• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະວິດ ໃນຫຼາຍຂົງເຂດ

      ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VOV)
      ຕອນເຊົ້າວັນທີ 26 ພະຈິກ (ຕາມເວລາ ສະວິດ), ຢູ່ທຳນຽບປະທານາທິບໍດີ Lohn Manor ຢູ່ນະຄອນ Bern, ທ່ານປະທານາທິບໍດີ ສະຫະພັນ ສະວິດ Guy Parmelin ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳສອງປະເທດ ໄດ້ໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບວິທີການແກ້ໄຂລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສະວິດ ພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງສອງປະເທດ. ຕາມນັ້ນແລ້ວ, ການນຳສອງປະເທດໄດ້ເຫັນດີຈະເພີ່ມທະວີການແລກປ່ຽນ ແລະ ພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະ ທ້ອງຖິ່ນສອງປະເທດ, ຜ່ານນັ້ນ ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
        ກ່ຽວກັບການລົງທຶນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ລັດຖະບານ ສະວິດ ສົ່ງເສີມວິສາຫະກິດ ສະວິດ ມາລົງທຶນຢູ່ ຫວຽດນາມ ແລະ ຢືນຢັນວ່າ ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ໂປ່ງໃສ, ອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດ, ໃນນັ້ນມີ ສະວິດ ເຄື່ອນໄຫວຍາວນານຢູ່ ຫວຽດນາມ. ສອງຝ່າຍເຫັນດີເປັນເອກະພາບຈະມານະພະຍາຍາມເຈລະຈາ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ກັບກຸ່ມການຄ້າເສລີ ເອີລົບ (EFTA) ໃຫ້ສຳເລັດໂດຍໄວ. ນອກຈາກນັ້ນ, ສອງຝ່າຍກໍໄດ້ເປັນເອກະພາບກັນ ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຢີ, ການສຶກສາ - ກໍ່ສ້າງ ໃຫ້ຫຼາຍກວ່າອີກ, ມຸ່ງໄປເຖິງການສ້າງຂອບການພົວພັນຄູ່ຮ່ວມກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຂອບໃຈລັດຖະບານ ສະວິດ ທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ສະເໜີໃຫ້ 2 ຝ່າຍຈົ່ງຊຸກຍູ້ບັນດາວິສາຫະກິດ, ຮາກຖານຄົ້ນຄວ້າຂອງ 2 ປະເທດຮ່ວມມືກັນພັດທະນາ, ຜະລິດ ແລະ ແຈກຢາຍວັກຊິນ ແລະ ຢາປິ່ນປົວໂຄວິດ-19.  ທ່ານປະທານປະເທດ ກໍ່ປາດຖະໜາວ່າ ລັດຖະບານ ສະວິດ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ເຊື່ອມໂຍງເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງ ສະວິດ, ກໍຄື ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.
        ສ່ວນທານປະທານາທິບໍດີ ສະວິດ Guy Parmelin ຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືນຳໃຊ້ທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ຢ່າງມີປະສິດທິຜົນ ແລະ ໃຫ້ຮູ້ວ່າ, ລັດຖະບານ ສະວິດ ຕົກລົງສືບຕໍ່ໃຫ້ບຸລິມະສິດສະໜອງທຶນ ODA ຈຳນວນເງິນກວ່າ 75,6 ລ້ານ USD ໃຫ້ແກ່ ຫວຽດນາມ ໃນໄລຍະ 2021 – 2024, ສຸມໃສ່ຂົງເຂດປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິຮູບເສດຖະກິດ.
        ນອກນັ້ນ, ການນຳ 2 ທ່ານກໍ່ໄດ້ແລກປ່ຽນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສ, ອົງການຈັດຕັ້ງສາກົນ, ອາຊຽນ… ກ່ຽວກັບບັນຫາທະເລຕາເວັນອອກ, ສະວິດເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນຄວາມເສລີໃນການເດີນເຮືອ, ເຄົາລົບກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top