• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ດ່າໜັງ ຕ້ອນຮັບ APEC 2017

ຕອນກາງຄືນ, ແມ່ນຳ້ ຮ່ານ ສະຫວ່າງສະໄຫວໄປດ້ວຍແສງສະ ຫວ່າງຂອງດອກໄຟແສງສີ. ໂມງ ອີເລັກໂຕນິກ ເລີ່ມນັບຖອຍຫຼັງ ເຂົ້າສູ່ມື້ໄຂກອງປະຊຸມຂັ້ນສູງ APEC 2017 ໄດ້ຕິດຕັ້ງຢູ່ເທິງຂົວ ແມ່ນຳ້ ຮ່ານ. ຄວາມດຶງດູດໃຈ ຂອງ APEC ເບິ່ງຄືວ່າ ກຳລັງແຜ່ລາມໄປທົ່ວ ນະຄອນ ທີ່ສວຍງາມແຫ່ງນີ້. ຊາວດ່າໜັງກຳລັງກ່າວເຖິງກອງປະຊຸມ APEC ດ້ວຍຄວາມປິຕິຍິນດີຕ້ອນຮັບ ເພາະພວກເຂົາຮູ້ດີວ່າ ທົ່ວໂລກກຳລັງຈັບຕາເບິ່ງ ດ່າໜັງ...
ນະຄອນ APEC ຢູ່ແຄມ ແມ່ນຳ້ ຮ່ານ
ຍັງບໍ່ເຄີຍເຫັນຊາວ ດ່າໜັງ ມີຄວາມປິຕິຍິນດີຕ້ອນຮັບຄືໃນປະຈຸບັນ. ເພາະສຳລັບເຂົາເຈົ້າແລ້ວ, ກອງປະຊຸມຂັ້ນສູງ APEC 2017 ເປັນເຫດການໜຶ່ງທີ່ມີຂະໜາດໃຫຍ່ ທີ່ສຸດບໍ່ເຄີຍເຫັນມາກ່ອນ ໄດ້ຈັດຂຶ້ນເທິງບ້ານເກີດເມືອງນອນຂອງຕົນ.
 
ນັ່ງທາງຂ້າງຂ້າພະເຈົ້າໃນຮ້ານອາຫານຫຼັງໜຶ່ງຢູ່ແຄມແມ່ນຳ້ ຮ່ານ, ທ່ານ ຕືມິງ, ຊາວປະມົງ ຄົນໜຶ່ງທີ່ພວມອາໄສຢູ່ເຂດທະເລ ເຊີນຈ່າ ພ້ອມທັງຍົກຈອກນ້ຳຊາ ແລ້ວເຫຼວໄປເບິ່ງໂມງ ທີ່ແຂວນຢູ່ຂົວແມ່ນ້ຳ ຮ່ານ ທີີ່ກຳລັງນັບຖອຍຫຼັງ ພ້ອມຖາມຂ້າພະເຈົ້າວ່າ: “ອາເປັກ ແມ່ນຫຍັງຄືເຫັນຫຼາຍຄົນເວົ້າເຖິງແທ້”.
 
ຂ້າພະເຈົ້າໄດ້ອະທິບາຍ ກ່ຽວກັບກອງປະຊຸມ APEC ແຕ່ບໍ່ຮູ້ວ່າ ລາວເຂົ້າໃຈຄຳອະທິບາຍຂອງຂ້າພະເຈົ້າ ຫຼື ບໍ, ແຕ່ຂ້າພະເຈົ້າເຫັນ ລາວ ຮູ້ສຶກພາກພູມໃຈ ເມື່ອຮູ້ວ່າ ໃນອີກບໍ່ດົນບ້ານເກີດເມືອງນອນຂອງລາວ ຈະໄດ້ຕ້ອນຮັບປະມຸກ ລັດຫຼາຍປະເທດ ພ້ອມກັບແຂກຄົນ, ໜັງສືພິມສາກົນ ຫຼາຍໝື່ນຄົນ ມາເຂົ້າຮ່ວມ ແລະ ປຶກສາຫາລືຫຼາຍບັນຫາທີ່ບັນດາປະເທດທົ່ວໂລກ ພວມໃຫ້ຄວາມສົນໃຈ. 

ສູນກອງປະຊຸມ ແລະ ວາງສະແດງ Ariyana ດ່າໜັງ (ADECC) ສາມາດບັນຈຸທີ່ນັ່ງໄດ້ 2.500 ບ່ອນ,
ເປັນບ່ອນຈັດຕັ້ງກອງປະຊຸມສຸດຍອດນັກທຸລະກິດ APEC ດ້ວຍການເຂົ້າຮ່ວມ
ຂອງເຈົ້າໜ້້າທີ່ຂັ້ນສູງທີ່ມາຈາກ 21 ພື້ນຖານເສດຖະກິດໃນໂລກ. ພາບ: ເຕິດເຊີນ/VNP



ຫາດຊາຍທະເລ ນອນເນືອກ ມີລວງຍາວ 5 ກິໂລແມັດ, ທີ່ນີ້ ມີໂຮງແຮມ, ເຮືອນ ວິນນາ ຫຼາຍຫຼັງໄດ້ຮັບການ
ກໍ່ສ້າງ ຈາກບັນດາຍີ່ຫໍ້ທີ່ມີຊື່ສຽງໃນໂລກຄື: Furama, Melia, Fusion Maia… ພາບ: ເຕິດເຊີນ/VNP



ເຂດພັກຜ່ອນ Melia ຢູ່ເທິງຫາດຊາຍທະເລຂອງ ດ່າໜັງ. ພາບ: ເຕິດເຊີນ/VNP


ລະລົບ ສະລອຍນຳ້ຢູ່ກາງແຈ້ງ ຖືກອອກແບບຢ່າງສວຍງາມ ແລະ ທັນສະໄໝ
ໃນເຂດພັກຜ່ອນ 5 ດາວ Furama. ພາບ: ກົງດາດ/VNP

ລາວ ຮູ້ສຶກພາກພູມໃຈ ຍ້ອນວ່າ ຕະຫຼອດຊີວິດທີ່ຜ່ານມາ ລາວ ບໍ່ເຄີຍເຫັນເຫດການໃດທີ່ມີຂະໜາດໃຫຍ່ກວ່ານີ້ ມາກ່ອນ. ທ່ານ Craig Chittick, ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ຫວຽດນາມ ເຄີຍເວົ້າວ່າ: “ຄວາມສົນໃຈຂອງໂລກ ຈະຫັນມາສູ້ ດ່າໜັງ ໃນເດືອນ ພະຈິກ 2017, ເມື່ອບັນດາຜູ້ນຳ, ບັນດາລັດຖະມົນຕີ ແລະ ບັນດາ CEO ມາຈາກ 21 ພື້ນຖານເສດຖະກິດ APEC ໄດ້ມາເຕົ້າໂຮມກັນຢູ່ນະຄອນແຫ່ງນີ້”.

Furama ໄດ້ລົງທຶນກໍ່ສ້າງສູນກອງປະຊຸມ ແລະ ວາງສະແດງ Ariyana ດ່າໜັງ (ADECC) ສາມາດບັນຈຸທີ່ນັ່ງໄດ້ 2.500 ບ່ອນ ເພື່ອ ຮັບໃຊ້ກອງປະຊຸມ APEC ແລະ ຄາລືຮາດ ຫຼາຍກວ່າ 100 ຫຼັງ ລະດັບສາກົນ ເພື່ອຮັບໃຊ້ເຈົ້າໜ້າທ່ີຂັ້ນສູງ ທີ່ມາເຂົ້າ ຮ່ວມ ກອງປະຊຸມຂັ້ນສູງ APEC 2017.

ເພື່ອໃຫ້ມີນະຄອນ ດ່າໜັງ ຄືໃນປະຈຸບັນ, ນະຄອນແຫ່ງນີ້ ຕ້ອງສູ້ຊົນຢ່າງທໍລະຫົດອົດທົນເປັນເວລາຫຼາຍສິບປີ. ຜ່ານຜ່າຄວາມ ຫຍຸ້ງຍາກນາໆ ປະການ, ນະຄອນ ດ່າໜັງ ໄດ້ສ້າງຄວາມສຳເລັດ ທີ່ມະຫັດສະຈັນ ແຄມແມ່ນ້ຳ ຮ່ານ ຊຶ່ງຖືກຂະໜານນາມວ່າ:“ນະຄອນທີ່ເປັນຕາຢູ່”, “ນະຄອນສິ່ງແວດລ້ອມ”, “ນະຄອນທຳມະຊາດ ອາຊີ”, “ນະຄອນຈັດຕັ້ງເຫດການ ແລະ ງານບຸນ”... ແລະ ປະຈຸບັນແມ່ນ “ນະຄອນ APEC”.
 
ເພື່ອຫ້າງຫາກະກຽມໃຫ້ກອງປະຊຸມຂັ້ນສູງ APEC 2017, ນະຄອນ ດ່າໜັງ ໄດ້ມີການກະກຽມຢ່າງຮອບຄອບຖີ່ຖ້ວຍກ່ຽວກັບຊັບພະຍາກອນມະນຸດ ແລະ ກຳລັງວັດຖຸ ກໍ່ຄືບັນດາລາຍການ, ແຜນການຈັດຕັ້ງຕ່າງໆ. ນະຄອນໄດ້ລົງທຶນກໍ່ສ້າງໃໝ່ ຫຼາຍກິດ ຈະກຳທີ່ທັນສະໄໝມີຂະໜາດໃຫຍ່ຄື: ເສັ້ນທາງຄົມມະນາຄົມ, ສະໜາມ ບິນສາກົນ, ສູນສື່ມວນຊົນສາກົນ, ລະບົບໂຮງແຮມ ແລະ ສູນກອງປະຊຸມ... ກິດຈະກຳແຕ່ລະແຫ່ງ ລ້ວຍແຕ່ເປັນສັນຍາລັກ ແລະ ນຳ້ໃຈຂອງປະຊາຊົນ ດ່າໜັງ. 
 
ພາພວກຂ້າພະເຈົ້າໄປເບິ່ງການກະກຽມໃຫ້ກອງປະຊຸມຂັ້ນສູງ APEC, ທ່ານ ເຈືອງຫງອກແທ່ງ, ຜູ້ຮັບຜິດຊອບດ້ານການສື່ສານ ຂອງເຂດພັກຜ່ອນ 5 ດາວທີ່ມີຊື່ສຽງໃນໂລກ ໃຫ້ຮູ້ວ່າ ເຫດການທີ່ສຳຄັນ ຂອງກອງປະຊຸມຂັ້ນສູງ APEC 2017 ປະມານ 80% ຈະໄດ້ຈັດຂຶ້ນຢູ່ທີ່ນີ້. ເພາະສະນັ້ນ, ໂຮງແຮມ Furama ຈຶ່ງລົງທຶນກໍ່ສ້າງສູນກອງປະຊຸມ ແລະ ວາງສະແດງ Ariyana ດ່າໜັງ (ADECC) ດ້ວຍທີ່ນັ່ງ 2.500 ບ່ອນ ເພື່ອຮັບໃຊ້ກອງປະຊຸມສຸດຍອດນັກທຸລະກິດ APEC ແລະ ຄາລືຮາດຫຼາຍກວ່າ 100 ຫຼັງ ລະດັບສາກົນ ເພື່ອຮັບໃຊ້ເຈົ້າໜ້າທ່ີຂັ້ນສູງ ທີ່ມາເຂົ້າຮ່ວມກອງປະຊຸມ ຂັ້ນສູງ APEC 2017.
 


ຫາດຊາຍທະເລ ໝີເຄ ມີລວງຍາວ 900 ແມັດ, ເປັນບ່ອນວາລະສານ Forbes ເລືອກໃຫ້ເປັນ 1
ໃນ 6 ຫາດຊາຍທະເລ ດຶງດູດໃຈທີ່ສຸດໃນໂລກ ເມື່ອປີ 2005. ພາບ: ເຕິດເຊີນ/VNP



ນັກທ່ອງທ່ຽວຫຼິ້ນກັບນົກກາງແກ ຢູ່ສວນສາທາລະນະ ບຽນດົງ. ພາບ: ກົງດາດ/VNP


ຮ້ານ ກາເຟ ຢູ່ເທິງຫຼັງຄາຂອງຕຶກອາຄານສູງ ຊ່ວຍໃຫ້ ນັກທ່ອງທ່ຽວສາມາດຊົມຄວາມງາມ
ຂອງນະຄອນ ດ່າໜັງ ໃນຕອນຄ່ຳຄືນ. ພາບ: ກົງດາດ/VNP



ສອງຝ່ັງແມ່ນຳ້ ຮ່ານ ສະຫວ່າງສະໄຫວໄປດ້ວຍແສງສະຫວ່າງ ຂອງດອກໄຟແສງສີໃນຍາມຄ່ຳຄືນ.
ພາບ: ກົງດາດ/VNP



ງານມະໂຫລານບັ້ງໄຟດອກສາກົນ DIFF, ງານບຸນທີ່ຍິ່ງໃຫຍ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂຶ້ນ
ເປັນປະຈຳ 2 ປີ/ຄັ້ງ ຢູ່ ນະຄອນ ດ່າໜັງ. ພາບ: ເຈິ່ນເລເລີມ/VNA



ນັກທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານທ່ອງທ່ຽວແຫ່ງໜຶ່ງທີ່ໄດ້
ອອກແບບຕາມສະຖາປັດຕະຍະກຳຂອງ ຝຣັ່ງ ໂດຍບໍລິສັດ
ຫຸ້ນສ່ວນ Sun Group ກໍ່ສ້າງເທິງຈອມພູ ບ່ານ່າ. ພາບ: ກົງດາດ/VNP



ສະໜາມ ກ໊ອບ ບ່ານ່າ Hills ໄດ້ອອກແບບ ແລະ ກໍ່ສ້າງຕາມ ເຕັກໂນໂລຊີຂອງ ເອີຣົບ ໄດ້ມາດຕະຖານສາກົນ. ພາບ: ເອກະສານຂອງກຸ່ມບໍລິສັດ Sun Group

ກ່ອນຈະມີນະຄອນ ດ່າໜັງ ຄືໃນປະຈຸບັນ, ນະຄອນແຫ່ງນີ້ ຕ້ອງ ສູ້ຊົນຢ່າງທໍລະຫົດອົດທົນເປັນເວລາຫຼາຍສິບປີ. ຜ່ານຜ່າຄວາມ ຫຍຸ້ງຍາກນາໆ ປະການ, ນະຄອນ ດ່າໜັງ ໄດ້ສ້າງຄວາມສຳເລັດ ທີ່ໜ້າມະຫັດສະຈັນແຄມແມ່ນ້ຳ ຮ່ານ ດ້ວຍຫຼາຍນາມມະຍົດ ຊຶ່ງບໍ່ ແມ່ນນະຄອນໃດໃນໂລກ ກໍ່ສາມາດເຮັດໄດ້. 
ນເວລາໂອ້ລົມກັບຂ້າພະເຈົ້າ, ຊາວໜຸ່ມດ່າໜັງ ຮຸ້ນທີ່ 8X ກໍ່ມີຄວາມພາກພູມໃຈ ຕໍ່ອະນາຄົດທີ່ສົດໃສ. ຂ້າພະເຈົ້າຮູ້ແລ້ວວ່າ ຄືກັບຊາວ ດ່າໜັງ ທຸກຄົນ, ແທ່ງ ພວມນັບຖອຍຫຼັງ ມື້ໄຂກອງປະຊຸມຂັ້ນສູງ APEC ດ້ວຍຄວາມຕື່ນເຕັ້ນ, ເພາະວ່າ ນີ້ ແມ່ນຂີດໝາຍແຫ່ງປະຫວັດສາດໃໝ່ ຢູ່ແຄມແມ່ນນຳ້ ຮ່ານ ຂອງຊາວ ດ່າໜັງ.
 
ນະຄອນເຊື່ອມຕໍ່ກັບບັນດາເຂດ ມູນມໍລະດົກ
ນະຄອນ ດ່າໜັງ ເປັນທີ່ຮູ້ຈັກ ຂອງ ເພື່ອນມິດສາກົນ ຖືເປັນແດນສະຫວັນ ຂອງ ການທ່ອງທ່ຽວ ດ້ວຍຫາດຊາຍທະເລ ໝີເຄ ຊຶ່ງຖືກວາລະສານ Forbes ຂອງ ສ.ອາເມລິກາ ເລືອກໃຫ້ເປັນໜຶ່ງໃນ 6 ຫາດຊາຍ ທະເລທີ່ສວຍງາມດຶງດູດໃຈທີສຸດ ໃນໂລກ; ແຫຼມ ເຊີນຈ່າ ດ້ວຍປ່າສະຫງວນທີ່ອຸດົມສົມບູນ ຊຶ່ງເປັນເຂດທ່ອງທ່ຽວ ທີ່ສວຍງາມຫາອັນປຽບບໍ່ໄດ້; ເຂດທ່ອງທ່ຽວ ບ່ານ່າ Hills, ແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ, ຫ່າງຈາກນະຄອນ ດ່າໜັງ ກວ່າ 20 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງໃຕ້ ແລະ ຢູ່ລະດັບຄວາມສູງ 1.400 ແມັດ ທຽບກັບລະດັບນຳ້ທະເລ ແລະ ເຂດເຮືອນ ວິນນາ ລະດັບສາກົນຄື: InterContinental Danang Sun Peninsula Resort, Furama Resort Danang, Pullman Danang Beach Resort, Hyatt Regency Danang Resort and Spa… ອາດຈະແມ່ນຍ້ອນແນວນັ້ນ, ດ່າໜັງ ຈຶ່ງເປັນທີ່ດຶງດູດຄວາມສົນໃຈຂອງວາລະສານທ່ອງທ່ຽວ ແລະ ບັນດາອົງການທ່ອງທ່ຽວແຖວໜ້າຂອງໂລກ.
 
ປີ 2015, Skyscanne, ເວັບໄຊ ຄົ້ນຫາກ່ຽວກັບການທ່ອງທ່ຽວແຖວໜ້າຂອງໂລກ ມີສຳນັກງານໃຫຍ່ຕັ້ງຢູ່ ປະເທດ ອັງກິດ ໄດ້ເລືອກ ດ່າໜັງ ເປັນໜຶ່ງໃນ 10 ບ່ອນທ່ອງທ່ຽວ ທີ່ຈັບໃຈ ແລະ ມີຄ່າໃຊ້ຈ່າຍຕຳ່ທີ່ສຸດໃນໂລກ. ຕາມ Skyscanne, ນັກທ່ອງທ່ຽວທີ່ມາຢາມ ດ່າໜັງ ຈົ່ງມາທ່ຽວຫາດຊາຍທະເລ ໝີເຄ, ເລືອກກິນບັນດາອາຫານທະເລ ທີ່ແຊບໆ ຢູ່ບັນດາຮ້ານອາຫານແຄມຝັ່ງທະເລ.
 
ປີ 2016, ໃນພິທີມອບລາງວັນທ່ອງທ່ຽວໂລກ (World Travel Awards) ຂົງເຂດ ອາຊີ ແລະ ປາຊີຟິກ, ດ່າໜັງ ເອົາຊະນະ 8 ແຫຼ່ງທ່ອງທ່ຽວແຖວໜ້າຂອງ ອາຊີ ຍາດໄດ້ລາງວັນ “ບ່ອນຈັດ ຕັ້ງເຫດການ, ງານບຸນ ແຖວໜ້າ ອາຊີ” (Asia’s Leading Festival and Event Destination). 


ສຸສານ ຄາຍດິ້ງ ຂຶ້ນກັບເຂດຮ່ອງຮອຍນະຄອນຫຼວງເກົ່າ ເຫວ້ ຊຶ່ງຢູແນັສໂກ ຮັບຮອງເປັນມໍລະດົກໂລກດ້ານວັດທະນະທຳ ຢູ່ ຫ່າງຈາກນະຄອນ ດ່າໜັງ ປະມານ 100 ກິໂລແມັດ. ພາບ: ເອກະສານຂອງ VNA


ດິນແດນທີ່ສັກສິດ ໝີ໊ເຊີນ ມີອາຍຸຫຼາຍພັນປີ ຫ່າງຈາກນະຄອນ ດ່າໜັງ ປະມານ 40 ກິໂລແມັດ.
ພາບ: ກົງດາດ/VNP



ດ່າໜັງ ຍັງໄດ້ຮັບຜົນປະໂຫຍດ ຈາກມໍລະດົກໂລກ ຫຼາຍ ແຫ່ງທີ່ ຢູແນັສໂກ ຮັບຮອງຄື:
ມໍລະດົກທຳມະຊາດໂລກ ສວນແຫ່ງຊາດ ຟອງຍາ-ແກບ່າງ. ພາບ: ເຕິດເຊີນ/VNP



ຈາກນະຄອນ ດ່າໜັງ, ນັກທ່ອງທ່ຽວສາມາດໄປຢ້ຽມຢາມ ມໍລະດົກໂລກ ດ້ານວັດທະນະທຳຖະໜົນເກົ່າ ໂຮ້ຍອານ. ພາບ: ເອກະສານຂອງ VNA

ປີ 2016, ໃນພິທີມອບລາງວັນທ່ອງທ່ຽວໂລກ (World Travel Awards) ຂົງເຂດ ອາຊີ ແລະ ປາຊີຟິກ, ດ່າໜັງ ເອົາຊະນະ 8 ແຫຼ່ງທ່ອງທ່ຽວແຖວໜ້າຂອງ ອາຊີ ຍາດໄດ້ລາງວັນ “ເປັນບ່ອນ ຈັດຕັ້ງເຫດການ, ງານບຸນ ແຖວໜ້າ ອາຊີ” (Asia’s Leading Festival and Event Destination).
ຍາກທີ່ຈະຫາໄດ້ນະຄອນທ່ອງທ່ຽວ ແຫ່ງໃດທີ່ມີຫຼາຍທ່າແຮງບົ່ມຊ້ອນຄື ດ່າໜັງ. ນອກຈາກທ່າແຮງທີ່ມີ, ດ່າໜັງ ຍັງໄດ້ຮັບຜົນປະໂຫຍດຈາກມໍລະດົກໂລກຫຼາຍແຫ່ງ ທີ່ອົງການ ຢູແນັສໂກ ຮັບຮອງຄື: ຫ່າງຈາກນະຄອນ ດ່າໜັງ ປະມານ 20 ກິໂລ ແມັດ ໄປທາງທິດໃຕ້ ແມ່ນຄຸ້ມຖະໜົນເກົ່າ ໂຮ້ຍອານ ແລະ ດິນແດນທີ່ສັກສິດ ໝີເຊີນ. ຫ່າງຈາກນະຄອນ ດ່າໜັງ ປະມານ 100 ກິໂລແມັດ ໄປທາງທິດເໜືອແມ່ນນະຄອນຫຼວງເກົ່າ ເຫວ້... ແລະ ບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຕ່າງໆ ​ຄື: ເກາະ ກູ່ລາວຈ່າມ, ທະເລ ເກືອດ້າຍ (ແຂວງ ກວາງນາມ); ຮ່ອມພູ ຫາຍເວິນ, ພູ ແບກໝາ, ທະເລ ລັງໂກ, ແຖບທະເລ ຕາມຢາງ (ເຫວ້), ສວນແຫ່ງຊາດ ຟອງຢາ-ແກບ່າງ ແລະ ອື່ນໆ.
 
ມາຍັງ ດ່າໜັງ, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຮັບອາກາດທີ່ປອດ ໂປ່ງ ບໍລິສຸດ ຂອງ ນະຄອນທະເລ ທີ່ສວຍງາມແຫ່ງນີ້ເທົ່ານັ້ນ, ຫາກຍັງມີ ໂອກາດໄດ້ຄົ້ນຫາວັດທະນະທຳ, ທຳມະຊາດຂອງມະນຸດອີກດ້ວຍ. ນັ້ນແມ່ນໂອກາດທີ່ບໍ່ຄ່ອຍມີ ເຊິ່ງນັກທ່ອງທ່ຽວ ຍາກທີ່ຈະພົບເຫັນຢູ່ນະຄອນທ່ອງທ່ຽວ ແຫ່ງໃດ ໃນໂລກ.
 
ເພາະສະນັ້ນ, ກອງປະຊຸມຂັ້ນສູງ APEC 2017 ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ ນີ້ ແມ່ນໂອກາດທີ່ຍິ່ງໃຫຍ່ ເພື່ອໃຫ້ ດ່າໜັງ ສະແດງໃຫ້ໂລກ ເຫັນທ່າແຮງບົ່ມຊ້ອນຂອງຕົນ. ນີ້ກໍ່ແມ່ນຄວາມຫວັງ ທີ່ເຮັດໃຫ້ ດ່າໜັງ ບືນຕົວຂຶ້ນໃຫ້ເໝາະສົມທີ່ເປັນນະຄອນທ່ອງທ່ຽວ ແຖວໜ້າຂອງໂລກ.
ບົດ: ແທງຮວ່າ - ພາບ: ເຕິດເຊີນ, ກົງດາດ 

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top