• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຕະຫຼາດຂາຍເຄື່ອງເກົ່າຢູ່ກາງນະຄອນຮ່າໂນ້ຍ

ບໍ່ເນືອງນັນຄືດັ່ງຕະຫຼາດແຫ່ງຕ່າງໆ, ຕະຫຼາດຂາຍເຄື່ອງເກົ່າ ໄດ້ຈັດຂຶ້ນທີ່ຮ່ອມ 456 ຖະໜົນ ຮວ່າງຮວາຖາ້ມ, ຮ່າໂນ້ຍ ມີຮ້ານຂາຍເຄື່ອງຫລາຍກວ່າ 30 ຮ້ານທີ່ວາງຂາຍເຄື່ອງເກົ່າ ແລະ ເຄື່ອງບູຮານ. ຕະຫຼາດແຫ່ງນີ້ ໄດ້ສ້າງຕັ້ງຂຶ້ນມາເປັນເວລາ 2 ປີກວ່າແລະ ກາຍເປັນ ສະຖານທີ່ຊິນເຄີຍສຳລັບຜູ້ທີ່ມີຄວາມມັກຮັກກັບເຄື່ອງເກົ່າ, ເຄື່ອງບູຮານຢູ່ນະຄອນຫຼວງ ຮ່າໂນ້ຍ.
ບັນຍາກາດຢູ່ຮ່ອມ 456, ຖະໜົນ ຮວ່າງຮວາຖາ້ມ ໃນມື້ວັນເສົາຂອງທຸກໆ ອາທິດຈະມີຄົນໄປໆ ມາໆ ຢ່າງຄຶກຄັກ. ແຕ່ກ່ອນ, ຢູ່​ທີ່ນີ້ແມ່ນຮ້ານຂາຍນຳ້ຊາທີ່ມີຊື່ສຽງດົ່ງດັງຂອງ ຮ່າໂນ້ຍ, ທັງເປັນບ່ອນພົບປະສັງສັນ, ໂອ້ລົມກັນຂອງສະໂມສອນ ຂຽນໜັງສື ບູຮານ ຮ່າໂນ້ຍໄລຍະທ້າຍອາທິດ.
 
ດ້ວຍເນື້ອທີ່ປະມານ 400 ຕະລາງແມັດ, ແຕ່ເມື່ອມາ​ເຖິງນີ້, ທ່ານຈະໄດ້ຮັບຊົມບັນຍາກາດຂອງສະໄໝເກົ່າ​ໂດຍຜ່ານບັນດາວັດຖຸສິ່ງຂອງທີ່ຊິນເຄີຍໃນສະໄໝເກື້ອກູນຄື: ຕະກຽງ (ໃຊ້ນຳ້ມັນກາດ),​ໂມງ​ຂຶ້ນ​ລານ, ພາເຂົ້າທອງ, ຊາມທອງ, ຫມ້ໍ​ລັດ​ເຊຍ, ລົດຖີບ ມີຟາ (mifar) ແລະ ອື່ນໆ. ຕະຫຼາດບໍ່ພຽງແຕ່​ເປັນບ່ອນຊື້ຂາຍເທົ່ານັ້ນ, ຫາກຍັງເປັນບ່ອນແລກປ່ຽນເຄື່ອງບູຮານ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍອີກດ້ວຍ. ເຖິງວ່າລູກຄ້າຈະຊື້ ຫຼື ບໍ່ຊື້ກໍ່ຕາມ, ເຈົ້າຂອງຮ້ານຍາມໃດກໍ່ມີຄວາມສຸພາບ ແລະ ນິ້ມນວນ, ຕັ້ງໃຈອະທິບາຍກ່ຽວກັບປະຫວັດຄວາມເປັນມາ, ຄຸນນະພາບຂອງຜະລິດຕະພັນໃຫ້ແກ່ລູກຄ້າໄດ້ຮູ້. 


ຕະຫຼາດຂາຍເຄື່ອງເກົ່າຕັ້ງຢູ່ໃນຮ່ອມນ້ອຍຖະໜົນ ຮວ່າງຮວາຖາມ (ຮ່າໂນ້ຍ).


ອ້າຍ ກ່ຽວກວັກແຄ້ງ, ປະທານສະໂມສອນ ຂຽນໜັງສືບູຮານ ຮ່າໂນ້ຍ ໃຫ້ຮູ້ວ່າ
ທີ່ນີ້ ກາຍເປັນບ່ອນເຕົ້າໂຮມຂອງຜູ້ທີ່ມີຄວາມມັກຮັກເຄື່ອງບູຮານ. 



ຕະຫຼາດຂາຍ​ເຄື່ອງ​ຕົ້ນຕໍແມ່ນເຄື່ອງເກົ່າ, ເຄື່ອງບູຮານຄື: ຖ້ວຍ, ໂຖດອກໄມ້, ຕະກຽງ, ໂມງ,
ໂທລະສັບຕັ້ງໂຕະ, ເຕົາລີດ, ຊາມທອງ...
ລວມເຖິງເງິນກີບເກົ່າຂອງ ຫວຽດນາມ,
ປື້ມ, ຮູບແຕ້ມ ຫຼື້ ປິ່ນໂຕເຂົ້າ, ຖ້ວຍເຮັດດ້ວຍອາລູມີນຽມ ແລະ ອື່ນໆ.



ເຄື່ອງປັ້ນດິນເຜົາທີ່ເກົ່າແກ່ໄດ້ວາງຂາຍຢູ່ຕະຫຼາດແຫ່ງນີ້.


ລູກຄ້າຜູ້​ທີ່​ມັກ​ຂອງ​ເກົ່າພ້ອມກັນເບິ່ງ ແລະ ພິຈາລະນາ​ລາຄາຂອງ ເຄື່ອງບູຮານໜຶ່ງ.


ບັນດາກ້ອງຖ່າຍຮູບທີ່ເກົ່າແກ່, ບາງໜ່ວຍຍັງໃຊ້ໄດ້, ບາງໜ່ວຍກໍ່ພຽງແຕ່ວາງສະແດງຊື່ໆ,
ແຕ່ກໍ່ດຶງດູດຄວາມສົນໃຈ
ຂອງລູກຄ້າຢ່າງຫຼວງຫຼາຍ.



ມີ​ຄົນ​ນຳເອົາແວ່ນຂະຫຍາຍມາເພື່ອກວດກາເຄື່ອງທີ່ຕົນເອງມີຄວາມສົນໃຈ. 


ປະ​ເພດກັບໄຟເກົ່າແກ່ລຸ້ນຕ່າງໆໄດ້ຈັດວາງຢ່າງ​ເປັນ​ລະບຽບ​ໃນ​ຕູ້ແກ້ວ.


ມື້​ເປີດ​ຕະຫລາດ, ລູກຄ້າສາມາດຊອກຊື້ໂມງ​ເກົ່າ​ແກ່ຂອງລັດ​ເຊຍຢູ່ຕະຫຼາດແຫ່ງນີ້.


ຫຼື ໂມງຕັ້ງໂຕະດ້ວຍລາຄາທີ່ເໝະາສົມ.


ລູກຄ້າທີ່ມາຕະຫຼາດແຫ່ງນີ້ ສ່ວນຫຼາຍແມ່ນຜູ້ທີ່ມີຄວາມມັກຮັກ
ແລະ ມີຄວາມເຂົ້າໃຈດີຕໍ່ເຄື່ອງບູຮານຈຳນວນດັ່ງກ່າວ.
ບໍ່ພຽງແຕ່ລູກຄ້າຈາກຮ່າໂຮ້ຍ, ຍັງມີລູກຄ້າຫຼາຍຄົນຈາກ​ແຂວງ ແທງຮວາ, ຫາຍຝ່ອງ, ນາມດິງ, ນິງບິ່ງ... ກໍ່ມາທ່ຽວຕະຫຼາດແຫ່ງນີ້ ດ້ວຍ ຄວາມມຸ່ງຫວັງ ຈະຊອກພົບເຄື່ອງທີ່ຕົນເອງມັກ ແລະ ພົບປະສັງສັນ, ແລກປ່ຽນບົດຮຽນກ່ຽວກັບການສະ​ສົມ ເຄື່ອງບູຮານ. ນອກຈາກນັ້ນ, ບັນດາເຈົ້າຂອງຮ້ານຂາຍເຄື່ອງຢູ່ ຕະຫຼາດແຫ່ງນີ້ ຍັງນຳສິນຄ້າຂອງຕົນໄປພົບປະສັງສັນກັບ ຜູ້ທີ່ມີຄວາມຮັກມັກເຄື່ອງບູຮານ, ເຄື່ອງເກົ່າແກ່ຢູ່ ​ແຂວງຕ່າງໆ​ຄື: ​ແຂວງຫາຍເຢືອງ, ຮວ່າບິ່ງ, ບັກນິງ ແລະ ​ແຂວງອື່ນໆນຳອີກ.
 
ຄຽງຂ້າງກັບການແລກປ່ຽນ​, ຄ້າຂາຍ, ຢູ່ຕະຫຼາດແຫ່ງນີ້ ມື້ໃດກໍ່ມີການປະມູນລາຄາເພື່ອການກູ້ສົນ. ຜະລິດຕະພັນທີ່ເອົາມາປະມູນຂາຍແມ່ນເຄື່ອງເກົ່າແກ່ ທີ່ເຈົ້າຂອງຮ້ານຂາຍເຄື່ອງນຳ​ມາມອບໃຫ້, ໃນນັ້ນ ມີຫຼາຍວັດຖຸສິ່ງຂອງລະນຶກຈາກສົງຄາມ. ເງິນທັງ​ຫມົດທີ່ເກັບມາໄດ້​ແມ່ນເອົາໄປຊ່ວຍເຫຼືອເດັກພິການ, ຄອບຄົວທີ່ມີຄວາມເປັນຢູ່ທຸກຍາກ.
 
ເຖິງວ່າ ຫາກໍ່ເຄື່ອນໄຫວ ແລະ ​ເປີດ​ອາທິດລະຄັ້ງ, ແຕ່ຕະຫຼາດແຫ່ງນີ້ ໄດ້ກາຍເປັນບ່ອນພົບປະສັງສັນຂອງຫຼາຍລຸ້ນຄົນທີ່ມິີຄວາມມັກຮັກກັບເຄື່ອງເກົ່າແກ່ ແລະ ເຄື່ອງບູຮານ, ເປັນ​ເຂດວັດທະນະທຳທີ່ເຂົາເຈົ້າຊອກຫາເພື່ອຫວນຄືນຄວາມຊົງຈຳຂອງຕົນ. 


ເງິນກີບເກົ່າຢູ່ຕະຫຼາດແຫ່ງນີ້ ສະ​ສົມ​ຈາກຫຼາຍສະໄໝທີ່ແຕກຕ່າງກັນ,ແຕ່ເຈົ້າຂອງຮ້ານບໍ່ມັກແຍກປະເພດ,
ເຂົາເຈົ້າຈະຂາຍຕາມຈຳນວນ ຫຼື ຕາມນຳ້ໜັກ.



ຊາມທອງເກົ່າທີ່ໄດ້ແກະສະຫຼັກລວດລາຍສັດ 12 ໂຕ. 


ຫວີ​ເກົ່າ​ທີ່​ຜະ​ລິດ​ຈາກ​ປີກ​ຍົນ, ລະເປີດ. 


ຈານດິນເຜົາທີ່ເຄືອບສີຂາວ, ລວດລາຍເກົ່າແກ່ແຕ້ມດ້ວຍມື. 


ບີດົງນຳ້ໃນສະໄໝຕໍ່ສູ້ກັບ ອາເມລິກາ ແລະ ໂມງຕັ້ງໂຕະຂອງ ລັດ​ເຊຍ ແລະ ຈີນ
ໄດ້ວາງຂາຍຢູ່ຕະຫຼາດ ດ້ວຍຈຳນວນຫຼວງຫຼາຍ. 



ເຄື່ອງຟັງສຽງເກົ່າ​ແກ່ໄດ້ດຶງດູດຄວາມສົນໃຈຈາກລູກຄ້າຢ່າງຫຼວງຫຼາຍ.


ໂມງຕິດຝາເກົ່າທີ່ມີລາຄາສູງ ໄດ້ວາງຂາຍຢູ່ຕະຫຼາດ. 
 

ບົດ ແລະ ພາບ:​ ກົງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top