• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 
ໃນຊຸມມື້ ພ້ອມກັບ ຄະນະປະຕິບັດງານ ສັງກັດກອງພົນນ້ອຍ 146 ກອງບັນຊາການ ກອງທັບເຮືອ ເຂດ 4 ປະຕິບັດໜ້າທີ່ ມອບຂອງຂວັນ, ອວຍພອນປີໃໝ່ ທະຫານ ແລະ ປະຊາຊົນ ຢູ່ເທິງໝູ່ເກາະ ເຈືອງຊາ, ພວກຂ້າພະເຈົ້າ ໂຊກດີ ທີ່ໄດ້ ມາ ຢ້ຽມຢາມພະນັກງານ, ນັກຮົບ ທ່ີສະຖານີ ຣາດາ T44 ຢູ່ເທິງ ເກາະ ຟານວິງອາ.

ພັນຕີ ຫວູວັນວິງ, ຫົວໜ້າສະຖານີ ຣາດາ T44 ໃຫ້ຮູ້ວ່າ: “T44 ມີໜ້າທີ່ສັງເກດ, ຕິດຕາມ, ຄົ້ນຫາບັນດາເປົ້າໝາຍ ປະກົດຕົວ ຢູ່ເທິງເຂດນ່ານຟ້າ ຂອງ ໝູ່ເກາະ ເຈື່ອງຊາ ທັງວັນ-ຄືນ. ບັນ ດາຂໍ້ມູນ, ຕົວເລກ ໄດ້ໜ່ວຍເຝົ້າຍາມ ຈົດກ່າຍ ແລະ ລາຍ ງານ ມາຍັງດິນຕໍ່ແຜ່ນ ແລະ ສະເໜີ ວິທີການແກ້ໄຂ ເພື່ອຮັບ ປະກັນສິດອຳນາດ ເຂດນ່ານຟ້າຂອງປະເທດຊາດ ຢ່າງໝັ້ນ ຄົງ”.



ສະຖານີ ຣາດາ T44 ມີໜ້າທີ່ເຝົ້າຍາມເຂດນ່ານຟ້າ ຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ.  


ພາບລວມ ຂອງສະຖານີ ຣາດາ T44 ຢູ່ເທິງເກາະ ຟານວິງ A..


ບັນດາ ນັກຮົບຢູ່ສະຖານີ ຣາດາ T44 ຢູ່ເທິງເກາະ ຟານວິງ A ເຮັດວຽກທັງເວັນທັງຄືນ ບົນຈິດໃຈ “ເພື່ອຄວາມສະຫງົບສຸກ ຂອງ ປະຊາຊົນ”. .


ພະນັກງານສັງເກດທາງຍົນ ຢູ່ເທິງແຜນທີ່. 


ບັນດາເກາະ ຢູ່ເມືອງເກາະ ເຈື່ອງຊາ ຂອງ ຫວຽດນາມ ຍາມ ໃດ ກໍໄດ້ສັງເກດເຫັນ ຢູ່ເທິງແຜນທີ່ .


ສະແກນຮູບພາບ ເປົ້າໝາຍຢູ່ເທິງ ຣາດາ. 


ສືບຮູ້ສັນຍານ.


ສັງເກດປົກປັກຮັກສາເຂດນ່ານຟ້າ. 


ສັງເກດດ້ວຍກ້ອງສ່ອງ TZK.


ບັນດານັກຮົບ ຍາມໃດ ກໍມີ ສະຕິລະວັງຕົວ ຢ່າງສູງສຸດ.

ສະຖານີຣາດາ T44 ມີໜ້າທີ່ສັງເກດການ ໃນລັດສະໝີ 300 ກິ ໂລແມັດ ຂອງ ທົ່ວທັງເຂດນ່ານຟ້າ ໝູ່ເກາະ ເຈື່ອງຊາ ໃນ ທະ ເລຕາເວັນອອກ. ເມື່ອພົບເຫັນເຮືອບິນ ຫຼື ວັດຖຸ ທີ່ຜິດປົກກະ ຕິຢູ່ເທິງອາກາດ, ສັນຍາຣາດາ ຈະສະແກນ ຮູບພາບ ແລ້ວສົ່ງ ມາຍັງກອງປ້ອງກັນໄພ ທາງອາກາດແຫ່ງຊາດ ເພື່ອຊອກຫາ ວິ ທີແກ້ໄຂ. ດ້ວຍເຫດນັ້ນ, ໃນທຸກໆ ການເຄື່ອນໄຫວ ຂອງ ໜ່ວຍງານ, ພະນັກງານ, ນັກຮົບ ຕ້ອງມີສະຕິລະວັງຕົວສູງສຸດ ແລະ ພ້ອມທີ່ຈະຮູ້ຮົບ ຢູ່ຕະຫຼອດເວລາ ເພື່ອບໍ່ຕົກ ຢູ່ໃນທ່າຮັບ ຕໍ່ທຸກສະຖານະການ.

ໄດ້ເຫັນກັບຕາ ການຝຶກຊ້ອມສູ້ຮົບຂອງ ສະຖານີ ຣາດາ T44 ພວກຂ້າພະເຈົ້າ ຈຶ່ງເຂົ້າໃຈໄດ້ໝົດ ຄວາມຫຍຸ້ງຍາກລຳບາກ ຂອງ ອ້າຍນ້ອງທະຫານ. ເສື້ອທ່ີປຽກໄປດ້ວຍເຫື່ອ ຈາກຄວາມ ຮ້ອນ, ຕາລາຍ ຍ້ອນສຸມໃສ່ ຕິດຕາມໜ້າຈໍ ຣາດາ ແລະ ຈາກ ຄວາມມືດ ກ້າວອອກມາບ່ອນມີ ແສງສະຫວ່າງ.

ບັນດາພະນັກງານ, ນັກຮົບຂອງສະຖານີ ຣາດາ T44 ທຸກຄົນ ລ້ວນແຕ່ມີຄວາມສາມາດ ນຳໃຊ້, ຄຸ້ມຄອງຮັກສາ ເຄື່ອງຈັກ ອຸປະກອນ ຢ່າງຊຳນານງານ ເພື່ອພ້ອມກັບ ເຫຼົ່າຮົບອື່ນໆ ປົກປັກ ຮັກສາ ເຂດທະເລນ່ານຟ້າ ແລະ ໝູ່ເກາະຂອງ ຫວຽດນາມ ຢ່າງໝັ້ນຄົງ.

 
ປະຕິບັດ: ທົງຫາຍ

ນັກສິລະປິນຊ່າງພາບ ໄບ໋ລາມ

ນັກສິລະປິນຊ່າງພາບ ໄບ໋ລາມ

ດ້ວຍຄວາມຮັກ ແລະ ການແບ່ງປັນ ຊຶ່ງກັນ ແລະ ກັນ,  ວິລະ ຊົນ ອອກແຮງງານ, ນັກສິລະປິນຊ່າງພາບ ໄບ໋ລາມ (ຊື່ແທ້ ເຈິ່ນ ລາມ) ໄດ້ໃຊ້ເວລາ ຢ່າງຫຼວງຫຼາຍຂອງຕົນ ເພື່ອການວາງສະ ແດງ ແລະ ພິມປຶ້ມ, ຮຽກຮ້ອງວຽກງານສົງເຄາະ ເພື່ອຊ່ວຍ ຄົນທຸກນັບຫຼາຍໝື່ນຄົນ ທີ່ອາໄສຢູ່ ຫວຽດນາມ ແລະ ກຳປູເຈຍ ດ້ວຍເງິນມູນນິທິ ເປັນຈໍານວນຫຼາຍຮ້ອຍຕື້ດົ່ງ.

Top