• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຊ່າງພາບ ຫງວຽນຮວ່າງລິງ

“ສຳລັບຂ້າພະເຈົ້າ, ຖ່າຍຮູບ ທິວທັດທຳມະຊາດ ບໍ່ພຽງແຕ່ ເປັນ ການຖ່າຍຮູບ ອາລຸນວັນໃໝ່ ຫຼື ເວລາຄ້ອຍຄໍ່າເທົ່ານັ້ນ, ແຕ່ອາດຈະ ລວມທຸກໆ ຈຸດເວລາໃນວັນ, ທຸກສິ່ງທຸກຢ່າງ ຢູ່ອ້ອມຂ້າງພວກເຮົາ, ແລະ ວຽກງານຂອງຂ້າພະເຈົ້າ ແມ່ນນຳເອົາ ບັນດາຮູບພາບນັ້ນ ເຂົ້າ ສູ່ ຂອບຮູບໃຫ້ຖືກຈຸດເວລາ”. ດ້ວຍແນວຄວາມຄິດ ນຳຮູບພາບ ເຂົ້າ ສູ່ ຂອບຮູບຖືກຈຸດເວລາ ໄດ້ສ້າງເປັນບັນດາພາບຖ່າຍ ທີ່ມີຄວາມ ປະທັບໃຈ ຂອງ ມືກ້ອງໜຸ່ມຮຸ່ນ 9X ຄືທ່ານ ຫງວຽນຮວ່າງລິງ. 
ໃນເດືອນກໍລະກົດ ຂອງ ປີ ກ່ອນ, ເມື່ອອີ່ມຕົວກັບຮູບຖ່າຍ ນາຂັ້ນໄດ ນັບຫຼາຍຮ້ອຍແຜ່ນ, ພິເສດແມ່ນຮູບນາຂັ້ນໄດ ຊ໋ານຍູ່  ຊຶ່ງມີ 3 ຄົນ ຍ່າງອ້ອມທີ່ແກ່ວນເຄີຍແລ້ວ, ໂດຍບັງເອີນ ຂ້າພະເຈົ້າ ຢຸດຢູ່ ກັບ ຮູບ ຖ່າຍ ນາຂັ້ນໄດ ຊຶ່ງສະແດງ ໃຫ້ເຫັນຄວາມແຕກຕ່າງ ຢ່າງເຫັນ ໄດ້ ຊັດ, ບໍ່ມີຮູບຄົນ, ບໍ່ມີແສງຕາເວັນ ໃກ້ຈະລັບຂອບຟ້າ ທີ່ມີສີແສງເຖິງ ຂັ້ນ ປວດຕາ, ຫາກມີພຽງຮູບໂຄ້ງ ເລັກນ້ອຍ ຂອງຕົ້ນເຂົ້າສີເຫຼືອງ ຢູ່ໃຕ້ ທ້ອງຟ້າ ທີ່ເຕັມແຕ່ດວງດາວ ທີ່ສະທ້ອນແສງສີລະຍິບລະຍັບ ກຳລັງ ປົກຄຸ້ມເທສະບານ ໝູ່ກັງຈ໊າຍ ຢູ່ໄກໆ. ດ້ວຍຄວາມຢາກຮູ້, ຂ້າພະເຈົ້າເຂົ້າ gallery ນີ້ ແລະ ມີຄວາມ ປະທັບໃຈ ເປັນທີ່ສຸດ ເນື່ອງຈາກການຂຸດຄົ້ນ ພາບທຳມະຊາດ ຂອງ ຜູ້ຖ່າຍ ແລະ ຍິ່ງມີ ຄວາມ ແປກໃຈ ເມື່ອຮູ້ວ່າ ນີ້ແມ່ນຜົນງານ ຂອງ ມືກ້ອງ ໜຸ່ມສະໝັກ ຫຼິ້ນ ຊຶ່ງຫາກໍ ຈັບກ້ອງ ເມື່ອ 3-4 ປີມານີ້. 


ໄຊງ່ອນ ໃນຍາມລາຕີ. 


ໜອງໄຕ (ຮ່າໂນ້ຍ).


ການຄົມມະນາຄົມຢູ່ ຮ່າໂນ້ຍ.


ໄຊງ່ອນ ແສງສະຫວ່າງ ໃນຍາມລາຕີ. 


ໜອງລິງດ່າມ (ຮ່າໂນ້ຍ).
ໄປທົ່ວທຸກຫົນແຫ່ງ, ຖ່າຍຮູບທຸກສິ່ງທຸກຢ່າງທີ່ຕົນເອງມັກ, ຈາກ ຮູບພາບຕ່າງໆ ໃນຊີວິດປະຈຳວັນ, ສະຖາປັດຕະຍະກໍາ ຫຼື ບາງຄັ້ງຄາວ ແມ່ນແສງແດດ ໃນຍາມຄ້ອຍຄໍ່າ ໄດ້ຊຶມເຂົ້າສູ່ ຕົວແຕ່ຍາມ ໃດກໍບໍ່ຮູ້, ທ່ານ ລິງ ຊອກຮູ້ການຖ່າຍຮູບດ້ວຍຕົນເອງຄື ການປ່ຽນ ມູມຖ່າຍ, ຈັດຂອບຮູບ, ເຕັກນິກການຖ່າຍຮູບ ແລະ ອື່ນໆ...

ຫຼັງຈາກການໄປ ບັກເຊີນ ຄັ້ງທຳອິດ, ໄດ້ຊົມທ້ອງຟ້າ ຍາມຄໍ່າຄືນ ທີ່ ເຕັມໄປດ້ວຍ ດວງດາວ, ພູຜາປ່າໄມ້ ຈົນຊອດແຈ້ງ, ໂດຍບັງເອີນ ທ່ານ ລິງ ຮູ້ໄດ້ ວ່າ ພາບທຳມະຊາດ ເປັນປະເພດ ຮູບຖ່າຍທີ່ ຕົວເອງ ມີຄວາມມັກ ແລະ ຕັດສິນໃຈຕາມຫາມັນ.

ໝູ່ກັງຈ໊າຍ (ແຂວງ ອຽນບ໋າຍ). 


ດົ່ງເຈົາ (ແຂວງ ຖ໋າຍບິ່ງ).


ຮາງຣ໋າຍ (ແຂວງ ຝູ໋ອຽນ).


ບັນເຊີນ (ແຂວງ ລ້າງເຊີນ).


ໝ໊າປີ໋ແຫຼ່ງ (ແຂວງ ຮ່າຢາງ).
ຍ້ອນຄວາມສາມາດ ໃນການແກ້ໃຫ້ເໝາະສົມ ກັບການປ່ຽນແປງ ຂອງ ເງື່ອນໄຂຊີວິດ ເປັນຢ່າງດີ, ທັງມີຄວາມຮູ້ດີກ່ຽວກັບດ້ານ ພູມສາດ, ພູມອາກາດ, ວິທີເບິ່ງຄື້ນທະເລຂຶ້ນລົງ ແລະ ດາລາສາດ ເຮັດ ໃຫ້ ທ່ານ ລິງ ຖ່າຍໄດ້ ພາບຖ່າຍທີ່ສວຍງາມ ນັບມື້ນັບຫຼາຍ ຜ່ານ ການອອກເດີນທາງແຕ່ລະຄັ້ງ. ທ່ານ ລິງ ໄຂຄວາມໃນໃຈ ອອກມາ ວ່າ: “ຂ້າພະເຈົ້ານຳໃຊ້ພາບເບື້ອງໜ້າ ເພື່ອຍ້າຍຄົນເບິ່ງ ພາຍໃນ ຂອບ ຮູບ. ພາບດ້ານໜ້າ ເລືອກດີໆ ຈະສາມາດ ປະດິດສ້າງ ອອກ ພາບຖ່າຍ ມີຄວາມງາມທີ່ແຕກຕ່າງ. ຂ້າພະເຈົ້າພະຍາຍາມ  ຈັດອົງປະກອບພາບດ້ານໜ້າ, ກາງ ແລະ ຫຼັງ ໃຫ້ສົມສ່ວນກັນ ເພື່ອສະແດງອອກມາ ຄວາມເປັນເອກະລັກ ຂອງ ແຕ່ລະເຂດພາກ ຫຼື ຂອບຂະໜາດຂອງ ບັນດາຈອມພູຢູ່ຫ່າງໄກ...”.

ສະນັ້ນ, ຊຸດສະສົມຮູບຖ່າຍ ກ່ຽວກັບທັດສະນີຍະພາບ ຢູ່ ເຂດພາກ ຕ່າງໆ ຂອງທ່ານລິງ ມີນັບມື້ເພີ່ມຂຶ້ນ, ທັງຫຼາກຫຼາຍ ຮູບແບບ ຊຶ່ງບໍ່ ສາມາດ ສັບປົນກັນກັບຜູ້ອື່ນໄດ້. ຂ້າພະເຈົ້າມີ ຄວາມເຊື່ອໝັ້ນວ່າ ທ່ານ ຫງວຽນຮວ່າງລິງ ຈະເປັນ ປັດໃຈໃໝ່ ສົ່ງຜົນກະທົບທີ່ຕັ້ງໜ້າ ເຖິງມືກ້ອງ ຮຸ່ນ 9x ໃໝ່ໃນຕໍ່ໜ້າ.
 
ບົດ: ຫຼີຮວ່າງລອງ - ພາບ: ຫງວຽນຮວ່າງລິງ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top