• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນ ລັດເຊຍ ໃນສະພາບການໃໝ່

      ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່ານີ້ອີກໃນໄລຍະທີ່ຈະມາເຖິງ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ     ປະຈຳ ລັດເຊຍ ດັ້ງມິງຄອຍ ຕອບສຳພາດຕໍ່ນັກຂ່າວ VOV (ພາບ: ນັກຂ່າວ VOV ປະຈຳ ລັດເຊຍ)
        ໂດຍຕອບຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ວັນທີ 29 ພະຈິກ ຫາ ວັນທີ 2 ທັນວາ ປີ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະມີການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ. ເມື່ອເວົ້າເຖິງຄວາມໝາຍຂອງການຢ້ຽມຢາມ, ໃນການຕອບສຳພາດຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລັດເຊຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ     ປະຈຳ ລັດເຊຍ ດັ້ງມິງຄອຍ, ໄດ້ເນັ້ນໜັກວ່າ ການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດ; ການຢ້ຽມຢາມແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ໃນທຸກຂົງເຂດເລິກເຊີ່ງກວ່າອີກ ແລະ ຈະໄດ້ຍົກລະດັບໃຫ້ສູງຂື້ນໃນສະພາບການໃໝ່.
        ການຢ້ຽມຢາມຄັ້ງນີ້ເປັນການຢັ້ງຢືນການພົວພັນ ຫວຽດນາມ-ລັດເຊຍ ແມ່ນການພົວພັນສັດຊື່, ສະໜິດແໜ້ນພິເສດ, ເຊິ່ງສະແດງໃຫ້ເຫັນການປະຕິບັດແນວທາງການຕ່າງປະເທດ ຢ່າງຕັ້ງໜ້າຂອງພວກເຮົາ ພາຍຫຼັງກອງປະຊຸມໃຫຍ່ຂອງພັກຄັ້ງທີ VIII. ແລະກໍສະແດງໃຫ້ເຫັນ ຫວຽດນາມ ເປັນປະເທດປະຕິບັດແນວທາງການຕ່າງປະເທດເອກະລາດ,    ເປັນເຈົ້າ, ເປັນຫຼາຍຮູບ, ຫຼາຍແບບ, ຫຼາຍຝ່າຍ, ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ, ແລະ ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບໃນໂລກ. ພ້ອມກັນນັ້ນ, ການຢ້ຽມຢາມກໍເປັນການຢັ້ງຢືນວ່າພວກເຮົາຍາມໃດກໍຖືການຮ່ວມມືກັບ ລັດເຊຍ ເປັນສຳຄັນ, ຖື ລັດເຊຍ ເປັນປະເທດບຸລິມະສິດ ໃນແນວທາງການຕ່າງປະເທດຂອງຕົນ, ກໍແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງ ຫວຽດນາມ. ພ້ອມທັງສະແດງໃຫ້ເຫັນທາດແທ້ການຕ່າງປະເທດຂອງ ຫວຽດນາມ ແມ່ນຈິງໃຈ, ສັດຊື່, ສະໜັບສະໜູນ ສະຫະພັນ ລັດເຊຍ ໃນສະພາບການທີ່ໂລກກຳລັງມີການປ່ຽນແປງຄືໃນປະຈຸບັນ. ການຢ້ຽມຢາມກໍຢັ້ງຢືນການເພີ່ມ   ທະວີການຮ່ວມມືລະຫວ່າງ 2 ປະເທດໃນວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ໂດຍສະເພາະແມ່ນໃນການຄົ້ນຄ້ວາ, ຜະລິດວັກຊິນ, ຢາປິ່ນປົວພະຍາດ ແລະ ແບ່ງປັນບັນດາບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດ. ສຳຄັນທີ່ສຸດແມ່ນຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນການເມືອງ, ເສດຖະກິດ, ປ້ອງກັນຊາດ, ປ້ອງກັນຄວາມ   ສະຫງົບ, ພະລັງງານ - ນ້ຳມັນອາຍແກັສ, ການສຶກສາ - ບຳລຸງສ້າງ, ແລະ ພົບປະແລກປ່ຽນລະຫວ່າງປະຊາຊົນ.
        ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຊື່ອໝັ້ນວ່າ ການຢ້ຽມຢາມຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່ານີ້ອີກໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top