• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍອດວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານ USD

      ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 311 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 34 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາແບ່ງປັນຄວາມຮູ້ສຶກ, ຢາກຊອກຮູ້ຂ່າວຄາວກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນອາທິດຜ່ານມາ. 
            ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບ ຫວຽດນາມ”
      ທ່ານຜູ້ຟັງທີ່ເຄົາລົບ! ໄລ່ຮອດຈຸດເວລານີ້, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ - ໄດ້ຮັບບົດເສັງກ່ວາ 100 ບົດຂອງທ່ານຜູ້ຟັງຈາກ 19 ປະເທດ ແລະ ເຂດແຄວ້ນສົ່ງມາລາຍການຕ່າງໆ. ໃນສະພາບການໂລກລະບາດໂຄວິດ-19 ພວມກັບຄືນມາແຜ່ລະບາດຮອບທີ 2 ຢູ່ຫລາຍປະເທດ, ໄດ້ກໍ່ຜົນສະທ້ອນບໍ່ແມ່ນໜ້ອຍເຖິງຊີວິດການເປັນຢູ່ຂອງປະຊາຊົນແຕ່ລະຄົນ, ຄວາມສົນໃຈ ແລະ ເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບ ຫວຽດນາມ” ຢ່າງສຸດອົກສຸດໃຈຂອງທ່ານຜູ້ຟັງ ແມ່ນສິ່ງທີ່ເຮັດໃຫ້ຄະນະຈັດຕັ້ງການເສັງມີຄວາມເຄົາລົບ ແລະ ຕື້ນຕັນໃຈທີ່ສຸດ, ຂໍຂອບໃຈ.
ທ່ານຜູ້ຟັງທີ່ເຄົາລົບ! ໃນເນື້ອໃນຈົດໝາຍຫລາຍສະບັບ ເຊິ່ງທ່ານຜູ້ຟັງສົ່ງມາໃຫ້ພວກຂ້າພະເຈົ້າ, ທ່ານຜູ້ຟັງຫລາຍທ່ານໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອ VOV ໄດ້ຈັດຕັ້ງການເສັງ ເຊິ່ງເຂົາເຈົ້າມີຄວາມຄອງຄອຍ; ແຕ່ກໍ່ສະແດງຄວາມເສຍດາຍເມື່ອ ບໍ່ໄດ້ເຂົ້າຮ່ວມການເສັງໃນປີນີ້ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.
ໃນສະພາບການນັ້ນ, ອີກຄັ້ງໜຶ່ງ, ຄະນະຈັດຕັ້ງການເສັງ “ເພື່ອນຮູ້ຍັງແດ່ກ່ຽວກັບ ຫວຽດນາມ” 2020 ໄດ້ຕົກລົງແກ່ຍາວເວລາຮັບບົດເສັງໄປຈົນຮອດວັນທີ 31 ສິງຫາ 2020 ຄືດັ່ງພວກຂ້າພະເຈົ້າໄດ້ປະກາດກ່ອນໜ້ານັ້ນ. ສິ່ງດັ່ງກ່າວ ແນໃສ່ສ້າງເງື່ອນໄຂໃຫ້ແກ່ທ່ານຜູ້ຟັງຫລາຍທ່ານຢູ່ທຸກປະເທດ, ເຂດແຄວ້ນໃນທົ່ວໂລກ ສາມາດສືບຕໍ່ເຂົ້າຮ່ວມການເສັງຊອກຮູ້ກ່ຽວກັບປະເທດ, ປະຊາຊົນ ຫວຽດນາມ.
ການເສັງບໍ່ໄດ້ຈຳກັດຈຳນວນບົດສົ່ງມາເຂົ້າຮ່ວມການເສັງ. ສະນັ້ນ, ສຳລັບທ່ານຜູ້ຟັງທີ່ໄດ້ສົ່ງບົດເສັງແລ້ວ ກໍ່ສາມາດສົ່ງມາຕື່ມອີກກໍ່ໄດ້; ສືບຕໍ່ສົ່ງຄຳຕອບໃຫ້ການເສັງພາກສ່ວນສຳຮອງກ່ຽວກັບ ຫວຽດນາມ ແລະ ການຕໍ່ສູ້ຕ້ານໂຄວິດ-19.
ສຳລັບບັນດາການດັດແປງດັ່ງກ່າວ, ຄະນະຈັດຕັ້ງການເສັງຫວັງວ່າ ຈະສືບຕໍ່ໄດ້ຮັບບັນດາບົດເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” 2020 ຂອງທ່ານຜູ້ຟັງ, ຜູ້ທີ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າໃນແຕ່ລະບາດກ້າວບົນເສັ້ນທາງແຫ່ງການພັດທະນາ.  ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການເສັງດ້ວຍຜົນສຳເລັດຢ່າງຈົບງາມ ແລະ ສາມາດຍາດໄດ້ລາງວັນເປັນໜ້າຈັບໃຈຈາກຄະນະຈັດຕັ້ງການເສັງ. ຈົ່ງເຮັດຈິດໃຈໃຫ້ມີຄວາມໝັ້ນທ່ຽງ ແລະ ຮັກສາສຸຂະພາບເພື່ອຕໍ່ສູ້ຕ້ານໂລກລະບາດໂຄວິດ-19.
            ໃນອາທິດຜ່ານມາ, ເພື່ອນ ທອງສະໄໝ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການໂດຍແບ່ງປັນກ່ຽວກັບຄວາມຮູ້ສຶກທີ່ວ່າ: ຂ້າພະເຈົ້າມັກລາຍການເພງ ຂອງລາຍການພາກພາສາລາວທີ່ສຸດ, ຜ່ານລາຍການເພງນີ້, ຂ້າພະເຈົ້າບໍ່ພຽງແຕ່ໄດ້ຮັບຟັງບັນດາບົດເພງມ່ວນໆກ່ຽວກັບ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຮັບຟັງບັນດາບົດເພງທີ່ພັນລະນາກ່ຽວກັບບ້ານເກີດເມືອງນອນຂອງລາວ ອີກດ້ວຍ.
ເພື່ອນ ທອງສະໄໝ ທີ່ຮັກແພງ! ລາຍການພາກພາສາລາວ ຂໍຂອບໃຈຕໍ່ການແບ່ງປັນຂອງເພື່ອນທີ່ໄດ້ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການມ່ວນໆດີໆ ແລະ ເປັນປະໂຫຍດຮັບໃຊ້ທ່ານຜູ້ຟັງຢູ່ທັງພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງລາວ. ຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາລາວ ນັບມື້ນັບມີຄວາມອຸດົມສົມບູນຂຶ້ນຕື່ມ, ສ້າງຄວາມດູດດື່ມຈັບອົກຈັບໃຈ ໃຫ້ແກ່ຜູ້ຟັງ ຜູ້ອ່ານຕື່ມອີກ ຂໍຂອບໃຈ.
            ເພື່ອນ ເພັດສະຫວັນ ແລະ ເພື່ອນ ເບັ້ນ ພິມມະສອນ ນັກສຶກສາປີທີ 3, ພະແນກການຄ້າ, ສັງກັດມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ພວກຂ້າພະເຈົ້າພວມຂຽນບົດລາຍງານກ່ຽວກັບສະພາບການເສດຖະກິດຂອງບັນດາປະເທດ ອາຊຽນ.  ໃນນັ້ນ ເນື້ອໃນສ່ວນໜຶ່ງແມ່ນກ່ຽວຂ້ອງເຖິງວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ລາວ. ດັ່ງນັ້ນ ຢາກໃຫ້ທາງລາຍການຊ່ວຍພວກຂ້າພະເຈົ້າຊອກຮູ້ຂໍ້ມູນ ກ່ຽວກັບວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ - ລາວ ໃນ 6 ເດືອນຕົ້ນປີ 2020 ຕື່ມອີກແດ່ໄດ້ບໍ່? ຂໍຂອບໃຈ”.

 (ພາບປະກອບ)
      ເພື່ອນ ເພັດສະຫວັນ ແລະ ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ເພື່ອໃຫ້ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ, ພວກເພື່ອນສາມາດຕິດຕໍ່ໂດຍກົງກັບທູດເສດຖະກິດ ຫວຽດນາມ ປະຈຳ ລາວ . ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ທາງລາຍການຂໍແນະນຳໂດຍສັງເຂບກ່ຽວກັບສະພາບການເສດຖະກິດນຳເຂົ້າ-ສົ່ງອອກຂອງສອງປະເທດໃນ 6 ເດືອນຕົ້ນປີ 2020 ເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ. ຄືດັ່ງພວກຂ້າພະເຈົ້າໄດ້ຮັບຮູ້ວ່າ, ຍອດວົງເງິນການຄ້ານຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 491,7 ລ້ານ USD, ຫລຸດລົງ 14,6% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ໃນນັ້ນ, ຫວຽດນາມ ນຳເຂົ້າຈາກ ລາວ ບັນລຸ 214,85 ລ້ານ USD, ຫລຸດລົງ 6,1% ເມື່ອທຽບໃສ່ໄລຍະດຽວກັນປີ 2019 ແລະ ຫວຽດນາມ ສົ່ງອອກໄປຍັງ ລາວ ບັນລຸ 276,85 ລ້ານ USD, ຫລຸດລົງ 20,2% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ສະນັ້ນ, ຫວຽດນາມ ໄດ້ສົ່ງອອກເກີນດຸນໄປຍັງ ລາວ 62 ລ້ານ USD.
ເຖິງວ່າກະຊວງອຸດສາຫະກຳ ແລະ ການຄ້າ 2 ປະເທດໄດ້ມີຫລາຍມາດຕະການ ເພື່ອແນໃສ່ກະຕຸ້ນວົງເງິນການຄ້າລະຫວ່າງ 2 ປະເທດກໍ່ຕາມ ແຕ່ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະນີ້ ຖືກຫລຸດລົງຢ່າງແຮງ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19.
ສະພາບການໂລກລະບາດໂຄວິດ-19 ມີການຜັນແປສັບສົນຫລາຍຢ່າງຢູ່ບາງປະເທດຕິດກັບ ລາວ ແລະ ກໍ່ແມ່ນຄູ່ຄ້າຕົ້ນຕໍຂອງ ລາວ ນັ້ນກໍ່ແມ່ນໜຶ່ງໃນບັນດາສາຍເຫດ ທີ່ເຮັດໃຫ້ວົງເງິນການຄ້ານຳເຂົ້າ-ສົ່ງອອກຂອງ ລາວ ຫລຸດລົງ.
        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top