• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ດ່າລາດ-ສູນກາງແຫ່ງການສົ່ງອອກດອກໄມ້

ເມື່ອ ດຣ Alexandre Yersin ຫາກໍຄົ້ນພົບ, ດ່າລາດ ເປັນ ພຽງເຂດພູດອຍ ທີ່ຍັງ ຮົກເຮື້ອ ວ່າງເປົ່າ, ຜູ້ຄົນອາໄສ ຢູ່ກະ ແຈກກະຈາຍ, ແຕ່ມາຮອດ ປະຈຸບັນ ມັນໄດ້ກາຍເປັນ ແດນ ສະຫວັນ ແຫ່ງການພັກຜ່ອນ ທ່ີມີຄວາມກົມກຽວ ຂອງ ທໍາມະ
ຊາດ, ດິນແດນແຫ່ງດອກໄມ້ນາໆ ພັນ ທ່າມກາງ ເມກໝອກ. ນະຄອນ ດ່າລາດ ກຳລັງ ຕັ້ງເປົ້າບືນຕົວກ້າວຂຶ້ນ ໃຫ້ກາຍເປັນ ສູນກາງ ແຫ່ງການສົ່ງອອກ ດອກໄມ້ສົດ ຂອງພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້ ດ້ວຍ ຄວາມຫວັງ ວົງເງິນສົ່ງອອກ ຕ້ອງ ລື່ນກາຍ ຕົວເລກ ເກືອບ 50 ລ້ານ ໂດລາສະຫະລັດ/ປີ  ໃນ ປັດຈຸບັນ ໃຫ້ສົມກັບ ຄວາມສາມາດບົ່ມຊ້ອນ ໃນການ ຜະລິດ ດອກໄມ້ ໄດ້ກວ່າ 3,1 ຕື້ ດອກ/ປີ. 

ດ່າລາດ-ດິນແດນແຫ່ງດອກໄມ້ນາໆ ພັນ

ປີ 1893, ເຖິງວ່າ ຈະມີຄວາມເພີດເພີນໃຈເຖິງຂັ້ນໃດ ດຣ Alexandre Yersin ຜູ້ມີຄວາມສາມາດ ແລະ ມັກຄວາມ ສ່ຽງໄພ, ຊາວ ຝຣັ່ງ ເຊື້ອສາຍ ສະວິດ ບໍ່ນຶກຝັນວ່າ ເຂດດິນ ທີ່ ຮົກເຮື້ອວ່າງເປົ່າ ຕັ້ງຢູ່ເທິງພູພຽງ ທີ່ກວ້າງໃຫຍ່ໄພສານ, ໃນ ຄວາມສູງ 1500 ແມັດ ເມື່ອທຽບ ກັບໜ້ານໍ້າທະເລ ທີ່ທ່ານ ໄດ້ຄົ້ນພົບ ພາຍຫຼັງ ການໄປສຳຫຼວດ ເປັນເວລາຍາວນັ້ນ ໄດ້ ກາຍເປັນ ນະຄອນ ດ່າລາດ ແຫ່ງຄວາມຝັນ ຊຶ່ງຖືວ່າ ເປັນ “ປາຣີ ນ້ອຍ” ທີ່ສວຍງາມເລີດໂສມ ຢູ່ ອິນດູຈີນ ທ່ີເຕັມໄປ ດ້ວຍສາຍລົມ ແລະ ແສງແດດ, “ນະຄອນແຫ່ງດອກໄມ້ນາໆ ພັນ” ມີຄວາມງາມ ທີ່ສ້າງຄວາມປະທັບໃຈ ຕໍ່ຜູ້ຄົນ ທີ່ມາ ຈາກ ແດນໄກ.

ນັບຕັ້ງແຕ່ ດຣ Yersin ຄົ້ນພົບດິນແດນແຫ່ງນີ້, ດ່າລາດ ໄດ້ ກາຍເປັນ ສະຖານທີ່ພັກຜ່ອນ ໃນຝັນ ຂອງ ທະຫານຝຣັ່ງ ທ່ີ ໄປສູ້ຮົບຢູ່ແດນໄກ ຢ່າງໄວ ເນື່ອງຈາກວ່າ ເຂົາເຈົ້າ ເຫັນໄດ້ ເຂດດິນ ຮົກເຮື້ອແສນໄກ ຢູ່ອານານິຄົມແຫ່ງນີ້ ມີຮູບຊົງໃດ ໜຶ່ງຂອງ ປະເທດ ຝຣັ່ງ ທີ່ອົບອຸ່ນ ຢູ່ຫ່າງໄກ. ລອກແບບຊາວ ຝຣັ່ງ, ດ່າລາດ ສະໄໝນັ້ນ ບໍ່ພຽງແຕ່ ມີເຮືອນວິນລາ ສຳລັບ ການພັກຜ່ອນ ທີ່ສວຍງາມເທ່ົານັ້ນ, ເຂົາເຈົ້າຍັງ ນຳເອົາບັນ ດາແນວພັນຜັກ ແລະ ດອກໄມ້ ຂອງ ເຂດອຸ່ນມາປູກ ຢູ່ທີ່ນີ້ ເພື່ອບັນເທົາ ຄວາມຄິດຮອດບ້ານເກີດເມືືອງນອນ.

ໂດຍອາໄສເງື່ອນໄຂສະພາບອາກາດ ແລະ ລັກສະນະດິນ ທ່ີເໝາະສົມ, ບັນດາແນວພັນຜັກ ແລະ ດອກໄມ້ ທ່ີນໍາມາປູກ ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ສວຍງາມ ບໍ່ດ້ອຍໄປ ກວ່າ ປະເພດຜັກ ແລະ ດອກໄມ້ ຢູ່ທ້ອງຖິ່ນເດີມ. ວັນເວລາ ຜ່ານ ໄປ, ດ່າລາດ ຄ່ອຍໆ ກຳເນີດອາຊີບປູກຜັກ ແລະ ດອກ ໄມ້. ພິເສດ, ອາຊີບ ປູກດອກໄມ້ ໄດ້ເລີ່ມກຳເນີດ ຂຶ້ນຢ່າງ ເປັນ ທາງການ ໃນປີ 1938  ນັບຕັ້ງແຕ່ ຊາວກະສິກອນ ຢູ່ບັນດາ ໝູ່ບ້ານ ປູກດອກໄມ້ ທີ່ມີຊື່ສຽງ ຄື: ຫງອກຮ່າ, ງີຕ່າມ ຂອງ ຮ່າໂນ້ຍ ຍ້າຍຄອບຄົວມາ ສ້າງຕັ້ງບ້ານ ຮ່າດົງ ແລະ ຈາກນັ້ນ ຄ່ອຍໆ ກຳເນີດຂຶ້ນ ບັນດາໝູ່ບ້ານປູກດອກໄມ້ ທີ່ມີຊື່ສຽງ ຈົນ ມາເຖິງ ປັດຈຸບັນ ເຊັ່ນ: ຮ່າດົງ, ຖ໋າຍຟຽນ ແລະ ວ້ານແທ່ງ.



ການແຂ່ງຂັນ ຕົບແຕ່ງ ລົດດອກໄມ້ ໃນງານມະໂຫລານ ດອກໄມ້ ຢູ່ເທິງຖະໜົນ ດ່າລາດ.  ພາບ: ແທງຮ່ວາ


ຄວາມສວຍງາມ ແບບໂລແມນຕິກ ທີ່ມີລັກສະນະ ຄຼາດ ຊິກ ໃນສິລະປະ ການຕົບແຕ່ງດອກໄມ້ສົດ ຂອງຄົນ ດ່າລາດ. ພາບ: ແທງຮ່ວາ


ດອກ Hydrangea, ປະເພດດອກໄມ້ ເຂດອຸ່ນໄດ້ປູກ ແລະ ມີຊື່ສຽງຢູ່ ດ່າລາດ. ພາບ: ແທງຮ່ວາ


ດອກໄມ້ ແລະ ຄົນ ດ່າລາດ. ພາບ: ແທງຮ່ວາ


ຢ້ຽມຢາມ ໝູ່ບ້ານ ດອກໄມ້ ຫວ້ານແທ່ງ, ດ່າລາດ. ພາບ: ແທງຮ່ວາ


ດອກໄມ້ໄດ້ຮັບການປະດັບປະດາເທິງຖະໜົນຂອງ ດ່າລາດ. ພາບ: ແທງຮ່ວາ


ດ່າລາດ ມີໝູ່ບ້ານດອກໄມ້ ແລະ ນິຄົມດອກໄມ້ ຫຼາຍແຫ່ງ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວ ທີ່ມາຢ້ຽມຊົມ ຕະຫຼອດເວລາ. ພາບ: ແທງຮ່ວາ


ເມືອງພູດອຍ ດ່າລາດ ປຽບເໜືອນ “ປາຣີ ນ້ອຍ” ດ້ວຍ ອາ ກາດທີ່ສົດໃສ ແລະ ມີດອກໄມ້ລາກຫຼາຍສີສັນ ບານຕະຫຼອດ ປີ. ພາບ: ແທງຮ່ວາ

ອາຊີບປູກດອກໄມ້ ບໍ່ພຽງແຕ່ສ້າງອາຊີບທີ່ໝັ້ນຄົງ ເທົ່ານັ້ນ, ແຕ່ຍັງສ້າງ ທັດທະນີຍະພາບໃໝ່ ທີ່ສວຍງາມ ໃຫ້ແກ່ ເມືອງ ພູດອຍ ແຫ່ງນີ້ອີກດ້ວຍ. ປະຈຸບັນ, ຖ້າມີໂອກາດມາຍັງ ນະ ຄອນ ດ່າລາດ, ຫຼາຍຄົນ ຈະຫຼົງໄຫຼ ຍ້ອນຄວາມງາມ ຂອງ ບັນດາໝູ່ບ້ານ ປູກດອກໄມ້, ທົ່ງດອກໄມ້, ເສັ້ນທາງດອກໄມ້ ນັບທັງ ບັນດາ ເຮືອນວິນລາ ທີ່ຖືກປະດັບປະດາເຕັມໄປດ້ວຍ ດອກໄມ້ ຊຶ່ງອວດສີສັນ ຕະຫຼອດປີ.

ດ່າລາດ ເຮັດໃຫ້ຈິດໃຈຄົນ ຫຼົງໄຫຼ ດ້ວຍຄວາມງາມ ທີ່ລຽບ ງ່າຍ ຂອງ ປະເພດດອກໄມ້ນາໆ ຊະນິດ ຂອງ ທ້ອງຖິ່ນ ພ້ອມ ກັບຄວາມງາມສະຫງ່າ ແລະ ເລີດໂສມ ຂອງ ດອກໄມ້ ເຂດ ອຸ່ນເຊັ່ນ: ລາແວນເດີ, ຕູລິບ, ບົວຫິມະ, ດອກຄໍາ ໝັ້ນສັນຍາ, ຄາເນເຊີນ, ວີໂອແລັດ, ເບັນຈະມາດ ຂາວ, ເບັນຈະມາດ ເຫຼືອງ, ກຸຫຼາບ, ມີໂມຊາ, ຝາງສີມ່ວງ ແລະ ຊາກູລະ. ດ່າລາດ ເກືອບວ່າ ມີດອກໄມ້ບານ ຕະຫຼອດປີ ແຕ່ ມັນກໍມີ ລະດູການ ດອກໄມ້ ທ່ີເປັນຂອງຕົວເອງ ຊຶ່ງຜູກພັນ ໃຈຄົນເຊັ່ນ: ເດືອນ ມັງກອນ ກັບສີແດງເຮື່ອ ຂອງ ດອກ ຊາກູລະ, ເດືອນ ເມສາ ກັບ ດອກຝາງສີມ່ວງ ແລະ ເດືອນ ຕຸລາ ກັບ ສີເຫຼືອງ ຂອງ ດອກ ມີໂມຊາ.

ດອກໄມ້ແມ່ນຄວາມຮັກ ແລະ ຊີວິດ ຂອງຄົນ ດ່າລາດ. ຮູບ ພາບດອກໄມ້ ບໍ່ພຽງແຕ່ໄດ້ປາກົດຕົວ ຢູ່ຕາມທົ່ງດອກໄມ້ ທີ່ ກວ້າງໃຫຍ່ໄພສານ, ຕາມເສັ້ນທາງ ໃນພູເຂົາ ຫຼື ຢູ່ຄຽງຂ້າງ ບັບດາປ່ອງຢ້ຽມເທົ່ານັ້ນ, ແຕ່ຍັງມີຊີວິດ ຢູ່ໃນບົດກະວີ, ວັນ ນະຄະດີ, ດົນຕີ, ລະບາຍສີ, ການສະຖາປັດຕະຍະກຳ... ແລະ ບາງເທື່ອຄົງຍ້ອນ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ່າລາດ ເປັນນະຄອນໜຶ່ງດຽວ ຈັດຕັ້ງງານມະໂຫລານ ດອກໄມ້ ລະດັບສາກົນ ຈັດ ສອງປີ/ຄັ້ງ ເພື່ອເຊີດຊູ ອາຊີບ ປູກດອກໄມ້ ແລະ ໂຄສະນາເຜີຍແຜ່ ອາຊີບປູກດອກໄມ້ ອອກສູ່ໂລກ ອີກດ້ວຍ.


ເຮັດໃຫ້ຄວາມຝັນ “ໂຮນລັງ ນ້ອຍ” ກາຍເປັນຈິງ

ປະຈຸບັນ, ດ່າລາດ ມີເນື້ອທ່ີ ປະມານ 9.000 ເຮັກຕາ ສຳລັບ ປູກດອກໄມ້, ແຕ່ລະປີຜະລິດດອກໄມ້ໄດ້ກວ່າ 3,1 ຕື້ດອກ, ມີພຽງ 10% ໃນຈຳນວນນັ້ນ, ໝາຍຄວາມວ່າ ມີດອກໄມ້ ປະ ມານ 310 ລ້ານດອກ ໄດ້ຮັບການສົ່ງອອກ ເທ່ົານັ້ນ.

ທ່ານ ຫງວຽນວັນບ໊າວ, ຮອງຜູ້ອຳນວຍການ Dalat Hasfarm ໃຫ້ຮູ້ວ່າ ໜຶ່ງໃນບັນດາເຫດຜົນ ເຮັດໃຫ້ສະພາບການສົ່ງອອກ ດອກໄມ້ ຂອງ ຫວຽດນາມ ເວົ້າລວມ ແລະ ດ່າລາດ ເວົ້າສະ ເພາະ ແມ່ນເຕັກໂນໂລຊີຜະລິດ ແລະ ຫຼັງເກັບກ່ຽວ ຍັງມີ ຄວາມຈຳກັດ. ພິເສດ ແມ່ນບັນຫາລິຂະສິດ ແນວພັນຍັງເປັນ “ຂອດຈໍາກັດ” ຕ້ອງໄດ້ແກ້ໄຂໂດຍໄວ. ແມ່ນແຕ່ຢູ່ ດ່າລາດ, ສູນກາງ ເພື່ອການສົ່ງອອກດອກໄມ້ ຂອງ ຫວຽດນາມ, ຈຳນວນ ແນວພັນດອກໄມ້ ໄດ້ນຳເຂົ້າສູ່ ການຜະລິດ ທ່ີມີ ລິຂະສິດ ມີພຽງ 20% ເທົ່ານັ້ນ, ສ່ວນທ່ີເຫຼືອເປັນແນວພັນ ເກົ່າ, ໄດ້ປັບປຸງເຊື້ອ ແບບຜິດກົດໝາຍ ມີຄຸນນະພາບຕໍ່າ. ແນ່ນອນວ່າ ດອກໄມ້ ປູກ ດ້ວຍການປັບປຸງເຊື້ອ ແບບ ຜິດກົດໝາຍ ຈະບໍ່ສາມາດ ສົ່ງອອກ ຍ້ອນລະເມີດລິຂະສິດ.

ເພື່ອໃຫ້ມີແຫຼ່ງແນວພັນທີ່ດີ ຮັບໃຊ້ ການປູກດອກໄມ້ ເພື່ອສ່ົງ ອອກ, ແຕ່ລະປີ ດ່າລາດ ຕ້ອງນຳເຂົ້າ 50-90 ລ້ານ ປະເພດ ຫົວ, ຕົ້ນ, ກິ່ງ, ເມັດ... ຂອງບັນດາແນວພັນດອກໄມ້ໃໝ່ ເພື່ອ ທົດລອງ ແລະ ນຳເຂົ້າສູ່ການຜະລິດ, ສູ້ຊົນເຖິງປີ 2030, ຈະ ມີ ຢ່າງໜ້ອຍ 30% ແນວພັນຜັກ, ດອກໄມ້ ເພື່ອຕອບສະ ໜອງ ຄວາມຕ້ອງການ ກ່ຽວກັບລິຂະສິດ ເພື່ອສົ່ງອອກ; 90% ພື້ນຖານຜະລິດແນວພັນຜັກ, ດອກໄມ້, ຕົ້ນໄມ້ມີສະເພາະ ຢູ່ ທ້ອງຖິ່ນ ບັນລຸມາດຕະຖານຜະລິດ ແນວພັນ ໝູນໃຊ້ເຕັກ ໂນໂລຊີສູງ.



ເຕັກນິກຜະລິດແນວພັນດອກໄມ້ ດ້ວຍວິທີ ລ້ຽງເຍື້ອ (invitro) ຂອງ ບໍລິສັດຫຸ້ນສ່ວນ ຊີວະວິທະຍາ ຣຶ່ງຮວາ ດ່າ ລາດ. ພາບ: ແທງຮ່ວາ


ປະຈຸບັນ, ດ່າລາດ ມີເນື້ອທ່ີ ປະມານ 9.000 ເຮັກຕາ ສຳ ລັບປູກດອກໄມ້, ກວມ 30% ເນື້ອທີ່ດິນ ປູກດອກໄມ້ ຂອງ ທົ່ວ ປະເທດ.
ໃນພາບ: ເຂດປູກ ສະເພາະ ດອກໄມ້ ເຕັກໂນໂລຊີ ສູງແຫ່ງໜ່ຶງ ຢູ່ ດ່າລາດ. ພາບ: ແທງຮ່ວາ



ເກັບກ່ຽວ ດອກກຸຫຼາບ ເພື່ອສົ່ງອອກ ຢູ່ບໍລິສັດ ດອກໄມ້ ດ່າລາດ Hasfarm. ພາບ: ແທງຢາງ


ອາຊີບປູກດອກ ກ້ວຍໄມ້ ເພື່ອສົ່ງອອກ ໄດ້ຮັບການ ພັດ ທະນາ ຢ່າງແຂງແຮງ ຢູ່ ດ່າລາດ. ພາບ: ແທງຢາງ


ຂັ້ນຕອນກວດກາ ຄວບຄຸມ ຂະໜາດດອກກຸຫຼາບ ເພື່ອ ສົ່ງອອກ ຂອງ ດ່າລາດ Hasfarm.  ພາບ: ແທງຢາງ


ພະນັກງານບົວລະບັດດອກໄມ້ ຢູ່ ນິຄົມດອກໄມ້ ຂອງ ດ່າລາດ Hasfarm. ພາບ: ແທງຢາງ


ດອກກຸຫຼາບ ພາຍຫຼັງເກັບກ່ຽວໄດ້ຮັບການຫຸ້ມຫໍ່ ຢ່າງ ລະ ມັດລະວັງ ຢູ່ທີ່ສວນ ດ້ວຍແຜ່ນຕ້ານການກະທົບພິເສດ
ເພື່ອ ຫຼີກລ່ຽງ ຄວາມເສຍຫາຍ ໃນລະຫວ່າງການຂົນສົ່ງ. ພາບ: ແທງຮ່ວາ



ຕ່ອງໂສ້ຈັດປະເພດ ແລະ ຫຸ້ມຫໍ່ດອກໄມ້ສົດເພື່ອສົ່ງອອກ ຂອງ ດ່າລາດ Hasfarm . ພາບ: ແທງຮ່ວາ


ກຳມະກອນ ດ່າລາດ Hasfarm ຂົນສົ່ງ ດອກໄມ້ ທີ່ຫາ ກໍເກັບກ່ຽວ ຈາກບັນດານິຄົມ ມາຍັງໜ່ວຍຜະລິດ ເພື່ອ ກວດ ກາ ແລະ ຫຸ້ມຫໍ່. ພາບ: ແທງຮ່ວາ

ຕ່ອງໂສ້ຫຸ້ມຫໍ່ດອກໄມ້ສຳເລັດຮູບ. ພາບ: ແທງຮ່ວາ

ເພື່ອແນໃສ່ ຕອບສະໜອງ ແຫຼ່ງແນວພັນຢ່າງພຽງພໍ, ມີວິສາ ຫະກິດ ຂະແໜງການດອກໄມ້ຈຳນວນໜຶ່ງ ຂອງ ດ່າລາດ ໄດ້ເລີ່ມລົງມືຄົ້ນຄວ້າ ຜະລິດແນວພັນເຊ່ັນ: ບໍລິສັດ PAN-HULIC, Dalat Hasfarm, ບໍລິສັດຫຸ້ນສ່ວນ ຊີວະວິທະຍາ ຣຶ່ງຮວາ ດ່າລາດ... ແລະ ໄດ້ປະສົບຜົນສຳເລັດ ຫຼາຍຢ່າງ.

ບໍລິສັດຫຸ້ນສ່ວນຊີວະວິທະຍາ ຣຶ່ງຮວາ ດ່າລາດ ຖືວ່າ ເປັນ “ທະນາຄານ” ແນວພັນໄມ້ ສໍາຄັນທີ່ ຫວຽດນາມ. ປະຈຸບັນ ບໍລິສັດມີ ຫ້ອງ Lab ຄົ້ນຄວ້າ ແລະ ຜະລິດ ສະເພາະແນວ ພັນດອກໄມ້ ເປັນອຸດສາຫະກຳ ຕາມວິທີ in vitro. ຫ້ອງ Lab ໄດ້ຮັບການອອກແບບຕາມຕ່ອງໂສ້ເຕັກໂນໂລຊີ ທັນສະໄໝ ຂອງ ຝຣັ່ງ ໃນເນື້ອທີ່ 5.000ມ2, ສາມາດຜະລິດ ແນວພັນ ໄດ້ 24 ລ້ານ ເບ້ຍ/ປີ. ໂດຍອາໄສສິ່ງດັ່ງກ່າວ ແຕ່ລະປີ ວິສາຫະ ກິດ ສາມາດສົ່ງອອກແນວພັນ ໄດ້ຫຼາຍ ສິບລ້ານຕົ້ນ ໄປຍັງ ບັນດາປະເທດ ທີ່ຖືວ່າ ເປັນປະເທດມາຫະອຳນາດ ກ່ຽວກັບ ການປູກດອກໄມ້ເຊັ່ນ: ໂຮນລັງ, ແບນຊິກ, ນິວຊີແລນ, ຍີ່ປຸ່ນ, ສ ອາເມລິກາ, ແດນມາກ, ສປ ຈີນ ແລະ ສ ເກົາຫຼີ.

ທີ່ ດ່າລາດ, ປະຈຸບັນ Dalat Hasfarm ແມ່ນ ວິສາຫະກິດ ມີສ່ວນແບ່ງຕະຫຼາດ ເກືອບ 90% ດອກໄມ້ ເພື່ອສົ່ງອອກ ຂອງ ທ້ອງຖິ່ນ. ນີ້ແມ່ນໜຶ່ງ ໃນຈຳນວນ ບໍ່ພໍເທົ່າໃດເຄື່ອງໝາຍ ການຄ້າດອກໄມ້ສົດ ຂອງ ຫວຽດນາມ ທ່ີມີຂະໜາດ ແລະ ກຳລັງຄວາມສາມາດ ຢ່າງພຽງພໍ ເພື່ອຕອບສະໜອງໄດ້ ບັນດາມາດຕະຖານທີ່ເຄັ່ງຄັດ ຂອງ ຕະຫຼາດດອກໄມ້ສົດ ເພື່ອສົ່ງອອກ ຢູ່ໃນໂລກ.

ນອກຈາກ ການເປັນເຈົ້າຂອງ ແນວພັນດອກໄມ້ທີ່ດີ ພ້ອມກັບ ນິຄົມປູກດອກໄມ້ ກວ່າ 320 ເຮັກຕາທີ່ທັນສະໄໝ, Dalat Hasfarm ຍັງໄດ້ເປີດກວ້າງເນື້ອທີ່ການຜະລິດ ເພື່ອຮັບປະ ກັນ ແຫຼ່ງສະໜອງ ດ້ວຍການເຊື່ອມໂຍງກັບ ຊາວກະສິກອນ ກວ່າ 200 ຄອບຄົວ ເພື່ອປູກດອກໄມ້. ດ້ວຍວິທີການນີ້ ແຕ່ ລະປີ, ວິສາຫະກິດ ສາມາດສະໜອງ ອອກສູ່ຕະຫຼາດແນວພັນ ກວ່າ 450 ລ້ານເບ້ຍ, ດອກໄມ້ 200 ລ້ານ ດອກ ແລະ ກະ ຖາງດອກໄມ້ນັບຫຼາຍລ້ານ ກະຖາງ ແລະ ໄດ້ກາຍເປັນໜຶ່ງ ໃນບັນດາ ເຄື່ອງໝາຍການຄ້າດອກໄມ້ສົດ ແຖວໜ້າ ໃນ ພາກພື້ນ ອາຊີ-ປາຊີຟິກ. ປະຈຸບັນ, ດອກໄມ້ສົດ ຂອງ Dalat Hasfarm ໄດ້ສົ່ງອອກ ໄປຍັງກວ່າ 10 ປະເທດໃນໂລກ ແລະ ໄດ້ວາລະສານ Flowers Tech ຂອງ ສ ອາເມລິກາ ເລືອກເຟັ້ນວ່າ ເປັນ ຜູ້ຜະລິດດອກໄມ້ ແຖວໜ້າ ຂອງ ອາຊີ ຕາເວັນອອກສ່ຽງໃຕ້ ອີກດ້ວຍ.

ເປັນຂຸມຊັບ ທ່ີອຸດົມສົມບູນ, ມີອາກາດທ່ີອົບອຸ່ນ ແລະ ຄວາມ ຫວັງໃນການສ້າງຮ່ັ່ງຄູນມີ ບໍ່ມີມື້ສິ້ນສຸດ, ດ່າລາດ ຕັ້ງເປົ້າ ທ່ີ ຈະກາຍເປັນສູນກາງອຸດສາຫະກຳດອກໄມ້ ເພື່ອສົ່ງອອກ ຂອງ ອາຊີຕາເວັນອອກສ່ຽງໃຕ້, ນຳດິນແດນ ທ່ີເຄີຍຖືກ ຂະໜານ ນາມວ່າ ເປັນ “ປາຣີ ນ້ອຍ” ຢູ່ ອິນດູຈີນ ໃຫ້ກາຍເປັນ “ໂຮນລັງ ນ້ອຍ”ຂອງ ພາກພື້ນ.

 
ບົດ: ແທງຮ່ວາ
ພາບ: 
ແທງຢາງ, ແທງຮ່ວາ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top