• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ການ​ເຕີບ​ໂຕ ແລະ ພັ​ດ​ທະ​ນາ​ ເຂດ​ເສ​ດ​ຖະ​ກິດ​ຈຸ​ດ​ສຸມ ທາງ​ພາກ​ເໜືອ​ແບບຍືນ​ຍົງ

ຊຸກຍູ້ການເຕີບໂຕ ແລະ ພັດທະນາ ເຂດເສດຖະກິດຈຸດສຸມ ທາງພາກເໜືອແບບຍືນຍົງນີ້ແມ່ນເປົ້າໝາຍຂອງ ຄຳສັ່ງເລກທີ 25 ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ລົງນາມປະກາດໃຊ້.

ຊຸກຍູ້ເຕີບໂຕ ແລະ ພັດທະນາ ເຂດເສດຖະກິດຈຸດສຸມ ທາງພາກເໜືອ ຢ່າງຍືນຍົງ (ພາບ: 
enternews.vn)

ເຂດເສດຖະກິດຈຸດສຸມທາງພາກເໜືອລວມມີ 7 ແຂວງ: ນະຄອນຫຼວງຮ່າໂນ້ຍ, ຫ໋າຍຝ່ອງ, ກວາງນິງ, ຫ໋າຍເຢືອງ, ຮຶງອຽນ, ວິ້ງຟຸກ, ບັກນິງ. ນີ້ແມ່ນສູນກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງທົ່ວປະເທດ, ມີຂອບຂະໜາດເສດຖະກິດຢືນຢູ່ອັນດັບທີ 2 ທົ່ວປະເທດ, ກວມເອົາເກືອບ 32% GDP ຂອງ ຫວຽດນາມ… ເຖິງຢ່າງໃດກໍ່ຕາມ, ການເຕີບໂຕເສດຖະກິດຂອງ ເຂດເສດຖະກິດຈຸດສຸມ ພາກເໜືອພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ.

        ເພື່ອໃຫ້ເຂດເສດຖະກິດຈຸດສຸມທາງພາກເໜືອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ມີການພັດທະນາບຸກທະລຸ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນຳຂອງກະຊວງ, ຂະແໜງການ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນເຂດເສດຖະກິດຈຸດສຸມທາງພາກເໜືອຊີ້ນຳການພັດທະນາບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເປັນຕົ້ນແມ່ນບັນດາຂົງເຂດ: ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ກະສິການຳໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ຕິດພັນກັບການພັດທະນາຕົວເມືອງອັດສະລິຍະ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສ້າງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນ ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດຕາມທິດເປັນເຈົ້າການດຶງດູດເງິນລົງທຶນຈາກຕ່າງປະເທດທີ່ມີການຄັດເລືອກ. ໃນຂະນະນັ້ນ, ຄະນະກຳມະການປະຊາຊົນບັນດາ ແຂວງ, ນະຄອນໃນເຂດເສດຖະກິດຈຸດສຸມທາງພາກເໜືອຕ້ອງມີກົນໄກພິເສດສະເພາະເພື່ອສົ່ງເສີມບາງວິສາຫະກິດທີ່ມີລະດັບພັດທະນາກາຍເປັນວິສາຫະກິດນຳໜ້າ, ມີຂອບຂະໜາດພາກພື້ນ ແລະ ສາກົນເພື່ອສ້າງການແຜ່ຂະຫຍາຍ ແລະ ນຳໜ້າບັນດາວິສາຫະກິດຕ່າງໆໃນເຂດພັດທະນາ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top