• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຕັດສິນໃຈສ້າງພາກພື້ນ ແມ່ຂອງ ພັດທະນາທີ່ຍືນຍົງ, ເພື່ອປະຊາຊົນ

ພາຍຫຼັງເຮັດວຽກ ຢ່າງຮີບຮ້ອນ ແລະ ມີປະສິດທິຜົນ ເປັນເວລາ ສາມວັນ ແຕ່ ວັນທີ 29-31 ມີນາ, ທີ່ຮ່າໂນ້ຍ, ກອງປະຊຸມສຸດຍອດ ຄວາມຮ່ວມມືອະນຸພາກພືື້ນ ແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 6 (GMS 6) ແລະ ກອງປະຊຸມສຸດຍອດ ຮ່ວມມື ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ໄດ້ປະ ສົບຜົນສຳເລັດ ລົງຢ່າງຈົບງາມ. 
ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າ ລັດຖະບານ, ທ້ອງຖິ່ນ ບັນດາປະເທດສະມາຊິກ GMS, ຄູ່ຮ່ວມມືພັດທະນາ, ນັກຮຽນຮູ້, ປະຊາຄົມ ວິສາຫະກິດ ພາຍໃນ ແລະ ຕ່າງປະເທດ. ກອງປະຊຸມ ໄດ້ ສ້າງຂີດໝາຍ ອັນສຳຄັນ ຊຶ່ງສະແດງ ໃຫ້ເຫັນ ຄວາມມຸ່ງມາດ ປາດ ຖະໜາ, ຄວາມຕັດສິນໃຈ ຂອງ ບັນດາປະເທດ GMS ໃນການສ້າງ ພາກພື້ນ ແມ່ຂອງ ແຫ່ງ ສັນຕິພາບ, ວັດທະນາຖາວອນ, ພັດທະນາ ທີ່ຍືນຍົງ ແລະ ເພື່ອປະຊາຊົນ. 

ກຳນົດທິດ “3C”
ເພື່ອເສີມຂະຫຍາຍ ການເຂົ້າຮ່ວມຢ່າງແຂງຂັນຍິ່ງຂຶ້ນ ຂອງ ບັນດາ ຄູ່ຮ່ວມມື ພັດທະນາ, ພິເສດ ແມ່ນ ຂົງເຂດເອກະຊົນ ເຂົ້າຮ່ວມກັບ GMS, ທີ່ກອງປະຊຸມສຸດຍອດ GMS 6 ຄັ້ງນີ້, ຊຶ່ງເປັນຄັ້ງທຳອິດ ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມ ຈັດຕັ້ງ ເວທີປາໄສສຸດຍອດ ດຳ ເນີນທຸລະກິດ GMS ກັບເປົ້າໝາຍ ເພີ່ມທະວີ ການໂອ້ລົມ ສົນທະ ນາ ລະຫວ່າງ ວິສາຫະກິດ ແລະ ລັດ, ເຊື່ອມຕໍ່ ບັນດາວິ ສາຫະກິດ ພາຍໃນ ແລະ ໂລກ. ຂໍ້ລິເລີ່ມນີ້ ໄດ້ຮັບຄວາມເຫັນພ້ອມ ຈາກ ບັນ ດາສະມາຊິກ GMS, ໄດ້ຮັບການສະໜັບສະໜູນ ຈາກ ທະນາຄານ ພັດທະນາ ອາຊີ, ທະນາຄານໂລກ, ASEAN ແລະ ອື່ນໆ.

ພິເສດແມ່ນການສະໜັບສະໜູນ ຈາກປະຊາຄົມວິສາຫະກິດ ໂດຍມີ ນັກທຸລະກິດທັງພາຍໃນ ແລະ ສາກົນ ເຂົ້າຮ່ວມກວ່າ 2000 ທ່ານ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ຄວາມເພິ່ງພໍໃຈ ໃນການດຳເນີນທຸ ລະກິດ, ຄວາມເຊື່ອໝັ້ນ ຂອງ ບັນດານັກທຸລະກິດ, ນັກລົງທຶນ ເຂົ້າ ບັນດານະໂຍບາຍ ການປ່ຽນແປງໃໝ່, ເປີດກວ້າງ, ສະດວກ ຂອງ ບັນດາລັດຖະບານ ແລະ ບັນດາກາລະໂອກາດ ດຳເນີນທຸລະກິດ ທີ່ ສະດວກສະບາຍ ກຳລັງ ເປີດອອກ ໃນພາກພື້ນ GMS, CLV ທີ່ມີ ຄວາມສາມາດບົ່ມຊ້ອນ ທີສຸດ ໃນສະພາບແວດລ້ອມ ອາຊີ ກຳລັງ ພົ້ນເດັ່ນ, ແມ່ນພະລັງແຮງພັດທະນາ ຂອງ ທົ່ວໂລກ ໃນສະຕະວັດທີ  XXI.



ໃນກອບກອງປະຊຸມສຸດຍອດ ຄວາມຮ່ວມມື ອະນຸພາກພືື້ນ ແມ່ນ້ຳ ຂອງ ເປີດກວ້າງ ຄັ້ງທີ 6 (GMS 6), ຕອນເຊົ້າວັນທີ 30 ມີນາ2018,
ທີ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ) ໄດ້ຈັດວາລະປະຊຸມ ເປີດກວ້າງ ຂອງ ສະພາວິສາຫະກິດ GMS, ເປີດສາກ ໃຫ້ແກ່ ບັນດາການ ເຄື່ອນໄຫວ
ຂອງ ເວທີປາໄສ ສຸດຍອດ ດຳເນີນທຸລະກິດ GMS. ພາບ: VNA



ບັນດານັກປະຖະກະຖາ ໄດ້ພິຈາລະນາ ພາຍໃຕ້ຫົວຂໍ້: “ບັນດາຕົວ ແບບດຳເນີນທຸລະກິດໃໝ່-ທັດສະນະ ຂອງ ແມ່ຍິງ ໃນການເລີ່ມຕົ້ນ
ທຸລະກິດ ແລະ ບັນດານັກທຸລະກິດ ມາຈາກ ບັນດາ ປະເທດ GMS ທີ່ວາລະປະຊຸມເປີດກວ້າງ ຂອງ ສະພາວິສາຫະກິດ GMS,
ເປີດສາກ ໃຫ້ແກ່ ບັນດາ ການເຄື່ອນໄຫວ ຂອງ ເວທີປາໄສ ສຸດຍອດ ດຳເນີນທຸລະກິດ GMS.  ພາບ: VNA



ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ກະຊວງການຕ່າງ ປະເທດ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ ການສົນທະນາ ນະໂຍ ບາຍ
ຂັ້ນສູງ, ກັບບັນດາ ວາລະປະຊຸມ ພິຈາລະນາ ວ່າດ້ວຍ ຫົວ ຂໍ້ ຕ່າງໆ ເຊັ່ນ: “ພັດທະນາພື້ນຖານໂຄງລ່າງ ແລະ ການເງິນ ໃຫ້ແກ່ ພື້ນຖານ
ໂຄງລ່າງ”, “ນຳໃຊ້ເຕັກໂນໂລຊີສູງ ເພື່ອຊຸກຍູ້ ການພັດ ທະ ນາ ກະສິກຳ ພາກພື້ນ GMS”, “GMS ແລະ ການຄ້າ ທົ່ວໂລກ”.
ໃນພາບ: ບັນດາຜູ້ແທນ ກ່າວປາໄສ ທີ່ວາລະປະຊຸມ ພິຈາລະນາ ວ່າ ດ້ວຍຫົວຂໍ້ “ນຳໃຊ້ ເຕັກໂນໂລຊີສູງ
ເພື່ອຊຸກຍູ້ ການພັດທະນາ ກະສິ ກຳ ພາກພື້ນ GMS”. ພາບ: VNA



ພາບໃນວາລະປະຊຸມ ພິຈາລະນາ ວ່າດ້ວຍຫົວຂໍ້: “GMS ແລະການ ຄ້າທົ່ວໂລກ”. ພາບ: VNA


ບັນດາຜູ້ແທນ ໃນວາລະການປະຊຸມ ພິຈາລະນາ ວ່າດ້ວຍຫົວຂໍ້: “ພັດທະນາ ພື້ນຖານໂຄງລ່າງ
ແລະ ການເງິນ ໃຫ້ແກ່ ພື້ນຖານໂຄງ  ລ່າງ” . ພາບ: VNA



ຕອນບ່າຍ ວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ,
ບັນດາຫົວໜ້າ ຄະນະ GMS ແລະ ຜູ້ແທນເຂົ້າຮ່ວມ ພິທີ ເປີດງານວາງ ສະແດງ ພາບຖ່າຍ
ກອງປະຊຸມສຸດຍອດ GMS ຄັ້ງທີ 6. ພາບ: VNA



ໃນກອບກອງປະຊຸມຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ  ແລະ ບັນດາຫົວໜ້າຄະນະ GMS ໄດ້ເຂົ້າຮ່ວມ ວາລະການປະຊຸມ ຄົບຄະນະ ການໂອ້ລົມສົນທະນາ ວ່າດ້ວຍ
ນະໂຍບາຍ ຂອງ ເວທີປາໄສສຸດຍອດ ດຳເນີນທຸ ລະກິດ GMS. ພາບ: VNA



ໃນກອບກອງປະຊຸມຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ ຫໍປະຊຸມແຫ່ງຊາດ,
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Jonathan Choi
ປະທານ ກຸ່ມບໍລິສັດ Sunwah (ຮົງກົງ, ຈີນ). ພາບ: VNA



ຕອນບ່າຍວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Takehiko Nakao, ປະທານທະນາຄານພັດທະນາ ອາຊີ (ADB) ເນື່ອງໃນໂອກາດ ເຂົ້າ ຮ່ວມກອງປະຊຸມ GMS ຄັ້ງທີ 6. ພາບ: VNA


ໃນກອບກອງປະຊຸມສຸດຍອດຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6, ຕອນບ່າຍວັນທີ 30 ມີນາ, ທີ່ ຫໍປະຊຸມແຫ່ງຊາດ,
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ໄດ້ພົບ ປະແລກປ່ຽນ ຄຳ ຄິດຄຳເຫັນ ກັບທ່ານ ປຣະຢຸດ ຈັນໂອຊາ
ນາຍົກ ລັດຖະມົນຕີ ໄທ. ພາບ: VNA



ຕອນເຊົ້າວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ກ່ອນເປີດກອງປະ ຊຸມສຸດຍອດຄວາມຮ່ວມມືອະນຸພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6,
ບັນດາຜູ້ນຳ GMS ໄດ້ດໍາເນີນການປະຊຸມວົງແຄບ ພາຍໃຕ້ ການ ເປັນ ເຈົ້າພາບ ຂອງ ທ່ານ ຫງວຽນ ຊວນຟຸກ
ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.   ພາບ: VNA



ຕອນເຊົ້າວັນທີ 31 ມີນາ, ວາລະປະຊຸມສຸດຍອດຄວາມຮ່ວມມືອະ ນຸພາກ ພື້ນແມ່ນາໍ້ຂອງ GMS ຄັ້ງທີ 6 ໄດ້ຈັດຂຶ້ນຢ່າງສົມກຽດ
ທີ່ ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ). ໃນພາບ: ທ່ານ ຫງວຽນຊວນຟຸກ ນາຍົກລັດະມົນຕີ ແລະ ບັນດາຫົວໜ້າຄະນະ
ຖ່າຍຮູບຮ່ວມກັນ. ພາບ: VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ກ່າວປາໄສ ທີ່ ກອງປະ ຊຸມ ຄົບຄະນະ GMS ຄັ້ງທີ 6. ພາບ: VNA


ໃນພາບ: (ແຕ່ຊ້າຍຫາຂວາ): ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ວ່າງຢີ້ ລັດຖະມົນຕີ ການຕ່າງປະເທດ ແຫ່ງ ສປ ຈີນ, ທ່ານ UHenry Van Thio ຮອງປະທານາທິບໍດີ ແຫ່ງ ສ. ມຽນນາ ເຂົ້າຮ່ວມກອງປະຊຸມ
ຄົບຄະນະ ກອງປະຊຸມສຸດຍອດ ອະນຸພາກພື້ນ ແມ່ນາໍ້ຂອງ GMS ຄັ້ງທີ 6. ພາບ: VNA



ຕອນທ່ຽງ ວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແລະ ທ່ານ Takehiko Nakao
ປະ ທານ ທະນາຄານພັດທະນາ ອາຊີ (ADB)  ໄດ້ເປັນເຈົ້າພາບ ໃນ ການປະຊຸມຂ່າວ ແຈ້ງຜົນ ຂອງ
ກອງປະຊຸມສຸດຍອດອະນຸພາກພື້ນ ແມ່ນາໍ້ຂອງ GMS ຄັ້ງທີ 6. ພາບ: VNA

ສິ່ງທີ່ໜ້າສົນໃຈກໍ່ຄື ກອງປະຊຸມ ໄດ້ເລີ່ມເຄື່ອນໄຫວ ສ້າງວິໄສທັດ ໄລຍະຍາວ ຫຼັງປີ 2022. ໃນສະພາບແວດລ້ອມ ບັນດາປະເທດ GMS ມຸ່ງສູ່ລາຍການປະຊຸມພັດທະນາທີ່ຍືນຍົງ SDG 2030 ຂອງ ສະຫະປະຊາຊາດ, ສະຖານະການສາກົນ ແລະ ພາກພື້ນ ມີການ  ປ່ຽນແປງຫຼາຍຢ່າງ, ການຮ່ວມມື GMS ຕ້ອງກໍານົດໄດ້ ວິໄສທັດ ໄລ ຍະຍາວ ແນໃສ່ສ້າງພາກພື້ນ GMS ໜຶ່ງທີ່ເຊື່ອມໂຍງ ແລະ ວັດທະ ນາຖາວອນ. ນັ້ນກໍແມ່ນ ວິໄສທັດ ຮັບປະກັນ ການພັດທະນາທີ່ ຍືນ ຍົງ, ກົມກຽວ, ສົມດູນຢູ່ພາກພື້ນ, ພ້ອມດຽວກັນກໍຊຸກຍູ້ ການພັດທະ ນາກວມລວມ, ຮັບປະກັນ ໃຫ້ປະຊາຊົນ ທຸກຄົນໄດ້ຮັບຜົນປະໂຫຍດ ຈາກ ຂະບວນວິວັດການແຫ່ງໂລກກາພິວັດ ແລະ  ການປະຕິວັດ ເຕັກໂນໂລຊີ.
ແນວຄວາມຄິດການຮ່ວມມື ອະນຸພາກພືື້ນແມ່ນ້ຳຂອງ ເປີດກວ້າງ (GMS) ຊຶ່ງທະນາຄານພັດທະນາ ອາຊີ (ADB) ໄດ້ລິເລີ່ມໃນປີ 1992. ບັນດາປະເທດສະມາຊິກ ຂອງອະນຸພາກພື້ນ ແມ່ນຳ້ຂອງ ເປີດກວ້າງ ລວມມີ: ກໍາປູເຈຍ, ລາວ, ມຽນມາ, ໄທ, ຈີນ (ກັບສອງ ແຂວງ ຂອງ ສປ ຈີນ ຄື: ຢຸນໜານ ແລະ ກວາງຊີ) ແລະ ຫວຽດນາມ.

ການຮ່ວມມື ອະນຸພາກພືື້ນ ແມ່ນ້ຳຂອງ ເປີດກວ້າງ ແນໃສ່ ເພື່ອຊຸກ ຍູ້, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມື ພັດທະ ນາ ເສດຖະກິດ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ບັນດາ ປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສອງ ແຂວງ ຢຸນໜານ, ກວາງຊີ (ຈີນ), ນຳອະນຸພາກພື້ນແມ່ນຳ້ ຂອງ ເປີດ ກວ້າງ ກາຍເປັນ ເຂດພັດທະນາ ທີ່ວ່ອງໄວ ແລະ ຈະເລີນຮັ່ງມີ ຢູ່ ພາກພື້ນ.
ສຳລັບການຮ່ວມມື ອະນຸພາກພືື້ນ ແມ່ນ້ຳຂອງ ເປີດກວ້າງ, ຫວຽດນາມ ໄດ້ເຂົ້າຮ່ວມແຕ່ຕົ້ນ, ໄດ້ປະກອບສ່ວນ ໃນເກືອບທຸກ ຂໍ້ລິເລີ່ມ ວ່າດ້ວຍການຮ່ວມມື ຂອງອະນຸພາກພື້ນ ແມ່ນຳ້ຂອງ ເປີດກວ້າງ. ການເຂົ້າຮ່ວມ ຂອງ ຫວຽດນາມ ໄດ້ນຳມາ ຜົນປະໂຫຍດຫຼາຍຢ່າງ ທີ່ຕັ້ງໜ້າ ກ່ຽວກັບການພັດທະນາ ເສດຖະກິດ ແລະ ລົບລ້າງຄວາມອຶດຫີວ, ຫຼຸດຜ່ອນ ຄວາມທຸກຍາກ, ປະກອບສ່ວນ ເພີ່ມທະວີ ການເຊື່ອມຕໍ່ ເສດຖະກິດ ໃນພາກພື້ນ.

ທີ່ກອງປະຊຸມສຸດຍອດ GMS ຄັ້ງທີ 6, ບັນດາ ຜູ້ນຳ GMS  ໄດ້ພິຈາ ລະນາ ແລະ ເປັນເອກະພາບ ໃນການວາງບັນດາ ຂໍ້ກຳນົດທິດ ການ ຮ່ວມມື ຂະໜາດໃຫຍ່ ໄລຍະປານກາງ, ເລີ່ມເຄືື່ອນໄຫວ ການສ້າງ ວິໄສທັດ ການຮ່ວມມື ໄລຍະຍາວຂອງ GMS. ກອງປະຊຸມ ໄດ້ ຮັບ ຮອງເອົາ ເອກະສານສຳຄັນ ສາມສະບັບເຊັ່ນ: ຖະແຫຼງການຮ່ວມ ຂອງກອງ ປະຊຸມ ຊຶ່ງສະແດງ ຄຳໝັ້ນໝາຍ ດ້ານການເມືອງ, ການ ຕັດສິນໃຈ ຂອງບັນດາປະເທດ GMS ຍົກສູງບົດບາດ ຂອງ ກົນໄກ ການຮ່ວມມື; ແຜນດຳເນີນງານ ຮ່າໂນ້ຍ 2018-2022 ກໍານົດທິດ ບັນດາຂົງ ເຂດຈຸດສຸມ ແລະ ມາດຕະການຮ່ວມມື ໃນຊຸມປີຕໍ່ໜ້າ ໂດຍພື້ນຖານ ລວມມີ ການຊຸກຍູ້ ເປີດກວ້າງ ຕາໜ່າງ ເຂດເສດຖະກິດ ອ້ອມຮອບ ປັດຈຸບັນ ແລະ ໂຄງຮ່າງລົງທຶນອະນຸພາກພື້ນ 2022 ໃນບັນຊີລາຍ ຊື່ 227 ໂຄງການຕົວຈິງ ດ້ວຍຂະໜາດ ປະມານ 66 ຕື້ ໂດລາສະຫະລັດ.


ເພີ່ມທະວີຍິ່ງຂຶ້ນ ການຮ່ວມມືຮອບດ້ານ
ກອງປະຊຸມສຸດຍອດ ການຮ່ວມມື ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 ໄດ້ທົບທວນຄືນ ການປະຕິບັດ “ແຜນ ແມ່ບົດ ວ່າດ້ວຍ ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ ກຳ ປູເຈຍ-ລາວ-ຫວຽດນາມ ໄລລະ 2010-2020”; ພິຈາລະນາ ກຳນົດ ທິດທາງການຮ່ວມມື ໃນຕໍ່ໜ້າ, ໂດຍສະເພາະຢ່າງຍິ່ງແມ່ນ ເພີ່ມທະ ວີ ການເຊື່ອມຕໍ່ ເສດຖະກິດ ລະຫວ່າງ ສາມປະເທດ. ນີ້ກໍເປັນຄັ້ງທຳ ອິດ ທີ່ການນຳຂັ້ນສູງ ບັນດາອົງການຈັດຕັ້ງສາກົນ, ທະນາຄານພັດ ທະນາ ອາຊີ, ທະນາຄານໂລກ ແລະ ASEAN ເຂົ້າຮ່ວມກອງປະ ຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ. 

ກອງປະຊຸມສຸດຍອດ CLV ຄັ້ງທີ 10 ໄດ້ຮັບຮູ້ເຖິງຄວາມຄືບໜ້າ ໃນ ການຮ່ວມມື ລະຫວ່າງ ສາມປະເທດ ທີ່ບັນລຸໄດ້ໃນຫຼາຍຂົງເຂດ, ນັບ ແຕ່ ພື້ຖານໂຄງລ່າງ ໄປຈົນເຖິງ ອຳນວຍຄວາມສະດວກໃຫ້ແກ່ດ້ານ ການຄ້າ; ເນັ້ນໜັກລະດັບຄວາມສຳຄັນ ຂອງ ການຮ່ວມມື CLV ໃນ ການຮັກສາສັນຕິພາບ, ສະຖຽນລະພາບ ຢູ່ພາກພື້ນ, ຊ່ວຍໜູນ ຂະ ບວນວິວັດແຫ່ງການ ພັດທະນາເສດຖະກິດ-ສັງຄົມ ຂອງ ແຕ່ລະປະ ເທດ, ຊ່ວຍ 13 ແຂວງ ຕິດກັບ ຊາຍແດນ ລົດໄລຍະຫ່າງ ໃນການ ພັດທະນາ.

ໃນກອງປະຊຸມ, ບັນດາຜູ້ນຳ ໄດ້ໃຫ້ໝັ້ນສັນຍາ ໃນການຮ່ວມມື ຮອບ ດ້ານ ລະຫວ່າງ ສາມປະເທດ, ປະກອບສ່ວນ ສ້າງ ບັນດາພື້ນຖານ ເສດຖະກິດ CLV ເຊື່ອມໂຍງ, ໝັ້ນຄົງ, ວັດຖະນາຖາວອນ ແລະ ເປັນພາກສ່ວນໜ່ຶງ ທີ່ຂາດບໍ່ໄດ້ ຂອງ ວິໄສທັດປະຊາຄົມ ASEAN 2025.

ກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ເພີ່ມທະວີ ການ ເຊື່ອມຕໍ່ ລະຫວ່າງ ສາມພື້ນຖານເສດຖະກິດ ແນໃສ່ຍົກສູງ ຄວາມ ສາມາດ ໃນການແກ່ງແຍ້ງແຂ່ງຂັນ ດ້ານເສດຖະກິດ, ເຂົ້າຮ່ວມ ຢ່າງ ມີປະສິດທິຜົນ ໃນຕ່ອງໂສ້ມູນຄ່າພາກພື້ນ ແລະ ທົ່ວໂລກ, ຮັບມື ກັບ ບັນດາສິ່ງທ້າທາຍລວມ. ກອງປະຊຸມໄດ້ພິຈາລະນາ ກ່ຽວກັບ ການ ເປີດກວ້າງ ການຮ່ວມມື ເຂດສາມຫຼ່ຽມ ພັດທະນາ CLV ແລະ ເປັນ ເອກະສັນກັນ ມອບໃຫ້ບັນດາລັດຖະມົນຕີ ແລະ ບັນດາ ຊ່ຽວຊານ ຄົ້ນຄວ້າກ່ຽວກັບບັນຫານີ້.


ໃນພາບ (ຈາກຊ້າຍຫາຂວາ): ທ່ານ Joachim Levy ຜູ້ອຳນວຍ ການດ້ານບໍລິຫານ-ຜູ້ອຳນວຍການ ດ້ານການເງິນ ທະນາຄານ ໂລກ,
ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກ ລັດຖະມົນ ຕີ ແຫ່ງ ລາຊະອານາຈັກກຳປູເຈຍ, ທ່ານ ຫງວຽນ ຊວນຟຸກ
ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ Lim Jock Hoi
ເລຂາ ທິການໃຫຍ່ ASEAN ຖ່າຍຮູບຮ່ວມໃນພິທີ ໄຂກອງປະຊຸມຊຸດ ຍອດ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV)
ຄັ້ງທີ 10 ທີ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ).  ພາບ: VNA



ຕອນບ່າຍວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ເປັນເຈົ້າພາບ ກອງປະຊຸມ
ການ ຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10. ພາບ: VNA



ຕອນບ່າຍວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສົມເດັດ ອັກ ຄະມະຫາ ເສນາບໍດີ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາ ຊະອານາຈັກ ກຳປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນ ຕີແຫ່ງ ສປປ ລາວ
ໄດ້ລົງນາມ ໃນຖະແຫຼງການຮ່ວມ ເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 10. ພາບ: VNA



ນາຍົກລັດຖະມົນຕີທັງສາມປະເທດ ສະແດງໃຫ້ເຫັນ ຄວາມສາມັກ ຄີ ແລະ ການຮ່ວມມື ລະຫວ່າງ 3 ປະເທດ ຫຼັງການລົງນາມ
ໃນຖະ ແຫຼງການຮ່ວມເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດ ນາມ (CLV) ຄັ້ງທີ 10. ພາບ: VNA



ຕອນບ່າຍວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Joaquim Levy 
ຜູ້ອຳນວຍການບໍລິຫານ-ຜູ້ອຳນວຍການ ດ້ານການເງິນ ທະນາຄານ ໂລກ (WB) ເນື່ອງໃນໂອກາດເຂົ້າຮ່ວມ
ກອງປະຊຸມສຸດ ຍອດອະນຸ ພາກພື້ນແມ່ນາໍ້ຂອງ GMS ຄັ້ງທີ 6 ທີ່ຫວຽດນາມ. ພາບ: VNA



ຕອບບ່າຍວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ ໄດ້ການ ພົບປະ ລະຫວ່າງບັນດາວິສາຫະກິດ ຫວຽດນາມ-ສປ ຈີນ. ພາບ: VNA


ຕອບບ່າຍວັນທີ 31 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບ
ທ່ານ U Henry Van Thio ຮອງປະທານາທິບໍດີ ແຫ່ງ ສ. ມຽນມາ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອະນຸພາກພື້ນ
ແມ່ນາໍ້ຂອງ GMS ຄັ້ງທີ 6 ທີ່ ຫວຽດນາມ. ພາບ: VNA

ກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ເພີ່ມທະວີ ການ ເຊື່ອມຕໍ່ ລະຫວ່າງ ສາມພື້ນຖານເສດຖະກິດ ແນໃສ່ຍົກສູງ ຄວາມ ສາມາດ ໃນການແກ່ງແຍ້ງແຂ່ງຂັນ ດ້ານເສດຖະກິດ, ເຂົ້າຮ່ວມ ຢ່າງ ມີປະສິດທິຜົນ ໃນຕ່ອງໂສ້ມູນຄ່າພາກພື້ນ ແລະ ທົ່ວໂລກ, ຮັບມື ກັບ ບັນດາສິ່ງທ້າທາຍລວມ. ກອງປະຊຸມໄດ້ພິຈາລະນາ ກ່ຽວກັບ ການ ເປີດກວ້າງ ການຮ່ວມມື ເຂດສາມຫຼ່ຽມ ພັດທະນາ CLV ແລະ ເປັນ ເອກະສັນກັນ ມອບໃຫ້ບັນດາລັດຖະມົນຕີ ແລະ ບັນດາ ຊ່ຽວຊານ ຄົ້ນຄວ້າກ່ຽວກັບບັນຫານີ້.

ເພື່ອເລີ່ມປະຕິບັດ ວິວັດທະນາການນີ້, ບັນດາຜູ້ນຳໄດ້ຮັບຮອງ ເອົາ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຕໍ່ ລະຫວ່າງ ສາມພື້ນຖານເສດ ຖະກິດ CLV ເຖິງປີ 2030. ແຜນການຮ່ວມມື ປະກອບດ້ວຍ ບັນ ດາກຳນົດທິດໃຫຍ່ ຊຸກຍູ້ ການຮ່ວມມື ເຊື່ອມຕໍ່ ກ່ຽວກັບ ພື້ນຖານ ໂຄງລ່າງ, ເຊື່ອມຕໍ່ ກ່ຽວກັບລະບອບບັນຍັດ ແລະ ເສດຖະກິດ ແລະ ການພົບປະແລກປ່ຽນ ລະຫວ່າງ ປະຊາຊົນ.

ເປົ້າໝາຍ ຂອງການສ້າງຕັ້ງ ເຂດສາມຫຼ່ຽມ ພັດທະນາ ເຂດຊາຍ ແດນ ຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນ ເພີ່ມທະວີ ຄວາມສາ ມັກຄີ ແລະ ການຮ່ວມມື ລະຫວ່າງ ສາມປະເທດ ແນໃສ່ ຮັບປະກັນ ຄວາມສະຫງົບ, ສະຖຽນລະພາບ ດ້ານການເມືອງ, ລົບລ້າງຄວາມ ອຶດຫີວ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ. ການຮ່ວມມື ເຂດສາມຫຼ່ຽມ ພັດທະນາເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ສຸມໃສ່ ໃນຂົງເຂດ ຕ່າງໆເຊັ່ນ: ຄວາມ ສະຫງົບ-ການຕ່າງປະເທດ, ການຄົມມະນາຄົມ ຂົນສົ່ງ, ອຸດສາຫະ ກຳ, ກະສິກຳ, ການຄ້າ, ການລົງທຶນ, ບັນດາ ຂົງເຂດ ກ່ຽວກັບ ສັງ ຄົມ ແລະ ປົກປັກຮັກສາ ສິ່ງແວດລ້ອມ...

ການທີ່ ຫວຽດນາມ ເປັນເຈົ້າພາບ ຈັດຕັ້ງ ກອງປະຊຸມສຸດຍອດ ອະ ນຸພາກພື້ນແມ່ນໍາ້ຂອງ GMS ຄັ້ງທີ 6 ແລະ CLV ຄັ້ງທີ 10 ປະສົບ ຜົນສໍາເລັດ ສືບຕໍ່ ຢືນຢັນຖານະບົດບາດ ນັບມື້ນັບສູງ ຂອງ ປະເທດ ຊາດ, ພ້ອມກັນນັ້ນ ສະແດງໃຫ້ເຫັນ ບົດບາດ ແລະ ການປະກອບ ສ່ວນຢ່າງຕັ້ງໜ້າ ຂອງ ຫວຽດນາມ ຕໍ່ບັນດາກົນໄກການຮ່ວມມື ເຊື່ອມຕໍ່ພາກພື້ນ.


ເຂດສາມຫຼ່ຽມ ພັດທະນາ ຕາມຊາຍແດນ ຫວຽດນາມ-ລາວ-ກຳ ປູ ເຈຍ ໄດ້ນາຍົກລັດຖະມົນຕີ ສາມປະເທດ ຕົກລົງສ້າງຕັ້ງ ເມື່ອປີ 1999, ລວມມີ 10 ແຂວງເຊັ່ນ: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ (ຫວຽດ ນາມ); ເຊກອງ, ອັດຕະປື, ສາລະວັນ (ສປປ ລາວ) ແລະ ສຕຸງແຕຣງ, ຣາຕານາກ ກີຣີ, ມອນດຸນ ກີຣີ (ກຳປູເຈຍ). ປີ 2009, ການນຳ ສາມປະເທດ ໄດ້ເປັນເອກະສັນກັນ ເພີ່ມເຕີມອີກ ສາມ ແຂວງຄື: ແຂວງ ບິ່ງເຟືອກ (ຫວຽດນາມ), ແຂວງ ກຣາເຕຍ (ກຳປູ ເຈຍ) ແລະ ແຂວງ ຈຳປາສັກ (ສປປລາວ) ເຂົ້າສາມຫຼ່ຽມພັດທະນາ ເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ. 
ປະຕິບັດໂດຍ: ຂ່າວສານຫວຽດນາມ/ຂ່າວພາບຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top