• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຕົ້ມຍຳ ແກະ

ແກະ ແລະ ໝາກອະງຸ່ນ ແມ່ນຜະລິດຕະພັນ ພິເສດ 2 ຊະນິດ ຂອງ ນິງຖ້ວນ, ເວລາປຸງແຕ່ງເຂົ້າກັນຈະກາຍເປັນອາຫານ ຊະ ນິດ ພິເສດ ທີ່ໜ້າຈັບໃຈ ນັ້ນຄື: ຕົ້ມຍຳ ແກະ.
ຊີ້ນແກະຕົ້ມເບື່ອຍ, ເວລາປຸງແຕ່ງກັບນຳ້ຊ໊ອດ ໝາກອະງຸ່ນ ທີ່ມີ ລົດສົ້ມໆ ຫວານໆ ຈະເຮັດ ໃຫ້ອາຫານເຍື່ອງນີ້ ເພີ່ມຄວາມເຂັ້ມ ຂຸ້ນຂຶ້ນ. ຕົ້ມຍຳ ແກະ ຈະກິນກັບເຂົ້າຈີ່ ແລະ ເຂົ້າປຸ້ນ.
 
ເຂັດລັບໃນການປຸງແຕ່ງຕົ້ມຍຳ ແກະ ໃຫ້ແຊບ ແມ່ນຂັ້ນຕອນ ການເລືອກຊີ້ນ ແກະ ສ່ວນທີ່ມີຊີ້ນ ແລະ ນຳ້ມັນເພື່ອຕົ້ມ, ນຳ້ຈະ ມັນກວ່າ ແລະ ຊີ້ນ ແກະ ຈະອ່ອນນຸ້ມ. ໝາກ ອະງຸ່ນ ຖືກປອກ ເປືອກ ແລະ ເອົາແກ່ນອອກ, ອາດໃສ່ຫົວ ກາຣົດ ໜ້ອຍໜຶ່ງ ເພື່ອ ໃຫ້ຕົ້ມຍຳ ແກະ ມີລົດຫວານ. 



ຊີ້ນ ແກະ ຕັດເປັນຕ່ອນ, ເອືອບເຄື່ອງປຸງ ໃຊ້ເວລາ 20 ນາທີ ແລະ ເອົາໄປຕົ້ນໃຊ້ເວລາ ປະມານ 1 ຊົ່ວໂມງ ເພື່ອໃຫ້ຊີ້ນເບື່ອຍ, ຫຼັງ ຈາກນັ້ນ ເອົາຫົວ ກາຣົດ ແລະ ໝາກ ອະງຸ່ນ ໃສ່, ຕົ້ນອີກ 2-3 ນາທີ ແລ້ວຍົກໝໍ້ຕົ້ມຍຳອອກ. ຖ້າໝາກອະງຸ່ນ ຕົ້ມເບື່ອຍໂພດ ຈະເບິ່ງບໍ່ງາມ, ນຳ້ໝາກ ອະງຸ່ນ ອອກຫຼາຍຈະເຮັດໃຫ້ ຕົ້ມຍຳ ແກະ ມີລົດສົ້ມ, ເຮັດໃຫ້ຊີ້ນ ແກະ ເສຍລົດຊາດ.
 
ເວລາມາທ່ຽວນະຄອນ ຟານຣາງ-ຖາບຈ່າມ, ນັກທ່ອງທ່ຽວສາ ມາດມາຮັບປະທານອາຫານເຍື່ອງນີ້ ຢູ່ຮ້ານ ອາຫານ ຮວາທຽນ ຫຼີ, ຕັ້ງຢູ່ຖະໜົນ ຫາຍເຖື້ອງ ຫຼານ ອົງ. 

ບັນດາຮ້ານອາຫານຢູ່ ນິງຖ້ວນ ລ້ວນແຕ່ນຳໃຊ້ຊີ້ນ ແກະ ທີ່ລ້ຽງ ແລະ ນຳເຂົ້າມາຈາກ ອົສຕຣາລີ ເພື່ອປຸງແຕ່ງອາຫານ ຕົ້ມຍຳ ແກະ.

ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top