• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມືດ້ານການປ້ອງກັນຊາດລະຫວ່າງຫວຽດນາມ - ສິງກະໂປ ໃນຫຼາຍຂົງເຂດ

      ສອງຝ່າຍໄດ້ເຫັນດີນໍາກັນວ່າ ໄລຍະຈະມາເຖິງ ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກເຈລະຈາ, ການຮ່ວມມືທີ່ພວມມີຢູ່ແລ້ວ, ນໍາບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ...

ການເຈລະຈາ ນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຫວຽດນາມ - ສິງກະໂປ ຄັ້ງທີ 9 ຢູ່ສິງກະໂປ (ພາບ:TTXVN)
      ໂດຍໄດ້ຮັບຄໍາເຊີນຂອງກະຊວງປ້ອງກັນປະເທດ ສິງກະໂປ, ວັນທີ 12 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດຫວຽດນາມ ດໍາເນີນການເຈລະຈານະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີຫວຽດນາມ - ສິງກະໂປ ຄັ້ງທີ 9 ຢູ່ສິງກະໂປ. ການເຈລະຈາດັ່ງກ່າວ ໂດຍທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ທ່ານ Chan Yan Kit, ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ ເປັນປະທານຮ່ວມ.
        ທີ່ການເຈລະຈາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນດາສິ່ງທ້າທາຍກ່ຽວກັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕໍ່ກັບ 2 ປະເທດ ແລະ ປະຊາຄົມ ອາຊຽນ ເຊັ່ນ ການແກ້ງແຍ້ງກັນຂອງບັນດາປະເທດໃຫຍ່, ບັນຫາທະເລຕາເວັນອອກ, ບັນດາສິ່ງທ້າທາຍສໍາລັບ ອາດຊະຍາກໍາແບບໃໝ່. ສອງຝ່່າຍເຫັນດີ ໂດຍຖືວ່າ ອາຊຽນ ຄວນຮັກສານໍ້າໃຈສາມັກຄີ ແລະ ບົດບາດເປັນໃຈກາງໃນໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ, ພ້ອມທັງເສີມຂະຫຍາຍບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດຄູ່ຮ່ວມມື.
        ກ່ຽວກັບການພົວພັນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ: ສອງຝ່າຍໄດ້ເຫັນດີນໍາກັນວ່າ ໄລຍະຈະມາເຖິງ ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບັນດາກົນໄກເຈລະຈາ, ການຮ່ວມມືທີ່ພວມມີຢູ່ແລ້ວ, ນໍາບັນດາເນື້ອໃນການຮ່ວມມືໃນປັດຈຸບັນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ບົນພື້ນຖານຄວາມຮຽກຮ້ອງຕ້ອງການ ແລະ ທ່າແຮງຂອງແຕ່ລະປະເທດ. ສອງຝ່າຍເຫັນດີເປັນເອກະພາບ ສ້າງແຜນການຮ່ວມມືໄລຍະ 03 ປີ ເພື່ອຫັນບັນດາຂົງເຂດ, ເນື້ອໃນຮ່ວມມື ໃຫ້ເປັນພຶດຕິກໍາຕົວຈິງ, ເພື່ອເປັນພື້ນຖານໃຫ້ແກ່ການຜັນຂະຫຍາຍໃນໄລຍະຈະມາເຖິງ.
        ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ພົບປະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top