• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຕະກຽງ ຂອງ ຄົນຫວຽດ ຜ່ານ ສະໄໝຕ່າງໆ

ມະນຸດຄົ້ນພົບໄຟ, ຍ່ອມຕ້ອງມີວິທີສ້າງໄຟ ແລະ ຮັກສາ ໄຟ. ຕະກຽງເປັນເຄື່ອງໃຊ້ ຮັກສາໄຟ ຊຶ່ງ ມີຄວາມ ສະໜິດ ຕິດພັນ ກັບຊີວິດການເປັນຢູ່ ຂອງ ມະນຸດ, ທັງເປັນ ການ ສະແດງໃຫ້ເຫັນຄຸນຄ່າ ວັດທະນະທຳ ທີ່ເປັນເອກະລັກຂອງ ຊົນຊາດໜຶ່ງ. ຕະກຽງ 650 ໜ່ວຍ ບູຮານ ທີ່ໄດ້ຮັບການ ວາງສະແດງ ໃນງານວາງສະແດງ ພາຍໃຕ້ຫົວຂໍ້ທີ່ວ່າ: “ຕະ ກຽງ ຫວຽດນາມ” ທີ່ ເຮືອນມູນເຊື້ອ ຂອງ ເຂດສາສະໜາ ກາໂຕລິກ ໃນນະຄອນ ໂຮ່ຈີມິນ ເໝືອນດັ່ງ ປຶ້ມປະຫວັດສາດ ສະບັບໜຶ່ງ ຂອງ ຫວຽດນາມ ທີ່ໄດ້ບັນທຶກໄວ້ ແຕ່ ສະຕະວັດທີ 5 ກ່ອນ ຄິດຕະສັກກະລາດ ເຖິງ ກ່ອນປີ 1975.
ສະຖານທີ່ ຈັດງານວາງສະແດງ ວັດຖຸພັນ ຕະກຽງ ທຸກຊະ ນິດ ຜ່ານຍຸກສະໄໝຕ່າງໆ ຂອງ ຫວຽດນາມ ໄດ້ສ້າງຄວາມ ປະທັບໃຈ ໃຫ້ແກ່ ທ່ານຜູ້ຊົມ. ຕະກຽງ ລວມມີທຸກຊະນິດ, ທຸກຂະໜາດ ຮູບຊົງ ແລະ ດ້ວຍໃຊ້ວັດຖຸ ທີ່ແຕກຕ່າງກັນ ເຊ່ັນ: ດິນເຜົາ, ທອງ, ໄມ້ ແລະ ແກ້ວ ໄດ້ນຳມາ ມູມມອງ ດ້ານວັດ ທະນະທຳທີ່ ຫຼາກຫຼາຍ. ບັນດາ ຕະກຽງ ທີ່ນຳມາ ວາງສະແດງ ຢູ່ທີ່ນີ້ແມ່ນຂອງຄຸນພໍ່ ຫງວຽນຫືວຈ໋ຽດ ພ້ອມ ກັບ ນັກສະສົມອີກ 10 ຄົນ ທີ່ມາຈາກທົ່ວປະເທດ.

ທ່ານນາງ ຈິ້ງທິຮວ່າ, ອະດີດ ຜູ້ອຳນວຍການ ຫໍພິພິທະພັນ ປະຫວັດສາດ ຫວຽດນາມ ໃຫ້ຮູ້ວ່າ ຄຸນພໍ່ຈ໋ຽດ ແລະ ເຂດ ສາສະໜາຄຣິສ ໃນນະຄອນ ໂຮ່ຈີມິນ ໄດ້ມີການປະກອບ ສ່ວນ ທີ່ພິເສດ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າ ມູນມໍລະດົກ ວັດທະນະທຳ ຂອງຊາດ. ຢູ່ທີ່ນີ້, ມີວັດຖຸພັນຫຼາຍ ຢ່າງທີ່ລໍ້າຄ່າ ຊຶ່ງ ບັນດາຮຸ່ນຄົນລຸ້ນຫຼັງ ອີງໃສ່ນັ້ນ ຈະໄດ້ມີ ຄວາມ ຮູ້ຍິ່ງຂຶ້ນ ກ່ຽວກັບ ວັດທະນະທຳ ຂອງຊາດ ຜ່ານໄລຍະ ປະຫວັດສາດຕ່າງໆ.



ສະຖານທີ່ງານວາງສະແດງພາຍໃຕ້ຫົວຂໍ້: “ຕະກຽງ ຫວຽດ ນາມ”. 


ງານວາງສະແດງ “ຕະກຽງ ຫວຽດນາມ” ລວມມີ ຕະກຽງ ນັບຫຼາຍພັນໜ່ວຍ ດ້ວຍຫຼາຍຂະໜາດ, ຮູບຊົງ ແລະ ເຮັດ ດ້ວຍວັດຖຸ ທີ່ແຕກຕ່າງກັນ
ຊຶ່ງສະແດງໃຫ້ ເຫັນມູມມອງ ວັດທະນະທຳ ທີ່ຫຼາກຫຼາຍ. 



ສະຖານທີ່ ຈັດງານວາງສະແດງ ຕະກຽງ ທຸກຊະນິດ ຜ່ານ ຍຸກສະໄໝຕ່າງໆ ຂອງ ຫວຽດນາມ ໄດ້ສ້າງ ຄວາມປະທັບ ໃຈ ໃຫ້ ແກ່ຜູ້ຊົມ.


ສະຖານທີ່ ວາງສະແດງຕະກຽງ  ຊະນິດຕ່າງໆ  ຊຶ່ງ ສະແດງ ໃຫ້ເຫັນ ຂະບວນວິວັດທີ່ສະຫຼັບສັບຊ້ອນ ລະຫວ່າງ ວັດທະນະທຳ ຫວຽດນາມ
ກັບ ອິນເດຍ ຫຼື ບັນດາປະເທດ ເອີຣົບ.



ງານວາງສະແດງ “ຕະກຽງ ຫວຽດນາມ” ທີ່ເຮືອນມູນເຊື້ອ ຂອງ ເຂດສາສະໜາ ກາໂຕລິກ ໃນນະຄອນ ໂຮ່ຈີມິນ. 

ຢ້ອນອະດີດ ແຕ່ສະໄໝ ດົງເຊີນ (ສະຕະວັດທີ 5 ກ່ອນ ຄິດ ຕະສັກກະລາດ), ຕະກຽງ ສະໄໝນີ້ ຖືກເຮັດດ້ວຍ ດິນເຜົາ, ມີສະໂນໄວ້ ຢູ່ ໃນ ແລະ ໄດ້ເຂ່ຍຂຶ້ນ. ຕໍ່ມາ, ຕະກຽງ ໄດ້ ເຮັດດ້ວຍທອງ, ສ່ວນຕີນແມ່ນແລ້ວແຕ່ຊັ້ນຄົນໃນ ສັງຄົມ ຈະມີຄວາມນິຍົມທີ່ແຕກຕ່າງກັນ. ສະເພາະສຳລັບຊົນຊັ້ນ ອົງກະສັດ, ເຈົ້າຂຸນມຸນນາຍ, ຕີນຕະກຽງ ຈະໄດ້ຮັບການ ແກະສະຫຼັກ ຢ່າງແນບນຽນ ແລະ ໄດ້ຫຼໍ່ຫຼອມ ສັນຍາລັກ ຫຼາຍ ທີ່ສວຍງາມ, ທັງສ່ອງແສງເຖິງ ຄຸນຄ່າ ວັດທະນະທໍາ ຫຼາຍຢ່າງ ຂອງ ຍຸກສະໄໝ.

ຕະກຽງ ໃນສະໄໝລາຊາວົງ ຫຼີ (ສະຕະວັດທີ XIII), ສະ ໄໝ ລາຊະວົງ ເຈິ່ນ (ສະຕະວັດທີ XIV ເຄີຍໄດ້ເຮັດດ້ວຍ ດິນເຜົາ, ມີຮູບຊົງ ແລະ ຂະໜາດ ສຸດທີ່ອຸດົມສົມບູນ. ການ ປະດັບປະດາ ລາຍດອກ ກໍສຸດທີ່ສວຍງາມ ແລະ ໄດ້ເຄືອບ ສີສັນທີ່ຫຼາກຫຼາຍ.

ຢູ່ງານວາງສະແດງ “ຕະກຽງ ຫວຽດນາມ” ກໍມີບັນດາ ໜ່ວຍ ຕະກຽງ ຂອງ ພື້ນຖານວັດທະນະທຳ ອ໋ອກແອວ, ຊາຮີ່ວນ, ຊຶ່ງຊ່ວຍ ໃຫ້ແຂກຄົນທີ່ມາຢາມ ສາມາດເຂົ້າໃຈ ຍິ່ງຂຶ້ນ ກ່ຽວກັບ ຄວາມເປັນເອກະລັກ ດ້ານວັດທະນະທຳ ຂອງ ບັນດາ ພື້ນຖານ ວັດທະນະທຳ ດັ່ງກ່າວ. ນອກຈາກນັ້ນ, ຜ່ານ ການປ່ຽນແປງ ຜັນແປ ຫຼາຍຢ່າງ ຂອງ ປະຫວັດສາດ, ວັດຖຸ ຈຳນວນໜຶ່ງ ກໍຍັງສະແດງ ໃຫ້ເຫັນ ຂະບວນວິວັດແຫ່ງການ ສະຫຼັບສັບຊ້ອນ ລະຫວ່າງວັດ ທະນະທຳ ຫວຽດນາມ ກັບ ອິນເດຍ ຫຼື ບັນດາປະເທດເອີຣົບ.


ຕະກຽງຮູບໂຕກວາງ ສະໄໝ ດົງເຊີນ, ແຕ່ສະຕະວັດທີ 5-1 ກ່ອນ ຄິດຕະສັກກະລາດ.


ຕະກຽງສະໄໝ ລາຊະວົງ ຫຼີ-ເຈິ່ນ, ສະຕະວັດທີ XIII-XIV.


ບັນດາໜ່ວຍຕະກຽງ ດ້ວຍທອງ ສະໄໝ ຈຳປາ, ສະຕະວັດ ທີ XIII-XVIII.


ຕະກຽງ ສະໄໝຈຳປາ, ສະຕະວັດທີ XVII.


ຕະກຽງເຮັດດ້ວຍດິນເຜົາ, ສະໄໝຂະແມ, ສະຕະວັດທີ XVIII-XX.


ສະຖານທີ່ວາງສະແດງຕະກຽງ ເຮັດດ້ວຍດິນເຜົາ ພາກໃຕ້ (ບ້ານລ໋າຍທຽວ, ນະຄອນ ບຽນຮ່ວາ), ສະຕະວັດທີ XIX-XX.


ບັນດາປະເພດຕະກຽງ ເຮັດດ້ວຍດິນເຜົາ ເຄືອບດ້ວຍສີ ຕ່າງໆ ແລະ ມີລາຍດອກທີ່ຫຼາກຫຼາຍ. 


ຕະກຽງເຮັດດ້ວຍດິນເຜົາ ມີຫຼາຍຮູບຊົງ ທີ່ແຕກຕ່າງກັນ. 


ຕະກຽງທີ່ເຮັດດ້ວຍແກ້ວ ຖືກໃຊ້ຫຼາຍ ໃນສະຕະວັດ ທີ XX.


ຕະກຽງເຮັດດ້ວຍດິນເຜົາ ບຽນຮ່ວາ ເຄືອບສີຂຽວ ແລະ ມີ ລາຍດອກ ທີ່ເປັນເອກະລັກ, ສະຕະວັດທີ XX.


ຕະກຽງມີສ່ວນຕີນ ເຮັດດ້ວຍດິນເຜົາ. 


ຕະກຽງເຮັດດ້ວຍດິນເຜົາ, ໃຊ້ສະໂນ, ມີຮູບຊົງທີ່ ເປັນ ເອກະລັກ. 


ການປະດັບປະດາ ຢູ່ ສ່ວນຕີນຕະກຽງ ດ້ວຍດິນເຜົາ ມີລັກສະນະຄວາມງາມສູງ ທາງດ້ານສິລະປະ. 
 
ນາງ ຫງວຽນ ຫງອກ ຖາວ ງວຽນ, ນັກສຶກສາ ມະຫາວິທະ ຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດວິທະຍາ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ບັນດາໜ່ວຍຕະກຽງ ໃນຫຼາຍຍຸກ ຫຼາຍ ສະໄໝ ໄດ້ຮັບການວາງສະແດງ ໃນງານວາງສະແດງ ຄັ້ງນີ້ ໄດ້ສ້າງເປັນ ກະແສວັດທະນະທຳ-ປະຫວັດສາດໜຶ່ງ ທີ່ໜ້າ ປະທັບໃຈ. ມີຕະກຽງ ຫຼາຍໜ່ວຍ ມີຄວາມສວຍງາມ ຊຶ່ງສະ ແດງໃຫ້ເຫັນວ່າ ຂະແໜງ ການຄວັດ ແກະສະຫຼັກ ຂອງ ຄົນ ຫວຽດ ໄດ້ຂະຫຍາຍຕົວ ເມື່ອຫຼາຍ ພັນປີ ມາກ່ອນແລ້ວ. ຂ້າພະເຈົ້າຮູ້ສຶກ ໄດ້ ແຕ່ລະສະໄໝ ຕ່າງກໍມີຂີດໝາຍ ສະເພາະຕ່າງຫາກ ຊຶ່ງໄດ້ ສ່ອງແສງ ອອກມາ ຢູ່ເທິງ ໜ່ວຍ ຕະກຽງນັ້ນ”. 
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top