• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຍອດປາຖະໜາຂອງປະຊາຊົນຢູ່ ໂກລິນ

ນາງ ຫງວຽນທິເມີ (ເກີດເມື່ອປີ 1993) ບໍ່ນອນຄືນໜຶ່ງ, ນັ່ງພັບ ນົກດ້ວຍເຈ້ຍ ທັງໝົດ 235 ໂຕ ເພື່ອມອບໃຫ້ພວກຂ້າພະເຈົ້າດ້ວຍ ຍອດປາຖະໜາວ່າ ທະເລຕາເວັນອອກ ຈະມີຄວາມສັນຕິພາບ ຕະຫຼອດໄປ.  
ຟອງທະເລຢູ່ ໂກລິນ

ເທິງກຳປັ່ນ ເຈື່ອງຊາ ຖືໝາຍເລກ 571 ອອກຈາກທ່າກຳປັ່ນ ກາມແຣງ (ແຄງຮວ່າ) ເດີນໄປຫາເມືອງເກາະ ເຈື່ອງຊາ, ທ່ານ ພັນຕີ ເລວັນຕັ້ງ ຢູ່ກົມການເມືອງ ກອງບັນຊາການ ກອງທັບເຮືອ ແຈ້ງໃຫ້ໝົດທຸກຄົນຮູ້ວ່າ ເກາະ ໂກລິນ ເປັນຈຸດທ່ອງທ່ຽວ ແຫ່ງທຳອິດຂອງຄະນະ. ຂ້າພະເຈົ້າໄດ້ຮູ້ຈັກກັບເກາະ ໂກລິນ ຜ່ານຮູບພາບຫຼາຍແຜ່ນທີ່ລຸ້ນພໍ່, ລຸ້ນອາວຢູ່ຂ່າວພາບ ຫວຽດນາມ ຖ່າຍໄວ້ເມື່ອປີ 1988 ເນື່ອງໃນໂອກາດໄດ້ມາເຮັດວຽກຢູ່ເກາະ ເຈື່ອງຊາ. ສຳລັບຂ້າພະເຈົ້າ, ໂກລິນ ຜ່ານຮູບພາບຫຼາຍແຜ່ນ ແມ່ນ ຫຼັງຈາກຖືກຍິງໄໝ້ໃນບັ້ນຮົບ ກາກມາ, ເຮືອລຳໜຶ່ງຖືໝາຍ ເລກ HQ 505 ໄດ້ຕຳໃສ່ຫາດຫີນຢູ່ເກາະ ໂກລິນ ແລະ ກາຍເປັນ ຫຼັກໝາຍຊາຍແດນທາງທະເລເພື່ອຢືນຢັນສິດອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ. 


ກຳປັ່ນຖືໝາຍເລກ HQ 505 ໄດ້ຕຳໃສ່ຫາດຫີນຢູ່ເກາະ ໂກລິນ ແລະ ກາຍເປັນ ຫຼັກໝາຍຊາຍແດນທາງທະເລ ເພື່ອຢືນຢັນ ສິດອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ເມື່ອປີ 1988. ພາບ: ວິງກວາງ


ກັບຕັນເຮືອ ຫວູຮຸຍເລ (ຖືໝວກ) ພ້ອມກັບບັນດານັກຮົບຂອງ ກຳປັ່ນ ຖືໝາຍເລກ HQ 505 ເທິງເກາະ ໂກລິນ
ແບ່ງປັນຄວາມດີໃຈເມື່ອໄດ້ຮັບຈົດໝາຍທີ່ຝາກມາຈາກບ້ານເກີດເມືອງນອນໃນ

ປີ 1988. ພາບ: ວິງກວາງ


ນັກຂ່າວພົບປະ ແລະ ເຮັດວຽກກັບບັນດານັກຮົບເທິງກຳປັ່ນ ຖືໝາຍເລກ HQ 505 ເມື່ອປີ 1988. ພາບ: ວິງກວາງ


ພິທີໄຫວ້ບູຊານັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນບັ້ນຮົບ ກາກມາ
ເມື່ອປີ 1988 ເທິງກຳປັ່ນ ເຈື່ອງຊາ ຖືໝາຍເລກ 571. ພາບ: ທົງທ້ຽນ
 


ພິທີໄຫວ້ບູຊາບັນດານັກຮົບທີ່ເສຍສະຫຼະຊີວິດໃນການປົກປັກ ຮັກສາສິດອະທິປະໄຕຂອງປະເທດຊາດຢູ່ທະເລຕາເວັນອອກ. ພາບ: ທົງທ້ຽນ


ຄວາມສະເທືອນໃຈໃນພິທີໄຫວ້ບູຊາບັນດານັກຮົບທີ່ເສຍສະຫຼະຊີວິດໃນການປົກປັກ ຮັກສາສິດອະທິປະໄຕຂອງ
ປະເທດຊາດຢູ່ທະເລຕາເວັນອອກ. ພາບ: ທົງທ້ຽນ



ນົກທີ່ພັບດ້ວຍເຈຍໄດ້ປ່ອຍລົງທະເລຢູ່ເຂດເກາະ ໂກລິນ ໂດຍຈຸດປະສົງຈະໄດ້ຮັບຄວາມສັນຕິພາບຕະຫຼອດໄປ.
ພາບ: ທົງທ້ຽນ

ຕອນແລງ, ຄະນະປະຕິບັດງານໄປຮອດເກາະ ໂກລິນ, ແຕ່ນີ້ແມ່ນໄລຍະນຳ້ທະເລຍັງບໍ່ທັນຂຶ້ນສູງເທື່ອ, ເພາະສະນັ້ນພວກຂ້າພະເຈົ້າບໍ່ສາມາດນຳໃຊ້ເຮືອສະເພົາເພື່ອລອບຂຶ້ນເກາະໄດ້.

ມື້ຕໍ່ມາ, ພິທີໄຫວ້ບູຊາບັນດານັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດທີ່ເກາະ ເຈື່ອງຊາ ໄດ້ຈັດຂຶ້ນເທິງກຳປັ່ນຖືໝາຍເລກ 571. ທ່ານພັນຕີ ເລວັນຕັ້ງ ໄດ້ອ່ານສູນທອນພົດ ສະແດງຄວາມອົງອາດກ້າຫານຂອງນັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນບັ້ນຮົບ ກາກມາ.ນັກຮົບ ຫວຽດນາມ 64 ຄົນໄດ້ເສຍສະຫຼະຊີວິດຢູ່ ເຈື່ອງຊາ, ກໍ່ສ້າງຂຶ້ນເກາະ ໂກລິນ ເພື່ອຢືນຢັນສິດອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ.

ສຽງໄກ່ຂັນຢູ່ທ່າມກາງທະເລ

5 ໂມງເຊົ້າ, ຄະນະປະຕິບັດງານຢູ່ເທິງ ກຳປັ່ນຖືໝາຍເລກ 571 ຖືກປຸກຕື່ນດ້ວຍສຽງໄກ່ຂັນ. ສຽງໄກ່ຂັນຢູ່ທ່າມກາງທະເລ ຕາເວັນອອກ ໄດ້ເຮັດໃຫ້ຂ້າພະເຈົ້າເກີດມີຄວາມຮູ້ສຶກ ຢ່າງ ແປກປະຫຼາດ, ຄືວ່າ ຢູ່ຫ້ອມລ້ອມບໍລິເວັນແຫ່ງນີ້ ແມ່ນໝູ່ບ້ານ ຫຼາຍແຫ່ງຂອງຄົນ ຫວຽດນາມ. 



ໃນໝູ່ເກາະ ເຈື່ອງຊາ, ເກາະ ໂກລິນ ໄດ້ຖືວ່າ “ສາຍຕາ” ຂອງ ທະເລ. ນອນຢູ່ທີ່ຕັ້ງສຳຄັນ, ເກາະ ໂກລິນ ເປັນບ່ອນອາໄສ ໃນເວລາປະສົບພາຍຸ, ເກັບເອົານຳ້ຈືດ ແລະ ສະບຽງອາຫານ ຂອງຊາວປະມົງ. ພາບ: ທົງທ້ຽນ


ຕົ້ນຫູກວາງເທິງເກາະ ໂກລິນ ໄດ້ປູກໃນກະຖຸ້ງ.  ພາບ: ທົງທ້ຽນ


ເທິງເກາະ ໂກລິນ ມີໝາທັງໝົດ 13 ໂຕ, ໝາຈຳນວນນີ້ ໄດ້ຖືວ່າ “ໝາທະຫານ”. ພາບ: ທົງທ້ຽນ


ມີນົກຫຼາຍຊະນິດ ພວມອາໄສຢູ່ເກາະ ໂກລິນ, ແຕ່ຫຼາຍກວ່າໝູ່
ແມ່ນນົກສີດາ. ພາບ: ທົງທ້ຽນ



ຄະນະສິລະປະແຂວງ ເຊີນລາ ພວມສະແດງຮັບໃຊ້ໃຫ້ບັນດາ
ນັກຮົບຢູ່ເທິງເກາະ ໂກລິນ. ພາບ: ທົງທ້ຽນ



ເວລາລົມກັນກັບທະຫານທະເລ. ພາບ: ທົງທ້ຽນ


ນັກຮົບຢູ່ເທິງເກາະ ໂກລິນ ອຳລາປະຊາຊົນທີ່ມາຢາມເກາະແຫ່ງນີ້. ພາບ: ທົງທ້ຽນ

ເຮືອສະເພົາຫຼາຍລຳ ສົ່ງຄະນະປະຕິບັດງານ ແຕ່ກຳປັ່ນ ຖືໝາຍເລກ 571 ຂຶ້ນໄປຫາເກາະ ໂກລິນ. ທ່ານຮ້ອຍໂທ ໂງວັນບຸນ, ກຳມະການການເມືອງປະຈຳກອງທະຫານຢູ່ເກາະ ໂກລິນ ໃຫ້ຮູ້ວ່າ “ເຮືອນຫຼັງນີ້ ໄດ້ປຸກຢູ່ບ່ອນທີ່ຖືກກຳປັ່ນຖື ໝາຍເລກ HQ 505 ຕຳໃສ່ເພື່ອຮັກສາເກາະ ແລະ ກາຍເປັນ ສັນຍາລັກແຫ່ງສິດອະທິປະໄຕຂອງ  ຫວຽດນາມ ຢູ່ເທິງເກາະ ໂກລິນ”.

ຢືນຢູ່ເທິງເກາະ ໂກລິນ, ພວກເຮົາສາມາດເບິ່ງເຫັນເກາະ ກາກມາ.ກ່ອນທີ່ຈະຈາກກັນ, ທ່ານຮ້ອຍເອກ ຫງວຽນວັນເກື່ອງ ໄດ້ເວົ້າວ່າ: “ພວກຂ້າພະເຈົ້າຈະພະຍາຍາມຮັກສາຫີນແຕ່ລະກ້ອນ, ນົກທະເລ ແຕ່ລະໂຕ, ຫີນປະກາລັງແຕ່ລະດອກຂອງທະເລໝູ່ເກາະ ຫວຽດນາມ”.   ຄຳເວົ້າຂອງທ່ານຮ້ອຍເອກ ຫງວຽນວັນເກື່ອງ ບໍ່ພຽງແຕ່ເວົ້າກັບພວກຂ້າພະເຈົ້າເທົ່ານັ້ນ, ຫາກຍັງແມ່ນຄຳສັນຍາ ກັບນັກຮົບຜູ້ເສຍສະຫຼະຊີວິດເພື່ອຢືນຢັນສິດອະທິປະໄຕຂອງ ຫວຽດນາມ ຢູ່ເກາະ ໂກລິນ 64 ຄົນອີກດ້ວຍ.


ບັ້ນຮົບ ກາກມາ ໄຂຂຶ້ນເມື່ອເດືອນ ມີນາ 1988, ເຖິງເດືອນ ເມສາ 1988, ກຸ່ມນັກຂ່າວ ເລຟຶກ ແລະ ວິງກວາງ ຂອງຂ່າວພາບ ຫວຽດນາມ ໄດ້ມີໜ້າເທິງກຳປັ່ນລຳໜຶ່ງຖືໝາຍເລກ HQ 505 ຢູ່ເກາະ ໂກລິນ ເພື່ອບັນທຶກໄວ້ບັນດາຮູບພາບທີ່ກ່ຽວຂ້ອງເຖິງສະພາບການເຄັ່ງຕຶງຢູ່ທະເລຕາເວັນອອກໃນໄລຍະນັ້ນ. 
ບົດ: ທົງທ້ຽນ - ພາບ: ວິງກວາງ, ທົງທ້ຽນ

 

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top