• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸມມື້ຕົ້ນປີໃຫມ່, ມີປະຊາຊົນກວ່າໝື່ນຄົນໄດ້ໄປຖະຫວາຍທູບທຽນຢູ່ວິຫານຮຸ່ງ

ວັນທີ 16 ກຸມພາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ວິຫານຮຸ່ງ, ປະຊາຊົນແຂວງ ຟູທໍ້ ແລະ ແຂກມາຈາກທຸກສາລາທິດ ໄດ້ພາກັນໄປວັດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ພາວະນາຂໍໃຫ້ປີໃຫມ່ມີຄວາມຢູ່ເຢັນເປັນສຸກ.


ການນຳແຂວງຟູທໍ້ຖະຫວາຍທູບທຽນຢູ່ວິຫານຮຸ່ງ

ພາບ:vietnam+

ຕາມຄະນະຄຸ້ມຄອງເຂດປູຊະນີຍະສະຖານແລ້ວ, ໃນຊຸມມື້ຕົ້ນປີໃຫມ່ ມີປະຊາຊົນນັບໝື່ນຄົນໄດ້ມາຢ້ຽມຢາມວິຫານຮຸ່ງ ເພື່ອຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ. ເພື່ອຕ້ອນຮັບຈຳນວນແຂກຢ່າງຫລວງຫລາຍຄືແນວນັ້ນ, ຄະນະຄຸ້ມຄອງໄດ້ກະກຽມຢ່າງລອບຄອບຖິ່ຖ້ວນກ່ຽວກັບພື້ນຖານໂຄງລ່າງ, ວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ.

ວິຫານຮຸ່ງ ໄດ້ຮັບຖືວ່າ ແມ່ນແຫ່ງສັກກະລະບູຊາກວ່າໝູ່ຂອງປະເທດຊາດ. ແຫ່ງນີ້ກໍ່ແມ່ນກົກເຄົ້າເຫງົ້າກໍ່ຂອງຊາດຫວຽດນາມ. ປະຊາຊົນມາຈາກທຸກແຫ່ງໃນທົ່ວປະເທດ ກໍ່ຄືຊາວຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ປີໃດກໍ່ກັບຄືນມາເພື່ອເຂົ້າຢ້ຽມຢາມວັດ. 

(ແຫຼ່ງຄັດຈາກ VOV)

 


ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top