• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ດ່າລາດ-“ທະນາຄານ” ສົ່ງອອກແນວພັນດອກໄມ້ສູ່ໂລກ

ບໍລິສັດຫຸ້ນສ່ວນຊີວະສາດ ຣື່ງຮວາດ່າລາດ ເປັນແຫ່ງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ທີ່ຜະລິດແນວພັນປູກດ້ວຍ ວິທີການບົ່ມເຜາະຕາມເຕັກໂນໂລຊີ  Invitro ແລະ ປະຈຸບັນກາຍເປັນ “ທະນາຄານ” ແນວພັນສຳຄັນຢູ່ ຫວຽດນາມ ເພື່ອສົ່ງ ອອກແນວ ພັນດອກໄມ້ໃໝ່ຫລາກຫລາຍຊະນິດທີ່ມີສະມັດຕະພາບສູງ ອອກສູ່ຕະຫຼາດໂລກ.
ຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນເບື້ອງຕົ້ນ (ເດືອນ ຕຸລາ 2003), ບໍລິສັດ ຣື່ງຮວາດ່າລາດ ​ໄດ້ຕັດສິນໃຈນຳໃຊ້ເຕັກໂນໂລຊີ ຊີວະ ສາດເຂົ້າໃນການຜະລິດແນວພັນ. ​ບໍ​ລິ​ສັດຣຶ່ງ​ຮ​ວາດ່າລາດໄດ້​​​ລົງ​ທຶນ​ໃນເນື້ອທີ່​​ດິນຈຳ​ນວນ 1.7 ເຮັກຕາ, ຂຶ້ນ​ກັບບ້ານ ເລກທີ່ 8, ນະຄອນດ່າລາດເປັນ​ບ່ອນ​ປູກ​ເບື້ອງ​ຕົ້ນ. ​ມີຫ້ອງ​ທົດ​ລອງໜຶ່ງ ຫ້ອງກວ້າງ 2.000 ຕາລາງແມັດ, ມີລະບົບ​ການຕິດ ຕັ້ງເຄື່ອງ ຈັກ ທີ່ທັນສະໄໝ, ມີກຳລັງການຜະ​ລິດ 12 ລ້ານ ຕົ້ນຕໍ່ປີເພື່ອຜະລິດ ບົ່ມເຜາະແນວ​ພັນຕາມເຕັກໂນໂລຊີ Invitro. ບໍ​ລິ​ສັດຣື່ງຮວາ ດ່າລາດ​ໄດ້ ເອົາໃຈໃສ່ໃນການຜະລິດຊະນິດດອກໄມ້ຕ່າງໆ ທີ່ດຶງດູດໄດ້ຄວາມນິຍົມຊົມຊອບ ຂອງຕະຫຼາດໂລກຄື: ດອກລີລີ (lilies), ດອກເບັນຈະມາດ, ດອກບີບີ (baby’s breath) ແລະ ອື່ນໆ.

ນະຄອນ ດ່າລາດ ໄດ້ຖືເປັນສູນຜະລິດດອກໄມ້ ດ້ວຍເຕັກໂນ ໂລຊີສູງຢູ່ຫວຽດນາມ.


ບໍລິສັດຫຸ້ນສ່ວນຊີວະສາດ ຣື່ງຮວາດ່າລາດ ເປັນບ່ອນທຳອິດ
ຢູ່ອາຊີຕາເວັນອອກສ່ຽງໃຕ້ ຜະລິດແນວພັນດ້ວຍວິທີບົ່ມ​ເຜາະແນວ​ພັນ​ຕາມເຕັກໂນໂລຊີ  Invitro.



ຂັ້ນຕອນປະຕິບັດການ​ແຍກ​ເຊື້ອແນວພັນດອກໄມ້ທີ່ຫ້ອງ ທົດລອງຂອງບໍລິສັດ. 


ຕິດຕາມ ແລະ ກວດກາວິວັດການຂະຫຍາຍຕົວຂອງແນວ ພັນໃນຫ້ອງ lab ຂອງບໍລິສັດ ຣື່ງຮວາ ດ່າລາດ.

ປີ 2006, ບໍລິສັດເລີ່ມຕົ້ນສົ່ງແນວ​ພັນອອກ​ໄປປະເທດ ແບນຊິກ 1 ລ້ານຕົ້ນ, ປີ 2008 ສົ່ງອອກ 4 ລ້ານຕົ້ນ, ປີ 2010 ສົ່ງ 7 ລ້ານ ຕົ້ນອອກໄປສູ່ຕະຫຼາດ ນິວຊີແລນ, ໂຮນລັງ, ແບນຊິກ, ຈີນ… ບໍລິສັດສາ​ມາດສະໜອງແນວພັນໃຫ້ແກ່ບັນດາຕະຫຼາດ ທີ່ມີ ມາດຕະຖານສູງຢູ່ເອີຣົບ ຄື: ແດນມາກ, ໂຮນລັງ, ແບນຊິກ ແລະ ນິວຊີແລນ.
 
ຮັບຮູ້ໄດ້ວ່າຄວາມ​ຮຽກ​ຮ້ອງຕ້ອງການແນວ​ພັນດອກໄມ້ຢູ່​ຕະ​ຫລາດໂລກແມ່ນສູງ, ຣື່ງຮວາ ດ່າລາດ ຕັດສິນ ໃຈເປີດກວ້າງ ເນື້ອທີ່​ການຜະລິດຂຶ້ນຕື່ມ 5 ເຮັກຕາຢູ່ນະຄອນ ດ່າລາດ. ຄຽງຄູ່ກັນ ນັ້ນ, ບໍລິສັດຍັງ​ໄດ້ກໍ່ສ້າງນິຄົມ​ຕື່ມ​ອີກແຫ່ງ ກວ້າງ 20 ເຮັກຕາ ຢູ່ບ້ານ ດາຊາ, ເມືອງ ລາກເຢືອງ, ແຂວງ ເລີມດົ່ງ ເພື່ອປູກດອກ ລີລີ. ປີ 2014, ບໍລິສັດສືບຕໍ່ຍົກ​ລະ​ດັບຫ້ອງທົດ ລອງ ຂຶ້ນຂະໜາດ 4.000 ຕາລາງແມັດ, ຍົກກຳລັງການ ຜະລິດຂຶ້ນ 24 ລ້ານແນວພັນ ຕໍ່ປີ, ບວກກັບ​ເຮືອນ​ບົ່ມ​ເຜາະທີ່ທັນ ສະໄໝກວ້າງ 4.000 ຕາລາງແມັດ, ດຶງດູດແຮງງານທ້ອງຖິ່ນໄດ້​ຫລາຍກວ່າ 500 ຄົນ ມາຮ່ວມ​ເຮັດການຜະລິດ.
 
ພາຍ​ໄຕ້​ທິດນຳ: ຄຸນນະພາບ-ເຕັກໂນໂລຊີ-ການບໍລິການ, ປະຈຸບັນ ຣື່ງຮວາ ດ່າລາດ ກຳລັງຍູ້ແຮງການນຳໃຊ້ ເຄື່ອງຈັກ ທີ່ທັນສະໄໝທີ່ນຳເຂົ້າຈາກ​ປະ​ເທດ ຝຣັ່ງ ເຂົ້າໃນການຜະລິດເພື່ອ ຮັບປະກັນ ມາດຕະຖານຢ່າງ​ເຂັ້ມ​ງວດຈາກຝ່າຍຄູ່ຮ່ວມມື. ຣື່ງຮວາ ດ່າລາດ ຮູ້ສຶກເອກອ້າງທະນົງໃຈທີ່ເປັນບໍລິສັດແຫ່ງທຳ ອິດຢູ່ອາຊີຕາເວັນອອກສ່ຽງໃຕ້ທີ່​ໄດ້ນຳໃຊ້ວິທີການຜະລິດ ແນວພັນດອກໄມ້ຕາມເຕັກໂນໂລຊີ Invitro.
 
ຄຽງຄູ່​ກັນນັ້ນ, ​ອຸ​ປະ​ກອນ​ຫົດນຳ້, ລະບົບແສງສະຫວ່າງ, ອຸນຫະ ພູມ, ການຫົດນຳ້, ຝຸ່ນໃນຫ້ອງ lab ລ້ວນ​ແຕ່ເຄື່ອນໄຫວຕາມ ແບບ ອັດຕະໂນມັດ, ທັງປະຢັດເວລາ, ທັງປະຢັດແຮງງານ, ທັງເພີ່ມສະມັດຕະພາບໃນການຜະລິດອີກດ້ວຍ. ປະຈຸບັນ, ນອກຈາກສະໜອງແນວພັນດອກໄມ້, ຣື່ງຮວາ ດ່າລາດ ຍັງເປີດ ກວ້າງການຜະລິດໄປສູ່ຂົງເຂດຕ່າງໆ ຄື: ​ປູກດອກໄມ້ຕັດ​ກີ່ງ​ງ່າ, ດອກໄມ້ບານຕະຫຼອດ, ດອກໄມ້ດິນດາກ ແລະ ດອກໄມ້​ນຳ​ໃຊ້​ວັດ​ຖຸ​ດິບ​ຊະນິດອື່ນໆ.


ຫ້ອງວາງສະແດງດອກໄມ້ຂອງ ຣ່ືງຮວາ ດ່າລາດ ທີ່ບ້ານເລກ 8, ນະຄອນ ດ່າລາ.


ບໍ​ລິ​ສັດຣື່ງຮວາ ດ່າລາດ ປະຈຸບັນ​ຍັງເປັນບ່ອນຜະລິດແນວພັນ​ດອກ​ໄມ້​ຊະ​ນິດ​ຕ່າງໆ
ປູກ​ໃນ​ໂຖເພື່ອຮັບໃຊ້ຕະຫຼາດ ພາຍໃນ ແລະ ສົ່ງອອກ.



ດອກລີລີ ປູກດ້ວຍເຕັກໂນໂລຊີສູງ.


ດອກກ້ວຍໄມ້ຈຳນວນໜຶ່ງຂອງບໍລິສັດກຳລັງໃນໄລຍະເກັບກ່ຽວ.


ຜະລິດຕະພັນດອກໄມ້ສົດພວມເປັນທ່າແຮງຂອງບໍລິສັດ ຣື່ງຮວາ ດ່າລາດ.


ກຳມະກອນ ກຳລັງຫຸ້ມຫໍ່ດອກໄມ້ຂອງບໍລິສັດ ຣື່ງຮວາ ດ່າລາດ
ເພື່ອຈຳໜ່າຍອອກສູ່ຕະຫຼາດ ແລະ ສົ່ງໄປຕ່າງປະເທດ.



ນະຄອນ ດ່າລາດ ໄດ້ກາຍເປັນບ່ອນສະໜອງດອກໄມ້ສົດທີ່ມີ ຄຸນນະພາບແຖວໜ້າຂອງທົ່ວປະເທດ,
ໄດ້ສ້າງ ເຄື່ອງໝາຍ ການຄ້າດອກໄມ້ດ່າລາດໃນຕະຫຼາດສາກົນເທື່ອລະກ້າວ.

ນອກຈາກນັ້ນ, ຣື່ງຮວາ ດ່າລາດ ຍັງເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈຂອງນະຄອນ ດ່າລາດ ດ້ວຍຫ້ອງວາງສະແດງດອກໄມ້ພ້ອມກັບບໍລິການຮ້ານອາຫານ, ໂຮງແຮມລະດັບສູງ. ບໍລິສັດຍັງເປັນສູນຊ່ວຍເຫຼືອຊາວກະສິກອນໃນການແນະນຳ, ຖ່າຍ​ຖອດ​ວິ​ທີ​ການວິທະຍາສາດເຕັກນິກທີ່ກ່ຽວຂ້ອງ.
 
ຣື່ງຮວາ ດ່າລາດ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຄົ້ນຄວ້າ, ຜະລິດ-ດຳ​ເນີນ​ທຸ​ລະ​ກິດນຳເຂົ້າ-ສົ່ງອອກ ຜະລິດຕະພັນແນວພັນດອກໄມ້, ຕັດສິນໃຈຢືນຢັນ​ໃນ ເຄື່ອງ ໝາຍ ການຄ້າດອກໄມ້ ດ່າລາດໃນຕະຫຼາດສາກົນ. 


ຣື່ງຮວາ ດ່າລາດ ສົ່ງອອກແນວພັນ 24 ລ້ານຕົ້ນໃນປີ 2014, 28 ລ້ານຕົ້ນໃນປີ 2015, ໄດ້ກາຍເປັນ “ທະນາຄານ” ສະໜອງ ແນວພັນໃຫ້ຫຼາຍຕະຫຼາດໃນໂລກຄື: ໃຕ້ຫວັນ, ສ.ເກົາຫຼີ, ສິງກະ ໂປ, ຍີ່ປຸ່ນ, ອົສຕາລີ, ມາເລເຊຍ… ຄຽງຄູ່ນັ້ນ, ບໍລິສັດຍັງ ສະໜອງດອກໄມ້ບານຕະຫຼອດ 10.000 ດອກໃຫ້ແກ່ ຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້, ຕາເວັນອອກກາງ ແລະ ອາຟຣີກາໃຕ້.
ໂຖດອກໄມ້ 200 ໂຖ, ດອກໄມ້ 3 ລ້ານດອກເພື່ອຮັບໃຊ້ໃຫ້ແກ່ ຕະຫຼາດພາຍໃນ ເນື່ອງໃນໂອກາດບຸນປີໃໝ່ 2015 ຜ່ານມາ. 

ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top