• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັກລັກ ນຳຄວາມຮັກວັດທະນະທຳຄ້ອງມາໃຫ້ນັກສຶກສາ

      ໃນໄລຍະທີ່ຜ່ານມາ, ແຂວງ ດັກລັກ ໄດ້ເປີດຊຸດຮຽນຕີຄ້ອງໃຫ້ແກ່ນັກຮຽນນັກສຶກສາ ຊົນເຜົ່າສ່ວນໜ້ອຍ ໃນບັນດາໂຮງຮຽນ. ການເຄື່ອນໄຫວນີ້ ຖືກພວກນ້ອງນັກຮຽນ, ນັກສຶກສາຕອບສະໜອງຢ່າງສຸດໃຈ ເພາະວ່າໄດ້ຊ່ວຍໃຫ້ພວກນ້ອງມີໂອກາດໄດ້ຕີຄ້ອງ, ມຸ່ງໄປສູ່ບັນດາຄຸນຄ່າກົກເຄົ້າເຫງົ້າກໍ. ຊຸດຮຽນຕີຄ້ອງຊຸດທຳອິດ ໄດ້ຖືກເປີດຢູ່ມະຫາວິທະຍາໄລ ເຕິຍງວຽນ ອັນໄດ້ຊ່ວຍໃຫ້ນັກສຶກສາຫຼາຍຄົນ ໄດ້ສຳຜັດກັບວັດທະນະທຳຄ້ອງ, ປຸກລຸກຄວາມຊົມຊອບໃນໝູ່ນັກສຶກສາ

ບັນດານັກສິລະປະການຖ່າຍທອດວິທີຕີຄ້ອງໃຫ້ແກ່ພວກນັກສຶກສາມະຫາວິທະນາໄລ ເຕີຍງວຽນ 
      ເກືອບສາມເດືອນທີ່ຜ່ານມາ  ຮອດຕອນຄຳວັນຈັນ, ວັນພຸດ, ວັນສຸກໃນແຕ່ລະອາທິດ, ມາຫາວິທະຍາໄລ ເຕິຍງວຽນ ພັດຄຶກຄື້ນຂຶ້ນດ້ວຍສຽງຄ້ອງບາດສູງບາດຕ່ຳ. ສຽງຄ້ອງທີ່ຟົດຟື້ນມີຊີວິດຊີວາໄດ້ກັງວານຂຶ້ນຈາກຊຸດຮຽນຕີຄ້ອງ ຂອງພວກນັກສຶກສາຊົນເຜົ່າສ່ວນໜ້ອຍ. ພວກນັກຮຽນໄດ້ຖືກແບ່ງເປັນ 4 ຈຸ, ແຕ່ລະຕອນຮຽນມີ 2 ຈຸເຂົ້າຮ່ວມ, ຝຶກແອບແຕ່ 17 ຫາ 19 ຊົ່ວໂມງ. ບັນຍາກາດໃນຊຸດຮຽນຍາມໃດກໍ່ຟົດຟື້ນ ຍ້ອນສຽງຄ້ອງ, ສຽງໂອ້ລົມ ສຽງແລກປ່ຽນ ສຽງເວົ້ານົວຫົວມ່ວນຂອງນັກສຶກສາ ແລະ ນັກເສບເຄື່ອງດົນຕີ. ຊິວລຸກ ຊົນເຜົ່າເຊີລາຍ ນັກສຶກສາພະແນກການແພດການຢາ ໃຫ້ຮູ້ວ່າ:
       “ສຳລັບຊົນເຜົ່າເຊີລາຍ ແລະ ເອເດ ນັ້ນ, ວັດທະນະທຳກໍ່ຄ້າຍຄືກັນ, ດັ່ງນັ້ນວິທີຕີຄ້ອງກໍ່ບໍ່ແຕກຕ່າງປານໃດ. ຕົ້ນຕໍແມ່ນແຕກຕ່າງກ່ຽວກັບຈັງຫວະ ທຳນອງຂອງສອງຊົນເຜົ່າເທົ່ານັ້ນ ດັ່ງນັ້ນກໍ່ສາມາດຂະຫຍາຍພ້ອມໆກັນ. ພາຍຫຼັງທີ່ໄດ້ເຂົ້າຮ່ວມຊຸດຮຽນຄ້ອງສຳເລັດແລ້ວ, ນ້ອງເຫັນວ່າ ເຮົາມີຄວາມເອກອ້າງທະນົງໃຈ ເພາະວ່າສ່ວນໜຶ່ງເຮົາກໍ່ສາມາດຮັກສາສີສັນຂອງເຜົ່າຕົນ, ສີສັນຂອງຄ້ອງ. ນ້ອງຮູ້ສຶກວ່າ ເຮົາກໍ່ຕ້ອງຖະນຸຖະໜອມຫຼາຍກວ່າອີກ ແລະ ເສີມຂະຫຍາຍເພື່ອໃນພາຍພາກໜ້າ ເມື່ອກັບເມືອບ້ານ, ເຮົາກໍ່ສາມາດສືບຕໍ່ຮຽນຮູ້ ແລະ ຂະຫຍາຍມັນຕາມທິດທາງແຕກຕ່າງກັນຄື ເຮັດທ່ອງທ່ຽວເປັນຕົ້ນ”.
        ຊຸດຮຽນຄ້ອງໂດຍນັກສິລະປະການສອງຄົນຊາວເຜົ່າ ເອເດ ຢູ່ນະຄອນ ບວນເມຖວດ ແຂວງ ດັກລັກ ແລະ ນັກສິລະປະການຄົນໜຶ່ງ ເຜົ່າ ບານາ ຢູ່ແຂວງ ກອນຕູມ ເປັນຜູ້ແນະນຳ. ດັ່ງນັ້ນກໍ່ມີນັກຮຽນໃໝ່ຫຼາຍຄົນ ເຂົ້າຮ່ວມຮຽນຕີຄ້ອງເປັນຄັ້ງທຳອິດ, ດັ່ງນັ້ນ ບັນດານັກສິລະປະການກໍ່ເອົາໃຈໃສ່ສັງເກາແຕ່ລະຈັງຫວະຢ່າງລະອຽດ ເພື່ອແນະນຳ,  ດັດວິທີຈັບຄ້ອງ, ວິທີຮັກສາຈັງຫວະຂອງຄ້ອງໃຫ້ແກ່ນັກຮຽນແຕ່ລະຄົນ. ນັກສິລະປະການ ອາບິວ  ຊາວເຜົ່າ ບານາ ໄດ້ຕີລາຄາວ່າ ພວກນ້ອງມີຄວາມສາມາດທາງດ້ານສິລະປະຄ້ອງ ແລະ ມີຄວາມດຸໝັ່ນຝຶກແອບ. ນັກສິລະປະການ ອາບິວ ເວົ້າວ່າ:
       “ທຳອິດແມ່ນຕີລາຄາທາງດ້ານຈິດໃຈ ກໍ່ເຫັນວ່າພວກນ້ອງມີຄວາມສຸມຈິດສຸມໃຈ. ພວກຂ້າພະເຈົ້າບໍ່ພງຽງແຕ່ສອນວິທີຕີຄ້ອງເທົ່ນັ້ນ ຫາກຍັງສອນກ່ຽວກັບຈິດໃຈອີກດ້ວຍ,  ໝາຍຄວາມວ່າ ພວກນ້ອງຕ້ອງຮັກສາສີສັນນີ້ ແມ່ນສີສັນຂອງຕົນ, ພວກນ້ອງກໍ່ມີຄວາມເປັນກຽດ ທີ່ສາມາດຮັກສາວັດທະນະທຳຂອງເຜົ່າຂອງຕົນ. ອາຊີບຂອງຂ້າພະເຈົ້າແມ່ນເຊັ່ນນັ້ນ,  ແລະ ຂ້າພະເຈົ້າກໍ່ຕ້ອງມີຄວາມຮັບຜິດຊອບຫຼາຍກວ່າ, ຕ້ອງລະດົມໃຈຫຼາຍກວ່າອີກ. ການ ຖ່າຍທອດໃຫ້ພວກນ້ອງແມ່ນເພື່ອຮັກສາສິລະປະຄ້ອງບໍ່ໃຫ້ຖືກສູນຫຼາຍໄປ”.
        ມະຫາວິທະຍາໄລ ເຕິຍງວຽນ ແມ່ນຫົວໜ່ວຍພາລະກິດທຳອິດຢູ່ ດັກລັກ ເຊິ່ງພະແນກວັດທະນະທຳ ກິລາ ແລະ ທ່່ອງທ່ຽວ ໄດ້ເລືອກເຟັ້ນ ເພື່ອເປີດຊຸດຮຽນຕີຄ້ອງ. ເຂົ້າຮວມໃນຊຸດຮຽນນີ້ມີນັກຮຽນກວ່າ 40 ຄົນ ທັງຊາຍ ແລະ ຍິງຂຶ້ນກັບຫຼາຍຊົນເຜົ່າທີ່ແຕກຕ່າງກັນເຊັ່ນ: ເອເດ, ຊາລາຍ, ຜູ້ໄທ, ໄຕ່, ນຸ່ງ… ເຂົາເຈົ້າລ້ວນແຕ່ມີຄວາມຊົມຊອບ ແລະ ເມົາມົວກັບສິລະປະຄ້ອງ ເຕິຍງວຽນ. ເຂົ້າຮ່ວມໃນຊຸດຮຽນນີ້ ນາງ ວີທິແກັ໋ງ ຊົນເຜົ່າຜູ້ໄທນັກສຶກສາ ພະແນກສ້າງຄູ ໄດ້ເວົ້າດ້ວຍຄວາມພາກພູມໃຈວ່າ:
        “ເບິ່ງຄືວ່າ ນັບແຕ່ກ່ອນມາຮອດປັດຈຸບັນ ມີພຽງແຕ່ເພດຊາຍຕີຄ້ອງເທົ່ານັ້ນ, ແຕ່ຍ້ອນມີອ້າຍເອື້ອຍຄູ ໄດ້ສ້າງເງື່ອນສະດວກໃຫ້, ດັ່ງນັ້ນໃນປັດຈຸບັນເພດຍິງກໍ່ສາມາດຮຽນຕີຄ້ອງໄດ້. ໂດຍມີຄວາມຮູ້ເຖິງວັດທະນະທຳຂອງຊາວ ເຕິຍງວຽນ ກ່ຽວກັບການຕີຄ້ອງ, ສາມາດເຂົ້າໃຈກ່ຽວກັບຈັງຫວະ ຂອງສຽງຄ້ອງ, ຟ້ອນຊວາງ ແລະ ບັນດາປະເພນີອື່ນໆ. ມັນໄດ້ນຳລະດັບຄວາມຮູ້ທາງດ້ານວັດທະນະທຳຂອງຊາວ ເຕິຍງວຽນ ມາໃຫ້ຕົນເອງ ແລະ ສາມາດເຂົ້າໃຈໄດ້ເຖິງສີສັນວັດທະນະທຳບັນດາເຜົ່າ, ທັງນີ້ກໍ່ຊ່ວຍເພີ່ມຜົນປະໂຫຍດ ໃຫ້ແກ່ການຮ່ຳຮຽນຂອງພວກນ້ອງ”.
       ຈາກຊຸດຮຽນນີ້, ບັນດານັກຮຽນທີ່ດີເລີດ ຈະໄດ້ຮັບການຄັດເລື່ອກເປັນສະມາຊິກທີ່ຫຼັກແຫຼ່ງ ໃນກອງສິລະປະຄ້ອງຂອງໂຮງຮຽນມະຫາວິທະຍາໄລ ເຕິຍງວຽນ, ສືບຕໍ່ຝຶກແອບເພື່ອສະແດງ ໃນບັນດາເຫດການ, ງານມະໂຫລານ, ການພົບປະແລກປ່ຽນວັດທະນະທຳ ສະແດງສິລະປະ. ການເຄື່ອນໄຫວຖ່າຍທອດສອນຕີຄ້ອງ ໄດ້ປຸກລຸກຂະບວນການຮ່ຳຮຽນ ແລະ ໃຊ້ຄ້ອງໃຫ້ແກ່ລຸ້ນໜຸ່ມ. ນີ້ກໍ່ແມ່ນໜຶ່ງບັນດາການເຄື່ອນໄຫວ ເພື່ອແນໃສ່ປະກອບສ່ວນອະນຸລັກ ເສີມຂະຫຍາຍຄຸນຄ່າວັດທະນະທຳຄ້ອງຢ່າງລະອຽດ ແລະ ແທດຈິງ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top