• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຍຳ ຜັກສົ້ມແສງກາ

ຜັກສົ້ມແສງກາ ແມ່ນຜະລິດຕະພັນພິເສດ ຂອງດິນແດນ ແຫ່ງນີ້ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມຢູ່ເມືອງ ກີ່ວນລືວ, ແຂວງ ເງ້ະອານ. ຜັກສົ້ມແສງກາ ສາມາດປຸ້ງແຕ່ງ ອາຫານ ຫຼາຍຊະນິດທີ່ແຕກຕ່າງກັນ, ໃນນັ້ນມີ ຍຳຜັກສົ້ມແສງກາ.  
ຜັກສົ້ມແສງກາ  ຄ້າຍໆ ຄືກັບໃບຕົ້ນໄມ້ Moss Roses ຊຶ່ງ ປົ່ງຂຶ້ນກະຈັດກະຈາຍຢູ່ທົ່ງນາເກືອ, ໃກ້ໆ ກັບ ບວກນ້ຳ ເຄິ່ງ ຈືດເຄິ່ງເຄັມ, ຂະຫຍາຍຕົວໃນສະພາບແວດລ້ອມ ທຳມະ ຊາດລ້ວນໆ ເພາະສະນັ້ນ ຜັກສົ້ມແສງກາ  ມີລົດຊາດສຸດທີ່ ພິເສດ, ມີຄຸນປະໂຫຍດຕໍ່ສຸຂະພາບ ແລະ ໄດ້ຮັບຖືວ່າ ເປັນ ປະເພດ ຜັກອິນຊີປອດສານພິດ.

ລາຍການອາຫານຍຳຜັກສົ້ມແສງກາມີການປຸງແຕ່ງ ງ່າຍ ພໍຄວນ. ນອກຈາກ ຍອດຜັກສົ້ມແສງກາ  ຊຶ່ງເປັນວັດຖຸຕົ້ນ ຕໍແລ້ວ ກໍຍັງມີສ່ວນປະກອບ ແລະ ເຄື່ອງເທດຈຳນວນໜຶ່ງ ເຊັ່ນ: ໝາກຖົ່ວດິນຂົ້ວສຸກ, ຫົວກາຣົດ, ໃບໝາກນາວ, ໝາກ ເຜັດ, ນ້ຳໝາກນາວ, ນ້ຳຕານ, ເກືອ, ແປ້ງນົວ... ຍອດຜັກ ສົ້ມແສງກາ  ແຊ່ນ້ຳສະອາດ ປະມານ 1 ຊົ່ວໂມງ ແລະ ນຳ ໄປ ຕົ້ມສຸກ ແລ້ວ ຕັກໃສ່ຈານ. ປົນຜັກສົ້ມແສງກາ  ກັບ ສ່ວນປະກອບ ແລະ ເຄື່ອງເທດທີ່ໄດ້ກະກຽມໄວ້ ຕາມມາດ ຕະສ່ວນພໍກິນ.

ນອກຈາກເຮັດຍຳ, ຜັກສົ້ມແສງກາ  ກໍໄດ້ກິນກັບເຂົ້າ, ເຂົ້າ ປຸ້ນ, ໝີ່... ປະເພດແບັ໋ງກ໋ວນ ຊຶ່ງເປັນເອກະລັກ ມີສະເພາະ ຢູ່ແຖບດິນແຫ່ງນີ້.


ຍອດຜັກສົ້ມແສງກາ  ປົ່ງຂຽວງາມ ໄປທົ່ວທົ່ງນາເກືອ ຢູ່ ເມືອງ ກີ່ວນລືວ, ແຂວງເງ້ະອານ. 


ຜັກສົ້ມແສງກາ  ຖືກລ້າງໃຫ້ສະອາດ...


... ຫຼັງຈາກນັ້ນໄດ້ປົນກັບ ຫົວກາຣົດ, ໝາກຖົ່ວດິນຂົ້ວສຸກ, ໃບໝາກນາວ...


... ເພື່ອໃຫ້ເປັນລາຍການອາຫານຍຳ ຜັກສົ້ມແສງກາ  ກັບ ເຂົ້າ ຄຽບ. 


ລົດຊາດເຄັມໆ, ມັນໆ ແລະ ກອບໆ ຂອງຍຳຜັກສົ້ມແສງກາ  ຊຶ່ງ ເປັນລາຍການອາຫານທີ່ ເຕັມໄປດ້ວຍສີສັນຂອງ ທ້ອງຖິ່ນດິນແດນແຫ່ງນີ້. 

 
ບົດ ແລະ ພາບ: ຫງວຽນແອວງ

ເທດສະການອາຫານເຈ 2024

ເທດສະການອາຫານເຈ 2024

ຫວ່າງມໍ່ໆ ມານີ້, ຢູ່ສວນສາທາລະນະ ຖົ໋ງເຍິດ (ຮ່າໂນ້ຍ) ໄດ້ຈັດງານເທດສະການອາຫານເຈ 2024 ໃນຫົວຂໍ້ວ່າ “ລະດູ ບານໃໝ່ ບໍ່ມີທ່ີສິ້ນສຸດ”. ນີ້ເປັນເຫດການວັດທະນະທໍາ ອາ ຫານການກິນ ພິເສດ ເພື່ອແນໃສ່ ຍົກສູງຄວາມຮັບຮູ້ ຂອງ ມວນຊົນ ກ່ຽວກັບ ຜົນປະໂຫຍດ ຂອງ ການກິນເຈ, ທັງແມ່ນ ໂອກາດ ເພື່ອແບ່ງປັນ ແລະ ສຶກສາຄວາມຮູ້ ຈາກຜູ້ທີ່ໄດ້ ດໍາ ເນີນ ຊີວິດແບບນີ້.

Top