• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ຊຸດອາພອນສະໄໝ ເດັກ EllieVu

ນາງແບບນ້ອຍ ເກືອບ 100 ຄົນທີ່ ເຂົ້າຮ່ວມລາຍການ "ELLIEVU FASHION SHOW" ໄດ້ເຮັດໃຫ້ທ່ານຜູ້ຊົມ ນັບຫຼາຍພັນຄົນ ທີ່ຖະໜົນ ຄົນຍ່າງ ໂຮ່ເກືອມ, ຮ່າໂນ້ຍ ມີ ຄວາມເພິ່ງພໍໃຈ ເປັນຢ່າງຍິ່ງ ຕໍ່ ຄວາມສາມາດ ແລະ ການໃຫ້ ດຽງສາ. 
ໂດຍໄດ້ແຮງບັນດານໃຈ ຈາກ 4 ຊຸດສະສົມຫຼ້າຊຸດ ຂອງ ເຄື່ອງໝາຍການຄ້າແຟຊັ່ນ Ellie Vu, ເປັນເວທີການສະແດງ ແຟຊັ່ນໂຊ ທີ່ຕໍ່ເນື່ອງ ກຳກັບໂດຍ ຜູ້ກຳກັບ ຫວຽດຕູ໋ ໄດ້ປ່ຽນສາກ ລຽນຕິດ ໃນການສະແດງ ໂດຍການຊ່ວຍໜູນ ຈາກອຸປະກອນ ປະດັບປະດາ ທີ່ສະດຸດຕາ.

ທ່ານນາງ ຈ້ຽວໂຮ່ງແອ໋ງ, ຜູ້ອຳນວຍການ ປະດິດສ້າງ ເຄື່ອງ ໝາຍການຄ້າ ແຟຊັ່ນ Ellie Vu ໃຫ້ຮູ້ວ່າ: “ແຕ່ລະແບບ ຂ້າພະ ເຈົ້າຈະສັງເກດ ແລະ ຊອກຮູ້ ກ່ຽວກັບ ນາງແບບ ເພື່ອອອກ ແບບ ຊຸດອາພອນ ທີ່ເໝາະສົມ. ການທີ່ Ellie Vu ຈັດການ ສະແດງ ຢູ່ຖະໜົນຄົນຍ່າງ ຫງວຽນເຫວ້ ຍ້ອນ ນາງ ຢາກໃຫ້ ພວກຫຼານນ້ອຍ ຫຼຸດພົ້ນອອກຈາກ ເວທີສະແດງ catwalk ເພື່ອກ້າວເດີນຢູ່ເທິງຖະໜົນ ທ່າມກາງບັນຍາກາດທີ່ມ່ວນຊື່ນ ແລະ ມີລີລາ Flashmost ຖືກຕາມມາດຕະຖານເລືອກເຟັ້ນ ຂອງ ການຄັດເລືອກ ຄື: ນອກຈາກຮູ້ ການສະແດງ, ພວກຫຼານ ນ້ອຍ ຕ້ອງມີໃບໜ້າທີ່ສົດໃສ, ໜ້າຮັກ ແລະ ເຊື່ອໝັ້ນຕົນເອງ”.



ຊຸດສະສົມ “Ellie Resort” ກັບສີສັນຕົ້ນຕໍ ແມ່ນ neon, ສີບົວ hotpink, ສີຂຽວເຂັ້ມ...ບັນດາຫຼານນ້ອຍ ບໍ່ຕ່າງຫຍັງ
ກັບດວງ ມາລາ ທີ່ມີສີສັນ ແລະ ແສນໂດດເດັ່ນ ໃນລະດູຮ້ອນ. 







ສຸດສະສົມ “Ellie Resort” ແມ່ນສະຫງວນສະເພາະໃຫ້ແກ່ ໂອກາດ ພັກແລ້ງ. ນັກອອກແບບ ໄດ້ເລືອກ ບັນດາປະເພດຜ້າ ແພເຊັ່ນ cotton,
ແພໄໝ ເສັ້ນແລບໆ ເພື່ອໃຫ້ເດັກນ້ອຍສາ ມາດ ເຄື່່ອນໄຫວ ຢ່າງສະບາຍ ໂດຍບໍ່ຕ້ອງຄິດງໍ້ ກັບອາກາດ ທີ່ຮ້ອນອົບເອົ້າ. 





ຊຸດສະສົມ “Ellie Boutique” ແມ່ນການອອກແບບ ທີ່ ພິຖີພິ ຖັນ, ປະສົມປະສານ ກັບສີສັນຕົ້ນຕໍ ຄື: ສີແດງ, ສີຂຽວ... ໃນ ຮູບແບບທຳນອງ
ສູງສັກ ແລະ ສຸພາບຮຽບຮ້ອຍ ເໝືອນດັ່ງ ບັນ ດາ “ເຈົ້າຍິງນ້ອຍ”. ບັນດາຫຼານນ້ອຍ ສາມາດນຸ່ງ ບັນດາຊຸດ ອາພອນນີ້ ໃນເວລາໄປຫຼິ້ນ
ກັບຄອບຄົວ, ກັບໝູ່ເພື່ອນ ຊຶ່ງມີ ຄວາມຮູ້ສຶກສະບາຍ. 







ຊຸດສະສົມ “Ellie Spring/Summer” ໄດ້ມາຈາກຮູບພາບ ຂອງ ບັນດາພາບແຕ້ມ ເດັກນ້ອຍເທວະດາ ຢູ່ເທິງເພດານຂອງ ໂບດ ເອີຣົບ
ເພື່ອສ້າງ ຄວາມໃກ້ຊິດ ກັບ ນິດໄສບໍລິສຸດ ສົດ ໃສ ຂອງ ເດັກນ້ອຍ. ບັນດາລວດລາຍ ທັງໝົດນີ້ ລ້ວນແຕ່ຖືກ ອອກແບບ ແລະ  ພິມ
ຢູ່ເທິງແພສີສົ້ມ, ສີເຫຼືອງ, ສີແດງ... ປະ ສົມກັບ ການປະດັບ ລາຍດອກ, ປັກແສ່ວ ແລະ ຕິິດຫີນ. 







ຊຸດສະສົມ “Ellie Haute Couture” ເປັນຜະລິດຕະພັນ “limited” ແລະ ມີລະດັບຊັ້ນນຳ ຂອງ EllieVu ໃນປີ 2018, ໄດ້ອອກແບບ ແລະ ຕັດຫຍິບສະເພາະ ໃຫ້ແກ່ບັນດາ  ຫຼານ ນ້ອຍແຕ່ລະຄົນ. ນີ້ແມ່ນຂອງຂວັນທີ່ນັກອອກແບບ ຢາກ ສະ ຫງວນສະເພາະ ໃຫ້ແກ່ບັນດາຫຼານນ້ອຍ
ເພື່ອເຮັດໃຫ້ເຂົາເຈົ້າ ໂດດເດັ່ນ ໃນມື້ມີງານລ້ຽງ ຫຼື ເຫດການສຳຄັນຕ່າງໆ.
 


ບັນດານາງ ແບບນ້ອຍ ກ້າວເດີນ ຢູ່ຕໍ່ໜ້າ ທ່ານຜູ້ຊົມ ທີ່ໃຫ້ກຳ ລັງໃຈ ດ້ວຍຄວາມໝັ້ນໃຈ. 


ນັກອອກແບບ ແອ໋ງຈ້ຽວ (ເສື້ອຂາວ) ພ້ອມກັບບັນດານາງແບບ ນ້ອຍ ສະແດງຄວາມຄຳນັບ ແລະ ຂອບໃຈທ່ານຜູ້ຊົມ.


ລາຍການສະແດງແຟຊັ່ນ ໄດ້ດຶງດູດຄວາມສົນໃຈ ຈາກມວນ ຊົນ ຢູ່ຖະໜົນຄົນຍ່າງ ອ້ອມໜອງ ໂຮ່ເກືອມ ເປັນຈຳນວນຫຼວງຫຼາຍ.

ເປີດສາກການສະແດງແມ່ນຊຸດສະສົມ Ellie Resort ກັບ ບັນ ດາຊຸດອອກແບບ ທີ່ສະແດງໃຫ້ເຫັນ ຄວາມສວຍງາມ ເປັນຕາ ຮັກ ດ້ວຍໃຊ້ແພ ສີບົວ, ສີ neon, ສີຂຽວເຂັ້ມ ທີ່ມັກໃຊ້ໄລຍະ ພັກແລ້ງ ຂອງ ພວກຫຼານນ້ອຍ, ຊຶ່ງໄດ້ຈັດສາກການສະແດງ ໃນບັນຍາກາດ ຊາຍຫາດທະເລ ທີ່ຟົດຟື້ນ ຢູ່ຕາມຖະໜົນພ້ອມ ກັບ ການມີໜ້າໂດຍບັງເອີນ ແລະ ຄຶກຄື້ນ ຂອງ ບັນດານັກ ຟ້ອນໜຸ່ມ. ຈາກນັ້ນ ແມ່ນຊຸດສະສົມ Ellie Spring/Summer ກັບສ່ວນລາຍດອກທັງໝົດ ໄດ້ອອກແບບ ແລະ ພິມຢູ່ເທິງຜ້າ ແພທີ່ ມີສີສັນໂດດເດັ່ນ ປະສົມປະສານ ກັບການປະດັບ ດອກ ໄມ້ ແລະ ຕິດໝາກປັດ ເພື່ອສ້້າງສີສັນ ສະດຸດຕາ, ນິດໄສສ່ວນ ຕົວ ຊຶ່ງໄດ້ກາຍເປັນ ຈຸດເດັ່ນ ຂອງ ຄວາມສົນໃຈ ສຳລັບແມ່ ແລະ ເດັກ ໃນລະດູຮ້ອນ ປີ 2018.

ເຊື່ອມຕໍ່ບັນຍາກາດທີ່ຄຶກຄັກ, ມ່ວນຊື່ນນັ້ນແມ່ນ ສາກ ການ ສະແດງ ຊຸດສະສົມ Ellie Boutique ໂດຍມີ ການອອກແບບ ຢ່າງພິຖີພິຖັນ ສ້າງເປັນຊຸດກະໂປ່ງ ທີ່ເປັນຕາຮັກ ສາມາດໃຊ້ ເວລາໄປຫຼິ້ນ ແຕ່ຍັງ ສ້າງຄວາມ ສະບາຍໃຫ້ແກ່ ຜູ້ນຸ່ງ.

ELLIEVU FASHION SHOW ໄດ້ປິດລົງ ດ້ວຍຜົນ ສໍາເລັດ ຢ່າງຈົບງາມ ທ່າມກາງບັນຍາກາດ ທີ່ແສນສວຍງາມ ແລະ ຮຽບຮ້ອຍ ຂອງ ງານລ້ຽງນໍ້າຊາ ຍາມບ່າຍເອີຣົບ ເທິງຖະໜົນ ຄົນຍ່າງ ພ້ອມ ກັບ ບັນດາຊຸດອາພອນ ທີ່ຖືກ ປະດິດສ້າງດ້ວຍ ຂົນນົກກະຈອກເທດ ຊຶ່ງກຳມະກອນ ຂອງໂຮງງານ Ellie Vu ໄດ້ຍ້ອມ ດ້ວຍສີປອດສານພິດ ຢ່າງພິຖີພິຖັນ ກັບສີສັນ ລວດ ລາຍ ທີ່ລະອຽດ ແລະ ມີຊີວິດຊີວາ.


ອາດເວົ້າໄດ້ວ່າ ດ້ວຍການປະສານສຽງດົນຕີ ທີ່ດີເລີດຂອງ DJ, ສຽງພິນ ໄວໂອລິນ ທ່າມບັນຍາກາດການສະແດງ ໄດ້ເຮັດ ໃຫ້ຜູ້ຊົມ ມີຄວາມປະທັບໃຈ ຕໍ່ການສະແດງ ທີ່ມີອາລົມຈິດ ຂອງ ບັນດາຫຼານນ້ອຍ ພ້ອມກັບ ບັນດາຊຸດອາພອນ ຂອງ ຍຸກ ໃໝ່ ທີ່ພິຖີພິຖັນ ແລະ ບັນດາຊຸດແບບເຄື່ອງໝາຍການຄ້າ ແຟ ຊັ່ນ Ellie Vu. 
ບົດ: ເງິນຮ່າ-ພາບ: ເຈິ່ນແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top