• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ດົ້ງລຶກ-ກຸ່ມບໍລິສັດຜະລິດ ບັນດາຜະລິດຕະພັນ ຮັບໃຊ້ ການກິລາ ຢູ່ອັນດັບແຖວໜ້າ

ຫຼັງຈາກສ້າງຕັ້ງ ແລະ ພັດທະນາ ມາເປັນເວລາ ກວ່າ 2 ທົດສະ ວັດ, ຈາກສະຫະກອນໜຶ່ງ ມີສະມາຊິກ ພຽງ 7 ຄົນ, ມາຮອດປັດຈຸ ບັນ, ບໍລິສັດຫຸ້ນສ່ວນ ດົ້ງລຶກ (ພະລັງ) ໄດ້ກາຍເປັນ ກຸ່ມບໍລິສັດຜະ ລິດ ບັນດາຜະລິດຕະພັນ ຮັບໃຊ້ ການກິລາ ຢູ່ອັນດັບແຖວໜ້າ ຂອງ ຫວຽດນາມ. ປັດຈຸບັນ, ບໍລິສັດໄດ້ມີຜະລິດຕະພັນ ສົ່ງອອກ ຈຳນວນໜ່ຶງ ໄປຍັງຕະຫຼາດຕ່າງປະເທດເຊັ່ນ: ອູແກຣນ, ສ ເກົາຫຼີ, ສປ ຈີນ, ອັກຊັງຕີນ, ຮຸງກາຣີ ແລະ ສິງກະໂປ. 
ການຫັນປ່ຽນໂຄງປະກອບ ໃນການຮັບຮູ້
 
ປີ 1989, ມີສະຫະກອນ ຂະໜາດນ້ອຍແຫ່ງໜຶ່ງ ໄດ້ຮັບການ ສ້າງ ຕັ້ງ ຜະລິດສະເພາະ ຜະລິດຕະພັນ ບານເຕະຫຍິຍດ້ວຍມື. ຫຼັງນັ້ນ 4 ປີ ຄືປີ 1993, ສະຫະກອນນີ້ ໄດ້ຫັນປ່ຽນໂຄງປະກອບ ເປັນ ບໍລິ ສັດ ດົ້ງລຶກ ຈຳກັດ. ຫຼັງນັ້ນ ອີກ 14 ປີ, ເມື່ອ ເດືອນເມສາ 2007, ການຫັນປ່ຽນໂຄງປະກອບ ຄັ້ງທີສອງ ໄດ້ຮັບການດຳເນີນ ແລະ ບໍລິສັດ ໄດ້ມີຊື່ຢ່າງເປັນທາງການວ່າ ບໍລິສັດຫຸ້ນສ່ວນ ດົ້ງລຶກ.

ຜ່ານການຫັນປ່ຽນໂຄງປະກອບ ເຖິງສອງຄັ້ງ, ຈາກຮາກຖານການ ຜະລິດຂະໜາດນ້ອຍ ໃນເບື້ອງຕົ້ນ ໃຫ້ກາຍເປັນ ກຸ່ມບໍລິສັດກິລາ ຢືນຢູ່ອັນດັບແຖວໜ້າ ຂອງ ຫວຽດນາມ ຄືປັດຈຸບັນ, ທ່ານ ມາເຖ໋ ຮຶງ, ຜູ້ອຳນວຍການ ຮັບຜິດຊອບ ດ້ານການພົວພັນກັບຕ່າງປະ ເທດ ບໍລິສັດ ຫຸ້ນສ່ວນ ດົ້ງລຶກ ໃຫ້ຮູ້ວ່າ: “ນັ້ນແມ່ນການປະຕິວັດ ອັນໜຶ່ງ ໃນສະຕິຄວາມຮັບຮູ້ ຂອງ ຄະນະການນຳ ແລະ ພະນັກ ງານ ລັດຖະກອນ ຂອງ ບໍລິສັດ”.

ກໍຕາມຄຳເວົ້າຂອງ ທ່ານຮຶງ, ຂີດໝາຍອັນສຳຄັນທີສຸດ ຄືປີ 1993, ເມື່ອຫັນປ່ຽນຈາກຕົວແບບສະຫະກອນ ຂຶ້ນສູ່ ບໍລິສັດ ຈຳກັດ, ເພື່ອ ສາມາດເຄື່ອນໄຫວທຽບທັນກັບ ກົນໄກ ເສດຖະກິດ ການຕະຫຼາດ ຂອງປະເທດຊາດໃນຄາວນັ້ນ.

ນີ້ແມ່ນໄລຍະ ບໍລິສັດ ປະສົບກັບຄວາມຫຍຸ້ງຍາກຫຼາຍທີສຸດ. ໃນ ຂະນະນັ້ນ, ສະມາຊິກທຸກຄົນ ຂອງ ບໍລິສັດ ຕ່າງກໍຕ້ອງ “ຫັນປ່ຽນ ຕົວເອງ” ເພື່ອ ຮັບຮູ້ໄດ້ບົດບາດໃໝ່ ໃນພື້ນຖານ ເສດຖະກິດການ ຕະຫຼາດ, ນັ້ນແມ່ນຮັບຜິດຊອບ ຕໍ່ວຽກງານທີ່ ຕົນເອງເຮັດ, ຮັບປະ ກັນ ການເຮັດວຽກຖືກຫຼັກການ, ສະເໝີພາບ ແລະ ປະຊາທິປະໄຕ.



 ໂຮງງານຜະລິດເກີບ ຂອງ ບໍລິສັດ, ຜະລິດສະເພາະ ເກີບກິລາ ຄຸນ ນະພາບສູງ ແລະ ເກີບແຟຊັ່ນກິລາທຸກຊະນິດ. ພາບ: ເອກະສານ


ຕ່ອງໂສ້ພິມໃສ່ໜັງ ເພື່ອຜະລິດບານເຕະ ຂອງ ບໍລິສັດ ຫຸ້ນສ່ວນ ດົ້ງລຶກ. ພາບ: ເອກະສານ


ຕ່ອງໂສ້ ຜະລິດໝາກບານ ເຕັກໂນໂລຊີສູງ ຂອງ ບໍລິສັດຫຸ້ນສ່ວນ ດົ້ງລຶກ. ພາບ: ເອກະສານ


ດົ້ງລຶກ ມີ ໂຮງຜະລິດໝາກບານ 5 ແຫ່ງ ທີ່ຮັບປະກັນຄຸນນະພາບ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ
ຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ.ພາບ: ເອກະສານ



ປະເພດຂັນກິລາ ຈຳນວນໜຶ່ງ ໂດຍບໍລິສັດຫຸ້ນສ່ວນ ດົ້ງລຶກ ຜະລິດ ຮັບໃຊ້ໃຫ້ແກ່ການແຂ່ງຂັນຊີງລາງວັນ ຢູ່ພາຍໃນປະເທດ.


ບານເຕະ ຂອງ ດົ້ງລຶກ ໄດ້ສົ່ງອອກໄປຍັງຕະຫຼາດລາຍໃຫຍ່ເຊັ່ນ: ຈີເລ, ສ ອາເມລິກາ, ຍີ່ປຸ່ນ, ສປ ຈີນ
ແລະ ບັນດາປະເທດ ຢູ່ພາກພື້ນຕາເວັນອອກສ່ຽງໃຕ້. 

ຕໍ່ຈາກນັ້ນ ແມ່ນ ການຫັນປ່ຽນ ຕົວແບບ ຄຸ້ມຄອງບໍລິຫານ ຂອງ ບໍລິສັດ. ລະອຽດຄື ບັນດາການເຄື່ອນໄຫວ ກ່ຽວກັບການຄຸ້ມຄອງ ບໍລິຫານ, ການຜະລິດ ແລະ ດຳເນີນທຸລະກິດ ຕ່າງກໍຕ້ອງມີແບບ ແຜນ, ຕ້ອງເປັນມືອາຊີບຍິ່ງຂຶ້ນ ເພື່ອຮັບປະກັນ ຄຸນນະພາບ ຂອງ ຜະລິດຕະພັນ ແລະ ຕອບສະໜອງໄດ້ ຄວາມຮຽກຮ້ອງຕ້ອງການ ໃໝ່ ຂອງ ຕະຫຼາດ. ທ່ານ ຮຶງ ໄດ້ເນັ້ນໜັກວ່າ: “ການສ້າງຕັ້ງຕົວ ແບບໃໝ່ ບັງຄັບໃຫ້ພວກຂ້າພະເຈົ້າ ຕ້ອງມີການຫັນປ່ຽນ ຄວາມ ຮັບຮູ້ ແລະ ທັງໃນການກະທຳ ອີກດ້ວຍ”.

ບັນດານະໂຍບາຍທີ່ເດັດຂາດ ໃນວຽກງານຫັນປ່ຽນ ໂຄງປະກອບ ຂອງ ຄະນະການນຳບໍລິສັດ ໃນທີສຸດ ກໍໄດ້ຮັບຜົນງານ ຈຳນວນ ໜຶ່ງ ທີ່ແນ່ນອນ. ບໍລິສັດ ໄດ້ມີຜົນກຳໄລ ໃນຫຼາຍປີ ຕິດຕໍ່ກັນ. ສະ ພາບການເງິນ ໄດ້ຮັບປະກັນ ຄວາມປອດໄພ, ລາຍຮັບ ຂອງ ພະນັກງານ ລັດຖະກອນ ໄດ້ເພີ່ມຂຶ້ນ ແລະ ໝູນໃຊ້ ໄດ້ ບັນດາພາຫະນະເຄື່ອງຈັກທັນສະໄໝເຂົ້າສູ່ ການຜະລິດ. ຈາກນັ້ນ, ບໍລິສັດ ໄດ້ ດຳເນີນໄປ ການດັດປ່ຽນ ເທື່ອທີສອງ, ນັ້ນແມ່ນ ຕັດສິນ ຫັນປ່ຽນ ໂຄງປະກອບບໍລິສັດ ຈຳກັດ ໄປສູ່ ຕົວແບບບໍລິສັດຫຸ້ນສ່ວນ ແລະ ຈາກນັ້ນ ສ້າງໄດ້ຊື່ສຽງ ຄື ໃນປັດຈຸບັນ.


ເອົາສຸຂະພາບວົງຄະນາຍາດ ເປັນຈຸດໃຈກາງແຫ່ງການພັດທະນາ

ປັດຈຸບັນ, ບໍລິສັດຫຸ້ນສ່ວນດົ້ງລຶກ ເປັນໜຶ່ງ ໃນບັນດາ ກຸ່ມບໍລິສັດ ກິລາ ແຖວໜ້າ ຫວຽດນາມ ໃນຂົງເຂດ ຜະລິດ-ຈຳໜ່າຍ-ສົ່ງອອກ ນຳເຂົ້າ ເຄື່ອງມືອຸປະກອນ ກິລາກາຍະກຳ, ອຸປະກອນ ເບິ່ງແຍງດູ ແລສຸຂະພາບ, ຜະລິດ ດຳເນີນທຸລະກິດ ອຸປະກອນການສຶກສາ, ທີ່ປຶກສາ ກໍ່ສ້າງກິດຈະກຳກິລາກາຍະກຳ. ບໍລິສັດໄດ້ຈັດສ້າງ ລະ ບົບຈຳໜ່າຍຢ່າງທົ່ວເຖິງ ກັບ ກວ່າ 30 ຈຸດຂາຍຍ່ອຍ ໃນທົ່ວປະ ເທດ.

ປັດຈຸບັນ, ດົ້ງລຶກ ມີໂຮງງານ 5 ແຫ່ງ ທີ່ຜະລິດເກີບ, ບານເຕະ, ຕັດ ຫຍິບໂສ້ງເສື້ອ ແລະ ບັນດາຜະລິດຕະພັນກິລາອື່ນໆ. ບັນດາໂຮງ ງານນີ້ ໄດ້ຮັບການຕີລາຄາວ່າ ຮັບປະກັນ ດ້ານຄຸນນະພາບ, ຕອບ ສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດ ຢູ່ພາຍໃນ ແລະ ຕ່າງປະເທດ. ເປັນຕົ້ນໂຮງງານ ຜະລິດບານເຕະ, ເປັນໜ່ຶງ ໃນຫຼາຍໂຮງງານຫຼັກ ຂອງ ບໍລິສັດ. ແຕ່ລະເດືອນ, ໂຮງງານໄດ້ ຂາຍອອກໝາກບານເຕະ ທຸກຊະນິດ ແຕ່ 70.000 ເຖິງ 100.000 ໜ່ວຍ. ຜະລິດຕະພັນບານເຕະ ຂອງ ດົ້ງລຶກ ໄດ້ສະຫະພັນບານ ເຕະໂລກ FIFA ໄດ້ມອບໃບຢັ້ງຢືນ ສາກົນ ຄຸນນະພາບ ສູງສຸດຄື: FIFA APPROVED (ປີ 2001).

ບານເຕະ ດົ້ງລຶກ ໄດ້ ແລະ ກຳລັງໄດ້ນຳໃຊ້ເປັນບານເຕະແຂ່ງຂັນ ອາຊີບ ຢູ່ພາຍໃນ ແລະ ຕ່າງປະເທດເຊ່ັນ: ລາງ ວັນ V-League, ຊີງຂັນແຫ່ງຊາດ, ຊີງຂັນແຫ່ງຊາດຂະໜາດນ້ອຍ, ລາງວັນອັນດັບ ໜ່ຶງ ແລະ ລາງ ວັນ Sea Games. ພິເສດ, ດົ້ງລຶກ ເປັນຜູ້ອຸປະຖຳ ເຄື່ອງນຸ່ງ ໃນງານມະຫາກຳ ກິລາ Sea Games, ງານມະຫາກໍາ ກິລາ ອາຊີ, Olympic ຄັ້ງຕ່າງໆ... ເຄື່ອງໝາຍການຄ້າບານເຕະ ດົ້ງລຶກ ກໍໄດ້ສົ່ງອອກໄປຍັງ ບັນດາ ຕະຫຼາດແຫ່ງໃຫຍ່ເຊັ່ນ: ຈີເລ, ສ ອາເມລິ ກາ, ຍີ່ປຸ່ນ, ສປ ຈີນ ແລະ ບັນດາ ປະເທດ ຢູ່ອາ ຊີຕາ ເວັນອອກສ່ຽງໃຕ້.



ບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າ ດົ້ງລຶກ ແລະ ຜະລິດ ຕະພັນນເກີບຈຳນວນໜຶ່ງ ໂດຍບໍລິສັດ ເປັນຜູ້ຈຳໜ່າຍ
ໄດ້ຮັບ ຄວາມໄວ້ວາງໃຈ ຈາກຜູ້ບໍລິໂພກ ຢູ່ພາຍໃນປະເທດ. 



ບໍລິສັດຫຸ້ນສ່ວນ ດົ້ງລຶກ ຍັງເປັນຜູ້ຈຳໜ່າຍ-ສົ່ງອອກ-ນຳເຂົ້າ ແຖວໜ້າ ກ່ຽວກັບເຄື່ອງມືອຸປະກອນ ກິລາກາຍະກຳ, ອຸປະກອນ ເພື່ອການດູແລສຸຂະພາບ, ຜະລິດ ດຳເນີນທຸລະກິດ ເຄື່ອງມື ອຸປະກອນ ດ້ານການສຶກສາ, ທີ່ປຶກສາ ກໍ່ສ້າງ ກິດຈະກຳ ກິລາກາຍະກຳ ແລະ ອື່ນໆ...


ຮ້ານຄ້າແຫ່ງໜຶ່ງ ທີ່ຂາຍສະເພາະ ເຄື່ອງນຸ່ງກິລາຄຸນນະພາບສູງ ຂອງ ບໍລິສັດຫຸ້ນສ່ວນ ດົ້ງລຶກ.


ຜະລິດຕະພັນບານເຕະ ຂອງ ດົ້ງລຶກ ໄດ້ FIFA ມອບໃບຢັ້ງຢືນ ສາກົນຄຸນນະພາບສູງສຸດຄື: FIFA APPROVED (ແຕ່ປີ 2001)
ແລະ ເປັນສະມາຊິກ ຫຼາຍປີ ຂອງ ສະຫະພັນໂລກ ກ່ຽວກັບ ສິນຄ້າ ອຸດສາຫະກຳກິລາ (WFSGI). 



ບັນດາຜະລິດເກີບ ທີ່ມີເຄືີ່ອງໝາຍການຄ້າ ດົ້ງລຶກ.


ບັນດາຜະລິດຕະພັນເກີບກິລາ ສຳລັບເຕະບານ, ຕີດອກປີກໄກ່ ແລະ ແລ່ນລະລານ ຂອງ ບໍລິສັດ ໄດ້ສົ່ງອອກ
ໄປຍັງບັນດາປະເທດ ຄູ່ຮ່ວມມືລາຍໃຫຍ່ ຢູ່ປະເທດ ກູບາ. 

ປີ 2016 ແລະ 2017, ບໍລິສັດຫຸ້ນສ່ວນ ດົ້ງລຶກ ສືບຕໍ່ກາຍເປັນ ຜູ້ ອຸປະຖຳ ແຕ່ພຽງຜູ້ດຽວ ໃຫ້ແກ່ການແຂ່ງຂັນບານເຕະອາຊີບ ຂອງ ຫວຽດນາມ. ໝາກບານທີ່ໃຊ້ ໃນການແຂ່ງຂັນ ແມ່ນໄດ້ມາດຕະ ຖານ FIFA Quality Pro ໝາຍຄວາມວ່າ ໄດ້ຮັບອະນຸຍາດໃຊ້ ໃນການແຂ່ງຂັນ ຢ່າງເປັນທາງການ ໃນທົ່ວໂລກ. ນີ້ແມ່ນຜະລິດ ຕະພັນໝາກບານໜຶ່ງດຽວ ມີເຄື່ອງໝາຍການຄ້າ ຫວຽດນາມ ໄດ້ ຮັບກຽດນີ້.

ເພື່ອບັນລຸໄດ້ຜົນງານດັ່ງດ່າວ, ທ່ານ ມາຍເຖ໋ຮຶງ ກ່າວວ່າ: “ພວກ ຂ້າພະເຈົ້າ ມີໝູ່ຄະນະ ທີ່ມີຄວາມສາມັກຄີ, ຂະຫຍັນ ຂັນແຂງ ແລະ ມີຫົວຄິດ ປະດິດສ້າງ ຢ່າງບໍ່ຢຸດຢັ້ງ”. ດ້ວຍເຫດນັ້ນ, ບໍລິສັດ ໄດ້ມີຍຸດທະສາດ ຂຸດຄົ້ນ ບັນດາທ່າໄດ້ປຽບ ຢ່າງຂາດຕົວ ເພື່ອ ການປັບປຸງຢ່າງບໍ່ຢຸດຢັ້ງ ໃຫ້ການພັດທະນາ ທີ່ຈະເລີນໝັ້ນຄົງ ໃນອະນາຄົດ”.

ທ່ານຮຶງ ໃຫ້ຮູ້ວ່າ ຄຽງຂ້າງການພັດທະນາຜະລິດຕະພັນໃໝ່ ຢ່າງຕໍ່ ເນື່ອງ ເພື່ອດຶງດູດໃຈຜູ້ບໍລິໂພກ ກັບບັນດາຕົວແບບ ທີ່ສວຍງາມ, ມີຄຸນນະພາບ ແລະ ຄາລາທີ່ເໝາະສົມແລ້ວ, ຍາມໃດບໍລິສັດ ກໍຖື ສຳຄັນ ແລະ ຮັກສາໄວ້ ການພັດທະນາ ຕິດພັນ ກັບສຸຂະພາບ ວົງ ຄະນາຍາດ ຢູ່ ຫວຽດນາມ. ດ້ວຍເຫດນັ້ນ ດົ້ງລຶກ ຮັກສາໄວ້ໄດ້ ແລະ ໃຫ້ກຳລັງໃຈ ບັນດາການເຄື່ອນໄຫວກິລາ ທີ່ນຳມາຜົນ ປະໂຫຍດ ໃຫ້ແກ່ວົງຄະນາຍາດ ໃນຖານະເປັນຜູ້ອຸປະຖຳ ມາໂດຍ ຕະຫຼອດ.


ບົດ: ຖາວວີ - ພາບ: ເຈິ່ນແທງຢາງ ແລະ ເອກະສານ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top