• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຊຸດເສື້ອຍາວກັບດອກບົວ

ຫົວເລື່ອງການອອກແບບຈາກດອກບົວ,ເຊິ່ງ ແມ່ນດອກໄມ້ຊະນິດໜຶ່ງທີ່ເປັນສັນຍາລັກໃຫ້ແກ່ ຄວາມງາມໂສພາ ແລະ ສູງສົ່ງ, ທັງສົດໃສ, ບໍລິສຸດ, ນັກອອກແບບ ລານເຮືອງ ໄດ້ສ້າງເຄື່ອງ ໝາຍການຄ້າໃຫ້ແກ່ຊຸດອາພອນປະຈຳຊາດ “ໃບບົວ” ເກືອບ 100 ແບບ,ໄດ້ປະດິດຂຶ້ນມາ ດ້ວຍໄໝດິບ ແລະ ແສ່ວດ້ວຍມືປະສົມປະສານກັບແພໄໝ.

 

 
ຢູ່ຫວຽດນາມ, ຊື່ສຽງຂອງນັກອອກແບບ ລານເຮືອງ ຕິດພັນກັບຊຸດອາພອນປະຈຳຊາດ (ອ໋າວຢາຍ) ຈຳນວນໜຶ່ງຄື: ຖະໜົນເກົ່າ, ມັງກອນ ສັກສິດ, ທາງດອກໄມ້, ລະດູດອກບົວ ແລະ ອື່ນໆ… ແຕ່ພິເສດທີ່ສຸດຕ້ອງເວົ້າເຖິງຊຸດອາພອນປະຈຳຊາດ 100 ຊຸດໄດ້ອອກແບບເນື່ອງໃນ ໂອກາດສະເຫຼີມສະຫຼອງຮ່າໂນ້ຍ-ທັງລອງ ຄົບຮອບ 1000 ປີ (1010-2010). ນີ້ບໍ່ແມ່ນເທື່ອທຳອິດນາງ ລານເຮືອງ ຫາຫົວເລື່ອງ ການອອກແບບຈາກຕົ້ນບົວເພື່ອອອກແບບຊຸດອາພອນປະຈຳຊາດ. 
 

ດອກບົວຂາວເດັ່ນຊັດເທິງຜືນອ໋າວຢາຍສີຟ້າ.

ດອກບົວເຫຼືອງເດັ່ນຊັດເທິງຜືນອ໋າວຢາຍສີຟ້າ.

ດອກບົວແດງອ່ອນໂຍນໃນຊຸດອ໋າວຢາຍສີສົ້ມ.

ດອກບົວແດງອ່ອນໂຍນໃນຊຸດອ໋າວຢາຍສີສົ້ມ.

ອ໋າວຢາຍມີສະເໜ່ດ້ວຍລວດລາຍກີບດອກບົວແດງ.

ກີບດອກບົວທີ່ແສ່ວດ້ວຍມືເດັ່ນຊັດເທິງຜືນອ໋າວຢາຍ.

ອ໋າວຢາຍອ່ອນຊ້ອຍກວ່າດ້ວຍກີບດອກບົວທີ່ເບົາບາງ.

ອ໋າວຢາຍອ່ອນຊ້ອຍກວ່າດ້ວຍກີບດອກບົວທີ່ເບົາບາງ.

ດອກບົວໄດ້ແສ່ວດ້ວຍມືຢ່າງລະອຽດ ປະກອບສ່ວນສ້າງຄວາມ ງາມໂສມເສີດແບບຂຸນນາງໃຫ້ແກ່ຊຸດອ໋າວຢາຍຫວຽດນາມ.

ດອກບົວໄດ້ແສ່ວດ້ວຍມືຢ່າງລະອຽດ ປະກອບສ່ວນສ້າງຄວາມ ງາມໂສມເສີດແບບຂຸນນາງໃຫ້ແກ່ຊຸດອ໋າວຢາຍຫວຽດນາມ.
 
ລວດລາຍດອກບົວທີ່ມີສະເໜ່ເທິງຊຸດອ໋າວຢາຍຫວຽດນາມ.
 
ລວດລາຍດອກບົວທີ່ມີສະເໜ່ເທິງຊຸດອ໋າວຢາຍຫວຽດນາມ.
 
ຊຸດອາພອນປະຈຳຊາດກັບຕົ້ນບົວຂອງນາງ ລານເຮືອງ ມີຄວາມງາມທີ່ສຸພາບອ່ອນໂຍນ, ທັນສະໄໝ, ເໝາະສົມກັບຜູ້ຍິງທີ່ຫ້າວຫັນ, ແຕ່ຍັງເຄົາລົບນັບຖືຄຸນຄ່າຂອງຊຸດອາພອນປະຈຳຊາດ. ຈຸດເດັ່ນຂອງຊຸດອອກແບບເກືອບ 100 ຊຸດດັ່ງກ່າວ ແມ່ນບັນດາລາຍດອກ ຂອງຕົ້ນບົວຄື: ໃບບົວ, ດອກບົວ ໄດ້ຮັບການອອກແບບຢ່າງລະອຽດຢູ່ຄໍ, ແຂນ ແລະ ປ່ຽງເສື້ອ…ເຮັດໃຫ້ຊຸດອາພອນປະຈຳຊາດແຕ່ລະຊຸດ ກາຍເປັນຜົນງານສິລະປະກຳ, ໄດ້ເຮັດດ້ວຍຜູ້ທີ່ມີຝີມືຍອດຍ້ຽມ, ມີຄວາມເມົາມົວກັບອາຊີບ ແລະ ຄວາມຮັກດອກບົວພິເສດ. 

ຊຸດອ໋າວຢາຍຂອງນັກອອກແບບລານເຮືອງໃນຄຳ່ຄືນງານບຸນໝູ່ບ້ານ-ຄຸ້ມບ້ານອາຊີບທັງລອງ-ຮ່າໂນ້ຍ.

 
ຊຸດອ໋າວຢາຍຂອງນັກອອກແບບລານເຮືອງ ປະກອບສ່ວນເຊີດຊູ້ຄວາມສວຍງາມຂອງແມ່ຍິງຫວຽດນາມ.
ພວກຂ້າພະເຈົ້າໄດ້ພົບກັບນັກອອກແບບ ລານເຮືອງ ທີ່ຮ້ານ ໂຄງຢານແຊນ ຢູ່ຖະໜົນເຫວ່, ນະຄອນຫຼວງ ຮ່າໂນ້ຍ. ລາວໃຫ້ຮູ້ວ່າ “ຂ້ອຍຫາກໍກັບມາແຕ່ຍີ່ປຸ່ນ ຫຼັງຈາກສະແດງຊຸດອາພອນປະຈຳຊາດທີ່ມີຫົວຂໍ້ “ລະດູດອກບົວ” ແລະ “ລະດູມ່ວນຊື່ນ” ທີ່ໄດ້ສົມທົບກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ໃນໃຈຂອງຂ້ອຍມີຄວາມນັບຖື, ຄວາມຮັກເມົາມົວກັບດອກບົວຢ່າງເລື້ອຍໆ, ຍິ່ງກວ່ານັ້ນ,ຄວາມງາມຂອງແມ່ຍິງຫວຽດນາມ ໄດ້ຄົ້ນພົບເຫັນຜ່ານຊຸດອາພອນປະຈຳຊາດ ແລະ ດອກບົວເໝາະກັບແມ່ຍິງຫວຽດນາມ ເພື່ອເຊີດຊູ້ມູນເຊື້ອດ້ວຍຄວາມງາມຢ່າງເລິກເຊິ່ງຂອງຕົນ”.
                                                                                                  
ບົດ: ຫວິງຮືງ-ພາບ: ຈິ້ງວັນໂບ້

bdLao

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top