• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງປ່ຽນແປງຈິນຕະນາການຍຸດທະສາດ ແລະ ມີການກະທຳກ່ຽວກັບການສົ່ງອອກ-ນຳເຂົ້າຢ່າງວ່ອງໄວ

ກອງປະຊຸມໂດຍກົງຜ່ານທາງເຄືຍຂ່າຍອິນເຕີເນັດທົ່ວປະເທດກ່ຽວກັບມາດຕະການສັງລວມ ຊຸກຍູ້ການສົ່ງອອກ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ດຳເນີນໃນຕອນເຊົ້າວັນທີ 23 ເມສາ ຢູ່ຮ່າໂນ້ຍ.

ທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ແລະ ບັນດານັກຄຸ້ມຄອງ, ວິສາຫະກິດ, ຮາກຖານຜະລິດ, ບັນດາສະຫະສະມາຄົມ, ຂະແໜງສິນຄ້າໃນທົ່ວປະເທດເປັນຈຳນວນຫລວງຫລາຍ.

        ປີ 2017, ເປັນຄັ້ງທຳອິດວົງເງິນການຄ້າຂອງ ຫວຽດນາມ ລື່ນກາຍຄາດໝາຍ 200 ຕື້ USD. ໄລ່ລວມທັງທົ່ວປີ, ການສົ່ງອອກບັນລຸໄດ້ 214 ຕື້ USD, ເພີ່ມຂຶ້ນ 21,2% ເມື່ອທຽບໃສ່ກັບປີ 2016. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ການຢຶດຄອງຕະຫລາດ, ຊຸກຍູ້ການສົ່ງອອກ ແມ່ນເສັ້ນທາງຕົ້ນຕໍ ເພື່ອໃຫ້ເສດຖະກິດ ຫວຽດນາມ ຂະຫຍາຍຕົວ. ທ່ານນາຍົກລັດຖະມົນຕີໄດ້ຍົກອອກ 5 ຄຳຖາມໃຫຍ່ສຳລັບຂະແໜງອຸດສາຫະກຳ ແລະ ການຄ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ຂ້າພະເຈົ້າສະເໜີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າສືບຕໍ່ຕອບ 5 ຄຳຖາມ ຊຶ່ງຂ້າພະເຈົ້າໄດ້ຍົກອອກມາ, ພິເສດແມ່ນບັນດາຄຳຖາມນີ້ ສາມາດເລືອກເຟັ້ນ, ນຳເຂົ້າໃນບັນດາເນື້ອໃນຂອງຄຳສັ່ງຄັ້ງນີ້. ນີ້ແມ່ນການຊຸກຍູ້ການສົ່ງອອກທັງໃນສະເພາະໜ້າ ແລະ ຍາວນານບົນມາດຕະການສັງລວມ. ເພາະສະນັ້ນ ຂ້າພະເຈົ້າສະເໜີໃຫ້ທຸກແຂວງ, ທຸກກະຊວງຕ້ອງມີການກຳນົດທິດສົ່ງອອກ ດ້ວຍບາດກ້າວເດີນທີ່ເໝາະສົມ.

        ຕີລາຄາສູງບັນດາຄຳຄິດເຫັນທີ່ກອງປະຊຸມ, ເປັນຕົ້ນແມ່ນຈາກບັນດາສະຫະສະມາຄົມ, ຂະແໜງສິນຄ້າ, ນັກຜະລິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ຂຸດຄົ້ນທ່າໄດ້ປຽບ ປຽບທຽບຂອງ ຫວຽດນາມ ເພື່ອເພີ່ມທະວີການສົ່ງອອກທັງດ້ານຈຳນວນ, ຄຸນນະພາບ ແລະ ມູນຄ່າເພີ່ມຂອງສິນຄ້າຢ່າງໄວ. ຄວາມສາມາດບົ່ມຊ້ອນນັ້ນ ອາດຈະເພີ່ມຂຶ້ນຢ່າງຕ່ຳສຸດແມ່ນແຕ່ 15  20% ໃນຊຸມປີຈະມາເຖິງ. 

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top