດຢູ່ເຂດພູສູງ ນຳມາຊຶ່ງບັນຍາກາດ ທີ່ ມ່ວນຊື່ນຄຶກຄື້ນ ກັບສຽງຈ່າວຂາຍ ເຂົ້າຈີ່ໄຊງ່ອນ, ຟອຍຂົນ ໄກ່...

ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດ ຂອງການສະແດງ “ທວນຄືນສະໄໝໜຶ່ງໃນອະດີດ”  ແມ່ນການແຫ່ຂະບວນຂອງ ຊຸດ ອ໋າວຢາຍ (ຊຸດປະຈຳຊາດຂອງ ຄົນຫວຽດນາມ) ຕົ້ນສະບັບ ແລະ ຊຸດເສື້ອຜ້າ ອາ ພອນ ຂອງ 54 ຊົນເຜົ່າຫວຽດນາມ ສ້າງໃຫ້ ມີຊີວິດຊີວາຄືນມາ, ນັ້ນແມ່ນບັນດາຊຸດ ອ໋າວຢາຍຂອງ ທົດສະວັດ 60, 70, 80…, ນັ້ນເປັນການຫວນມາພົບກັນໃໝ່ ຢ່າງມ່ວນຊື່ນ, ສະໜິດສະໜົມ ແລະ ຫຼາກຫຼາຍສີສັນ ຂອງ ບັນດາຊົນເຜົ່າສ່ວນໜ້ອຍເຊ່ັນ: ໄຕ່, ນຸ່ງ, ຢາວ, ຜູ້ໄທ... ໃນບັນດາຊຸດປະຈຳທ້ອງຖິ່ນຂອງ ຕົນ.

ສິ່ງທີ່ໜ້າດຶງດູດໃຈໃນລາຍການ “ທວນຄືນສະໄໝໜຶ່ງໃນອະດີດ” ແມ່ນການ ປະສານກົມກຽວກັນ ລະຫວ່າງຜູ້ຊົມ ກັບ ນັກສະແດງ ໃນລາຍ ການຕ່າງໆ. ສາກການສະແດງ ຫາບກະບຸງ ກະຕ່າ ຈ່າວຂາຍ ສິນຄ້າ, ອາຫານວ່າງ ຂອງ ເຂດຊົນນະບົດ, ວິຖີການດຳລົງຊີວິດ ທີ່ລຽບງ່າຍ ໃນຊີວິດປະຈຳວັນ ໄດ້ພາ ທ່ານຜູ້ຊົມຫວນຄິດ ຄືນ ຫຼັງ ຕອນຍັງໜຸ່ມນ້ອຍ.  ບັນດານັກສະແດງ ໄດ້ເຊີນ ຜູ້ຊົມ ຮັບປະທານວ່າງ ຂອງ ເຂດຊົນນະບົດເຊັ່ນ: ໜຶ້ງມັນຕົ້ນ, ເຂົ້າຈີ່ ແລະ ນ້ຳຊາ… ເຮັດໃຫ້ຜູ້ຊົມ ມີຄວາມສຸກເປັນຢ່າງຍິ່ງ.

ນັກອອກແບບ ສີ໋ຮວ່າງ  ກ່າວວ່າ: “ທວນຄືນສະໄໝໜຶ່ງໃນອະດີດ” ໄດ້ເລີ່ມມາແຕ່ປີ 2002-2007. ຕະຫຼອດໄລຍະເວລາໃນການເຄື່ອນໄຫວ, ພວກຂ້າພະເຈົ້າ ໄດ້ຕ້ອນຮັບຄະນະທຸຕານຸທູດ, ແຂກສາກົນຫຼາຍຄະນະ ທີ່ມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບວັດທະນະທຳ ຫວຽດນາມ. ແຕ່ວ່າ ຍ້ອນການກໍ່ສ້າງຫໍພິພິທະພັນ ອ໋າວຢາຍ ຕ້ອງຢຸດ ໄປໄລຍະໜຶ່ງ, ມາຮອດປັດຈຸບັນ, ຫໍພິພິທະພັນໄດ້ ເປີດການເຄື່ອນໄຫວຢ່າງເປັນປົກກະຕິແລ້ວ, ສະນັ້ນພວກ ຂ້າພະເຈົ້າ ໄດ້ນຳລາຍການ “ທວນຄືນສະໄໝໜຶ່ງໃນອະດີດ” ສືບຕໍ່ການສະແດງ, ປະກອບສ່ວນເຮັດໃຫ້ ວັດທະທຳ ຫວຽດນາມ ຂຶ້ນສູ່ລະ ດັບສູງໃໝ່.

ລາຍການສະແດງ “ທວນຄືນສະໄໝໜຶ່ງໃນອະດີດ” ໃນທຸກຕອນຄ່ຳ ເລີ່ມແຕ່ ເວລາ 20 ໂມງ ເປັນຕົ້ນໄປ ຢູ່ທີ່ Aodai Exhibition ຖະໜົນຄົນຍ່າງ ຫງວຽນເຫວ້ ໃນນະຄອນໂຮ່ຈີມິນ. ນີ້ແມ່ນອາຫານ ທາງໃຈທີ່ເປັນເອກະລັກ ເພື່ອໃຫ້ ນັກທ່ອງທ່ຽວ ເລືອກເຟັ້ນ ເມື່ອມາຢ້ຽມຢາມນະຄອນ ໂຮ່ຈີມິນ, ພິເສດແມ່ນ ນັກທ່ອງທ່ຽວສາກົນ ຜູ້ນິຍົມຊອກຮູ້ ກ່ຽວກັບຄຸນຄ່າວັດທະນະທຳ ໃນສະໄໝກ່ອນຂອງຫວຽດນາມ.
 

ບັນດາຊຸດອາພອນ ທີ່ເປັນເອກະລັກ ຂອງ ປະຊາຊົນ ບັນດາ ເຜົ່າ ຫວຽດນາມ
ໄດ້ສະແດງໃນລາຍການ “ທວນຄືນສະໄໝໜຶ່ງໃນອະດີດ”:   

 









Những trang phục đặc trưng của đất nước Việt Nam
qua các thời kì trong chương trình “Điểm một thời”:







ບົດ: ຫງວຽນແອວງ -ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top