ທ່ານພົນໂທ ຟານວັນຢາງ (ພາບ: TTXVN)
ສອງຝ່າຍໄດ້ຢັ້ງຢືນວ່າ ການພົວພັນໃນການປ້ອງກັນຊາດ ລະຫວ່າງ ຫວຽດນາມ - ມາເລເຊຍ ໃນໄລຍະທີ່ຜ່ານມາ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ເປັນຕົ້ນແມ່ນບັນດາຂົງເຂດຄື: ບຳລຸງສ້າງ, ຮ່ວມມືກອງທັບເຮືອ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ… ພ້ອມທັງເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍມີເງື່ອນໄຂຫຼາຍຢ່າງເພື່ອພັດທະນາຢ່າງແຮງກ່ວາອີກເໝາະສົມກັບການພົວພັນຄູ່ຮ່ວມມື ຍຸດທະສາດ ຫວຽດນາມ - ມາເລເຊຍ.
ທ່ານ ພົນໂທ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020.
(ແຫຼ່ງຄັດຈາກ VOV)