• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຖຸຍຟາບ-ວິຊາມວຍ ຫວຽດນາມ ຢູ່ ແບນຊິກ

ອີງໃສ່ຄວາມອ່ອນຊ້ອຍ, ເບົາບາງ ແຕ່ສຸດທີ່ຮຸນແຮງຂອງ ກະແສນຳ້, ອາຈານມວຍ ຮວິ່ນຈຽວເຢືອງ ໄດ້ສ້າງຕັ້ງຂຶ້ນວິຊາມວຍ ຖຸຍຟາບ ທີ່ປະເທດ ແບບຊິກ ແລະ ດຶງດູດນັກຮຽນມວຍຫຼາຍຄົນມາຈາກບັນດາປະເທດໃນໂລກມາເຂົ້າຮ່ວມ.
ເພາະມີສະຖານະຮ່າງກາຍເປັນຄົນອ່ອນໂຊ, ສະນັ້ນ ທ້າວ ຮວິ່ງຈຽວເຢືອງ ຈຶ່ງໄປຊອກຮຽນບັນດາບົດມວຍທີ່ມີຄວາມອ່ອນຊ້ອຍ, ເບົາບາງຂອງມວຍພື້ນເມືອງ ຫວຽດນາມ ຕັ້ງແຕ່ຍາມນ້ອຍ ເພື່ອຈຸດປະສົງແມ່ນຢາກຍົກສູງສຸຂະພາບຂອງຕົນ ເອງ.​ ຈາກຜົນປະໂຫຍດທີ່ມວຍພື້ນເມືອງນຳມາໃຫ້, ທ້າວ ຮວິ່ງຈຽວເຢືອງ ໄດ້ມີການຄົ້ນຄວ້າ, ຮຳ່ຮຽນມວຍພື້ນເມືອງ ຈາກອາຈານມວຍຫຼາຍຄົນ ແລ້ວເອົາມາສະຫຼຸບ,​ ຂຽນເປັນ ຫຼັກສູດແຫ່ງການຮຽນມວຍ.

ເວລາອາຈານມວຍ ຮວິ່ງຈຽວເຢືອງ ໄດ້ສົ່ງໄປເຮັດວຽກຢູ່ ແບນຊິກ ເມື່ອປີ 2000, ຫຼັງຈາກທີ່ໄດ້ຄົ້ນຄວ້າບັນດາບົດມວຍ ຂອງເພິ່ນແລ້ວ, ໝູ່ຂອງເພິ່ນຫຼາຍຄົນທີ່ພວມເຮັດວຽກໃນ ຂະແໜງການແພດຮັບຮູ້ໄດ້ວ່າ ມວຍຂອງເພິ່ນສາມາດປິ່ນປົວພະຍາດ ແລະ ຍົກສູງສຸຂະພາບໃຫ້ແກ່ຄົນເຈັບໄດ້. ປີ 2002, ອາຈານມວຍ ຮວິ່ງຈຽວເຢືອງ ໄດ້ສ້າງຕັ້ງຄ້າຍມວຍ ຖຸຍຟາບ ຢ່າງເປັນທາງການຢູ່ນະຄອນຫຼວງງ Bruxelles, ປະເທດ ແບນຊິກ.

ບັນດາທ່າມວຍໃນບົດມວຍຂອງ ຖຸຍຟາບ ສະແດງອອກໃຫ້ ເຫັນຕາມແບບອ່ອນຊ້ອຍ, ເບົາບາງຄືນຳ້ໄຫຼ, ບາງເທ່ືອບໍ່ມີຮູບ, ບາງເທື່ອຄືເຝື້ອໄຫຼ. ບັນດາບົດມວຍດັ່ງກ່າວ ເໝາະສົມກັບຜູ້ມີອາຍຸສູງ, ທັງຝຶກແອບຄວາມທົນທານໜຽວແໜ້ນ ທັງຍົກສູງ ສຸຂະພາບອີກດ້ວຍ.
  

ວິຊາມວຍ ຖຸຍຟາບ ຂຶ້ນກັບມວຍພື້ນເມືອງ ຫວຽດນາມ ໂດຍອາຈານມວຍ ຮວິ່ນຈຽວເຢືອງ ເປັນຜູ້ສ້າງຕັ້ງເມື່ອປີ 2002 ຢູ່ ແບນຊິກ.


ເພາະມີສະຖານະຮ່າງກາຍເປັນຄົນອ່ອນໂຊ, ສະນັ້ນ ອາຈານມວຍ ຮວິ່ງຈຽວເຢືອງ ຈຶ່ງໄປຊອກຮຽນບັນດາບົດມວຍ ທີ່ມີຄວາມອ່ອນຊ້ອຍ, ເບົາບາງຂອງມວຍພື້ນເມືອງ ຫວຽດນາມ ເພື່ອຈຸດປະສົງແມ່ນຢາກຍົກສູງສຸຂະພາບຂອງຕົນ ເອງ.​


ອາຈານມວຍ ຮວິ່ງຈຽວເຢືອງ ແນະນຳວິທີການນຳໃຊ້ດາບໃຫ້ແກ່ບັນດານັກຮຽນມວຍ.


ອາຈານມວຍ ຮວິ່ງຈຽວເຢືອງ ຊີ້ບອກທ່າມວຍໜຶ່ງໃຫ້ແກ່ ລູກສິດຂອງຕົນ.


ນັກຮຽນມວຍ Brugidou Jérémie ພວມສະແດງບັນດາທ່າ
ມວຍພື້ນຖານຂອງວິຊາມວຍ ຖຸຍຟາບ.



ວິຊາມວຍ ຖຸຍຟາບ ກໍ່ໄດ້ແຕ່ງຫຼາຍບົດມວຍເພື່ອຮັບໃຊ້ໃຫ້ແກ່
ການສູ້ຮົບໜຶ່ງຕໍ່ໜຶ່ງ.



ບັນດາບົດມວຍທີ່ນຳໃຊ້ໃນການສູ້ຮົບຂອງ ຖຸຍຟາບ ໄດ້ອີງໃສ່ ຕາມຄວາມແຮງຂອງຄູ່ຕໍ່ສູ້ ເພື່ອເຮັດໃຫ້ເຂົາບໍ່ສາມາດ ບຸກໂຈມຕີໄດ້.


ນັກຮຽນມວຍ Brugidou Jérémie ແລະ Marcandella Boris ພວມສະແດງບົດມວຍ ຊອງລ້ຽນ ຂອງວິຊາມວຍ ຖຸຍຟາບ.


ທ່າຕີໜຶ່ງທີ່ມີປະສິດທິຜົນໃນການສູ້ຮົບຂອງວິຊາມວຍ ຖຸຍຟາບ.


ທ່າຂັດມືຂອງວິຊາມວຍ ຖຸຍຟາບ.


ນາງ Luciana Angela ແລະ ນາງ Sens Véronique ສະແດງບົດມວຍສູ້ຮົບສຳລັບຍິງ.


ທ້າວ Brugidou Jérémie ໄດ້ຮຽນວິຊາມວຍ ຖຸຍຟາບ ກັບອາຈານມວຍ ຮວິ່ນຈຽວເຢືອງ ໃນເວລາ 15 ປີ.


ວິຊາມວຍ ຖຸຍຟາບ ຍັງມີບົດມວຍຫຼາຍບົດ ກ່ຽວກັບການນຳໃຊ້ ອາວຸດ, ລ້ວນແຕ່ແມ່ນອາວຸດທີ່ເປັນສັນຍາລັກຂອງຄົນ ຫວຽດ ຄື: ໄມ້, ດາບ, ວີ.


ທ້າວ Brugidou Jérémie ສະແດງມວຍກັບໄມ້ ໃນງານແລກ
ປ່ຽນມວຍພື້ນເມືອງ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ເມື່ອເດືອນກໍລະກົດ 2018.



ບັນດາທ່າມວຍໃນບົດມວຍຂອງ ຖຸຍຟາບ ສະແດງອອກໃຫ້ ເຫັນຕາມແບບອ່ອນຊ້ອຍ, ເບົາບາງ.


ບັນດານັກຮຽນມວຍຂອງຄ້າຍມວຍ ຖຸຍຟາບ ພວມສະແດງ
ບົດມວຍກັບມື.



ອາຈານມວຍ ຮວິ່ນຈຽວເຢືອງ ໄດ້ແບ່ງປັນບົດຮຽນ ໃນການ
ຮຽນມວຍພື້ນເມືອງກັບບັນດາລູກສິດຂອງຕົນ.



ຄະນະນັກຮຽນມວຍຂອງຄ້າຍມວຍ ຖຸຍຟາບ ເຂົ້າຮ່ວມການ ສະແດງທີ່ງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ
ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ເມື່ອເດືອນ ກໍລະກົດ 2018.



ຄະນະນັກຮຽນມວຍຂອງຄ້າຍມວຍ ຖຸຍຟາບ ແລະ ບັນດາ ນັກຮຽນມວຍຂອງຄ້າຍມວຍອື່ນໆ ຖ່າຍຮູບຮ່ວມກັນ ທີ່ງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ
ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ເມື່ອເດືອນ ກໍລະກົດ 2018.
  
ອາຈານມວຍ ຮວິ່ງຈຽວເຢືອງ ໃຫ້ຮູ້ວ່າ: “ໂດຍຈຸດປະສົງແມ່ນເພື່ອຝຶກແອບສຸຂະພາບ ແລະ ປ້ອງກັນຕົວ, ຖຸຍຟາບ ໄດ້ຖື ສຳຄັນບັນດາບົດມວຍທີ່ມີຄວາມອ່ອນຊ້ອຍ, ເບົາບາງຄືກະແສນຳ້. ເວລາສູ້ຮົບພຽງແຕ່ເຮັດໃຫ້ຄູ່ຕໍ່ສູ້ຕ້ອງລ່າຖອຍ ຫຼື ໜີອອກໄປໄກໆ ກໍ່ພໍແລ້ວ, ບໍ່ຕ້ອງເຮັດໃຫ້ຄູ່ຕໍ່ສູ້ໄດ້ຮັບບາດເຈັບ”. 
    
ປະຈຸບັນ, ຄ້າຍມວຍ ຖຸຍຟາບ ຢູ່ນະຄອນ Bruxelles ມີຈຳນວນນັກມວຍປະມານ 100 ຄົນ. ພິເສດ, ວິຊາມວຍ ຖຸຍຟາບ ໄດ້ນຳເຂົ້າໃນການສິດສອນໃຫ້ແກ່ນັກຮຽນ, ນັກສຶກສາຂອງໂຮງຮຽນຈຳນວນໜຶ່ງຢູ່ ແບນຊິກ ໃນເວລາມໍ່ໆ ມານີ້.
ນອກຈາກນັ້ນ, ຖຸຍຟາບ ຍັງຮັກສາບົດມວຍຫຼາຍບົດ ກ່ຽວກັບ ການນຳໃຊ້ອາວຸດ, ລ້ວນແຕ່ແມ່ນອາວຸດທີ່ເປັນສັນຍາລັກຂອງ ຄົນ ຫວຽດ ຄື: ໄມ້, ດາບ, ວີ... ຜ່ານບັນດາວິທີການຝຶກແອບ ທີ່ຄ່ອຍໆ, ອ່ອນຊ້ອຍ ຕາມລັກສະນະສະເພາະຂອງຄ້າຍມວຍ ຖຸຍຟາບ.

ນາງ ດັ້ງທິທູກວຽນ (ອາຍຸ 31 ປີ, ອາໄສຢູ່ ແບບຊິກ) ໃຫ້ຮູ້ວ່າ: “ຂ້າພະເຈົ້າຮຽນວິຊາມວຍ ຖຸຍຟາບ ຫາແຕ່ໄດ້ເຄິ່ງປີເທົ່ານັ້ນ, ແຕ່ຜົວຂອງຂ້າພະເຈົ້າແມ່ນທ້າວ Crevecoeur Jean-Philippe ຮຽນມວຍນຳອາຈານ ເຢືອງ ໄດ້ 15 ປີແລ້ວ. ຂ້າພະເຈົ້າເຫັນວ່າ ຮຽນວິຊາມວຍນີ້ ຊ່ວຍເຮັດໃຫ້ຂ້າພະເຈົ້າມີສຸຂະພາບເຂັ້ມແຂງກວ່າ, ຮ່າງກາຍມີຄວາມທົນທານໜຽວ ແໜ້ນກວ່າ”.

ເປັນສະມາຊິກຂອງສະຫະພັນມວຍພື້ນເມືອງ ຫວຽດນາມ, ສະນັ້ນ ບັນດານັກມວຍຂອງຄ້າຍມວຍ ຖຸຍຟາບ ໄດ້ກັບມາ ຫວຽດນາມ ເພື່ອເຂົ້າຮ່ວມບັນດາການແຂ່ງຂັນມວຍພື້ນເມືອງເປັນປະຈຳ. ພິເສດ, ບັນດານັກມວຍຂອງຄ້າຍມວຍ ຖຸຍຟາບທີ່ເຂົ້າຮ່ວມງານມະໂຫລານ ມວຍພື້ນເມືອງ ຫວຽດນາມ ທຸກຄັ້ງເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ບິ່ງດິງ ແລະ 3 ເທື່ອເຂົ້າຮ່ວມການແຂ່ງຂັນມວຍພື້ນເມືອງ ຫວຽດນາມ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ແລະ ບັນລຸໄດ້ຫຼາຍລາງວັນ.
 
ບົດ ແລະ ພາບ: ເຊີນເຫງ້ຍ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top