• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ກ່ຽວ​ກັບ​ການ​​ໃຊ້​ຄວາມ​ຮຸນ​ແຮງ ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ

ຕີລາຄາສູງຕໍ່ໝາກຜົນຂອງໂຄງການ, ທ່ານນາງ Naomi Kithara ຫົວໜ້າຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ວ່າ ຄຳໝັ້ນສັນຍາ ແລະ ການສະໜັບສະໜູນຂອງ UNFPA ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ ຂອງ ລັດຖະບານ ຫວຽດນາມ ໃນການລົບລ້າງການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.
ປະຊຸມສຳມະນາ ຕີລາຄາໝາກຜົນຂອງການປະຕິບັດ ໂຄງການ “ສ້າງຮູບແບບປ້ອງກັນ, ຕ້ານ ແລະ ຮັບມືກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ຫວຽດນາມ” (ພາບ: Vietnam+)

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ກອງທຶນປະຊາກອນ ສປຊ (UNFPA) ໄດ້ຈັດກອງປະຊຸມສຳມະນາ ຕີລາຄາໝາກຜົນຂອງການປະຕິບັດ ໂຄງການ “ສ້າງຮູບແບບປ້ອງກັນ, ຕ້ານ ແລະ ຮັບມືກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ຫວຽດນາມ”. ໂຄງການແມ່ນເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງ ປະຊາຄົມກ່ຽວກັບການໃຊ້ຄວາມຮຸນແຮງ, ພິເສດແມ່ນຄວາມຮຸນແຮງທາງເພດສຳພັນ ສຳລັບແມ່ຍິງ, ເດັກຍິງ ແລະ ປ່ຽນແປງພຶດຕິກຳ ຕໍ່ການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.

ໂຄງການສະແດງໃຫ້ເຫັນລັກສະນະໄຫວພິບ ໃນວິວັດການປະຕິບັດ ເພື່ອແນໃສ່ຕອບສະໜອງສະພາບການຕົວຈິງຢູ່ ຫວຽດນາມ. ໃນສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດ ຢູ່ຫວຽດນາມ, UNFPA ໄດ້ໜູນຊ່ວຍ ແລະ ສົມທົບກັນແຈກເຄື່ອງໃຊ້ທີ່ຈຳເປັນ 4000 ຊຸດ ໃຫ້ແກ່ແມ່ຍິງ, ເດັກຍິງ ພ້ອມກັບຂໍ້ມູນຂ່າວສານ ກ່ຽວກັບການໃຊ້ຄວາມຮຸນແຮງ ບົນພື້ນຖານຄວາມສະເໝີພາບລະຫວ່າງຍິງຊາຍ, ໃຫ້ແມ່ຍິງທີ່ມີຄວາມສ່ຽງຖືກໃຊ້ຄວາມຮຸນແຮງ ແລະ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ ແລະ ນະຄອນໂຮ່ຈີມິນ.

ຕີລາຄາສູງຕໍ່ໝາກຜົນຂອງໂຄງການ, ທ່ານນາງ Naomi Kithara ຫົວໜ້າຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ວ່າ ຄຳໝັ້ນສັນຍາ ແລະ ການສະໜັບສະໜູນຂອງ UNFPA ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ ຂອງ ລັດຖະບານ ຫວຽດນາມ ໃນການລົບລ້າງການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ຮັບປະກັນໃຫ້ ແມ່ຍິງ ແລະ ເດັກຍິງທຸກຄົນໄດ້ດຳລົງຊີວິດ ໂດຍປາສະຈາກການນຳໃຊ້ຄວາມຮຸນແຮງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top