• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍໍຊົມເຊີຍໝູ່ຄະນະ, ສ່ວນບຸກຄົນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງໃຫ້ກຳລັງໃຈ, ຍ້ອງຍໍ ແລະ ສະເໜີຍ້ອງຍໍບັນດາໝູ່ຄະນະສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. 
ຊາວຕ່າງປະເທດຫຼາຍຄົນ ສົມທົບກັບ ສະໂມສອນ ໄວໜຸ່ມ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກຢູ່ ດ່າໜັງ (ພາບປະກອບ: VOV)
      ຫ້ອງວ່າການລັດຖະບານຫວຽດນາມ ຫາກໍມີເອກະສານແນະນຳຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຍ້ອງຍໍຊົມເຊີຍ, ໃຫ້ກຳລັງໃຈບັນດາໝູ່ຄະນະສ່ວນ, ບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງໃຫ້ກຳລັງໃຈ, ຍ້ອງຍໍ ແລະ ສະເໜີຍ້ອງຍໍບັນດາໝູ່ຄະນະສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. ພ້ອມດຽວກັນນັ້ນ, ຄວນມີກົນໄກ, ນະໂຍບາຍເອົາໃຈໃສ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳລັງແນວໜ້າຕ້ານໂລກລະບາດ ແລະ ພໍ່ແມ່, ລູກເຕົ້າ ຂອງຜູ້ທີ່ຢູ່ແນວໜ້າຕ້ານໂລກລະບາດ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top