• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຊຸບໝາກມີ້ເຂດພາກກາງຫວຽດນາມ

ຊຸບໝາກມີ້ແມ່ນລາຍການອາຫານທົ່ວໄປ ຂອງປະຊາ ຊົນເຂດພາກກາງ ຫວຽດນາມ ແລະ ມາຮອດປັດຈຸບັນ ຊຸບໝາກມີ້ໄດ້ປັບປ່ຽນໄປເລັກໜ້ອຍຍ້ອນເພີ່ມເຕີມ ວັດຖຸດິບອື່ນໆອີກເພື່ອເຮັດໃຫ້ກາຍເປັນລາຍການ ອາຫານພິເສດຊຶ່ງໄດ້ຊີມແລ້ວກໍຍາກທີ່ຈະລືມໄດ້. 
ຊຸບໝາກມີ້ແບບດັ່ງເດີມວັດຖຸດິບຈະມີພຽງແຕ່ ໝາກມີ້ ອ່ອນ, ໝາກຖົ່ວດິນ ແລະ ຜັກຫອມ ຊະນິດຕ່າງໆເທົ່າ ນັ້ນ. ສູ່ມື້ນີ້, ຫລາຍບ່ອນໄດ້ ປະກອບເຄື່ອງປຸງ ຫຼາຍຢ່າງເຂົ້າຕື່ມອີກເຊັ່ນ:  ກຸ້ງ, ຊີ້ນ, ປາມຶກ, ເຕົາຮູ້… ເຮັດໃຫ້ ອາຫານລາຍການນີ້ຍິ່ງອຸດົມສົມບຸນ ຫຼາກຫຼາຍ ຮູບແບບ ແລະ ແຊບນົວກວ່າເກົ່າ.

ວິທີເຮັດຊຸບໝາກມີ້ເຖິງແມ່ນວ່າມັນຈະປຸງແຕ່ງງ່າຍດາຍ ທີສຸດແຕ່ກໍຕ້ອງໄດ້ເອົາໃຈໃສ່ໃນແຕ່ລະຂັ້ນຕອນການ ກະກຽມເຄື່ອງປະກອບ. ເບື້ອງຕົ້ນແມ່ນການ ເລືອກ    ໝາກມີ້, ຕ້ອງເລືອກເອົາໝາກທີ່ມີໜາມກ້ຽງສະເໝີ ແລະ ບໍ່ແກ່ເກີນໄປ,  ຖ້າໝາກມີ້ແກ່ເກີນໄປ ຈະເຮັດໃຫ້ແກ່ນໝາກມີ້ແຂງ, ແລະ ກໍ່ບໍ່ແມ່ນໝາກມີ້ທີ່ອ່ອນເກີນໄປຈະເຮັດໃຫ້ເສຍຄວາມມແຊບນົວ.

ຈາກໝາກມີ້ອ່ອນ, ປະຊາຊົນເຂດພາກກາງ ຫວຽດນາມ ໄດ້ປຸງແຕ່ງເປັນອາຫານພື້ນບ້ານ ຫຼາຍຢ່າງໃນນັ້ນມີຊຸບໝາກມີ້. 


ຊຸບໝາກມີ້ມັກຈ້ຳກັບນ້ຳປາໃສ່ໝາກເຜັດໆ. 


ຕ້ອງເອົາໃຈໃສ່ໃນເວລາປະກຽມເຄື່ອງ (ໝາກມີ້) ເພື່ອບໍ່ໃຫ້ໄຍໝາກມີ້ຕິດຢາງ ຫຼືປ່ຽນສີ. 


ວັດຖຸສຳຮອງເພື່ອປຸງແຕ່ງຊຸບໝາກມີ້. 


ຈານຊຸບໝາກມີ້ອ່ອນຖືກພໍ່ຄົວຈັດວາງ ຕາມຮູບ ຈຳລອງອ່າວຮ່າລອງ (ແຂວງກວ່າງນິງ, ຫວຽດ ນາມ). ພາບ: ຫງວຽນລວນ/VNP
 
ກ່ອນອື່ນໝົດ, ຕ້ອງຈຸ່ມໝາກມີ້ລົງຊາມນ້ຳເຢັນ ໃສ່ເກືອ ໜ້ອຍໜ່ຶງ, ໃຊ້ມີດປອກເປືອກໝາກມີ້ຢູ່ໃນນ້ຳ ຈະ ເຮັດໃຫ້ໝາກມີ້ຂາວ ແລະ ຢາງບໍ່ຕິດ. ຫຼັງຈາກນັ້ນ ຜ່າອອກເປັນປ່ຽງໆຕາມລວງຍາວ, ຕັດສ່ວນແກນໃນອອກແລ້ວລ້າງຄືນໃໝ່, ຫລັງຈາກນັ້ນນຳໄປຕົ້ມໃຫ້ສຸກ, ຕັກອອກ ແລະ ປະໄວ້ໃຫ້ສະເດັດນ້ຳແລ້ວ ຕັດໝາກມີ້ເປັນຕ່ອນໆຕາມລວງຍາວຂອງມັນ.

ຖ້າເຮັດຊຸບໝາກມີ້ກຸ້ງກັບຊີ້ນໝູແມ່ນຄວນເລືອກເອົາກຸ້ງໂຕໃຫຍ່ຊຳ່ໂປ້ມື ແລະ ມີຊີ້ນແໜ້ນ, ຊີ້ນໝູແມ່ນຊີ້ນສາມຊັ້ນ, ມີຊີ້ນປົນກັບນຳ້ມັນຈຶ່ງເຮັດໃຫ້ຊຸບໝາກມີ້ບໍ່ແຫ້ງກະແດ້ງ.

ລອກເປືອກກຸ້ງອອກ ລ້າງໃຫ້ສະອາດ, ເອືອບ ກັບເຄື່ອງ ເທດແລ້ວ ຂົ້ວໃສ່ນຳ້ມັນໃຫ້ສຸກ. ຊີ້ນໝູສາມຊັ້ນລ້າງ ສະອາດ, ຕົ້ມໃຫ້ສຸກ, ຊອຍເປັນຕ່ອນພໍດີ ແລ້ວນຳໄປ ຂົ້ວກັບຫົວຜັກບົ່ວ, ຜັກທຽມແລ້ວປະໄວ້ໃຫ້ເຢັນ.

ຂັ້ນຕອນສຳຄັນທີສຸດແມ່ນຂອດເອົາໝາກມີ້, ກຸ້ງ, ຊີ້ນ, ນຳ້ປາ, ນ້ຳຕານ, ນ້ຳໝາກນາວໃສ່ໝໍ້ແລ້ວປະສົມທຸກຢ່າງເຂົ້າກັນຕາມດ້ວຍຜັກແພວ, ຜັກຫອມປ້ອມ, ໝາກເຜັດ ແລະ ຊີມ ໃຫ້ພໍດີກິນ. ສຸດທ້າຍໂຮຍພິກໄທລົງໃສ່ເລັກນ້ອຍ ແລະ ໝາກ ຖົ່ວດິນຂົ້ວຕຳໃຫ້ແຫລກ. ລາຍການອາຫານເຍື່ອງ ນີ້ ຕ້ອງກິນກັບເຂົ້າຂຽບປິ້ງ.

ຜູ້ທີ່ໄປຢູ່ຕ່າງປະເທດເປັນ ເວລາຍາວນານ ເມື່ອໃດມີໂອກາດກັບມາບ້ານ ແມ່ນຢາກໃຫ້ພີ່ນ້ອງຕົນປຸງແຕ່ງລາຍການອາຫານພື້ນບ້ານໃຫ້ຫລາຍໆຊຶ່ງໃນນັ້ນຂາດບໍ່ໄດ້ແມ່ນຊຸບໝາກມີ້. 
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top