• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ວ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະລັດປະຊາທິປະໄຕປະຊາຊົນລາວ ໃນລະຫວ່າງວັນທີ 16 – 18 ກໍລະກົດ 2019. ຕອນບ່າຍວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ.

(ການພົບປະລະຫວ່າງສອງຝ່າຍ)

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນສະພາບການດ້ານເສດຖະກິດ, ການເມືອງຂອງແຕ່ລະປະເທດ, ກໍ່ຄືບັນດາບັນຫາຄື: ບັນດາບັນຫາໃນພາກພື້ນ ແລະ ໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງສຸມໃສ່ຕີລາຄາຜົນງານຂອງການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ນາງ ຄຳເພົາ ເອີນທະວັນ ອວຍພອນ ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ເມື່ອຕົ້ນເດື່ອນມິຖຸນາທີ່ຜ່ານມາດ້ວຍຈຳນວນບັດເຫັນດີສູງກໍ່ຄືບັນດາຜົນສຳເລັດດ້ານການຕ່າງປະເທດທີ່ຫວຽດນາມບັນລຸໄດ້. ພ້ອມທັງສະເໜີໃຫ້ສອງຝ່າຍສົມທົບກັນຊຸກຍູ້ການຮ່ວມມືຕາມບັນດາກົນໄກທັງສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນຍົກສູງຖານະບົດບາດຂອງລາວ ແລະ ຫວຽດນາມໃນພາກພື້ນ ແລະ ສາກົນ.

        ສ່ວນທ່ານ ຫງວຽນວັນຢຸງ ໄດ້ຢັ້ງຢືນວ່າ, ຕໍ່ໜ້າສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ ແລະ ປ່ຽນແປງຢ່າງວ່ອງໄວ, ສອງປະເທດເວົ້າລວມ ແລະ ຂະແໜງການຕ່າງປະເທດເວົ້າສະເພາະຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ແລກປ່ຽນບົດຮຽນ ແລະ ບັນດາຄະນະຜູ້ແທນໃນທຸກຂັ້ນເປັນປະຈຳເພື່ອໜູນຊ່ວຍກັນ ໃນວຽກງານການຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top