• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ່າໜັງ-ພັດທະນາການທ່ຽວທ່ອງ ຕິດພັນກັບເຄື່ອງໝາຍ ການຍິງ ບັ້ງໄຟດອກສາກົນ

      ດ້ວຍຝັ່ງທະເລທີ່ສ່ວຍງາມ ພ້ອມກັບທິວທັດທຳມະຊາດຫຼາຍແຫ່ງ, ດ່າໜັງ ແມ່ນໜຶ່ງໃນສະຖານທີ່ທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ມາຢ້ຽມຢາມ ດ່າໜັງໃນຊຸມວັນນີ້, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບເຫດການທີ່ດູດດື່ມຄື ງານບຸນຍິງບັງໄຟດອກສາກົນ ເຊິ່ງແມ່ນເຫດການຖືກຈັດຂຶ້ນແຕ່ 10 ກວ່າປີມານີ້, ອັນໄດ້ກາຍເປັນເຄື່ອງໝາຍຂອງນະຄອນ ດ່າໜັງ.
 
      ດ້ວຍຫົວຂໍ໊  “ບັນດາລຳແມ່ນ້ຳເລົ່າເລື່ອງ”, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ປີ 2019 ໄດ້ຖືກໄຂຂຶ້ນແຕ່ວັນທີ 1 ມິຖຸນາ ແລະ ດຳເນີນເປັນເວລາໜຶ່ງເດືອນ ເຊິ່ງມີການເຂົ້າຮ່ວມຂອງ 8 ທິມຄື ຫວຽດນາມ, ລັດເຊຍ, ບຣາຊິນ, ແບນຊິກ, ແຟັງລັ່ງ, ອີຕີລີ, ອັງກິດ ແລະ ຈີນ. ງານບຸນຍິງບັ້ງໄຟດອກສາກົນປີ 2019 ຖືກດຳເນີນໃນ 5 ຄ່ຳຄືນດ້ວຍ 5 ຫົວຂໍ້ຕ່າງຫາກຄື ກົກເຄົ້າເຫົ້ງາກໍ, ພະລັງຊີວິດ, ຄວາມຮັກ, ສີສັນ ແລະ ເດີນທະເລ. ຜູ້ກຳກັບການສະແດງໃຫຍ່ ໂດ໊ແທັ່ງຫ໋າຍ ໃຫ້ຮູ້ວ່າດ້ວຍການສະແດງຂອງບັນດານັກສິລະປິນ ພ້ອມກັບການຍິງບັ້ງໄຟດອກລະດັບສູງຂອງບັນດາທິມ, ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ຟົດຟື້ນມ່ວນຊື່ນ ແລະ ມີສີສັນຫຼາກຫຼາຍ. ທ່ານໂດ໊ແທັ່ງຫ໋າຍ ເວົ້າວ່າ:
      “ບັນດາລາຍການສະແດງຍິງບັ້ງໄຟດອກໃນ 5 ຄ່ຳຄືນແມ່ນບັນດາຈຸດທີ່ພົ້ນເດັ່ນຂອງງານບຸນ. ບັນຍາກາດຂອງ ດ່າໜັງ, ບັນຍາກາດຂອງງານບຸນຈະຖືກແຜ່ລາມຕະຫຼອດໄລຍະ 2 ຫາ 3 ເດືອນ. ດັ່ງນັ້ນພວກຂ້າພະເຈົ້າມີຄວາມສົນໃຈທີ່ສຸດ ກໍຄືມີຄວາມເອົາໃຈໃສ່ສ້າງໃຫ້ມີເຂດວັດທະນະທຳ, ເຂດສິລະປະໂດຍໝູນອ້ອມການສະແດງຍິງບັ້ງໄຟດອກໃນ 5 ຄ່ຳຄືນ”. 
     ປີ 2008, ເຊິ່ງແມ່ນປີທຳອິດທີ່ນະຄອນ ດ່າໜັງ ໄດ້ຈັດຕັ້ງງານບຸນຍິງບັ້ງໄຟດອກ. ໃນຈຸດເວລານັ້ນ ຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳຫ່ານ, ຢູ່ເທິງຕຶກອາຄານຊັ້ນສູງ, ຊາວທ້ອງຖິ່ນ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດກໍ່ໄດ້ຢືນ ນັ່ງຕິດຕາມການຍິງບັ້ງໄຟດອກ ທີ່ງາມຕາຕາມຈັງຫວະສຽງດົນຕີ. ສິ່ງນີ້ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວຢ່າງແທ້ຈິງ. ພາຍຫຼັງຈັດຕັ້ງມາເປັນເວລາ 11 ປີແລ້ວ, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ໄດ້ກາຍເປັນງານບຸນປະເພນີ ທີ່ຖືກຈັດຂຶ້ນໃນແຕ່ລະປີ ແລະ ນັບມື້ໄດ້ຮັບການປ່ຽນແປງໃໝ່, ຈຳນວນທິມທີ່ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ ແລະ ຄຸນນະພາບການຍິງບັ້ງໄຟດອກໃນຄຳຄືນຕ່າງໆ ກໍ່ຖືກຍົກສູງຂຶ້ນ. ທ່ານ ຮວິ່ງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ ປີ 2008 ນະຄອນໄດ້ກຳນົດຍິງບັ້ງໄຟດອກສາກົນແມ່ນສ່ວນໜຶ່ງ ໃນໄລຍະທາງແຫ່ງການພັດທະນາວັດທະນະທຳ - ທ່ອງທ່ຽວ, ຍົກສູງຊີວິດດ້ານຈິດໃຈໃຫ້ແກ່ປະຊາຊົນ. ນັບແຕ່ເວລານັ້ນ, ການຍິ່ງບັ້ງໄຟດອກສາກົນ ໄດ້ກາຍເປັນສິ່ງທີ່ພິເສດ ແລະ ເປັນເຄື່ອງໝາຍພິເສດສະເພາະຂອງນະຄອນ ດ່າໜັງ. ທ່ານ ຮວິ່ງດຶກເທີ ເວົ້າວ່າ:
    “ເຖິງວ່າຕ້ອງປະເຊີນໜ້າກັບການທົດສອບ, ການເປັນຫ່ວງເປັນໄຍກັບວຽກງານ ໃນຂະບວນວິວັດແຫ່ງການພັດທະນາກໍ່ຕາມ, ພວກເຮົາຈົ່ງເຊື່ອມຕົວເຂົ້າກັບຄວາມເບີກບານມ່ວນຊື່ນຂອງທົ່ວປະເທດ ຂອງບ້ານເກີດເມືອງນອນດ້ວຍການຍິງບັ້ງໄຟດອກ, ການສະແດງດົນຕີສິລະປະທີ່ໜ້າຈັບໃຈ ຢູ່ແຄມແມ່ນ້ຳຫ່ານທີ່ສວຍງາມ. ຜ່ານນັ້ນກໍ່ໄດ້ປຸກລຸກຄວາມເຊື່ອໝັ້ນ ແລະ ກຳລັງແຮງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈກໍ່ສ້າງນະຄອນ ດ່າໜັງ ໃຫ້ນັບມື້ນັບສີວິໄລ ທັນສະໄໝ ແລະ ກາຍເປັນສະຖານທີ່ດູດດື່ມຂອງເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ”.
     ການຍົກລະດັບ ແລະ ການຫັນການເຄື່ອນໄຫວງານບຸນຍິງບັ້ງໄຟດອກສາກົນ ໃຫ້ເປັນວຽກງານສັງຄົມໄດ້ນຳມາຊຶ່ງໂສມໜ້າໃໝ່ ໃນການແຂ່ງຂັນຍິງບັ້ງໄຟດອກ ກໍ່ຄືດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ດ່າໜັງ. ຈາກຂອບຂະໜາດຂອງການແຂ່ງຂັນຍິງບັ້ງໄຟດອກສາກົນ ພຽງແຕ່ດຳເນີນໃນສອງວັນ ໄດ້ກາຍເປັນງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ຖືກດຳເນີນໃນເວລາແຕ່ 1 ຫາ 2 ເດືອນພ້ອມດ້ວຍຫຼາຍເຫດການຕ່າງໆ. ທ່ານ ຟ້າມກວາງຄ໋າຍ ແຂກທ່ອງທ່ຽວມາຈາກແຂວງ ບິ່ງເຟືອກ ເພື່ອຊົມງານບຸນຍິງບັ້ງໄຟດອກ ແບ່ງປັນວ່າ:
    “ນີ້ແມ່ນຄັ້ງທີ່ສາມທີ່ຂ້າພະເຈົ້າໄດ້ມາທ່ຽວຊົມຢູ່ ດ່າໜັງ, ແຕ່ລະເທື່ອກໍ່ໄດ້ເຫັນປະຈັກຕາ ນະຄອນມີການປ່ຽນແປງໃໝ່ຫຼາຍຢ່າງ ສົມເປັນນະຄອນທີ່ເປັນໜ້າດຳລົງຊີວິດ. ນັບແຕ່ຂອດບໍລິການ, ທາງຄົມມະນາຄົມ, ການກໍ່ສ້າງ ເພື່ອໃຫ້ນະຄອນມີຄວາມໃຫຍ່ໂຕໂອໂຖງສວຍງາມ ແລະ ປະຊາຊົນມີຈິດໃຈຮັກແພງແຂກ”.
    ປີ 2008 ນະຄອນ ດ່າໜັງ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດກວ່າ 7,6 ລ້ານເທື່ອຄົນ ໃນນັ້ນສະເພາະໃນຊ່ວງເວລາຍິງບັ້ງໄຟດອກສາກົນ ກໍ່ໄດ້ມີແຂກທ່ອງທ່ຽວເກືອບ 1,6 ລ້ານເທື່ອຄົນ. ຕໍ່ໜ້າປະສິດທິຜົນ ແລະ ຄວາມໝາຍໃຫຍ່ຫຼວງ ເຊິ່ງງານບຸນຍິງບັ້ງໄຟດອກນຳມາໃຫ້ນະຄອນ ດ່າໜັງ ນັ້ນ, ທາງນະຄອນພວມຂຶ້ນແຜນການກໍ່ສ້າງ, ຈັດຕັ້ງລາຍການທ່ອງທ່ຽວໃໝ່ ດ້ວຍຜະລິດຕະພັນຕ່າງໆຄື ຈັດຕັ້ງການສະແດງດົນຕີບົນລຳແມ່ນ້ຳຫ່ານ, ພ້ອມກັບການຊົມການຍິງບັ້ງໄຟດອກ ກໍ່ແມ່ນບັນດາລາຍການທ່ອງທ່ຽວຄົ້ນຫານະຄອນ, ທະເລ ແລະ ບັນດາທັດຊະນີຍະພາບທີ່ງົດງາມຄື ບ່ານ່າ, ຫງູແຮັ່ງເຊີນ, ເກົ່າວ່າງ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top